bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 22
Joshua 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 23 →
1
ແລ້ວໂຢຊວຍກໍໄດ້ເອີ້ນປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໃຫ້ມາເຕົ້າໂຮມກັນ.
2
ເພິ່ນກ່າວແກ່ພວກເຂົາວ່າ, “ພວກເຈົ້າໄດ້ເຮັດທຸກໆສິ່ງທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ ແລະພວກເຈົ້າໄດ້ເຊື່ອຟັງຄຳສັ່ງທຸກຂໍ້ຂອງຂ້າພະເຈົ້າ.
3
ຕະຫລອດມາແຕ່ໃດໆ ພວກເຈົ້າບໍ່ເຄີຍປະຖິ້ມພີ່ນ້ອງຊາວອິດສະຣາເອນເລີຍ ພວກເຈົ້າໄດ້ເອົາໃຈໃສ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
4
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າມີຄວາມສະຫງົບສຸກແລ້ວ ຕາມທີ່ພຣະອົງໄດ້ສັນຍາໄວ້. ສະນັ້ນ ຂໍໃຫ້ພວກເຈົ້າຄືນສູ່ດິນແດນ ຊຶ່ງພວກເຈົ້າໄດ້ຮຽກຮ້ອງເອົາເປັນກຳມະສິດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນັ້ນສາ ທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໝາຍໃຫ້ພວກເຈົ້ານັ້ນ.
5
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້ກັບພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງປະຕິບັດຕາມຄວາມປະສົງຂອງພຣະອົງ, ຈົ່ງເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, ຈົ່ງສັດຊື່ຕໍ່ພຣະອົງ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດ ຂອງພວກເຈົ້າ.”
6
ແລ້ວໂຢຊວຍກໍໄດ້ສົ່ງພວກເຂົາຄືນສູ່ຖິ່ນຖານ ພ້ອມຄຳອວຍພອນຂອງເພິ່ນ ແລະສັ່ງພວກເຂົາວ່າ, “ພວກເຈົ້າຄືນສູ່ຖິ່ນຖານດ້ວຍຄວາມອຸດົມສົມບູນ ໂດຍມີຝູງສັດຢ່າງມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະເຄື່ອງນຸ່ງຫລາຍຢ່າງ. ສະນັ້ນ ພວກເຈົ້າຈົ່ງແບ່ງປັນສິ່ງທີ່ຢຶດມາໄດ້ຈາກເຫຼົ່າສັດຕູນັ້ນ ໃຫ້ພີ່ນ້ອງໃນຕະກຸນຂອງພວກເຈົ້າ.” ແລ້ວພວກເຂົາກໍໄດ້ພາກັນກັບເມືອ. ໂມເຊໄດ້ມອບດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນໃຫ້ເຜົ່າມານາເຊເຄິ່ງເຜົ່າ ແລະອີກເຄິ່ງເຜົ່ານັ້ນ ໂຢຊວຍໄດ້ມອບດິນແດນທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໃຫ້ພວກເຂົາຮ່ວມກັບເຜົ່າອື່ນໆ.
9
ດັ່ງນັ້ນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ຈຶ່ງໄດ້ຄືນສູ່ຖິ່ນຖານ. ພວກເຂົາໄດ້ຈາກຊາວອິດສະຣາເອນພວກອື່ນໆ ທີ່ເມືອງຊີໂລໃນດິນແດນການາອານ ອອກກັບໄປສູ່ດິນແດນຂອງພວກຕົນ ຄືດິນແດນກີເລອາດ ບ່ອນທີ່ພວກເຂົາໄດ້ຮັບຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊ.
10
ເມື່ອເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກໄດ້ມາຮອດເມືອງເກລີໂລດ ທີ່ຍັງຢູ່ທາງຟາກຕາເວັນຕົກ ຂອງແມ່ນໍ້າຈໍແດນນັ້ນ; ພວກເຂົາກໍໄດ້ສ້າງແທ່ນບູຊາອັນໃຫຍ່ທີ່ເປັນໜ້າປະທັບໃຈໄວ້ຢູ່ໃກ້ແມ່ນໍ້ານັ້ນ.
