bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 9
Revelation 9
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 10 →
1
ເທວະດາຕົນທີຫ້າເປົ່າແກຂອງຕົນ ແລະ ຂ້າພະເຈົ້າໄດ້ເຫັນດາວດວງໜຶ່ງຕົກຈາກຟ້າລົງມາເທິງແຜ່ນດິນໂລກ. ດາວນັ້ນໄດ້ຮັບກະແຈໄຂປ່ອງຂອງເຫວເລິກ.
2
ເມື່ອດາວນັ້ນໄດ້ເປີດເຫວເລິກແລ້ວ, ຄວັນກໍພຸ່ງອອກມາເໝືອນດັ່ງຄວັນຈາກເຕົາຫລອມອັນໃຫຍ່. ດວງຕາເວັນ ແລະ ທ້ອງຟ້າກໍມືດມົວໄປໂດຍຄວັນທີ່ຂຶ້ນມາຈາກເຫວເລິກນັ້ນ.
3
ແລະ ມີຝູງຕັກແຕນອອກຈາກຄວັນນັ້ນບິນລົງມາຍັງແຜ່ນດິນໂລກ ແລະ ພວກມັນໄດ້ຮັບອຳນາດເໝືອນກັບອຳນາດຂອງແມງງອດໃນແຜ່ນດິນໂລກ.
4
ພວກມັນຖືກສັ່ງຫ້າມບໍ່ໃຫ້ທຳລາຍຫຍ້າ ຫລື ພືດ ຫລື ຕົ້ນໄມ້ໃນໂລກ, ແຕ່ໃຫ້ທຳລາຍສະເພາະຄົນທີ່ບໍ່ມີຕາປະທັບຂອງພຣະເຈົ້າຢູ່ເທິງໜ້າຜາກຂອງພວກເຂົາ.
5
ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ ແຕ່ໃຫ້ທໍລະມານພວກເຂົາເປັນເວລາຫ້າເດືອນ. ແລະ ຄວາມເຈັບປວດທີ່ພວກເຂົາທໍລະມານນີ້ເປັນເໝືອນດັ່ງຖືກແມງງອດຕອດ.
6
ຕະຫລອດວັນເຫລົ່ານັ້ນຄົນທັງຫລາຍຈະຮ້ອງຫາຄວາມຕາຍແຕ່ຈະບໍ່ພົບຄວາມຕາຍນັ້ນ, ພວກເຂົາຢາກຕາຍແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ.
7
ຕັກແຕນເຫລົ່ານັ້ນມີລັກສະນະເໝືອນດັ່ງຝູງມ້າທີ່ຕຽມພ້ອມເພື່ອສູ້ຮົບ. ເທິງຫົວຂອງພວກມັນມີສິ່ງໜຶ່ງເໝືອນມົງກຸດຄຳ ແລະ ໜ້າຂອງພວກມັນຄ້າຍຄືກັນກັບໜ້າມະນຸດ.
8
ຜົມຂອງພວກມັນເໝືອນຜົມຂອງຜູ້ຍິງ ແລະ ແຂ້ວຂອງພວກມັນເໝືອນກັບແຂ້ວຂອງໂຕສິງ.
9
ພວກມັນມີເສື້ອເກາະເອິກເໝືອນກັບເສື້ອເກາະເອິກເຫລັກ ແລະ ສຽງປີກຂອງພວກມັນເໝືອນສຽງກ້ອງກັງວານຂອງຝູງມ້າຮົບ ແລະ ສຽງຂອງລົດມ້າຈຳນວນຫລາຍຄັນທີ່ແລ່ນເຂົ້າສູ່ສະໜາມຮົບ.
10
ພວກມັນມີຫາງພ້ອມກັບໄລ, ເໝືອນຫາງແມງງອດ ແລະ ຫາງຂອງພວກມັນມີອຳນາດທີ່ຈະທໍລະມານມະນຸດເປັນເວລາຫ້າເດືອນ.
11
ພວກມັນມີເທວະດາແຫ່ງເຫວເລິກເປັນກະສັດປົກຄອງພວກມັນ, ເຊິ່ງມີຊື່ໃນພາສາເຮັບເຣີວ່າອາບັດໂດນ ແລະ ມີຊື່ໃນພາສາກຣີກວ່າອາໂປລິໂອນ (ມີຄວາມໝາຍວ່າ, ຜູ້ທຳລາຍ).
