bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 17
Joshua 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
1
ດິນແດນສ່ວນໜຶ່ງທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໄດ້ຖືກມອບໝາຍໃຫ້ບາງຄອບຄົວໃນເຜົ່າມານາເຊ ເນື່ອງຈາກວ່າມານາເຊເປັນລູກຊາຍກົກຂອງໂຢເຊັບ. ມາກີພໍ່ຂອງກີເລອາດ ເປັນລູກຊາຍກົກຂອງມານາເຊແລະເປັນວິລະບູລຸດຜູ້ເກັ່ງກ້າ; ດັ່ງນັ້ນ ເຂດແດນກີເລອາດກັບບາຊານທາງທິດຕາເວັນອອກແມ່ນໍ້າຈໍແດນ ຈຶ່ງຖືກມອບໝາຍໃຫ້ແກ່ມາກີ.
2
ສ່ວນດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນນັ້ນ ຖືກມອບໝາຍໃຫ້ຄອບຄົວຕ່າງໆທີ່ເຫຼືອຢູ່ໃນເຜົ່າມານາເຊດັ່ງນີ້: ອາບີເອເຊ, ເຮເລັກ, ອາສະຣິເອນ, ເຊເຄມ, ເຮເຟ ແລະ ເຊມີດາ. ຄົນເຫຼົ່ານີ້ແມ່ນພວກຜູ້ຊາຍຈາກເຊື້ອສາຍຂອງມານາເຊ ລູກຊາຍຂອງໂຢເຊັບ; ພວກເຂົາຕ່າງກໍເປັນຫົວໜ້າຄອບຄົວ.
3
ເຊໂລເຟຮັດເປັນລູກຊາຍຂອງເຮເຟ, ເຮເຟເປັນລູກຊາຍຂອງກີເລອາດ, ກີເລອາດເປັນລູກຊາຍຂອງມາກີ, ມາກີເປັນລູກຊາຍຂອງມານາເຊ. ເຊໂລເຟຮັດບໍ່ມີລູກຜູ້ຊາຍ ແຕ່ມີລູກຜູ້ຍິງທັງໝົດ. ພວກເຂົາຊື່ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.
4
ພວກນາງໄດ້ໄປຫາປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ, ພ້ອມທັງບັນດາຜູ້ນຳ ແລະເວົ້າວ່າ, “ພຣະເຈົ້າຢາເວໄດ້ສັ່ງໂມເຊມອບດິນແດນສ່ວນໜຶ່ງ ໃຫ້ເປັນກຳມະສິດຂອງພວກຂ້ານ້ອຍ ຄືກັນກັບບັນດາຜູ້ຊາຍທີ່ເປັນຍາດຕິພີ່ນ້ອງຂອງພວກຂ້ານ້ອຍ.” ດັ່ງນັ້ນ ຕາມຄຳສັ່ງຂອງພຣະເຈົ້າຢາເວ ພວກນາງຈຶ່ງໄດ້ຮັບດິນແດນເໝືອນກັນກັບພວກຜູ້ຊາຍ ທີ່ເປັນຍາດຕິພີ່ນ້ອງຂອງພວກຕົນ.
5
ດ້ວຍເຫດນີ້ ພວກມານາເຊຈຶ່ງໄດ້ຮັບສິບສ່ວນ ລວມທັງກີເລອາດ ແລະບາຊານທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ
6
ຍ້ອນພວກເຊື້ອສາຍເພດຍິງໄດ້ຮັບສ່ວນ ເໝືອນກັນກັບພວກເຊື້ອສາຍເພດຊາຍ. ພວກເຊື້ອສາຍຂອງມານາເຊທີ່ເຫຼືອຢູ່ຈຶ່ງໄດ້ຮັບສ່ວນໃນດິນແດນກີເລອາດ.
7
ເຂດແດນຂອງມານາເຊເລີ່ມແຕ່ອາເຊເຖິງມິກເມທັດທາງທິດຕາເວັນອອກ. ແລ້ວຊາຍແດນຂອງພວກເຂົາກໍລົງໄປທາງໃຕ້ ເພື່ອລວມເອົາຊາວເອນຕັບປູອາ.
8
ດິນແດນທີ່ຢູ່ອ້ອມແອ້ມຕັບປູອາເປັນຂອງເຜົ່າມານາເຊ ແຕ່ເມືອງຕັບປູອາທີ່ຢູ່ຊາຍແດນນັ້ນເປັນຂອງເຊື້ອສາຍເອຟຣາອິມ.
9
ແລ້ວຊາຍແດນນີ້ກໍລົງໄປຈົນເຖິງຫ້ວຍນໍ້າການາ. ເມືອງຕ່າງໆທີ່ຢູ່ໃນເຂດແດນຂອງມານາເຊທາງໃຕ້ຫ້ວຍນໍ້ານີ້ ເປັນຂອງເຜົ່າເອຟຣາອິມ ເຖິງແມ່ນຢູ່ໃນເຂດແດນຂອງເຜົ່າມານາເຊກໍຕາມ. ຊາຍແດນຂອງເຜົ່າມານາເຊນີ້ຍາວໄປຕາມຫ້ວຍນໍ້າທາງທິດເໜືອ ແລະໄປສຸດທີ່ທະເລເມດີແຕຣາເນ.
