bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 21
Joshua 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 22 →
1
ບັນດາຫົວໜ້າຂອງຄອບຄົວເລວີໄດ້ພາກັນໄປຫາປະໂຣຫິດເອເລອາຊາ, ໂຢຊວຍ ລູກຊາຍຂອງນູນ ແລະຫົວໜ້າຄອບຄົວຕ່າງໆຂອງທຸກເຜົ່າໃນຊາດອິດສະຣາເອນ.
2
ພວກເຂົາໄດ້ກ່າວແກ່ພວກເຫຼົ່ານີ້ ທີ່ເມືອງຊີໂລໃນດິນແດນການາອານວ່າ, “ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊວ່າ ພວກເຮົາຕ້ອງໄດ້ຮັບເມືອງເປັນບ່ອນຢູ່ອາໄສ ໂດຍໃຫ້ມີທົ່ງຫຍ້າອ້ອມແອ້ມສຳລັບລ້ຽງຝູງສັດຂອງພວກເຮົາດ້ວຍ.”
3
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ມອບເມືອງບາງແຫ່ງ ພ້ອມທັງທົ່ງຫຍ້າຈາກເຂດແດນໃນສ່ວນຕ່າງໆຂອງພວກເຂົາໃຫ້ແກ່ພວກເລວີ ຕາມຄຳສັ່ງຂອງພຣະເຈົ້າຢາເວ.
4
ການໃຊ້ສະຫລາກຄັ້ງທຳອິດໄດ້ຕົກຖືກຄອບຄົວຕ່າງໆໃນຕະກຸນໂກຮາດ. ສ່ວນຄອບຄົວທີ່ມາແຕ່ເຊື້ອສາຍຂອງປະໂຣຫິດອາໂຣນນັ້ນໄດ້ຮັບ 13 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຢູດາ, ຊີເມໂອນ ແລະເບັນຢາມິນ.
5
ສ່ວນຕະກຸນໂກຮາດທີ່ເຫຼືອຢູ່ນັ້ນໄດ້ຮັບ 10 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງເອຟຣາອິມ, ດານ ແລະມານາເຊຕາເວັນຕົກ.
6
ຕະກຸນເກໂຊນໄດ້ຮັບ 13 ຕົວເມືອງ ຈາກເຂດແດນຂອງເຜົ່າອິດຊາຄາ, ອາເຊ, ເນັບທາລີ ແລະມານາເຊຕາເວັນອອກ.
7
ສ່ວນບັນດາຄອບຄົວໃນຕະກຸນເມຣາຣີນັ້ນໄດ້ຮັບ 12 ຕົວເມືອງ ຈາກເຂດແດນສ່ວນຕ່າງໆຂອງຣູເບັນ, ກາດ ແລະເຊບູໂລນ.
8
ປະຊາຊົນອິດສະຣາເອນໄດ້ມອບເມືອງຕ່າງໆພ້ອມທັງທົ່ງຫຍ້າໃຫ້ແກ່ພວກເລວີ ໂດຍການໃຊ້ສະຫລາກ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ.
9
ຕໍ່ໄປນີ້ແມ່ນຊື່ບັນດາເມືອງຈາກເຂດແດນສ່ວນຕ່າງໆຂອງຢູດາແລະຊີເມໂອນ ທີ່ໄດ້ຖືກມອບໝາຍໃຫ້
10
ເຊື້ອສາຍຂອງອາໂຣນໃນຕະກຸນໂກຮາດ ຜູ້ທີ່ໄດ້ສືບເຊື້ອສາຍມາຈາກເລວີ. ຕະກຸນນີ້ເປັນພວກທຳອິດທີ່ໄດ້ຖືກມອບໝາຍເມືອງໃຫ້.
11
ພວກເຂົາໄດ້ຮັບເມືອງກີຣິອາດອາກບາ ຕະຫລອດທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ (ອາກບາເປັນພໍ່ຂອງອານາກ) ແຕ່ໃນເວລານີ້ເອີ້ນວ່າເຮັບໂຣນໃນເຂດພູດອຍຂອງຢູດາຍ.
12
ແຕ່ທົ່ງນາຂອງເມືອງນີ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ໄດ້ຖືກມອບໝາຍໃຫ້ເປັນກຳມະສິດຂອງກາເລັບລູກຊາຍຂອງເຢຟຸນເນ.
13
ນອກຈາກເຮັບໂຣນ (ໜຶ່ງໃນບັນດາເມືອງລີ້ໄພ) ເມືອງທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງປະໂຣຫິດອາໂຣນ ມີດັ່ງນີ້: ລິບນາ,
14
ຢັດຕີ, ເອຊະເຕມົວ,
15
ໂຮໂລນ, ເດບີ,
16
ອາອິນ, ຢຸດຕາ ແລະເບັດເຊເມດພ້ອມທັງທົ່ງຫຍ້າ. ລວມທັງໝົດມີ 9 ຕົວເມືອງ ຈາກເຜົ່າຢູດາແລະຊີເມໂອນ.
17
ຈາກເຂດແດນຂອງເບັນຢາມິນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີເບໂອນ, ເກບາ,
18
ອານາທົດ ແລະອານໂມນພ້ອມທັງທົ່ງຫຍ້າ.
19
ລວມທັງໝົດມີ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ ທີ່ໄດ້ຖືກມອບໝາຍໃຫ້ປະໂຣຫິດເຊື້ອສາຍຂອງອາໂຣນ.
20
ສ່ວນຄອບຄົວອື່ນໆຂອງຊາວເລວີໃນຕະກຸນໂກຮາດ ໄດ້ຮັບບາງເມືອງຈາກເຂດແດນຂອງເອຟຣາອິມ.
