bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 2
Joshua 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
1
ແລ້ວໂຢຊວຍລູກຊາຍຂອງນູນກໍໄດ້ສົ່ງສອດແນມສອງຄົນຈາກຄ້າຍພັກທີ່ຊິດຕິມ ພ້ອມທັງສັ່ງໃຫ້ພວກເຂົາໄປສຳຫລວດເບິ່ງດິນແດນການາອານຢ່າງລັບໆ ໂດຍສະເພາະແລ້ວແມ່ນຕົວເມືອງເຢຣິໂກ. ເມື່ອມາຮອດເມືອງເຢຣິໂກແລ້ວ ສອດແນມທັງສອງຄົນກໍໄດ້ນອນຄ້າງຄືນຢູ່ໃນເຮືອນຂອງຍິງໂສເພນີຄົນໜຶ່ງຊື່ວ່າ ຣາຮາບ.
2
ກະສັດແຫ່ງເມືອງເຢຣິໂກໄດ້ຍິນຂ່າວວ່າ ມີຊາວອິດສະຣາເອນບາງຄົນໄດ້ເຂົ້າມາໃນຄືນນັ້ນ ເພື່ອສອດແນມເບິ່ງດິນແດນ.
3
ສະນັ້ນ ເພິ່ນຈຶ່ງໄດ້ໃຊ້ຄົນໄປບອກນາງຣາຮາບວ່າ, “ຊາຍທີ່ມາພັກຢູ່ໃນເຮືອນຂອງເຈົ້ານັ້ນ ໄດ້ມາສອດແນມເບິ່ງທົ່ວດິນແດນ ຈົ່ງນຳພວກເຂົາອອກມາ.”
4
ນາງຣາຮາບໄດ້ເອົານັກສືບສອດແນມທັງສອງໄປເຊື່ອງໄວ້ເທິງຫລັງຄາພຽງ ໃນກອງລຳຕົ້ນປ່ານທີ່ນາງລຽນໄວ້ຢູ່ຂ້າງເທິງນັ້ນ. ນາງໄດ້ຕອບກະສັດວ່າ, “ພວກເຂົາມາພັກຢູ່ທີ່ເຮືອນຂອງຂ້ານ້ອຍແທ້ຈິງ, ແຕ່ຂ້ານ້ອຍບໍ່ຮູ້ວ່າພວກເຂົາມາຈາກໃສ. ພວກເຂົາອອກໜີໄປແລ້ວແຕ່ເວລາມືດຊຸ້ມກ່ອນປະຕູເມືອງຖືກອັດ. ຂ້ານ້ອຍເອງກໍບໍ່ໄດ້ຖາມວ່າພວກເຂົາຈະໄປທາງໃດ ແຕ່ຖ້າທ່ານຟ້າວອອກຕິດຕາມ ທ່ານອາດຈະຕາມໄປທັນແລະຈັບພວກເຂົາໄດ້.”
7
ຄົນຂອງກະສັດໄດ້ອອກຈາກເມືອງໄປ ແລ້ວປະຕູເມືອງກໍຖືກອັດ. ພວກເຂົາໄດ້ໄປຊອກຫາພວກນັກສືບສອດແນມຊາວອິດສະຣາເອນ ຈົນຮອດທ່າຂ້າມແມ່ນໍ້າຈໍແດນ.
8
ກ່ອນຊາຍທັງສອງຈະນອນ ນາງຣາຮາບໄດ້ຂຶ້ນໄປເທິງຫລັງຄາພຽງ
9
ແລະກ່າວແກ່ພວກເຂົາວ່າ, “ຂ້ອຍຮູ້ວ່າພຣະເຈົ້າຢາເວໄດ້ມອບດິນແດນນີ້ໃຫ້ແກ່ພວກເຈົ້າ ທຸກຄົນໃນດິນແດນນີ້ຢ້ານກົວພວກເຈົ້າຫລາຍ
10
ພວກເຮົາຕ່າງກໍໄດ້ຍິນວ່າ ພຣະເຈົ້າຢາເວໄດ້ບັນດານໃຫ້ທະເລແດງແຫ້ງຕໍ່ໜ້າພວກເຈົ້າ ເມື່ອພວກເຈົ້າກຳລັງອອກມາຈາກປະເທດເອຢິບ ພວກເຮົາຍັງໄດ້ຍິນອີກວ່າ ພວກເຈົ້າໄດ້ຂ້າເຈົ້າສີໂຫນແລະເຈົ້າໂອກ ກະສັດສອງຄົນຂອງຊາວອາໂມຢ່າງໃດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.
