bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 7
Joshua 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 8 →
1
ແຕ່ຊາວອິດສະຣາເອນໄດ້ລະເມີດໃນສິ່ງຂອງທີ່ຕ້ອງຖວາຍນັ້ນຄື: ອາການເປັນລູກຂອງການໝີ ຫລານຊາຍຂອງຊັບດີ ແລະຄົນໃນຕະກຸນເຊຣາເຜົ່າຢູດາໄດ້ເອົາສິ່ງຂອງທີ່ຕ້ອງຖວາຍນັ້ນໄປເປັນຂອງຕົນ; ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນຢ່າງໜັກ.
2
ໂຢຊວຍໄດ້ສົ່ງບາງຄົນຈາກເມືອງເຢຣິໂກໄປທີ່ເມືອງອາອີ ຊຶ່ງຢູ່ທາງທິດຕາເວັນອອກຂອງເບັດເອນໃກ້ກັບເມືອງເບັດອາເວນ. ໂຢຊວຍໄດ້ສັ່ງພວກເຂົາໄປສຳຫລວດເບິ່ງດິນແດນ. ເມື່ອພວກເຂົາໄປສຳຫລວດເບິ່ງແລ້ວ
3
ກໍໄດ້ກັບມາລາຍງານໂຢຊວຍວ່າ, “ບໍ່ຈຳເປັນຈະສົ່ງທຸກໆຄົນໄປຕີເອົາເມືອງອາອີ. ໃຫ້ສົ່ງພຽງແຕ່ສອງຫລືສາມພັນຄົນເທົ່ານັ້ນໄປກໍພໍ. ຢ່າສົ່ງກອງທັບທັງໝົດຂຶ້ນໄປສູ້ຮົບໃນທີ່ນັ້ນ ເພາະເມືອງອາອີນີ້ບໍ່ເປັນເມືອງໃຫຍ່.”
4
ດັ່ງນັ້ນ ຊາວອິດສະຣາເອນປະມານສາມພັນຄົນຈຶ່ງໄດ້ອອກໄປບຸກໂຈມຕີ ແຕ່ພວກເຂົາໄດ້ຖືກຕີຄືນໃຫ້ແຕກຖອຍໜີມາ.
5
ຊາວເມືອງອາອີໄດ້ຂັບໄລ່ຊາວອິດສະຣາເອນຈາກປະຕູເມືອງ ໃຫ້ຖອຍໜີໄປຈົນເຖິງເຊບາຣິມ ແລະຂ້າພວກເຂົາຕາມເນີນພູ ປະມານ 36 ຄົນ. ເມື່ອເຫັນເປັນເຊັ່ນນີ້ ພວກອິດສະຣາເອນຈຶ່ງເສຍຂວັນແລະຢ້ານກົວ.
6
ໂຢຊວຍແລະພວກຜູ້ນຳຂອງຊາດອິດສະຣາເອນ ຕ່າງກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເປັນທຸກໃຈ ແລະໝູບໜ້າກັບພື້ນດິນຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ພວກເຂົາໝູບຢູ່ຢ່າງນີ້ ຕັ້ງແຕ່ເຊົ້າຈົນຄໍ່າ ພ້ອມທັງເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຕົນເອງ ເພື່ອສະແດງເຖິງຄວາມໂສກເສົ້າຂອງພວກເຂົາ.
7
ແລ້ວໂຢຊວຍກໍກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ດ້ວຍເຫດໃດພຣະອົງຈຶ່ງໄດ້ນຳພວກຂ້ານ້ອຍຂ້າມແມ່ນໍ້າຈໍແດນມາທີ່ນີ້? ກໍເພື່ອມອບພວກຂ້ານ້ອຍໃຫ້ແກ່ຊາວອາໂມ ຊັ້ນບໍ? ເປັນຫຍັງຈຶ່ງບໍ່ໃຫ້ພວກຂ້ານ້ອຍ ຢູ່ຟາກແມ່ນໍ້າຈໍແດນເບື້ອງນັ້ນພຸ້ນ?
