bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 22
Revelation 22
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
1
ແລ້ວເທວະດານັ້ນໄດ້ສະແດງໃຫ້ຂ້າພະເຈົ້າເຫັນແມ່ນ້ຳທີ່ມີນ້ຳແຫ່ງຊີວິດໄສເໝືອນດັ່ງແກ້ວ, ໄຫລຈາກບັນລັງຂອງພຣະເຈົ້າ ແລະ ຂອງລູກແກະຂອງພຣະເຈົ້າ
2
ລົງມາກາງຖະໜົນໃຫຍ່ຂອງນະຄອນນັ້ນ. ສອງຟາກຂອງແມ່ນ້ຳນັ້ນມີຕົ້ນໄມ້ແຫ່ງຊີວິດຕັ້ງຢູ່ ເຊິ່ງເກີດຜົນສິບສອງເທື່ອ, ຄືເກີດຜົນທຸກເດືອນ. ແລະ ໃບຂອງຕົ້ນໄມ້ນັ້ນໃຊ້ຮັກສາບັນດາປະຊາຊາດໃຫ້ຫາຍດີ.
3
ທີ່ນັ້ນບໍ່ມີການສາບແຊ່ງໃດໆອີກຕໍ່ໄປ. ບັນລັງຂອງພຣະເຈົ້າ ແລະ ຂອງລູກແກະຂອງພຣະເຈົ້າຈະຕັ້ງຢູ່ໃນນະຄອນນັ້ນ ແລະ ບັນດາຜູ້ຮັບໃຊ້ຂອງພຣະອົງຈະຮັບໃຊ້ພຣະອົງ.
4
ພວກເຂົາທັງຫລາຍຈະເຫັນໜ້າຂອງພຣະອົງ ແລະ ມີຊື່ຂອງພຣະອົງຈະຢູ່ເທິງໜ້າຜາກຂອງພວກເຂົາ.
5
ທີ່ນັ້ນຈະບໍ່ມີກາງຄືນອີກຕໍ່ໄປ. ພວກເຂົາຈະບໍ່ຕ້ອງການແສງຕະກຽງ ຫລື ແສງຕາເວັນ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຈະໃຫ້ຄວາມສະຫວ່າງແກ່ພວກເຂົາ. ແລະ ພວກເຂົາຈະປົກຄອງຕະຫລອດໄປເປັນນິດ.
6
ເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຂໍ້ຄວາມເຫລົ່ານີ້ເຊື່ອຖືໄດ້ ແລະ ເປັນຄວາມຈິງ. ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ທີ່ດົນໃຈບັນດາຜູ້ທຳນວາຍນັ້ນ, ພຣະອົງໄດ້ສົ່ງເທວະດາຂອງພຣະອົງມາສະແດງແກ່ບັນດາຜູ້ຮັບໃຊ້ຂອງພຣະອົງໃຫ້ເຫັນສິ່ງຕ່າງໆທີ່ຈະຕ້ອງເກີດຂຶ້ນໃນໄວໆນີ້”.
7
“ເບິ່ງແມ, ເຮົາຈະມາໃນໄວໆນີ້! ຄວາມສຸກມີແກ່ຜູ້ທີ່ຖືຮັກສາຖ້ອຍຄຳຂອງຄຳທຳນວາຍທີ່ໄດ້ບັນທຶກໄວ້ໃນໜັງສືມ້ວນນີ້”.
8
ຂ້າພະເຈົ້າ ໂຢຮັນ ເປັນຜູ້ທີ່ໄດ້ຍິນ ແລະ ໄດ້ເຫັນສິ່ງເຫລົ່ານີ້. ແລະ ເມື່ອຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນສິ່ງເຫລົ່ານີ້ແລ້ວ, ຂ້າພະເຈົ້າກໍໝອບລົງເພື່ອນະມັດສະການທີ່ຕີນຂອງເທວະດາຕົນທີ່ໄດ້ສະແດງເຫດການເຫລົ່ານີ້ໃຫ້ແກ່ຂ້າພະເຈົ້າ.
9
ແຕ່ເທວະດານັ້ນໄດ້ບອກຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານຄືບັນດາຜູ້ທຳນວາຍ ແລະ ຄົນທັງປວງທີ່ຖືຮັກສາຖ້ອຍຄຳໃນໜັງສືມ້ວນນີ້. ຈົ່ງນະມັດສະການພຣະເຈົ້າ!”
10
ແລ້ວເທວະດານັ້ນໄດ້ບອກຂ້າພະເຈົ້າວ່າ, “ຢ່າປະທັບຕາຖ້ອຍຄຳຂອງຄຳທຳນວາຍໃນໜັງສືມ້ວນນີ້ເພາະວ່າເວລາໃກ້ຈະມາເຖິງແລ້ວ.
