bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 6
Revelation 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 7 →
1
ຂ້າພະເຈົ້າໄດ້ແນມເບິ່ງຂະນະທີ່ລູກແກະຂອງພຣະເຈົ້າແກະຕາປະທັບດວງທຳອິດຕາປະທັບທັງເຈັດອອກ. ແລ້ວຂ້າພະເຈົ້າໄດ້ຍິນໜຶ່ງໃນສິ່ງທີ່ມີຊີວິດທັງສີ່ກ່າວຂຶ້ນດ້ວຍສຽງເໝືອນສຽງຟ້າຮ້ອງວ່າ: “ມາເທາະ!”
2
ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າຂາວໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືທະນູ ແລະ ໄດ້ຮັບມົງກຸດ, ແລ້ວເພິ່ນໄດ້ຂີ່ມ້າອອກໄປຢ່າງຜູ້ມີໄຊທີ່ຕັ້ງໃຈອອກໄປເອົາຊະນະເສິກ.
3
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສອງອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງກ່າວຂຶ້ນວ່າ, “ມາເທາະ!”
4
ແລ້ວມ້າອີກໂຕໜຶ່ງກໍອອກມາເປັນສີແດງເຂັ້ມ. ຜູ້ຂີ່ມ້ານີ້ໄດ້ຮັບລິດອຳນາດທີ່ຈະນຳສັນຕິສຸກອອກຈາກແຜ່ນດິນໂລກ ແລະ ເຮັດໃຫ້ມະນຸດຂ້າກັນ. ເພິ່ນໄດ້ຮັບດາບໃຫຍ່ດວງໜຶ່ງ.
5
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສາມອອກ, ຂ້າພະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສາມກ່າວຂຶ້ນວ່າ, “ມາເທາະ!” ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີມ້າດຳໂຕໜຶ່ງ! ຜູ້ຂີ່ມ້ານີ້ຖືຊີງສັ່ງຄູ່ໜຶ່ງຢູ່ໃນມືຂອງຕົນ.
6
ແລ້ວຂ້າພະເຈົ້າໄດ້ຍິນສຽງເບິ່ງຄືວ່າດັງຂຶ້ນມາຈາກທ່າມກາງສິ່ງທີ່ມີຊີວິດທັງສີ່ວ່າ, “ເຂົ້າຫວີດສອງພາວ ຕໍ່ແຮງງານມື້ໜຶ່ງ ຕໍ່ແຮງງານມື້ໜຶ່ງ ແລະ ເຂົ້າບາເລຫົກພາວ ຕໍ່ແຮງງານມື້ໜຶ່ງ ແລະ ຢ່າເຮັດໃຫ້ນ້ຳມັນ ແລະ ເຫລົ້າອະງຸ່ນເສຍຫາຍ!”
7
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີສີ່ອອກ, ຂ້າພະເຈົ້າກໍໄດ້ຍິນສິ່ງທີ່ມີຊີວິດຕົນທີສີ່ກ່າວວ່າ, “ມາເທາະ!”
8
ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມ້າສີຈືດໂຕໜຶ່ງ! ຜູ້ຂີ່ມ້ານີ້ຊື່ວ່າຄວາມຕາຍ, ແລະ ແດນມໍລະນາກໍຕາມຫລັງຜູ້ນີ້ມາໃກ້ໆ ທັງສອງໄດ້ຮັບສິດອຳນາດທີ່ຈະຂ້າໜຶ່ງໃນສີ່ຂອງແຜ່ນດິນໂລກດ້ວຍດາບ, ດ້ວຍຄວາມອຶດຢາກ ແລະ ດ້ວຍພະຍາດໂລຄາ ແລະ ດ້ວຍສັດປ່າໃນແຜ່ນດິນໂລກ.