11
ພໍເມື່ອພວກເຮົາໄດ້ຍິນເລື່ອງລາວຕ່າງໆນັ້ນແລ້ວ ພວກເຮົາຈຶ່ງຢ້ານແລະທຸກຄົນຕ່າງກໍເສຍຂວັນເພາະພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແມ່ນພຣະເຈົ້າທີ່ເທິງສະຫວັນແລະທີ່ເທິງແຜ່ນດິນໂລກ.
12
ບັດນີ້ ຈົ່ງສາບານຕໍ່ພຣະເຈົ້າຢາເວວ່າ ພວກເຈົ້າຈະປະຕິບັດຕໍ່ຄອບຄົວຂອງຂ້ອຍຢ່າງມີໃຈເມດຕາ ເໝືອນດັ່ງທີ່ຂ້ອຍໄດ້ປະຕິບັດຕໍ່ພວກເຈົ້າ ແລະຈົ່ງເຮັດສັນຍາລັກໃຫ້ຂ້ອຍໄດ້ເຫັນວ່າພວກເຈົ້າເປັນຜູ້ທີ່ໄວ້ວາງໃຈໄດ້
13
ຈົ່ງສັນຍາຕໍ່ຂ້ອຍວ່າ, ພວກເຈົ້າຈະໄວ້ຊີວິດພໍ່ແມ່, ອ້າຍເອື້ອຍນ້ອງ ແລະຄອບຄົວຂອງພວກເຂົາ. ຂໍຢ່າປ່ອຍໃຫ້ພວກເຮົາຕ້ອງຖືກຂ້າເລີຍ.”
14
ດັ່ງນັ້ນ ຊາຍທັງສອງຈຶ່ງເວົ້າວ່າ, “ຖ້າເຈົ້າບໍ່ບອກຜູ້ໃດວ່າ ພວກຂ້ອຍກຳລັງມາເຮັດຫຍັງ, ພວກຂ້ອຍກໍຂໍສັນຍາວ່າ ເມື່ອໃດທີ່ພຣະເຈົ້າຢາເວມອບດິນແດນນີ້ໃຫ້ພວກຂ້ອຍແລ້ວ ພວກຂ້ອຍຈະປະຕິບັດຕໍ່ເຈົ້າເປັນຢ່າງດີ. ຖ້າພວກຂ້ອຍບໍ່ເຮັດຕາມທີ່ໄດ້ເວົ້າມານີ້ ຂໍໃຫ້ພຣະເຈົ້າເອົາຊີວິດຂອງພວກຂ້ອຍໄປເທີ້ນ.”
15
ເນື່ອງຈາກນາງຣາຮາບໄດ້ອາໄສຢູ່ໃນເຮືອນຕິດກັບກຳແພງເມືອງ. ດັ່ງນັ້ນ ນາງຈຶ່ງໄດ້ຢ່ອນເຊືອກໃຫ້ຊາຍທັງສອງລົງທາງປ່ອງຢ້ຽມ ແລະບອກວ່າ, “ເພື່ອບໍ່ໃຫ້ຄົນຂອງກະສັດພົບພວກເຈົ້າ
16
ຈົ່ງຂຶ້ນໄປລີ້ຢູ່ເນີນພູນັ້ນ ໃຫ້ລີ້ຢູ່ທີ່ນັ້ນສາມວັນ ຈົນກວ່າພວກເຂົາກັບຄືນມາ. ຫລັງຈາກນັ້ນແລ້ວ ພວກເຈົ້າຈຶ່ງເດີນທາງໄປຕໍ່.”