12
ວິບັດທຳອິດຜ່ານໄປແລ້ວ ຍັງມີອີກສອງວິບັດທີ່ຈະມາເຖິງ.
13
ເທວະດາຕົນທີຫົກເປົ່າແກ ແລະ ຂ້າພະເຈົ້າໄດ້ຍິນສຽງມາຈາກເຂົາທັງສີ່ທີ່ຢູ່ແທ່ນບູຊາຄຳທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າ.
14
ສຽງນັ້ນກ່າວຕໍ່ເທວະດາຕົນທີຫົກທີ່ຖືແກຢູ່ວ່າ, “ຈົ່ງປົດປ່ອຍເທວະດາທັງສີ່ທີ່ຖືກມັດໄວ້ທີ່ແມ່ນ້ຳໃຫຍ່ຊື່ວ່າເອີຟຣັດ”.
15
ແລະ ເທວະດາທັງສີ່ທີ່ພຣະເຈົ້າໄດ້ຕຽມໄວ້ພ້ອມສຳລັບຊົ່ວໂມງ, ວັນ, ເດືອນ ແລະ ປີ ກໍຖືກປົດປ່ອຍໃຫ້ໄປຂ້າມະນຸດໜຶ່ງສ່ວນສາມ.
16
ຈຳນວນພົນທະຫານມ້າມີສອງຮ້ອຍລ້ານ. ຂ້າພະເຈົ້າໄດ້ຍິນຈຳນວນຂອງພວກເຂົາ.
17
ມ້າ ແລະ ຜູ້ຂີ່ມ້າທີ່ຂ້າພະເຈົ້າໄດ້ເຫັນໃນນິມິດນັ້ນມີລັກສະນະດັ່ງນີ້ຄື: ເສື້ອເກາະເອິກຂອງພວກເຂົາສີໄຟແດງ, ສີຟ້າເຂັ້ມ ແລະ ສີເຫລືອງຄືມາດ. ຫົວຂອງມ້າເຫລົ່ານັ້ນຄ້າຍຄືກັບຫົວໂຕສິງ ແລະ ມີໄຟ, ມີຄວັນ ແລະ ມີມາດພຸ່ງອອກມາຈາກປາກຂອງພວກມັນ.
18
ໜຶ່ງສ່ວນສາມຂອງມະນຸດຖືກຂ້າດ້ວຍໄພພິບັດສາມຢ່າງຄື: ໄຟ, ຄວັນ ແລະ ມາດທີ່ໄດ້ພຸ່ງອອກມາຈາກປາກຂອງມ້າ.
19
ອຳນາດຂອງມ້າເຫລົ່ານັ້ນຢູ່ທີ່ປາກ ແລະ ຫາງຂອງພວກມັນ, ເພາະຫາງຂອງພວກມັນເໝືອນງູ ແລະ ມີຫົວຫລາຍຫົວ ເຊິ່ງມັນເຮັດອັນຕະລາຍໄດ້.
20
ມະນຸດທີ່ເຫລືອທີ່ບໍ່ຖືກຂ້າດ້ວຍໄພພິບັດເຫລົ່ານີ້ຍັງບໍ່ຍອມກັບໃຈຈາກການກະທຳຂອງຕົນ, ພວກເຂົາບໍ່ຢຸດຂາບໄຫວ້ພວກຜີມານຮ້າຍ ແລະ ຮູບເຄົາລົບທີ່ເຮັດດ້ວຍຄຳ, ເງິນ, ທອງສຳລິດ, ຫີນ ແລະ ໄມ້. ຮູບເຄົາລົບເຫລົ່ານັ້ນບໍ່ສາມາດເບິ່ງເຫັນ, ໄດ້ຍິນ ຫລື ຍ່າງໄປມາໄດ້.
21
ທັງພວກເຂົາບໍ່ໄດ້ກັບໃຈຈາກຄາດຕະກຳ, ການໃຊ້ເວດມົນຄາຖາ, ການຜິດສິນທຳທາງເພດ ແລະ ການລັກທີ່ຕົນເຮັດຢູ່.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22