9
ເມື່ອພຣະອົງແກະຕາປະທັບດວງທີຫ້າອອກ. ຂ້າພະເຈົ້າເຫັນຢູ່ໃຕ້ແທ່ນບູຊາມີຈິດວິນຍານຂອງບັນດາຄົນທັງຫລາຍທີ່ໄດ້ຖືກຂ້າເພາະປະກາດພຣະທຳຂອງພຣະເຈົ້າ ແລະ ຄຳພະຍານທີ່ພວກເຂົາໄດ້ຮັກສາໄວ້.
10
ພວກເຂົາຮ້ອງສຽງດັງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ຜູ້ບໍລິສຸດ ແລະ ຜູ້ເປັນຄວາມຈິງ, ອີກດົນປານໃດພຣະອົງຈຶ່ງຈະພິພາກສາບັນດາຄົນທີ່ອາໄສຢູ່ໃນແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?”
11
ຫລັງຈາກນັ້ນ ພວກເຂົາແຕ່ລະຄົນກໍໄດ້ຮັບເສື້ອຄຸມສີຂາວ ແລະ ພຣະອົງກ່າວບອກພວກເຂົາໃຫ້ລໍຖ້າຕໍ່ໄປອີກໜ້ອຍໜຶ່ງຈົນກວ່າເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ ທີ່ຖືກຂ້າແບບດຽວກັບພວກເຂົາຈະຄົບຈຳນວນ.
12
ຂ້າພະເຈົ້າໄດ້ເຝົ້າເບິ່ງຂະນະທີ່ພຣະອົງແກະຕາປະທັບດວງທີຫົກອອກ. ແລ້ວກໍເກີດແຜ່ນດິນໄຫວຄັ້ງໃຫຍ່. ດວງຕາເວັນກໍປ່ຽນເປັນສີດຳເໝືອນກັບຜ້າກະສອບເຂົ້າທີ່ເຮັດດ້ວຍຂົນແບ້, ເດືອນທັງດວງກໍປ່ຽນເປັນສີແດງເລືອດ,
13
ແລະ ດວງດາວໃນທ້ອງຟ້າກໍຕົກລົງມາສູ່ແຜ່ນດິນໂລກ, ເປັນເໝືອນດັ່ງໝາກເດື່ອຫລົ່ນລົງຈາກຕົ້ນເມື່ອຖືກສັ່ນດ້ວຍລົມແຮງ.
14
ຟ້າສະຫວັນກໍຫົດເຂົ້າເໝືອນດັ່ງໜັງສືມ້ວນທີ່ຖືກກໍ້ມ້ວນໄວ້, ແລະ ພູທຸກໜ່ວຍ ແລະ ເກາະທຸກແຫ່ງກໍຖືກເຄື່ອນຍ້າຍໄປຈາກບ່ອນເດີມຂອງມັນ.
15
ແລ້ວບັນດາກະສັດຂອງແຜ່ນດິນໂລກ, ພວກເຈົ້າຊາຍ, ພວກນາຍພົນ, ຮັ່ງມີ, ຜູ້ຍິ່ງໃຫຍ່ ແລະ ຄົນອື່ນໆທຸກຄົນ, ທັງຂ້າທາດ ຫລື ຜູ້ເປັນອິດສະຫລະ ຕ່າງກໍໄປລີ້ຢູ່ຕາມຖ້ຳ ແລະ ຢູ່ໃນຫລືບໂງ່ນຫີນຕາມພູເຂົາຕ່າງໆ.
16
ພວກເຂົາຮ້ອງບອກບັນດາພູເຂົາ ແລະ ໂງ່ນຫີນວ່າ, “ຈົ່ງເຈື່ອນລົງເທິງພວກເຮົາ ແລະ ບັງພວກເຮົາໃຫ້ພົ້ນຈາກໜ້າຂອງພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ໃຫ້ພວກເຮົາພົ້ນຈາກຄວາມໂກດຮ້າຍຂອງລູກແກະຂອງພຣະເຈົ້າ!
17
ເພາະວັນຍິ່ງໃຫຍ່ແຫ່ງຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ ແລະ ຜູ້ໃດຈະສາມາດທົນຕໍ່ວັນນັ້ນໄດ້?”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22