11
ແລ້ວກໍໄດ້ມີຄົນໄປບອກປະຊາຊົນອິດສະຣາເອນວ່າ, “ຟັງທາງພີ້ກ່ອນ ປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ ໄດ້ສ້າງແທ່ນບູຊາຂຶ້ນທີ່ເມືອງເກລີໂລດ ທາງຝັ່ງແມ່ນໍ້າຈໍແດນເບື້ອງຂອງພວກເຮົາພີ້.”
12
ເມື່ອປະຊາຊົນອິດສະຣາເອນໄດ້ຍິນເລື່ອງນີ້ແລ້ວ ຊຸມນຸມປະຊາຊົນທັງໝົດຈຶ່ງໄດ້ພາກັນໄປທີ່ເມືອງຊີໂລ ເພື່ອເຮັດເສິກກັບບັນດາເຜົ່າທາງທິດຕາເວັນອອກ.
13
ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງຟີເນຮາລູກຊາຍຂອງປະໂຣຫິດເອເລອາຊາ ໄປຫາປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກຢູ່ໃນດິນແດນກີເລອາດ.
14
ມີພວກຜູ້ນຳສິບຄົນຈາກແຕ່ລະເຜົ່າໄປກັບຟີເນຮາ; ຜູ້ນຳເຫຼົ່ານີ້ ລ້ວນແລ້ວແຕ່ເປັນຫົວໜ້າຄອບຄົວໃນຕະກຸນຕ່າງໆຂອງຊາດອິດສະຣາເອນ.
15
ພວກເຂົາພາກັນໄປຫາປະຊາຊົນຣູເບັນ, ກາດ ແລະມານາເຊຕາເວັນອອກທີ່ດິນແດນກີເລອາດ,
16
ແລ້ວເວົ້າຕໍ່ພວກເຂົາໃນນາມຊຸມນຸມຊົນທັງໝົດຂອງພຣະເຈົ້າຢາເວ. ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດຊົ່ວຮ້າຍຢ່າງນີ້ຕໍ່ສູ້ພຣະເຈົ້າຂອງຊາດອິດສະຣາເອນ ໃນວັນນີ້ໄດ້ຫັນໜີຈາກພຣະເຈົ້າຢາເວ ໂດຍໄດ້ສ້າງແທ່ນບູຊາສຳລັບຕົນເອງຂື້ນ ຊຶ່ງເປັນການກະບົດຕໍ່ສູ້ພຣະເຈົ້າຢາເວ ພວກເຈົ້າບໍ່ໄດ້ຕິດຕາມພຣະອົງຕໍ່ໄປແລ້ວ?
17
ພວກເຈົ້າຈົດຈຳບາບທີ່ພວກເຮົາໄດ້ເຮັດໃນເມືອງເປອໍນັ້ນບໍ? ເມື່ອພຣະເຈົ້າຢາເວໄດ້ລົງໂທດປະຊາຊົນຂອງພຣະອົງໃຫ້ເກີດໂຣກລະບາດນັ້ນ? ພວກເຮົາຍັງໄດ້ຮັບຄວາມທຸກທໍລະມານຍ້ອນເລື່ອງນີ້ຢູ່ ບາບທີ່ມີຢູ່ນີ້ຍັງບໍ່ພຽງພໍເທື່ອບໍ?
18
ບັດນີ້ ພວກເຈົ້າຈະເຊົາຕິດຕາມພຣະອົງແລ້ວຊັ້ນບໍ? ຖ້າພວກເຈົ້າທໍລະຍົດຕໍ່ພຣະເຈົ້າຢາເວໃນວັນນີ້ ພຣະອົງກໍຈະໂກດຮ້າຍພວກອິດສະຣາເອນທຸກຄົນໃນມື້ອື່ນ.
19
ຖ້າດິນແດນຂອງພວກເຈົ້າບໍ່ເໝາະທີ່ຈະນະມັດສະການ ຈົ່ງພາກັນມາດິນແດນທີ່ເປັນຂອງພຣະເຈົ້າຢາເວ ບ່ອນທີ່ມີຫໍເຕັນສັກສິດຂອງພຣະເຈົ້າຢາເວຕັ້ງຢູ່ນັ້ນ. ຈົ່ງຮຽກຮ້ອງເອົາດິນແດນໃນທ່າມກາງພວກເຮົາໄດ້. ແຕ່ຢ່າກະບົດຕໍ່ພຣະເຈົ້າຢາເວ ຫລືຕໍ່ພວກເຮົາ ໂດຍສ້າງແທ່ນບູຊາຂຶ້ນຕື່ມໃສ່ແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.