8
ຂ້າແດ່ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍກ່າວຫຍັງໄດ້ແດ່? ບັດນີ້ ຈະໃຫ້ຊາວອິດສະຣາເອນປົບໜີຕໍ່ໜ້າເຫຼົ່າສັດຕູຂອງພວກເຂົາ ຊັ້ນບໍ?
9
ຊາວການາອານແລະພວກອື່ນໆທົ່ວທັງດິນແດນຈະຮູ້ເຖິງເລື່ອງນີ້. ພວກເຂົາຈະພາກັນມາປິດລ້ອມພວກຂ້ານ້ອຍໄວ້ ແລະສັງຫານພວກຂ້ານ້ອຍທຸກໆຄົນຖິ້ມ; ແລ້ວພຣະອົງຈະກະທຳຢ່າງໃດ ເພື່ອຮັກສາກຽດສັກສີຂອງພຣະອົງໄວ້?”
10
ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ຈົ່ງລຸກຂຶ້ນ ເປັນຫຍັງເຈົ້າຈຶ່ງໝູບໜ້າຢູ່ຢ່າງນີ້?
11
ຊາດອິດສະຣາເອນໄດ້ເຮັດບາບ ພວກເຂົາໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ຖືຮັກສາ. ພວກເຂົາໄດ້ເອົາບາງສິ່ງບາງຢ່າງທີ່ຕ້ອງຖືກທຳລາຍນັ້ນ. ພວກເຂົາໄດ້ລັກເອົາມາແລະອຳໄວ້ ແລ້ວເອົາສິ່ງເຫຼົ່ານີ້ລວມເຂົ້າກັບສິ່ງຂອງຂອງຕົນເອງ.
12
ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງສູ້ຮົບເຫຼົ່າສັດຕູຂອງພວກເຂົາບໍ່ໄດ້. ພວກເຂົາຖືກຕີໃຫ້ຖອຍໜີໄປ ກໍຍ້ອນວ່າພວກເຂົາເປັນຝ່າຍທີ່ຕ້ອງຖືກທຳລາຍ ເຮົາຈະບໍ່ຢູ່ກັບພວກເຈົ້າຕໍ່ໄປ ຈົນກວ່າພວກເຈົ້າຈະທຳລາຍສິ່ງທີ່ເຮົາຫ້າມບໍ່ໃຫ້ເອົານັ້ນ.
13
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’
14
ສະນັ້ນ ຈົ່ງບອກພວກເຂົາວ່າໃນມື້ອື່ນເຊົ້າ ພວກເຂົາຈະຖືກນຳອອກມາຂ້າງໜ້າ ເປັນເຜົ່າ. ຖ້າພຣະເຈົ້າຢາເວຄັດເອົາເຜົ່າໃດແລ້ວ ໃຫ້ຄົນໃນເຜົ່ານັ້ນເຂົ້າມາເປັນຕະກຸນ. ຖ້າພຣະເຈົ້າຢາເວຄັດເອົາຕະກຸນໃດແລ້ວ ໃຫ້ຄົນໃນຕະກຸນນັ້ນເຂົ້າມາເປັນຄອບຄົວ. ຖ້າພຣະເຈົ້າຢາເວຄັດເອົາຄອບຄົວໃດແລ້ວ ໃຫ້ຄົນໃນຄອບຄົວນັ້ນອອກມາຂ້າງໜ້າເທື່ອລະຄົນ.
15
ຜູ້ໃດທີ່ຖືກຈັບໄດ້ພ້ອມກັບສິ່ງຂອງທີ່ຕ້ອງຖືກທຳລາຍ ຈະຖືກເຜົາທັງເປັນພ້ອມກັບທຸກໆຄົນໃນຄອບຄົວຂອງລາວ ແລະທຸກໆສິ່ງທີ່ເປັນຂອງລາວ. ດ້ວຍວ່າ, ລາວໄດ້ນຳເອົາຄວາມອັບອາຍອັນໃຫຍ່ຫລວງມາສູ່ຊາດອິດສະຣາເອນ ແລະທັງໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ.”
