bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 6
Joshua 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 7 →
1
ປະຕູເມືອງເຢຣິໂກຖືກອັດໄວ້ຢ່າງແໜ້ນໜາ ແລະມີຄົນຍາມເພື່ອບໍ່ໃຫ້ຊາວອິດສະຣາເອນເຂົ້າໄປໄດ້. ບໍ່ມີໃຜເຂົ້າໄປໃນເມືອງ ຫລືອອກໄປນອກເມືອງໄດ້.
2
ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ເຮົາໄດ້ມອບເມືອງເຢຣິໂກແລະກະສັດໃນເມືອງນີ້ ຕະຫລອດທັງທະຫານທີ່ເກັ່ງກ້າໄວ້ໃນກຳມືຂອງເຈົ້າ.
3
ເຈົ້າພ້ອມທະຫານຂອງເຈົ້າຕ້ອງຍ່າງອ້ອມເມືອງນີ້ ວັນລະໜຶ່ງຮອບພາຍໃນຫົກວັນ.
4
ຈົ່ງໃຫ້ປະໂຣຫິດເຈັດຄົນຖືແກຜູ້ລະອັນ ຍ່າງອອກໜ້າຫີບພັນທະສັນຍາ. ໃນວັນທີເຈັດ ເຈົ້າແລະພວກທະຫານຂອງເຈົ້າ ຕ້ອງຍ່າງອ້ອມເມືອງເຈັດຮອບ ໂດຍໃຫ້ມີພວກປະໂຣຫິດເປົ່າແກນຳໜ້າ.
5
ເມື່ອໄດ້ຍິນສຽງແກດັງຂຶ້ນເປັນສຽງຍາວໆ ໃຫ້ຜູ້ຊາຍທຸກໆຄົນພາກັນຮ້ອງຂຶ້ນສຽງດັງໆ ແລະກຳແພງເມືອງກໍຈະເຈື່ອນລົງ. ແລ້ວໃຫ້ກອງທັບທັງໝົດບຸກເຂົ້າໄປໃນຕົວເມືອງທັນທີ.”
6
ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.”
7
ແລ້ວໂຢຊວຍກໍບອກໃຫ້ເລີ່ມຍ່າງອ້ອມເມືອງ ໂດຍມີທະຫານກອງໜ້າ ຍ່າງນຳໜ້າໄປກ່ອນຫີບຂອງພຣະເຈົ້າຢາເວ.
8
ດັ່ງນັ້ນ ຕາມຄຳສັ່ງຂອງໂຢຊວຍ ທະຫານກອງໜ້າຈຶ່ງເລີ່ມຍ່າງອອກກ່ອນພວກປະໂຣຫິດເຈັດຄົນທີ່ຖືແກຕໍ່ໜ້າພຣະເຈົ້າຢາເວ; ຕາມຫລັງພວກເຫຼົ່ານີ້ມີພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ.
9
ແລ້ວສຸດທ້າຍແມ່ນພວກທະຫານກອງຫລັງ. ສ່ວນສຽງແກນັ້ນກໍດັງຢູ່ຕະຫລອດເວລາ.
10
ແຕ່ໂຢຊວຍໄດ້ສັ່ງຄົນຂອງຕົນບໍ່ໃຫ້ຮ້ອງໂຮ ຫລືເວົ້າຫຍັງ ຈົນກວ່າເພິ່ນຈະໃຫ້ຄຳສັ່ງໃໝ່.
11
ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງພວກເຫຼົ່ານີ້ ໃຫ້ນຳຫີບຂອງພຣະເຈົ້າຢາເວຍ່າງອ້ອມເມືອງໜຶ່ງຮອບ. ແລ້ວພວກເຂົາກໍໄດ້ກັບເມືອສູ່ຄ້າຍພັກ ແລະນອນຄ້າງຄືນຢູ່ທີ່ນັ້ນ.
12
ເຊົ້າວັນໃໝ່ມາ ໂຢຊວຍໄດ້ລຸກຂຶ້ນແຕ່ເດິກໆ ພ້ອມທັງພວກປະໂຣຫິດທີ່ຫາມຫີບຂອງພຣະເຈົ້າຢາເວ.