20
ພວກເຈົ້າຈື່ຫລືບໍ່ວ່າ ເມື່ອອາການລູກຊາຍຂອງເຊຣາບໍ່ຍອມເຮັດຕາມພຣະຄຳສັ່ງກ່ຽວກັບສິ່ງທີ່ຕ້ອງທຳລາຍນັ້ນ; ຊຸມຊົນອິດສະຣາເອນທັງໝົດໄດ້ຖືກລົງໂທດ ແລະບໍ່ແມ່ນແຕ່ອາການຜູ້ດຽວເທົ່ານັ້ນທີ່ໄດ້ຕາຍຍ້ອນບາບຂອງລາວ.”
21
ແລ້ວປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກ, ກໍໄດ້ຕອບບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກວ່າ
22
“ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະເຈົ້າຢາເວ ພຣະເຈົ້າເປັນອົງຍິ່ງໃຫຍ່ເໜືອພະທັງຫລາຍ! ພຣະອົງຮູ້ວ່າເຫດໃດພວກຂ້ອຍຈຶ່ງໄດ້ກະທຳເຊັ່ນນີ້ ແລະພວກຂ້ອຍຢາກໃຫ້ພວກເຈົ້ານັ້ນໄດ້ຮູ້ເຊັ່ນດຽວກັນ. ຖ້າພວກຂ້ອຍໄດ້ກະບົດ ແລະບໍ່ໄດ້ສືບຕໍ່ເຊື່ອຟັງພຣະເຈົ້າຢາເວ ກໍຢ່າໃຫ້ພວກຂ້ອຍມີຊີວິດຢູ່ຕໍ່ໄປ
23
ຖ້າພວກຂ້ອຍບໍ່ເຊື່ອຟັງພຣະເຈົ້າຢາເວໂດຍສ້າງແທ່ນບູຊາຂຶ້ນເປັນຂອງສ່ວນຕົວ ເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ຖ້າພວກຂ້ອຍໄດ້ເຮັດເຊັ່ນນັ້ນ ຂໍໃຫ້ພຣະເຈົ້າຢາເວເປັນຜູ້ລົງໂທດພວກຂ້ອຍ.
24
ບໍ່ແມ່ນດອກ ການທີ່ພວກຂ້ອຍໄດ້ສ້າງແທ່ນບູຊານີ້ຂຶ້ນ ເພາະຢ້ານວ່າໃນພາຍຂ້າງໜ້າພວກລູກຫລານຂອງພວກເຈົ້າຈະຖາມ ພວກລູກຫລານຂອງພວກຂ້ອຍວ່າ ‘ພວກເຈົ້າມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ?
25
ພຣະເຈົ້າຢາເວໄດ້ກຳນົດແມ່ນໍ້າຈໍແດນໃຫ້ເປັນເຂດແດນລະຫວ່າງພວກເຮົາ ແລະພວກເຈົ້າຜູ້ເປັນຊາວຣູເບັນ, ຊາວກາດ, ພວກເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.’ ແຕ່ລູກຫລານຂອງພວກເຈົ້າອາດຈະເຮັດໃຫ້ພວກລູກຫລານຂອງພວກຂ້ອຍ ເຊົານະມັດສະການພຣະເຈົ້າຢາເວກໍໄດ້.
26
ດ້ວຍເຫດນີ້ ພວກຂ້ອຍຈຶ່ງໄດ້ພາກັນສ້າງແທ່ນບູຊາ ບໍ່ແມ່ນເພື່ອເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືຖວາຍເຄື່ອງບູຊາໃດໆ.
