bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 3
Joshua 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 4 →
1
ມື້ໃໝ່ມາ ໂຢຊວຍແລະປະຊາຊົນອິດສະຣາເອນທັງໝົດໄດ້ລຸກແຕ່ເຊົ້າໆ, ອອກຈາກຄ້າຍພັກທີ່ຊິດຕິມ ແລະມຸ້ງໜ້າໄປສູ່ແມ່ນໍ້າຈໍແດນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ບ່ອນນີ້ ໃນຂະນະທີ່ລໍຖ້າຈະຂ້າມແມ່ນໍ້າ.
2
ຄັນລ່ວງມາໄດ້ສາມວັນແລ້ວ ພວກຜູ້ນຳກໍໄດ້ຍ່າງເລາະຜ່ານໄປທົ່ວຄ້າຍພັກ
3
ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ.
4
ພວກປະໂຣຫິດຈະນຳທາງພວກເຈົ້າໄປ ເພາະພວກເຈົ້າບໍ່ເຄີຍຜ່ານທາງເສັ້ນນີ້ຈັກເທື່ອ, ແຕ່ຢ່າເຂົ້າໄປໃກ້ຫີບພັນທະສັນຍາ ໃຫ້ຢູ່ຫ່າງປະມານໜຶ່ງກິໂລແມັດ.”
5
ແລ້ວໂຢຊວຍກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຊຳລະຕົນໃຫ້ບໍຣິສຸດ ເພາະມື້ອື່ນພຣະເຈົ້າຢາເວຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.”
6
ແລ້ວໂຢຊວຍກໍບອກພວກປະໂຣຫິດໃຫ້ຫາມຫີບພັນທະສັນຍາອອກໄປກ່ອນປະຊາຊົນ ແລະພວກເຂົາກໍປະຕິບັດຕາມ.
7
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ສິ່ງທີ່ເຮົາກະທຳໃນມື້ນີ້ ຈະເຮັດໃຫ້ຊາວອິດສະຣາເອນທຸກຄົນໃຫ້ກຽດແກ່ເຈົ້າ ວ່າເຈົ້າເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ ແລະພວກເຂົາຈະຮູ້ວ່າ ເຮົາໄດ້ຢູ່ນຳເຈົ້າເໝືອນດັ່ງທີ່ໄດ້ຢູ່ນຳໂມເຊ.
8
ດັ່ງນັ້ນ ເຈົ້າຈົ່ງສັ່ງພວກປະໂຣຫິດທີ່ຫາມຫີບພັນທະສັນຍານັ້ນວ່າ ເມື່ອໄປຮອດແມ່ນໍ້າຈໍແດນແລ້ວ ໃຫ້ຢຸດຢູ່ໃນນໍ້າໃກ້ໆກັບຕາຝັ່ງສາກ່ອນ.”
9
ແລ້ວໂຢຊວຍກໍໄດ້ບອກປະຊາຊົນວ່າ, “ຈົ່ງພາກັນເຂົ້າມາພີ້ ເພື່ອຟັງຖ້ອຍຄຳທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງ.
10
ເມື່ອພວກເຈົ້າບຸກໜ້າເຂົ້າໄປ ພຣະອົງຈະຂັບໄລ່ຄົນເຫຼົ່ານີ້ອອກໄປ ເຊັ່ນ: ຊາວການາອານ, ຊາວຮິດຕີ, ຊາວຮີວີ, ຊາວເປຣີຊີ, ຊາວກີກາຊີ, ຊາວອາໂມ ແລະຊາວເຢບຸດ. ພວກເຈົ້າຈະໄດ້ຮູ້ວ່າ ພຣະເຈົ້າອົງຊົງຊີວິດຢູ່ສະຖິດໃນທ່າມກາງພວກເຈົ້າ;
11
ເມື່ອຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຂ້າມແມ່ນໍ້າຈໍແດນໄປກ່ອນພວກເຈົ້າ.
12
ດັ່ງນັ້ນ ຈົ່ງຄັດເລືອກເອົາສິບສອງຄົນຈາກເຜົ່າອິດສະຣາເອນ ຄືເຜົ່າລະຄົນ.
13
ເມື່ອພວກປະໂຣຫິດ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແຫ່ງແຜ່ນດິນໂລກ ຈຸ່ມຕີນລົງໃນແມ່ນໍ້າຈໍແດນ ແລະແມ່ນໍ້າຈໍແດນທີ່ໄຫລລົງມາແຕ່ທາງເໜືອກໍຈະຢຸດໄຫລໂຮມກັນຢູ່ບ່ອນດຽວ.”
14
ເວລານັ້ນເປັນລະດູເກັບກ່ຽວ ແລະນໍ້າໄດ້ລົ້ນຖ້ວມຕາຝັ່ງ. ເມື່ອປະຊາຊົນໄດ້ອອກໄປຈາກຄ້າຍພັກເພື່ອຈະຂ້າມແມ່ນໍ້າຈໍແດນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາໄດ້ອອກໄປກ່ອນໜ້າພວກເຂົາ. ພໍພວກປະໂຣຫິດຈຸ່ມຕີນລົງໃນນໍ້າ
16
ທັນໃດນັ້ນ ນໍ້າທີ່ໄຫລມາຈາກທາງເໜືອກໍຢຸດໄຫລແລະໂຮມເຂົ້າກັນທີ່ເມືອງອາດາມ ຢູ່ໃກ້ກັບເມືອງຊາເຣທານ ສາຍນໍ້າທີ່ໄຫລລົງສູ່ທະເລຕາຍຖືກຕັດຂາດໝົດກ້ຽງ ແລະປະຊາຊົນຈຶ່ງສາມາດຂ້າມນໍ້າໄປໃກ້ກັບເມືອງເຢຣິໂກໄດ້.
17
ໃນຂະນະທີ່ພວກເຂົາຍ່າງຂ້າມດິນແຫ້ງໄປນັ້ນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ກໍຢືນຢູ່ເທິງດິນແຫ້ງກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນທຸກຄົນຂ້າມໄປຫວິດໝົດແລ້ວ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24