21
ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຊີເຄມແລະທົ່ງຫຍ້າທີ່ຢູ່ໃນແຖບເນີນພູຂອງເອຟຣາອິມ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ເກເຊ,
22
ກິບຊາອີມ ແລະເບັດໂຮໂຣນພ້ອມທັງທົ່ງຫຍ້າ.
23
ຈາກເຂດແດນຂອງດານ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເອນເຕເກ, ກິບເບໂທນ,
24
ໄອຢາໂລນ ແລະກາດຣິມໂມນ ພ້ອມທັງທົ່ງຫຍ້າ.
25
ຈາກເຂດແດນຂອງມານາເຊຕາເວັນຕົກ ພວກເຂົາໄດ້ຮັບ 2 ຕົວເມືອງ ມີດັ່ງນີ້: ຕາອານັກ ແລະກາດຣິມໂມນ ພ້ອມທັງທົ່ງຫຍ້າ.
26
ຄອບຄົວເຫຼົ່ານີ້ຂອງຕະກຸນໂກຮາດໄດ້ຮັບທັງໝົດ 10 ຕົວເມືອງ ພ້ອມທັງທົ່ງຫຍ້າ.
27
ສ່ວນຊາວເລວີພວກອື່ນຈາກຕະກຸນເກໂຊນ ໄດ້ຮັບຈາກມານາເຊຕາເວັນອອກ 2 ຕົວເມືອງ ມີດັ່ງນີ້: ໂກລານໃນບາຊານ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ) ແລະເບເອັດຊະເຕຣາ ພ້ອມທັງທົ່ງຫຍ້າ.
28
ຈາກເຂດແດນຂອງອິດຊາຄາ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ກີຊີໂອນ, ດາເບຣັດ,
29
ຢາຣະມຸດ ແລະເອັນກັນນີມພ້ອມທັງທົ່ງຫຍ້າ.
30
ຈາກເຂດແດນຂອງອາເຊພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ມີຊັນ, ອັບໂດນ,
31
ເຮນກາດ ແລະເຣໂຮບ ພ້ອມທັງທົ່ງຫຍ້າ.
32
ຈາກເຂດແດນຂອງເນັບທາລີ ພວກເຂົາໄດ້ຮັບ 3 ຕົວເມືອງ ມີດັ່ງນີ້: ເກເດັດໃນຄາລີເລ, ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ຮາມໂມດໂດເຣ ແລະກາກຕານ ພ້ອມທັງທົ່ງຫຍ້າ.
33
ຄອບຄົວຕ່າງໆໃນຕະກຸນເກໂຊນໄດ້ຮັບທັງໝົດ 13 ຕົວເມືອງ ພ້ອມທັງທົ່ງຫຍ້າ.
34
ສ່ວນພວກເລວີທີ່ເຫຼືອຢູ່ນັ້ນ ຄືຕະກຸນເມຣາລີ ໄດ້ຮັບຈາກເຂດແດນຂອງເຊບູໂລນ 4 ຕົວເມືອງ ມີດັ່ງນີ້: ໂຢກເນອາມ, ກາກຕາ,
35
ດີມນາ ແລະນາຮາລານ ພ້ອມທັງທົ່ງຫຍ້າ.
36
ຈາກເຂດແດນຂອງຣູເບັນ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ເບເຊ, ຢາຊາ,
37
ເກເດໂມດ ແລະເມຟາອາດ ພ້ອມທັງທົ່ງຫຍ້າ.
38
ຈາກເຂດແດນຂອງກາດ ພວກເຂົາໄດ້ຮັບ 4 ຕົວເມືອງ ມີດັ່ງນີ້: ຣາໂມດໃນກີເລອາດ ພ້ອມທັງທົ່ງຫຍ້າ (ເມືອງໜຶ່ງໃນຈຳນວນເມືອງລີ້ໄພ), ມະຫານາອິມ,
39
ເຮັດຊະໂບນ ແລະຢາເຊ ພ້ອມທັງທົ່ງຫຍ້າ.
40
ດັ່ງນັ້ນ ຕະກຸນເມຣາຣີຈຶ່ງໄດ້ຮັບ 12 ຕົວເມືອງດ້ວຍກັນ.
41
ພວກເລວີໄດ້ຮັບດິນແດນທີ່ເປັນສ່ວນຂອງປະຊາຊົນອິດສະຣາເອນ; ລວມທັງໝົດມີ 48 ຕົວເມືອງ ພ້ອມທັງທົ່ງຫຍ້າທີ່ຢູ່ອ້ອມແອ້ມນັ້ນ.
43
ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ໃຫ້ດິນແດນທັງໝົດນັ້ນແກ່ຊາດອິດສະຣາເອນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ເມື່ອພວກເຂົາຢຶດຄອງດິນແດນເປັນກຳມະສິດແລ້ວ ກໍພາກັນຕັ້ງຖິ່ນຖານຢູ່ທີ່ນັ້ນ.
44
ພຣະເຈົ້າຢາເວໄດ້ໃຫ້ພວກເຂົາມີສັນຕິສຸກທົ່ວດິນແດນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາ. ບໍ່ມີສັດຕູໃດໆທີ່ສາມາດຕໍ່ຕ້ານພວກເຂົາໄດ້ ເພາະພຣະເຈົ້າຢາເວໄດ້ມອບພວກສັດຕູທັງໝົດໃຫ້ຢູ່ໃນກຳມືຂອງພວກເຂົາ.
45
ພຣະເຈົ້າຢາເວໄດ້ຮັກສາຄຳສັນຍາທຸກໆຂໍ້ ທີ່ພຣະອົງໄດ້ສັນຍາໄວ້ກັບປະຊາຊົນອິດສະຣາເອນ. ທຸກໆຢ່າງກໍໄດ້ເກີດຂື້ນ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24