bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 23
Joshua 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
1
ຕໍ່ມາອີກເປັນເວລາດົນນານ ພຣະເຈົ້າຢາເວໄດ້ໃຫ້ຊາດອິດສະຣາເອນ ຢູ່ຢ່າງສະຫງົບສຸກຈາກເຫຼົ່າສັດຕູທີ່ຢູ່ອ້ອມແອ້ມພວກເຂົາ. ໃນເວລານັ້ນໂຢຊວຍກໍເຖົ້າແກ່ຫລາຍແລ້ວ
2
ສະນັ້ນ ເພິ່ນຈຶ່ງເອີ້ນຊາວອິດສະຣາເອນທຸກຄົນມາ ມີດັ່ງນີ້: ພວກເຖົ້າແກ່, ພວກຫົວໜ້າ, ພວກຜູ້ປົກຄອງ ແລະພວກເຈົ້າໜ້າທີ່ຂອງປະຊາຊົນ. ເພິ່ນບອກພວກເຂົາວ່າ, “ດຽວນີ້ຂ້າພະເຈົ້າກໍເຖົ້າແກ່ຫລາຍແລ້ວ
3
ພວກເຈົ້າໄດ້ເຫັນທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ກະທຳຕໍ່ຊົນຊາດທັງປວງຍ້ອນເລື່ອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສູ້ຮົບເພື່ອພວກເຈົ້າ.
4
ຂ້າພະເຈົ້າໄດ້ກຳນົດໃຫ້ເຜົ່າຂອງພວກເຈົ້າ ໄດ້ເປັນກຳມະສິດດິນແດນຂອງຊົນຊາດຕ່າງໆທີ່ເຫຼືອຢູ່ ຕະຫລອດທັງທຸກຊົນຊາດທີ່ຂ້າພະເຈົ້າໄດ້ຮົບຊະນະ ຕັ້ງແຕ່ແມ່ນໍ້າຈໍແດນທາງທິດຕາເວັນອອກ ຈົນເຖິງທະເລເມດີແຕຣາເນທາງທິດຕາເວັນຕົກ.
5
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານັ້ນໃຫ້ຖອຍໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະໄດ້ດິນແດນຂອງພວກເຂົາ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາໄວ້.
6
ດັ່ງນັ້ນ ຈົ່ງຕັ້ງໃຈເຊື່ອຟັງແລະປະຕິບັດຕາມທຸກໆສິ່ງ ທີ່ໄດ້ມີຂຽນໄວ້ໃນປື້ມກົດບັນຍັດຂອງໂມເຊ. ຢ່າລະເລີຍຂໍ້ໃດຂໍ້ໜຶ່ງ
7
ເພື່ອພວກເຈົ້າຈະບໍ່ເຂົ້າສ່ວນກັບປະຊາຊົນຕ່າງໆທີ່ເຫຼືອຢູ່ກັບພວກເຈົ້າ ຫລືຮ້ອງຫາພະຂອງພວກເຂົາ ຫລືສາບານໃນນາມຂອງບັນດາພະນັ້ນ ຫລືຂາບໄຫວ້ມັນດ້ວຍ.
8
ແຕ່ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພວກເຈົ້າເຄີຍປະຕິບັດມາຈົນເທົ່າທຸກວັນນີ້.
9
ພຣະເຈົ້າຢາເວໄດ້ຂັບໄລ່ຊົນຊາດໃຫຍ່ ແລະມີອຳນາດອອກໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ແລະບໍ່ມີຜູ້ໃດໃນພວກເຂົາສາມາດຕ້ານທານພວກເຈົ້າໄດ້.
10
ຄົນໜຶ່ງໃນພວກເຈົ້າສາມາດເຮັດໃຫ້ພັນຄົນແລ່ນໜີຈາກພວກເຈົ້າໄດ້ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສູ້ຮົບເພື່ອພວກເຈົ້າດັ່ງທີ່ພຣະອົງໄດ້ສັນຍາໄວ້.
11
ແລ້ວຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຄວາມເຕັມໃຈ.
12
ຖ້າພວກເຈົ້າບໍ່ສັດຊື່ແລະຮ່ວມມືກັບຊົນຊາດທັງຫລາຍ ທີ່ເຫຼືອຢູ່ກັບພວກເຈົ້າແລະແຕ່ງງານກັບພວກເຂົາ
13
ກໍໃຫ້ພວກເຈົ້າຮູ້ແນ່ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະບໍ່ຂັບໄລ່ຊົນຊາດເຫຼົ່ານັ້ນອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ນອກຈາກນີ້ ພວກເຂົາຈະເປັນດັ່ງແຮ້ວແລະຫລຸມດັກຈັບເພື່ອໃຫ້ພວກເຈົ້າໄດ້ຮັບອັນຕະລາຍ ແລະເປັນດັ່ງໄມ້ແສ້ຂ້ຽນຫລັງ ຫລືສ້ຽນໃນຕາທີ່ເຮັດໃຫ້ພວກເຈົ້າໄດ້ຮັບຄວາມເຈັບປວດ. ເລື່ອງນີ້ຈະມີຢູ່ຕໍ່ໄປຈົນກວ່າບໍ່ມີຜູ້ໃດໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມນີ້ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າ.
14
ດຽວນີ້ ຂ້າພະເຈົ້າກໍປຽບດັ່ງຕົ້ນໄມ້ໃກ້ຝັ່ງ. ພວກເຈົ້າທຸກຄົນກໍຮູ້ແກ່ໃຈແລ້ວວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ໃຫ້ສິ່ງທີ່ດີທຸກຢ່າງແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ນັ້ນ. ພຣະອົງໄດ້ເຮັດຕາມຄຳສັນຍາທຸກຂໍ້ແລ້ວ ໂດຍບໍ່ໄດ້ຝ່າຝືນຂໍ້ໃດໆເລີຍ.
15
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຖືຮັກສາຄຳສັນຍາທຸກຂໍ້ ທີ່ໄດ້ເຮັດໄວ້ກັບພວກເຈົ້າສັນໃດ ພຣະອົງກໍຈະນຳການຂົ່ມຂູ່ທຸກຢ່າງມາສູ່ພວກເຈົ້າສັນນັ້ນ ຈົນກວ່າພຣະອົງຈະທຳລາຍພວກເຈົ້າເສຍຈາກດິນແດນອັນສວຍງາມນີ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ.
16
ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.”
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24