bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 20
Joshua 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
1
ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂຢຊວຍ ໃຫ້ໄປບອກປະຊາຊົນອິດສະຣາເອນວ່າ,
2
“ຈົ່ງເລືອກເອົາບັນດາເມືອງລີ້ໄພ ຕາມທີ່ເຮົາໄດ້ສັ່ງໂມເຊໃຫ້ບອກພວກເຈົ້າ.
3
ບຸກຄົນໜຶ່ງທີ່ຂ້າຄົນໂດຍບໍ່ເຈດຕະນາເຂົ້າໄປທີ່ນັ້ນໄດ້ ແລະຫລົບໜີຈາກຜູ້ຕາມຫາແກ້ແຄ້ນ.
4
ລາວແລ່ນເຂົ້າໄປໃນເມືອງໃດເມືອງໜຶ່ງໃນເມືອງເຫຼົ່ານີ້ໄດ້ ຄືໄປທີ່ສານບ່ອນຕັດສິນຄວາມທີ່ປະຕູເຂົ້າເມືອງ ແລະອະທິບາຍເຫດການທີ່ເກີດຂຶ້ນແກ່ພວກຜູ້ນຳ. ແລ້ວພວກຜູ້ນຳກໍຈະອະນຸຍາດໃຫ້ລາວເຂົ້າໄປໃນເມືອງ ທັງຫາບ່ອນໃຫ້ລາວຢູ່ໃນເມືອງຕໍ່ໄປດ້ວຍ.
5
ຖ້າຜູ້ທີ່ຕາມຫາແກ້ແຄ້ນມາເຖິງເມືອງນັ້ນ ຊາວເມືອງກໍຈະບໍ່ຕ້ອງມອບເຂົາໃຫ້ຜູ້ທີ່ຕາມຫານັ້ນ. ພວກເຂົາຕ້ອງປ້ອງກັນຄົນເຫຼົ່ານີ້ໄວ້ ເພາະເຂົາຂ້າຄົນໂດຍບໍ່ເຈດຕະນາ ແລະບໍ່ແມ່ນຍ້ອນຄວາມຄຽດແຄ້ນແຕ່ຢ່າງໃດ.
6
ເຂົາອາດຈະຢູ່ໃນເມືອງຈົນກວ່າຈະໄດ້ຮັບການຕັດສິນຕໍ່ໜ້າມະຫາຊົນ ແລະຈົນກວ່າຜູ້ທີ່ເປັນປະໂຣຫິດໃນເວລານັ້ນຕາຍກ່ອນ. ແລ້ວເຂົາກໍຈະໄດ້ກັບຄືນເມືອສູ່ເມືອງຂອງຕົນ ບ່ອນທີ່ເຂົາໄດ້ປົບໜີມານັ້ນ.”
7
ດັ່ງນັ້ນ ໃນທິດຕາເວັນຕົກຂອງແມ່ນໍ້າຈໍແດນ ພວກເຂົາຈຶ່ງໄດ້ເລືອກເອົາເມືອງເກເດັດໃນຄາລີເລ ໃນເຂດເນີນພູຂອງເຜົ່າເນັບທາລີ; ເມືອງຊີເຄມໃນເຂດເນີນພູຂອງເຜົ່າເອຟຣາອິມ ແລະກີຣີອາດ-ອາກບາຄືເມືອງເຮັບໂຣນໃນເຂດເນີນພູຂອງເຜົ່າຢູດາ.
8
ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃນຖິ່ນແຫ້ງແລ້ງກັນດານ ຕາມພູພຽງທາງທິດຕາເວັນອອກຂອງເມືອງເຢຣິໂກ ພວກເຂົາໄດ້ເລືອກເອົາເມືອງເບເຊໃນເຂດແດນຂອງເຜົ່າຣູເບັນ; ເມືອງຣາໂມດໃນກີເລອາດໃນເຂດແດນຂອງເຜົ່າກາດ ແລະເມືອງໂກລານແຫ່ງບາຊານໃນເຂດແດນຂອງເຜົ່າມານາເຊ.
9
ບ່ອນເຫຼົ່ານີ້ແມ່ນເມືອງລີ້ໄພ ຊຶ່ງໄດ້ຖືກເລືອກໄວ້ໃຫ້ປະຊາຊົນອິດສະຣາເອນ ແລະໃຫ້ຄົນຕ່າງຊາດທັງຫລາຍທີ່ອາໄສຢູ່ກັບພວກເຂົາ. ຜູ້ໃດຜູ້ໜຶ່ງຂ້າຄົນໂດຍບໍ່ເຈດຕະນາ ຈະໄດ້ຮັບການຄຸ້ມຄອງຈາກຜູ້ຕາມຫາແກ້ແຄ້ນໃນບ່ອນນີ້; ຈະບໍ່ມີໃຜຖືກຂ້າ ໂດຍບໍ່ໄດ້ຮັບການຕັດສິນຕໍ່ໜ້າມະຫາຊົນສາກ່ອນ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24