10
ເຜົ່າເອຟຣາອິມໄດ້ດິນແດນທາງທິດໃຕ້ ແລະເຜົ່າມານາເຊໄດ້ດິນແດນທາງທິດເໜືອ ໂດຍມີທະເລເມດີແຕຣາເນເປັນຊາຍແດນທາງດ້ານທິດຕາເວັນຕົກ. ສ່ວນເຜົ່າອາເຊໄດ້ດິນແດນທາງທິດຕາເວັນຕົກສ່ຽງເໜືອ ແລະເຜົ່າອິດຊາຄາໄດ້ດິນແດນທາງທິດຕາເວັນອອກສ່ຽງເໜືອ.
11
ພາຍໃນເຂດແດນຂອງເຜົ່າອິດຊາຄາແລະອາເຊນັ້ນ ມານາເຊໄດ້ເມືອງເບັດເຊອານແລະເມືອງອິບເລອາມ ລວມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ຕະຫລອດທັງໂດເຣ (ເມືອງຝັ່ງທະເລ), ເອນໂດເຣ, ຕາອານັກ, ເມກິດໂດ ແລະເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
12
ເຖິງຢ່າງໃດກໍຕາມ ເຜົ່າມານາເຊບໍ່ສາມາດຂັບໄລ່ພວກທີ່ຢູ່ໃນເມືອງເຫຼົ່ານີ້ອອກໄປໄດ້. ດັ່ງນັ້ນ ຊາວການາອານຈຶ່ງໄດ້ອາໄສຢູ່ໃນເມືອງເຫຼົ່ານີ້ຕໍ່ໄປ.
13
ເຖິງແມ່ນວ່າ ເມື່ອຊາວອິດສະຣາເອນມີກຳລັງເຂັ້ມແຂງຂຶ້ນແລ້ວກໍດີ ພວກເຂົາກໍບໍ່ໄດ້ໄລ່ພວກການາອານອອກໄປໃຫ້ໝົດ. ແຕ່ຊໍ້າບັງຄັບພວກເຂົາເຮັດວຽກໜັກໃຫ້ແກ່ພວກຕົນ.
14
ພວກເຊື້ອສາຍຂອງໂຢເຊັບໄດ້ຖາມໂຢຊວຍວ່າ, “ເຫດໃດທ່ານຈຶ່ງແບ່ງປັນດິນແດນພຽງສ່ວນດຽວເທົ່ານັ້ນ ໃຫ້ເປັນກຳມະສິດຂອງພວກເຮົາ? ພວກເຮົາມີຄົນຫລາຍ ເພາະພຣະເຈົ້າຢາເວໄດ້ອວຍພອນພວກເຮົາ.”
15
ໂຢຊວຍຈຶ່ງຕອບວ່າ, “ຖ້າພວກເຈົ້າມີຄົນຫລາຍ ແລະເຂດເນີນພູເອຟຣາອິມນີ້ນ້ອຍໂພດສຳລັບພວກເຈົ້າແລ້ວ ໃຫ້ພວກເຈົ້າອອກໄປຖາງເອົາປ່າ ທາງດິນແດນຂອງຊາວເປຣີຊີແລະຊາວເຣຟາອິມ.”
16
ແລ້ວພວກເຂົາກໍຕອບວ່າ, “ທາງເຂດເນີນພູນີ້ນ້ອຍໂພດສຳລັບພວກເຮົາ ສ່ວນພວກການາອານທີ່ຢູ່ຕາມທົ່ງພຽງ ຕ່າງກໍມີລົດຮົບເຫຼັກ ທັງພວກທີ່ຢູ່ໃນເບັດເຊອານ ແລະພວກທີ່ຢູ່ຕາມເມືອງເລັກເມືອງນ້ອຍອ້ອມແອ້ມ ແລະພວກທີ່ຢູ່ໃນຮ່ອມພູຢິດຊະເຣນ.”
17
ໂຢຊວຍໄດ້ກ່າວແກ່ເຜົ່າເອຟຣາອິມ ແລະມານາເຊຕາເວັນຕົກວ່າ, “ຕາມທີ່ຈິງແລ້ວ ພວກເຈົ້າມີຄົນຫລາຍ ແລະມີອຳນາດເຂັ້ມແຂງ. ພວກເຈົ້າຄວນຈະໄດ້ຮັບເກີນກວ່າໜຶ່ງສ່ວນ.
18
ດັ່ງນັ້ນ ທາງເຂດເນີນພູຈຶ່ງຈະເປັນຂອງພວກເຈົ້າ. ເຖິງແມ່ນວ່າມັນເປັນປ່າກໍຕາມ ແຕ່ພວກເຈົ້າກໍສາມາດຖາງໃຫ້ແປນ ແລະຢຶດຄອງຈາກສົ້ນເບື້ອງນີ້ຈົນເຖິງສົ້ນເບື້ອງນັ້ນ ເປັນກຳມະສິດຂອງພວກເຈົ້າໄດ້. ສຳລັບພວກການາອານນັ້ນ ເຖິງແມ່ນວ່າພວກເຂົາມີລົດຮົບເຫຼັກ ແລະມີກຳລັງຫລາຍກໍຕາມ ພວກເຈົ້າກໍຈະຂັບໄລ່ພວກເຂົາອອກໄປໄດ້.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24