bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 19
Revelation 19
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 20 →
1
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຮ້ອງຂອງຝູງຊົນໃນສະຫວັນຮ້ອງວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດເປັນຂອງພຣະເຈົ້າຂອງພວກເຮົາທັງຫລາຍ,
2
ເພາະບັນດາການຕັດສິນຂອງພຣະອົງກໍຖືກຕ້ອງ ແລະ ຍຸຕິທຳ. ພຣະອົງໄດ້ຕັດສິນລົງໂທດຍິງໂສເພນີທີ່ໂຫດຮ້າຍນັ້ນແລ້ວ ຜູ້ທີ່ເຮັດໃຫ້ໂລກຊົ່ວຊ້າໄປດ້ວຍການຫລິ້ນຊູ້ຂອງມັນ. ພຣະອົງໃຫ້ມັນຊົດໃຊ້ເລືອດຂອງຜູ້ຮັບໃຊ້ຂອງພຣະອົງແລ້ວ”.
3
ແລະ ພວກເຂົາກໍຮ້ອງສຽງດັງອີກວ່າ: “ຮາເລລູຢາ! ຄວັນໄຟຈາກເມືອງນັ້ນພຸ່ງຂຶ້ນຕະຫລອດໄປເປັນນິດ”.
4
ຜູ້ອາວຸໂສຊາວສີ່ທ່ານ ແລະ ສິ່ງທີ່ມີຊີວິດທັງສີ່ກໍກົ້ມລົງ ແລະ ນະມັດສະການພຣະເຈົ້າ ຜູ້ທີ່ນັ່ງຢູ່ເທິງບັນລັງ. ແລະ ພວກເພິ່ນກ່າວວ່າ: “ອາແມນ, ຮາເລລູຢາ!”
5
ແລ້ວມີສຽງໜຶ່ງອອກມາຈາກບັນລັງວ່າ: “ຈົ່ງສັນລະເສີນພຣະເຈົ້າຂອງພວກເຮົາ, ພວກເຈົ້າທັງຫລາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງ, ຜູ້ທີ່ຢຳເກງພຣະອົງ, ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ!”
6
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ຍິນສຽງເໝືອນສຽງຄົນຈຳນວນຫລວງຫລາຍ, ເໝືອນສຽງນ້ຳໄຫລແຮງ ແລະ ເໝືອນສຽງຟ້າຮ້ອງ, ຮ້ອງວ່າ: “ຮາເລລູຢາ! ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ນັ້ນປົກຄອງຢູ່.
7
ໃຫ້ພວກເຮົາທັງຫລາຍຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍກຽດແກ່ພຣະອົງ! ເພາະງານສົມລົດຂອງລູກແກະຂອງພຣະເຈົ້າໄດ້ມາເຖິງແລ້ວ, ແລະ ເຈົ້າສາວຂອງພຣະອົງໄດ້ຕຽມໂຕພ້ອມແລ້ວ.
8
ຜ້າຝ້າຍລິນິນເນື້ອລະອຽດດີ, ສົດໃສ ແລະ ສະອາດ, ໄດ້ມອບໃຫ້ແກ່ເຈົ້າສາວເພື່ອສວມໃສ່”. (ຜ້າຝ້າຍລິນິນເນື້ອລະອຽດດີນັ້ນໝາຍເຖິງການປະຕິບັດອັນຊອບທຳຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ.)
9
ແລ້ວເທວະດານັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ຈົ່ງຂຽນວ່າ: ‘ຄວາມສຸກມີແກ່ບັນດາຜູ້ທີ່ໄດ້ຮັບເຊີນມາຮ່ວມງານລ້ຽງສະຫລອງສົມລົດຂອງລູກແກະຂອງພຣະເຈົ້າ!’” ແລະ ເທວະດານັ້ນກ່າວຕື່ມອີກວ່າ, “ສິ່ງເຫລົ່ານີ້ເປັນພຣະຄຳແທ້ຂອງພຣະເຈົ້າ”.
10
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.
11
ຂ້າພະເຈົ້າໄດ້ເຫັນສະຫວັນເປີດອອກ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີມ້າຂາວໂຕໜຶ່ງ, ພຣະອົງຜູ້ຂີ່ມ້ານັ້ນມີຊື່ວ່າສັດຊື່ ແລະ ທ່ຽງແທ້. ພຣະອົງພິພາກສາ ແລະ ສູ້ຮົບດ້ວຍຄວາມຍຸຕິທຳ
12
ດວງຕາຂອງພຣະອົງເໝືອນແປວໄຟ ແລະ ເທິງຫົວພຣະອົງມີມົງກຸດຫລາຍອັນ. ມີຊື່ຈາລຶກໄວ້ເທິງພຣະອົງທີ່ບໍ່ມີຜູ້ໃດຮູ້ຈັກຊື່ນັ້ນເລີຍນອກຈາກພຣະອົງເອງ.
