bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 5
Revelation 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
1
ແລ້ວຂ້າພະເຈົ້າເຫັນໜັງສືມ້ວນໃນມືເບື້ອງຂວາຂອງພຣະອົງຜູ້ນັ່ງຢູ່ເທິງບັນລັງ ໜັງສືມ້ວນນີ້ຂຽນໄວ້ທັງສອງດ້ານ ແລະ ປະທັບດ້ວຍຕາປະທັບເຈັດດວງ.
2
ແລະ ຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີລິດຕົນໜຶ່ງກຳລັງປະກາດດ້ວຍສຽງດັງວ່າ: “ຜູ້ໃດສົມຄວນທີ່ຈະແກະຕາປະທັບ ແລະ ເປີດໜັງສືມ້ວນນີ້?”
3
ແຕ່ບໍ່ມີຜູ້ໃດໃນສະຫວັນ ຫລື ເທິງແຜ່ນດິນໂລກ ຫລື ໃຕ້ແຜ່ນດິນໂລກສາມາດເປີດໜັງສືມ້ວນອອກ ຫລື ແມ່ນແຕ່ເບິ່ງຂ້າງໃນຂອງໜັງສືມ້ວນນີ້ໄດ້.
4
ຂ້າພະເຈົ້າໄດ້ແຕ່ຮ້ອງໄຫ້ເພາະບໍ່ພົບຜູ້ໃດທີ່ສົມຄວນທີ່ຈະເປີດໜັງສືມ້ວນອອກ ຫລື ເບິ່ງຂ້າງໃນໄດ້.
5
ແລ້ວໜຶ່ງໃນບັນດາຜູ້ອາວຸໂສນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້! ເບິ່ງແມ, ສິງແຫ່ງເຜົ່າຢູດາ, ຮາກເຫງົ້າຂອງດາວິດຊະນະແລ້ວ. ພຣະອົງສາມາດເປີດໜັງສືມ້ວນ ແລະ ຕາປະທັບທັງເຈັດໄດ້”.
6
ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ເຫັນລູກແກະຂອງພຣະເຈົ້າ, ເບິ່ງຄືວ່າໄດ້ຖືກຂ້າແລ້ວ ກຳລັງຢືນຢູ່ໃຈກາງຂອງບັນລັງ, ອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ລູກແກະຂອງພຣະເຈົ້າມີເຂົາເຈັດອັນ ແລະ ມີຕາເຈັດໜ່ວຍ, ເຊິ່ງເປັນວິນຍານ ທັງເຈັດຂອງພຣະເຈົ້າທີ່ໃຊ້ອອກໄປທົ່ວແຜ່ນດິນໂລກ.
7
ລູກແກະຂອງພຣະເຈົ້າໄດ້ໄປ ແລະ ຮັບໜັງສືມ້ວນຈາກມືເບື້ອງຂວາຂອງພຣະອົງຜູ້ນັ່ງຢູ່ເທິງບັນລັງ.
8
ແລະ ເມື່ອພຣະອົງຮັບໜັງສືມ້ວນນັ້ນແລ້ວ, ສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສທັງຊາວສີ່ທ່ານກໍກົ້ມຂາບລົງຕໍ່ໜ້າລູກແກະຂອງພຣະເຈົ້າ. ແຕ່ລະຕົນມີພິນ ແລະ ພວກເພິ່ນໄດ້ຖືຂັນຄຳທີ່ເຕັມດ້ວຍເຄື່ອງຫອມ, ເຊິ່ງເປັນຄຳອະທິຖານຂອງບັນດາຄົນຂອງພຣະເຈົ້າ.
9
ແລະ ພວກເພິ່ນໄດ້ຮ້ອງເພງບົດໃໝ່ວ່າ: “ພຣະອົງສົມຄວນທີ່ຈະຮັບໜັງສືມ້ວນ ແລະ ເປີດຕາປະທັບຂອງໜັງສືມ້ວນອອກ, ເພາະພຣະອົງຖືກຂ້າແລ້ວ, ແລະ ດ້ວຍເລືອດຂອງພຣະອົງນັ້ນພຣະອົງໄດ້ຊື້ມະນຸດທັງຫລາຍຖວາຍແກ່ພຣະເຈົ້າ ຈາກທຸກຊົນເຜົ່າ ແລະ ທຸກພາສາ, ທຸກຄົນ ແລະ ທຸກຊົນຊາດ.
10
ພຣະອົງໄດ້ເຮັດໃຫ້ພວກເຂົາເປັນອານາຈັກ ແລະ ເປັນປະໂລຫິດເພື່ອຮັບໃຊ້ພຣະເຈົ້າຂອງພວກເຮົາ, ແລະ ພວກເຂົາຈະປົກຄອງເທິງແຜ່ນດິນໂລກ”.
11
ແລ້ວຂ້າພະເຈົ້າໄດ້ຫລຽວເບິ່ງ ແລະ ໄດ້ຍິນສຽງຂອງເທວະດາຈໍານວນຫລວງຫລາຍນັບເປັນພັນໆ ແລະ ນັບເປັນໝື່ນໆ. ເທວະດາເຫລົ່ານັ້ນໄດ້ອ້ອມຮອບບັນລັງກັບສິ່ງທີ່ມີຊີວິດ ແລະ ບັນດາຜູ້ອາວຸໂສ.
12
ເທວະດາເຫລົ່ານັ້ນໄດ້ກ່າວດ້ວຍສຽງອັນດັງວ່າ: “ລູກແກະຂອງພຣະເຈົ້າ, ຜູ້ຖືກຂ້າ, ຜູ້ສົມຄວນໄດ້ຮັບລິດອຳນາດ ແລະ ຄວາມຮັ່ງມີ, ສະຕິປັນຍາ ແລະ ກຳລັງ ກຽດຕິຍົດ, ສະຫງ່າລາສີ ແລະ ຄຳສັນລະເສີນ!”
13
ແລ້ວຂ້າພະເຈົ້າໄດ້ຍິນສຽງຂອງທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະ ໃນທະເລ, ແລະ ທຸກສິ່ງໃນທີ່ນັ້ນກ່າວວ່າ: “ແດ່ພຣະອົງຜູ້ນັ່ງຢູ່ເທິງບັນລັງ ແລະ ແດ່ລູກແກະຂອງພຣະເຈົ້າ ຂໍຖວາຍຄຳສັນລະເສີນ ແລະ ກຽດຕິຍົດ, ສະຫງ່າລາສີ ແລະ ລິດອຳນາດ ຕະຫລອດໄປເປັນນິດ!”
14
ສິ່ງທີ່ມີຊີວິດທັງສີ່ໄດ້ຮ້ອງວ່າ, “ອາແມນ ” ແລະ ບັນດາຜູ້ອາວຸໂສກໍກົ້ມຂາບລົງ ແລະ ນະມັດສະການ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22