bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 15
Revelation 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
1
ຂ້າພະເຈົ້າໄດ້ເຫັນໝາຍສຳຄັນອັນຍິ່ງໃຫຍ່ ແລະ ມະຫັດສະຈັນອື່ນອີກໃນສະຫວັນຄື: ເທວະດາເຈັດຕົນ ແລະ ໄພພິບັດສຸດທ້າຍທັງເຈັດ ເຊິ່ງເປັນໄພພິບັດຄັ້ງສຸດທ້າຍ, ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າສຳເລັດລົງດ້ວຍໄພພິບັດເຫລົ່ານີ້.
2
ແລະ ຂ້າພະເຈົ້າແນມເຫັນສິ່ງໜຶ່ງຄ້າຍຄືກັນກັບທະເລແກ້ວປົນໄຟ, ບັນດາຜູ້ມີໄຊຊະນະເໜືອສັດຮ້າຍກັບຮູບຈຳລອງ ແລະ ໂຕເລກປະຈຳຊື່ຂອງມັນຢືນຢູ່ແຄມທະເລນັ້ນ. ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ
3
ແລະ ໄດ້ຮ້ອງບົດເພງຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ບົດເພງຂອງລູກແກະຂອງພຣະເຈົ້າວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່, ກິດຈະການຂອງພຣະອົງຍິ່ງໃຫຍ່ ແລະ ອັດສະຈັນຫລາຍ. ຂ້າແດ່ກະສັດແຫ່ງປະຊາຊາດທັງປວງ, ວິຖີທາງຂອງພຣະອົງກໍຍຸຕິທຳ ແລະ ເປັນຄວາມຈິງ.
4
ຂ້າແດ່ອົງພຣະຜູ້ເປັນເຈົ້າ ມີຜູ້ໃດແດ່ຈະບໍ່ຢຳເກງພຣະອົງ ແລະ ຈະບໍ່ຖວາຍກຽດແກ່ນາມຂອງພຣະອົງ? ເພາະພຣະອົງຜູ້ດຽວບໍລິສຸດ. ປະຊາຊາດທັງໝົດຈະເຂົ້າມາ ແລະ ນະມັດສະການຕໍ່ໜ້າພຣະອົງ, ເພາະກິດຈະການອັນຊອບທຳຂອງພຣະອົງກໍໄດ້ເປີດເຜີຍໃຫ້ເຫັນແລ້ວ”.
5
ຫລັງຈາກນີ້ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຂ້າພະເຈົ້າໄດ້ເຫັນວິຫານໃນສະຫວັນ ນັ້ນແມ່ນຫໍເຕັນຂອງກົດບັນຍັດແຫ່ງພັນທະສັນຍາ ແລະ ຫໍເຕັນນັ້ນກໍເປີດອອກ.
6
ເທວະດາເຈັດຕົນທີ່ຖືໄພພິບັດທັງເຈັດກໍອອກມາຈາກວິຫານ. ພວກເພິ່ນນຸ່ງຜ້າຝ້າຍລິນິນສະອາດ, ຜ້າຝ້າຍລິນິນເຫລື້ອມ ແລະ ຄາດສາຍສະພາຍຄຳຮອບໜ້າເອິກຂອງພວກເພິ່ນ.
7
ແລ້ວໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກໍເອົາຂັນຄຳທັງເຈັດ ເຊິ່ງເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າຜູ້ມີຊີວິດຢູ່ຕະຫລອດໄປເປັນນິດນັ້ນມອບໃຫ້ແກ່ເທວະດາເຈັດຕົນ.
8
ແລະ ວິຫານນັ້ນກໍເຕັມໄປດ້ວຍຄວັນແຫ່ງສະຫງ່າລາສີ ແລະ ລິດອຳນາດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດເຂົ້າໄປໃນວິຫານໄດ້ຈົນກວ່າໄພພິບັດທັງເຈັດຈາກເທວະດາເຈັດຕົນນັ້ນຈະສຳເລັດສົມບູນ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22