13
ເສື້ອຄຸມທີ່ພຣະອົງຫົ່ມນັ້ນກໍໄດ້ຈຸ່ມໃນເລືອດ ແລະ ນາມຂອງພຣະອົງຄືພຣະຄຳຂອງພຣະເຈົ້າ.
14
ບັນດາກອງທັບຂອງສະຫວັນໄດ້ຕິດຕາມພຣະອົງໄປ, ນັ່ງຢູ່ເທິງມ້າຂາວ ແລະ ນຸ່ງຜ້າຝ້າຍລິນິນເນື້ອລະອຽດດີ, ຂາວ ແລະ ສະອາດ.
15
ມີດາບຄົມອອກມາຈາກປາກຂອງພຣະອົງ ໃຊ້ດາບນີ້ຟາດລົງທີ່ຊົນຊາດທັງຫລາຍ. “ພຣະອົງຈະປົກຄອງພວກເຂົາດ້ວຍຄ້ອນເຫລັກ”. ພຣະອົງຢຽບໃນອ່າງຢຽບອະງຸ່ນແຫ່ງຄວາມໃຈຮ້າຍຂອງຄວາມໂກດຮ້າຍຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່.
16
ທີ່ເສື້ອຄຸມ ແລະ ທີ່ກົກຂາຂອງພຣະອົງມີນາມນີ້ຈາລຶກວ່າ: ກະສັດເໜືອກະສັດທັງຫລາຍ ແລະ ເຈົ້ານາຍເໜືອເຈົ້ານາຍທັງຫລາຍ.***
17
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງຢືນຢູ່ໃນຕາເວັນ ເຊິ່ງຮ້ອງສຽງດັງໃສ່ນົກທັງຫລາຍທີ່ກຳລັງບິນຢູ່ກາງອາກາດວ່າ, “ຈົ່ງມາ, ມາເຕົ້າໂຮມກັນເພື່ອງານລ້ຽງໃຫຍ່ຂອງພຣະເຈົ້າ,
18
ເພື່ອພວກເຈົ້າຈະໄດ້ກິນຊີ້ນຂອງບັນດາກະສັດ, ຊີ້ນຂອງບັນດານາຍພົນ ແລະ ຜູ້ມີອຳນາດ, ຊີ້ນມ້າ ແລະ ຊີ້ນຂອງຄົນຂີ່ມ້າ ແລະ ຊີ້ນຂອງປະຊາຊົນທັງໝົດ, ຊີ້ນຂອງອິດສະຫລະ ແລະ ຂ້າທາດ, ຊີ້ນຂອງຜູ້ໃຫຍ່ ແລະ ຜູ້ນ້ອຍ”.
19
ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍ ແລະ ບັນດາກະສັດຂອງໂລກພ້ອມທັງກອງທັບຂອງພວກເຂົາມາເຕົ້າໂຮມກັນເພື່ອສູ້ຮົບກັບພຣະອົງຜູ້ນັ່ງຢູ່ເທິງມ້າ ແລະ ກອງທັບຂອງພຣະອົງ.
20
ແຕ່ສັດຮ້າຍນັ້ນຖືກຈັບພ້ອມດ້ວຍຜູ້ທຳນວາຍປອມທີ່ໄດ້ເຮັດໝາຍສຳຄັນແທນສັດຮ້າຍນັ້ນ. ດ້ວຍໝາຍສຳຄັນເຫລົ່ານີ້ມັນໄດ້ຫລອກລວງບັນດາຜູ້ທີ່ໄດ້ຮັບເຄື່ອງໝາຍຂອງສັດຮ້າຍນັ້ນ ແລະ ໄດ້ຂາບໄຫວ້ຮູບຈຳລອງຂອງມັນ. ທັງສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງທັງເປັນໃນບຶງໄຟທີ່ມີມາດລຸກໄໝ້ຢູ່.
21
ສ່ວນພວກທີ່ເຫລືອກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ນັ່ງຢູ່ເທິງມ້ານັ້ນ, ແລະ ນົກທັງໝົດກໍພາກັນກິນຊີ້ນຂອງພວກເຂົາ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22