bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 10
Revelation 10
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
1
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີອຳນາດອີກຕົນໜຶ່ງລົງມາຈາກສະຫວັນ. ມີເມກປົກຄຸມເພິ່ນໄວ້ ພ້ອມກັບມີຮຸ້ງກິນນ້ຳຢູ່ເໜືອຫົວຂອງເພິ່ນ, ໃບໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະ ຂາຂອງເພິ່ນເໝືອນດັ່ງເສົາໄຟທີ່ລຸກໄໝ້.
2
ເພິ່ນຖືໜັງສືມ້ວນນ້ອຍ ເຊິ່ງເປີດໄວ້ຢູ່ໃນມືຂອງເພິ່ນ. ເພິ່ນໄດ້ວາງຕີນຂວາຂອງເພິ່ນຢູ່ເທິງທະເລ ແລະ ຕີນຊ້າຍຂອງເພິ່ນຢູ່ເທິງແຜ່ນດິນ,
3
ເພິ່ນຮ້ອງສຽງດັງເໝືອນດັ່ງສຽງຮ້ອງຂອງສິງ. ເມື່ອເພິ່ນຮ້ອງຂຶ້ນ, ສຽງຟ້າຮ້ອງທັງເຈັດກໍກ່າວຂຶ້ນ,
4
ເມື່ອສຽງຟ້າຮ້ອງທັງເຈັດກ່າວຂຶ້ນ, ຂ້າພະເຈົ້າກໍກຳລັງຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງໜຶ່ງຈາກສະຫວັນກ່າວວ່າ, “ຈົ່ງປິດບັງສິ່ງທີ່ຟ້າຮ້ອງທັງເຈັດໄດ້ກ່າວໄວ້ ແລະ ຢ່າຂຽນລົງໄປ”.
5
ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລ ແລະ ເທິງແຜ່ນດິນນັ້ນກໍຍົກມືຂວາຂອງເພິ່ນຂຶ້ນສະຫວັນ.
6
ແລະ ເພິ່ນໄດ້ສາບານໂດຍອ້າງພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ, ຜູ້ສ້າງຟ້າສະຫວັນ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ຜູ້ສ້າງໂລກ ແລະ ສັບພະທຸກສິ່ງທີ່ຢູ່ໃນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນທະເລ ແລະ ກ່າວວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປແລ້ວ!
7
ແຕ່ໃນວັນທີ່ເທວະດາຕົນທີເຈັດຈະເປົ່າແກນັ້ນ ແຜນການອັນເລິກລັບຂອງພຣະເຈົ້າກໍຈະສຳເລັດຕາມທີ່ພຣະອົງໄດ້ປະກາດໄວ້ແກ່ພວກຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ”.
8
ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນກໍກ່າວກັບຂ້າພະເຈົ້າອີກວ່າ: “ຈົ່ງໄປຮັບເອົາໜັງສືມ້ວນທີ່ພືອອກຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລ ແລະ ເທິງແຜ່ນດິນນັ້ນ”.
9
ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ໄປ ແລະ ຂໍໜັງສືມ້ວນນ້ອຍຈາກເທວະດານັ້ນ. ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຮັບເອົາໜັງສືມ້ວນນ້ອຍ ແລະ ກິນໜັງສືມ້ວນນ້ອຍນີ້. ໜັງສືມ້ວນນ້ອຍນີ້ຈະເຮັດໃຫ້ທ້ອງຂອງເຈົ້າຂົມ, ‘ແຕ່ເມື່ອຢູ່ໃນປາກຂອງເຈົ້າຈະຫວານເໝືອນດັ່ງນ້ຳເຜິ້ງ’ ”.
10
ຂ້າພະເຈົ້າຈັບເອົາໜັງສືມ້ວນນ້ອຍຈາກມືຂອງເທວະດາ ແລະ ໄດ້ກິນໜັງສືມ້ວນນ້ອຍນັ້ນ. ເມື່ອຢູ່ໃນປາກຂອງຂ້າພະເຈົ້າກໍມີລົດຫວານເໝືອນດັ່ງນ້ຳເຜິ້ງ, ແຕ່ເມື່ອຂ້າພະເຈົ້າກິນລົງໄປທ້ອງແລ້ວກໍກາຍເປັນລົດຂົມ.
11
ແລ້ວມີຜູ້ບອກຂ້າພະເຈົ້າວ່າ, “ເຈົ້າຕ້ອງທຳນວາຍອີກກ່ຽວກັບຄົນທັງຫລາຍ, ປະຊາຊາດທັງຫລາຍ, ພາສາທັງຫລາຍ ແລະ ບັນດາກະສັດທັງຫລາຍ”.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22