bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Joshua 16
Joshua 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 17 →
1
ຊາຍແດນພາກໃຕ້ຂອງດິນແດນທີ່ໄດ້ຖືກມອບໝາຍໃຫ້ເຊື້ອສາຍຂອງໂຢເຊັບ ເລີ່ມແຕ່ເຂດແມ່ນໍ້າຈໍແດນໃກ້ກັບເມືອງເຢຣິໂກ ທາງທິດຕາເວັນອອກຂອງບໍ່ນໍ້າເຢຣິໂກ ໄປຈົນເຖິງຖິ່ນແຫ້ງແລ້ງກັນດານ. ຊາຍແດນນີ້ເລີ່ມແຕ່ເມືອງເຢຣິໂກ ຂຶ້ນໄປຈົນເຖິງເຂດເນີນພູແລະເມືອງເບັດເອນ.
2
ແຕ່ເບັດເອນໄປທາງເມືອງລູເຊ ຜ່ານໄປທາງອາຕາໂຣດອັດດາ ບ່ອນທີ່ພວກອາກກີໄດ້ອາໄສຢູ່.
3
ແລ້ວຊາຍແດນນີ້ກໍໄປທາງທິດຕາເວັນຕົກ ທາງເຂດຂອງພວກຢາຟະເລດ ຈົນເຖິງເຂດເບັດໂຮໂຣນລຸ່ມ, ແຕ່ບ່ອນນີ້ເລີຍໄປຈົນເຖິງເກເຊ ແລະສຸດທີ່ທະເລເມດີແຕຣາເນ.
4
ພວກເຊື້ອສາຍຂອງໂຢເຊັບ ຄືເຜົ່າເອຟຣາອິມແລະເຜົ່າມານາເຊຕາເວັນຕົກ ໄດ້ຮັບດິນແດນເຫຼົ່ານີ້ເປັນກຳມະສິດຂອງພວກເຂົາ.
5
ຕໍ່ໄປນີ້ແມ່ນເຂດແດນຂອງຄອບຄົວຕ່າງໆໃນເຜົ່າເອຟຣາອິມ: ຊາຍແດນຂອງພວກເຂົາເລີ່ມແຕ່ອາຕາໂຣດອັດດາ ທາງທິດຕາເວັນອອກໄປຈົນເຖິງເບັດໂຮໂຣນເທິງ
6
ແລະຈາກບ່ອນນັ້ນໄປສູ່ທະເລເມດີແຕຣາເນ. ມິກເມທັດທາງດ້ານເໜືອ ຈາກທິດຕາເວັນອອກຂອງບ່ອນນີ້ ຊາຍແດນໄດ້ເລີຍໄປຈົນເຖິງຕາອານາດຊີໂລ ແລະຜ່ານໄປຈົນເຖິງທາງທິດຕາເວັນອອກສູ່ຢາໂນອາ.
7
ແລ້ວຈາກຢາໂນອາລົງມາເຖິງອາຕາໂຣດແລະນາອາຣາ ຈົນໄປເຖິງເມືອງເຢຣິໂກແລະສຸດທີ່ແມ່ນໍ້າຈໍແດນ.
8
ຊາຍແດນນີ້ທາງທິດຕາເວັນຕົກ ຈາກຕັບປູອາເຖິງຫ້ວຍນໍ້າການາ ແລະສຸດລົງທີ່ທະເລເມດີແຕຣາເນ. ນີ້ແມ່ນດິນແດນທີ່ໄດ້ຖືກມອບໝາຍໃຫ້ ເປັນກຳມະສິດຂອງຄອບຄົວຕ່າງໆໃນເຜົ່າເອຟຣາອິມ
9
ລວມທັງບາງເມືອງກັບບ້ານຕ່າງໆ ຢູ່ພາຍໃນເຂດຊາຍແດນຂອງມານາເຊ ຊຶ່ງໄດ້ຖືກມອບໝາຍໃຫ້ພວກເອຟຣາອິມ.
10
ແຕ່ພວກເຂົາບໍ່ໄດ້ຂັບໄລ່ພວກການາອານ ທີ່ຢູ່ໃນເມືອງເກເຊໃຫ້ອອກໄປ. ດ້ວຍເຫດນີ້ ພວກການາອານຈຶ່ງຍັງຢູ່ຮ່ວມກັບພວກເອຟຣາອິມຈົນເຖິງທຸກວັນນີ້. ແຕ່ພວກເອຟຣາອິມໄດ້ບັງຄັບພວກເຂົາໃຫ້ເຮັດວຽກດັ່ງທາດຮັບໃຊ້.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24