13
ພວກເຂົາໄດ້ຍ່າງອ້ອມເມືອງເປັນເທື່ອທີສອງ ຕາມລະບຽບທີ່ໄດ້ວາງໄວ້ໃນມື້ກ່ອນນັ້ນ ຄືທະຫານກອງໜ້າຍ່າງອອກກ່ອນ; ຕໍ່ມາແມ່ນພວກປະໂຣຫິດເຈັດຄົນທີ່ຖືແກເຈັດອັນ ແລ້ວແມ່ນພວກປະໂຣຫິດທີ່ຫາມຫີບຂອງພຣະເຈົ້າຢາເວ ແລະສຸດທ້າຍແມ່ນພວກທະຫານກອງນຳຫລັງຫີບຂອງພຣະເຈົ້າຢາເວ. ສ່ວນສຽງແກນັ້ນກໍດັງຢູ່ຕະຫລອດເວລາ.
14
ໃນວັນທີສອງ ພວກເຂົາໄດ້ຍ່າງອ້ອມເມືອງອີກຮອບໜຶ່ງ ແລ້ວກໍໄດ້ກັບເມືອສູ່ຄ້າຍພັກ. ພວກເຂົາເຮັດຢູ່ຢ່າງນີ້ເປັນເວລາຫົກວັນ.
15
ແຕ່ໃນວັນທີເຈັດ ພວກເຂົາໄດ້ລຸກຂຶ້ນແຕ່ເດິກໆ ແລະໄດ້ຍ່າງອ້ອມເມືອງເຈັດຮອບຕາມລະບຽບເກົ່າ ມີພຽງວັນດຽວເທົ່ານັ້ນ ທີ່ພວກເຂົາໄດ້ຍ່າງອ້ອມເມືອງເຈັດຮອບ.
16
ພໍຮອດຮອບທີເຈັດ ເມື່ອພວກປະໂຣຫິດໄດ້ເປົ່າແກແລ້ວ ໂຢຊວຍໄດ້ສັ່ງຄົນຂອງຕົນໃຫ້ຮ້ອງຂຶ້ນ ແລະເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ມອບເມືອງນີ້ໃຫ້ພວກເຈົ້າແລ້ວ
17
ຈົ່ງທຳລາຍເມືອງແລະທຸກສິ່ງໃນເມືອງນີ້ໃຫ້ຈົນກ້ຽງ ເພື່ອເປັນການຖວາຍບູຊາແກ່ພຣະເຈົ້າຢາເວ, ແຕ່ໃຫ້ໄວ້ຊີວິດນາງຣາຮາບ ຍິງໂສເພນີພ້ອມກັບທຸກຄົນທີ່ຢູ່ໃນເຮືອນຂອງນາງ ເພາະນາງໄດ້ເຊື່ອງນັກສືບສອດແນມສອງຄົນຂອງພວກເຮົາໄວ້.
18
ແຕ່ພວກເຈົ້າຢ່າໄດ້ຈັບເອົາສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ທຳລາຍ ຖ້າພວກເຈົ້າເອົາສິ່ງເຫຼົ່ານັ້ນໄປ ພວກເຈົ້າກໍຈະນຳເອົາຄວາມເດືອດຮ້ອນກັບຄວາມຈິບຫາຍ ມາສູ່ຄ້າຍພັກຂອງຊາວອິດສະຣາເອນ.
19
ສ່ວນເຄື່ອງທຸກຢ່າງທີ່ເຮັດດ້ວຍເງິນ, ຄຳ, ທອງສຳຣິດ ຫລືເຫຼັກ ໃຫ້ເປັນບໍຣິສຸດສຳລັບພຣະເຈົ້າຢາເວ. ໃຫ້ເກັບສິ່ງເຫຼົ່ານັ້ນໄວ້ໃນຄັງຂອງພຣະເຈົ້າຢາເວ.”
