bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 14
Joshua 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 15 →
1
ຕໍ່ໄປນີ້ແມ່ນການແບ່ງປັນດິນແດນການາອານ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນໃຫ້ປະຊາຊົນອິດສະຣາເອນ. ປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ ແລະບັນດາຫົວໜ້າຄອບຄົວຂອງຊາວອິດສະຣາເອນໃນເຜົ່າຕ່າງໆ ໄດ້ແບ່ງປັນດິນແດນນີ້ໃຫ້ແກ່ພົນລະເມືອງຂອງພວກເຂົາ.
2
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ ເຂດແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນທີ່ຖືກມອບໃຫ້ເກົ້າເຜົ່າເຄິ່ງນັ້ນ ໃຫ້ພວກເຂົາກຳນົດເອົາໂດຍການໃຊ້ສະຫລາກ.
3
ໂມເຊໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ໃຫ້ຊາວອິດສະຣາເອນສອງເຜົ່າເຄິ່ງແລ້ວ. (ເຊື້ອສາຍຂອງໂຢເຊັບຖືກແບ່ງອອກເປັນສອງເຜົ່າ: ມານາເຊແລະເອຟຣາອິມ) ເຖິງຢ່າງໃດກໍຕາມ ໂມເຊບໍ່ໄດ້ມອບດິນແດນສ່ວນໃດເລີຍໃຫ້ຊາວເລວີ.
4
ແຕ່ພວກເຂົາໄດ້ຮັບເມືອງຕ່າງໆອາໄສຢູ່ ລວມທັງທົ່ງສຳລັບລ້ຽງຝູງງົວແລະຝູງແກະຂອງພວກເຂົາ.
5
ປະຊາຊົນອິດສະຣາເອນໄດ້ແບ່ງປັນດິນແດນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊ.
6
ມື້ໜຶ່ງ ມີບາງຄົນຈາກເຜົ່າຢູດາໄດ້ມາຫາໂຢຊວຍທີ່ເມືອງກິນການ. ກາເລັບ ລູກຊາຍຂອງເຢຟຸນເນຊາວເກນິດ ແມ່ນຜູ້ໜຶ່ງໃນຈຳນວນພວກນີ້. ລາວໄດ້ກ່າວແກ່ໂຢຊວຍວ່າ, “ທ່ານກໍຮູ້ເຖິງເລື່ອງທີ່ພຣະເຈົ້າຢາເວໄດ້ກ່າວທີ່ກາເດັດບາກເນອາ ເລື່ອງຂອງທ່ານແລະຂ້າພະເຈົ້າແກ່ໂມເຊຄົນຂອງພຣະເຈົ້າ.
7
ຄາວທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າ ຈາກກາເດັດບາກເນອາໄປສຳຫລວດເບິ່ງດິນແດນນັ້ນ ຂ້າພະເຈົ້າມີອາຍຸສີ່ສິບປີ. ຂ້າພະເຈົ້າໄດ້ກັບມາລາຍງານຕໍ່ເພິ່ນຕາມຄວາມເປັນຈິງ
8
ແຕ່ຄົນທີ່ໄປນຳຂ້າພະເຈົ້າໄດ້ເຮັດໃຫ້ປະຊາຊົນຢ້ານກົວ. ສ່ວນຂ້າພະເຈົ້າເອງໄດ້ເຊື່ອຟັງຢ່າງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ.
9
ຍ້ອນຂ້າພະເຈົ້າໄດ້ຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ດັ່ງນັ້ນ ໂມເຊຈຶ່ງໄດ້ສັນຍາວ່າ, ຂ້າພະເຈົ້າແລະພວກລູກຫລານຂອງຂ້າພະເຈົ້າຈະໄດ້ຮັບດິນແດນ ຊຶ່ງຂ້າພະເຈົ້າຍ່າງຢຽບໄປນັ້ນເປັນກຳມະສິດຕະຫລອດໄປ.
10
ແຕ່ດຽວນີ້ເບິ່ງແມ! ນັບຕັ້ງແຕ່ຄາວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ກ່າວແກ່ໂມເຊ ກໍເປັນເວລາສີ່ສິບຫ້າປີແລ້ວ. ນັ້ນແມ່ນຄາວທີ່ຊາວອິດສະຣາເອນໄດ້ເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ ແລະພຣະເຈົ້າຢາເວກໍໄດ້ໃຫ້ຂ້າພະເຈົ້າມີຊີວິດຕະຫລອດມາ ຕາມທີ່ພຣະອົງໄດ້ສັນຍາໄວ້. ເບິ່ງດູ ດຽວນີ້ຂ້າພະເຈົ້າມີອາຍຸແປດສິບຫ້າປີແລ້ວ
11
ແລະຍັງແຂງແຮງຢູ່ ດັ່ງຄາວທີ່ໂມເຊໄດ້ໃຊ້ຂ້າພະເຈົ້າອອກໄປນັ້ນ. ຂ້າພະເຈົ້າຍັງມີແຮງພຽງພໍໃນການສູ້ຮົບແລະໃນວຽກງານອື່ນໆ.
12
ບັດນີ້ ຂໍທ່ານຈົ່ງມອບດິນແດນທາງເຂດເນີນພູໃຫ້ຂ້າພະເຈົ້າສາ ເພາະພຣະເຈົ້າຢາເວໄດ້ສັນຍາໄວ້ກັບຂ້າພະເຈົ້າ ໃນມື້ທີ່ຂ້າພະເຈົ້າແລະຄົນຂອງຂ້າພະເຈົ້າໄດ້ລາຍງານ. ໃນສະໄໝນັ້ນ ພວກຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ມີເຊື້ອຊາດຂອງຄົນຮ່າງໃຫຍ່ຊື່ວ່າ, ອານາກີມ ໄດ້ຢູ່ໃນເມືອງທີ່ມີປ້ອມປ້ອງກັນ. ຖ້າວ່າພຣະເຈົ້າຢາເວສະຖິດຢູ່ນຳຂ້າພະເຈົ້າແທ້ ຂ້າພະເຈົ້າຈະຂັບໄລ່ພວກເຂົາອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້ນັ້ນ.”
13
ໂຢຊວຍໄດ້ອວຍພອນກາເລັບລູກຊາຍຂອງເຢຟຸນເນ ແລະໄດ້ມອບເມືອງເຮັບໂຣນໃຫ້ເປັນກຳມະສິດຂອງລາວ.
14
ຍ້ອນກາເລັບລູກຊາຍຂອງເຢຟຸນເນຊາວເກນິດ ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເຮັບໂຣນຈຶ່ງຍັງເປັນເມືອງຂອງກາເລັບຕະຫລອດມາ.
15
ກ່ອນເຫດການນີ້ໄດ້ເກີດຂຶ້ນ ເມືອງເຮັບໂຣນມີຊື່ວ່າເມືອງຂອງອາກບາ. (ອາກບາເປັນເມືອງໃຫຍ່ທີ່ສຸດຂອງຊາວອານາກີມ). ຕັ້ງແຕ່ນັ້ນມາ ດິນແດນກໍມີຄວາມສະຫງົບສຸກ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24