17
ສອດແນມທັງສອງຄົນໄດ້ບອກນາງວ່າ, “ພວກຂ້ອຍຈະເຮັດຕາມຄຳສັນຍາທີ່ມີໄວ້ກັບເຈົ້າ.
18
ແຕ່ເຈົ້າຈະຕ້ອງເຮັດດັ່ງນີ້: ເມື່ອພວກຂ້ອຍກັບມາບຸກໂຈມຕີດິນແດນຂອງເຈົ້າ ໃຫ້ເຈົ້າເອົາເຊືອກສີແດງນີ້ ຜູກໃສ່ປ່ອງຢ້ຽມໄວ້ໃນບ່ອນທີ່ເຈົ້າຢ່ອນພວກຂ້ອຍລົງ. ໃຫ້ເອົາພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄອບຄົວຂອງເຈົ້າທຸກຄົນ ມາໂຮມກັນຢູ່ໃນເຮືອນຂອງເຈົ້າ.
19
ຖ້າຜູ້ໃດອອກຈາກເຮືອນໄປ ລາວຈະຕ້ອງຕາຍເພາະຄວາມຜິດຂອງຕົນເອງ ພວກຂ້ອຍຈະບໍ່ຮັບຜິດຊອບ, ແຕ່ຖ້າຜູ້ໃດຜູ້ໜຶ່ງທີ່ຢູ່ໃນເຮືອນນຳເຈົ້າຖືກທຳຮ້າຍ ແລ້ວພວກຂ້ອຍກໍຈະເປັນຜູ້ຮັບຜິດຊອບ.
20
ເຖິງຢ່າງໃດກໍຕາມ ຖ້າເຈົ້າບອກຄົນຜູ້ໃດຜູ້ໜຶ່ງວ່າ ພວກຂ້ອຍມາເຮັດຫຍັງໃນທີ່ນີ້ ແລ້ວພວກຂ້ອຍກໍຈະບໍ່ຖືຮັກສາຄຳສັນຍາທີ່ມີໄວ້ກັບເຈົ້າ.”
21
ນາງຣາຮາບຕົກລົງແລະສົ່ງຊາຍທັງສອງຄົນນັ້ນອອກໜີໄປ. ເມື່ອພວກເຂົາໜີໄປແລ້ວ ນາງກໍເອົາເຊືອກສີແດງຜູກໄວ້ທີ່ປ່ອງຢ້ຽມ.
22
ນັກສືບສອດແນມທັງສອງຄົນໄດ້ຂຶ້ນໄປລີ້ຢູ່ເທິງເນີນພູ. ສ່ວນຄົນຂອງກະສັດກໍອອກຄົ້ນຫາພວກເຂົາ ທົ່ວຂົງເຂດຊົນນະບົດເປັນເວລາສາມວັນ; ເມື່ອຊອກຫາບໍ່ພົບ ພວກເຂົາຈຶ່ງກັບເມືອເມືອງເຢຣິໂກ.
23
ແລ້ວນັກສືບສອດແນມທັງສອງຄົນ ກໍລົງມາຈາກເນີນພູຂ້າມແມ່ນໍ້າຄືນໄປຫາໂຢຊວຍ ແລະເລົ່າເຫດການທຸກຢ່າງທີ່ເກີດຂຶ້ນສູ່ເພິ່ນຟັງ.
24
ພວກເຂົາເວົ້າວ່າ, “ພວກເຮົາແນ່ໃຈວ່າ ພຣະເຈົ້າຢາເວໄດ້ມອບດິນແດນທັງໝົດໃຫ້ແກ່ພວກເຮົາ. ປະຊາຊົນທຸກຄົນໃນເມືອງນັ້ນ ຕ່າງກໍສະທ້ານຢ້ານກົວພວກເຮົາ.”
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24