20
ດັ່ງນັ້ນ ພວກປະໂຣຫິດຈຶ່ງໄດ້ເປົ່າແກ ແລະພໍຄົນຂອງໂຢຊວຍໄດ້ຍິນສຽງແກ ພວກເຂົາກໍພາກັນຮ້ອງຂຶ້ນເລວເສິກດ້ວຍສຽງດັງ ແລະກຳແພງເມືອງກໍເຈື່ອນລົງ. ແລ້ວກອງທະຫານທັງໝົດກໍໄດ້ມຸ້ງໜ້າຂຶ້ນໄປສູ່ເນີນພູ ແລະຢຶດຄອງເມືອງທັນທີ.
21
ພວກເຂົາໄດ້ໃຊ້ດາບຂ້າທັງຍິງແລະຊາຍ ຜູ້ໜຸ່ມແລະຜູ້ເຖົ້າ, ຕະຫລອດທັງຝູງງົວ, ຝູງແກະ ແລະຝູງລໍດ້ວຍ.
22
ແລ້ວໂຢຊວຍກໍໄດ້ບອກຊາຍສອງຄົນທີ່ເຄີຍເປັນນັກສືບສອດແນມວ່າ, “ໃຫ້ພວກເຈົ້າເຂົ້າໄປໃນເຮືອນຂອງຍິງໂສເພນີແລະນຳເອົານາງ ພ້ອມກັບທຸກຄົນໃນເຮືອນຂອງນາງອອກມາ ຕາມທີ່ໄດ້ສັນຍາໄວ້.”
23
ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປໃນເຮືອນ ນຳເອົານາງຣາຮາບພ້ອມດ້ວຍພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ພາຄົນທັງໝົດ ຄືຄົນໃນຄອບຄົວແລະຄົນຮັບໃຊ້ ໄປອາໄສຢູ່ໃນບ່ອນປອດໄພ ໃກ້ຄ້າຍພັກຂອງຊາວອິດສະຣາເອນ.
24
ແລ້ວພວກອິດສະຣາເອນກໍຈູດເຜົາເມືອງຖິ້ມຈົນກ້ຽງ ຕະຫລອດທຸກສິ່ງໃນເມືອງນັ້ນ ເວັ້ນໄວ້ແຕ່ເຄື່ອງໃຊ້ທີ່ເປັນເງິນ, ຄຳ, ທອງສຳຣິດ ແລະເຫຼັກ ທີ່ພວກເຂົາໄດ້ຢຶດເອົາ ແລະນຳໄປໄວ້ໃນວິຫານຂອງພຣະເຈົ້າຢາເວ.
25
ແຕ່ໂຢຊວຍໄດ້ໄວ້ຊີວິດນາງຣາຮາບຍິງໂສເພນີ ພ້ອມທັງຍາດຕິພີ່ນ້ອງທັງໝົດຂອງນາງ ເພາະນາງໄດ້ເຊື່ອງນັກສືບສອດແນມສອງຄົນ ທີ່ເພິ່ນໄດ້ໃຊ້ໄປເມືອງເຢຣິໂກ. ເຊື້ອສາຍຂອງນາງຣາຮາບໄດ້ຢູ່ໃນອິດສະຣາເອນຈົນເຖິງທຸກວັນນີ້.
26
ໃນເວລານັ້ນ ໂຢຊວຍໄດ້ອອກຄຳເຕືອນຢ່າງໜັກແໜ້ນວ່າ, “ຖ້າຜູ້ໃດຜູ້ໜຶ່ງທີ່ພະຍາຍາມສ້າງເມືອງເຢຣິໂກຂຶ້ນໃໝ່ ຈະຖືກສາບແຊ່ງຕໍ່ໜ້າພຣະເຈົ້າຢາເວ. ຜູ້ໃດກໍຕາມທີ່ສ້າງຮາກຖານຂອງເມືອງນີ້ ຈະຕ້ອງເສຍລູກຊາຍກົກຂອງຕົນ; ຜູ້ໃດກໍຕາມທີ່ສ້າງປະຕູຂອງເມືອງນີ້ ຈະຕ້ອງເສຍລູກຊາຍຫລ້າຂອງຕົນ.”
27
ພຣະເຈົ້າຢາເວສະຖິດຢູ່ກັບໂຢຊວຍ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວທັງດິນແດນ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24