11
ຜູ້ທີ່ເຮັດຜິດກໍໃຫ້ເຮັດຜິດຕໍ່ໄປ, ຜູ້ທີ່ຊົ່ວຊ້າກໍໃຫ້ຊົ່ວຊ້າຕໍ່ໄປ, ຜູ້ທີ່ເຮັດສິ່ງທີ່ຖືກຕ້ອງກໍໃຫ້ເຮັດສິ່ງທີ່ຖືກຕ້ອງຕໍ່ໄປ ແລະ ຜູ້ທີ່ເປັນຄົນບໍລິສຸດກໍໃຫ້ເປັນຄົນບໍລິສຸດຕໍ່ໄປ”.
12
“ເບິ່ງແມ, ເຮົາຈະມາໃນໄວໆນີ້! ບຳເໜັດກໍຢູ່ທີ່ເຮົາ ແລະ ເຮົາຈະໃຫ້ແກ່ແຕ່ລະຄົນຕາມສິ່ງທີ່ພວກເຮົາໄດ້ເຮັດ.
13
ເຮົາເປັນອາລະຟາ ແລະ ໂອເມຄາ ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ, ເປັນຜູ້ກົກ ແລະ ເປັນຜູ້ສຸດທ້າຍ.
14
“ຄວາມສຸກມີແກ່ບັນດາຜູ້ທີ່ຊຳລະເສື້ອຄຸມຂອງຕົນ ເພື່ອວ່າພວກເຂົາຈະໄດ້ມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະ ຜ່ານປະຕູເຂົ້າສູ່ນະຄອນນັ້ນໄດ້.
15
ຢູ່ຂ້າງນອກນັ້ນມີພວກໝາ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນທີ່ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນຂາບໄຫວ້ຮູບເຄົາລົບ, ທຸກຄົນທີ່ຮັກ ແລະ ປະພຶດຕາມຄວາມຕົວະນັ້ນ.
16
“ເຮົາຄືເຢຊູ, ເຮົາໄດ້ໃຊ້ເທວະດາຂອງເຮົາມາເປັນພະຍານເຖິງສິ່ງເຫລົ່ານີ້ແກ່ພວກເຈົ້າເພື່ອຄຣິສຕະຈັກຕ່າງໆ. ເຮົາເປັນຮາກ ແລະ ເປັນເຊື້ອສາຍຂອງດາວິດ ແລະ ເຮົາເປັນດາວຍາມເຊົ້າທີ່ສົດໃສ”.
17
ພຣະວິນຍານ ແລະ ເຈົ້າສາວກ່າວວ່າ, “ເຊີນມາ!” ແລະ ຜູ້ທີ່ໄດ້ຍິນໃຫ້ກ່າວວ່າ, “ເຊີນມາ!” ຜູ້ໃດຫິວນ້ຳໃຫ້ຜູ້ນັ້ນເຂົ້າມາ, ແລະ ຜູ້ໃດທີ່ປາຖະໜາກໍໃຫ້ຜູ້ນັ້ນມາຮັບເອົານ້ຳແຫ່ງຊີວິດໂດຍບໍ່ຕ້ອງເສຍຄ່າ.
18
ຂ້າພະເຈົ້າຂໍເຕືອນທຸກຄົນທີ່ໄດ້ຍິນຖ້ອຍຄຳຂອງຄຳທຳນວາຍໃນໜັງສືມ້ວນນີ້ວ່າ: ຖ້າຜູ້ໃດເພີ່ມເຕີມສິ່ງໃດລົງໄປ, ພຣະເຈົ້າຈະເພີ່ມເຕີມໄພພິບັດທີ່ບັນລະຍາຍໄວ້ໃນໜັງສືມ້ວນນີ້ໃຫ້ແກ່ຜູ້ນັ້ນ.
19
ແລະ ຖ້າຜູ້ໃດຕັດຂໍ້ຄວາມຈາກຄຳທຳນວາຍນີ້, ພຣະເຈົ້າຈະຕັດສ່ວນແບ່ງຂອງຜູ້ນັ້ນອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ໃນເມືອງສັກສິດນັ້ນ ເຊິ່ງໄດ້ບັນລະຍາຍໄວ້ໃນໜັງສືມ້ວນນີ້.
20
ພຣະອົງຜູ້ເປັນພະຍານເຖິງສິ່ງເຫລົ່ານີ້ກ່າວວ່າ, “ແນ່ນອນ, ເຮົາຈະມາໃນໄວໆນີ້”. ອາແມນ. ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຂໍມາເຖີດ.
21
ຂໍໃຫ້ພຣະຄຸນຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຢູ່ກັບບັນດາຄົນຂອງພຣະເຈົ້າ. ອາແມນ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22