27
ແຕ່ເປັນເຄື່ອງໝາຍສຳລັບຄົນຂອງພວກຂ້ອຍແລະຄົນຂອງພວກເຈົ້າ ແລະສຳລັບເຊື້ອສາຍທີ່ຈະມາພາຍຫລັງພວກເຮົາວ່າ ພວກເຮົານະມັດສະການພຣະເຈົ້າຢາເວແທ້ໆຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ ໂດຍການເຜົາເຄື່ອງຖວາຍບູຊາ, ການຖວາຍບູຊາຕ່າງໆ ແລະການຖວາຍເພື່ອຄວາມສາມັກຄີທຳ. ການກະທຳເຊັ່ນນີ້ກໍເພື່ອປ້ອງກັນບໍ່ໃຫ້ລູກຫລານຂອງພວກເຈົ້າເວົ້າວ່າ ລູກຫລານຂອງພວກຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າຢາເວ.
28
ມັນເປັນຄວາມນຶກຄິດຂອງພວກຂ້ອຍທີ່ວ່າ ຖ້າເຫດການຢ່າງນີ້ເກີດຂຶ້ນ ລູກຫລານຂອງພວກຂ້ອຍອາດເວົ້າວ່າ, ‘ເບິ່ງແມ! ປູ່ຍ່າຕາຍາຍພວກເຮົາໄດ້ສ້າງແທ່ນບູຊາຂຶ້ນ ຄ້າຍຄືກັບແທ່ນບູຊາຂອງພຣະເຈົ້າຢາເວ. ແທ່ນບູຊານີ້ບໍ່ແມ່ນເປັນບ່ອນເຜົາເຄື່ອງຫອມຖວາຍບູຊາ ຫລືເປັນບ່ອນຖວາຍບູຊາໃດໆ ແຕ່ເປັນພຽງເຄື່ອງໝາຍສຳລັບຄົນຂອງພວກຂ້ອຍ ແລະຄົນຂອງພວກເຈົ້າເທົ່ານັ້ນ.’
29
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”
30
ເມື່ອປະໂຣຫິດຟີເນຮາ, ພວກຜູ້ນຳປະຊາຊົນອິດສະຣາເອນ, ພ້ອມດ້ວຍບັນດາຫົວໜ້າຄອບຄົວເຜົ່າຕ່າງໆທາງທິດຕາເວັນຕົກ ໄດ້ຍິນຄຳອະທິບາຍຂອງປະຊາຊົນໃນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກແລ້ວ ພວກເຂົາກໍພໍໃຈ.
31
ປະໂຣຫິດຟີເນຮາ ລູກຊາຍຂອງເອເລອາຊາ ໄດ້ກ່າວແກ່ພວກເຂົາວ່າ, “ດຽວນີ້ພວກເຮົາຮູ້ວ່າພຣະເຈົ້າຢາເວສະຖິດຢູ່ທ່າມກາງພວກເຮົາ. ພວກເຈົ້າບໍ່ໄດ້ກະບົດຕໍ່ພຣະເຈົ້າຢາເວ ແລະຍັງຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນຈາກການລົງໂທດຂອງພຣະເຈົ້າຢາເວດ້ວຍ.”
32
ແລ້ວຟີເນຮາແລະພວກຜູ້ນຳເຫຼົ່ານັ້ນກໍໄດ້ອຳລາຈາກພວກຣູເບັນ, ພວກກາດ, ໃນດິນແດນກີເລອາດກັບເມືອລາຍງານຕໍ່ປະຊາຊົນອິດສະຣາເອນທີ່ການາອານ.
33
ຊາວອິດສະຣາເອນໄດ້ຮັບຄວາມພໍໃຈ ແລະພາກັນສັນລະເສີນພຣະເຈົ້າ. ພວກເຂົາບໍ່ໄດ້ເວົ້າເຖິງເລື່ອງອອກໄປເຮັດເສິກລ້າງຜານແຜ່ນດິນ ບ່ອນທີ່ປະຊາຊົນຣູເບັນແລະກາດໄດ້ຕັ້ງຖິ່ນຖານຢູ່ນັ້ນອີກຕໍ່ໄປ.
34
ປະຊາຊົນຣູເບັນແລະກາດເວົ້າວ່າ, “ແທ່ນບູຊານີ້ເປັນພະຍານຕໍ່ພວກເຮົາທຸກຄົນວ່າ ພຣະເຈົ້າຢາເວແມ່ນພຣະເຈົ້າ.” ດັ່ງນັ້ນ ພວກເຂົາຈຶ່ງໃສ່ຊື່ແທ່ນບູຊານີ້ວ່າ, “ພະຍານ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24