16
ວັນໃໝ່ມາແຕ່ເດິກໆ ໂຢຊວຍໄດ້ນຳເອົາຊາວອິດສະຣາເອນແຕ່ລະເຜົ່າໄປຂ້າງໜ້າ ແລະເຜົ່າຢູດາເປັນເຜົ່າທີ່ຖືກເລືອກ.
17
ເພິ່ນໄດ້ນຳເອົາເຜົ່າຢູດາໄປຂ້າງໜ້າ ແລະຕະກຸນເຊຣາໄດ້ຖືກເລືອກ; ແລ້ວເພິ່ນກໍໄດ້ນຳເອົາຕະກຸນເຊຣາໄປຂ້າງໜ້າແຕ່ລະຄອບຄົວ ແລະຄອບຄົວຊັບດີໄດ້ຖືກເລືອກ.
18
ເພິ່ນໄດ້ເອົາຄອບຄົວຊັບດີໄປຂ້າງໜ້າແຕ່ລະຄົນ; ແລະອາການລູກຊາຍຂອງການໝີ, ຫລານຊາຍຂອງຊັບດີຕະກຸນເຊຣາເຜົ່າຢູດາກໍຖືກເລືອກ.
19
ສະນັ້ນ ໂຢຊວຍຈຶ່ງໄດ້ກ່າວແກ່ອາການວ່າ, “ລູກເອີຍ ຂໍໃຫ້ເຈົ້າຈົ່ງຖວາຍສະຫງ່າຣາສີຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະສາລະພາບຜິດບາບຕໍ່ພຣະອົງສາ. ຈົ່ງບອກເຮົາມາດຽວນີ້ວ່າເຈົ້າໄດ້ເຮັດຫຍັງແດ່? ຢ່າພະຍາຍາມປິດບັງເຮົາເລີຍ.”
20
ອາການຕອບວ່າ, “ເປັນຄວາມຈິງແທ້ ທີ່ຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ແລະຂ້ານ້ອຍໄດ້ເຮັດສິ່ງດັ່ງຕໍ່ໄປນີ້:
21
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”
22
ດັ່ງນັ້ນ ໂຢຊວຍຈຶ່ງໃຊ້ຄົນແລ່ນໄປເບິ່ງໃນຜ້າເຕັນ ແລະພົບສິ່ງຂອງດັ່ງກ່າວນັ້ນພ້ອມກັບເງິນຝັງໄວ້ໃນຜ້າເຕັນແທ້.
23
ພວກເຂົາຈຶ່ງນຳເອົາສິ່ງຂອງເຫຼົ່ານັ້ນ ອອກມາຈາກຜ້າເຕັນ ໃຫ້ໂຢຊວຍແລະຊາວອິດສະຣາເອນທັງໝົດເບິ່ງ ແລ້ວວາງສິ່ງຂອງນັ້ນລົງຕໍ່ໜ້າພຣະເຈົ້າຢາເວ.
24
ໂຢຊວຍແລະຊາວອິດສະຣາເອນທຸກຄົນ ຈຶ່ງໄດ້ຈັບອາການຕະກຸນເຊຣາພ້ອມທັງຢຶດເອົາເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດທັງລູກຊາຍຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະສິ່ງອື່ນໆອີກທຸກຢ່າງທີ່ລາວມີ ແລະພວກເຂົາໄດ້ນຳໄປທີ່ຮ່ອມພູອາໂຄ.
25
ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ.
26
ຫລັງຈາກນັ້ນ ພວກເຂົາກໍເອົາຫີນມາເຮັດເປັນກອງໃຫຍ່ຖົມລາວໄວ້ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້. ດັ່ງນັ້ນ ບ່ອນນີ້ຈົ່ງເອີ້ນວ່າ ຮ່ອມພູອາໂຄ. ແລ້ວພຣະເຈົ້າຢາເວກໍບໍ່ໄດ້ໂກດຮ້າຍອີກຕໍ່ໄປ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24