bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 4
Revelation 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
1
ຫລັງຈາກນັ້ນຂ້າພະເຈົ້າໄດ້ເບິ່ງໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້ານັ້ນມີປະຕູໜຶ່ງເປີດໄວ້ໃນສະຫວັນ. ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນທຳອິດກ່າວແກ່ຂ້າພະເຈົ້າເໝືອນກັບສຽງແກວ່າ: “ຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງສິ່ງທີ່ຈະຕ້ອງເກີດຂຶ້ນຫລັງຈາກນີ້ແກ່ເຈົ້າ”.
2
ໃນທັນໃດນັ້ນ ຂ້າພະເຈົ້າກໍຢູ່ໃນພຣະວິນຍານ ແລະ ຕໍ່ໜ້າຂ້າພະເຈົ້າມີບັນລັງຕັ້ງຢູ່ໃນສະຫວັນພ້ອມດ້ວຍຜູ້ໜຶ່ງນັ່ງຢູ່ເທິງບັນລັງນັ້ນ.
3
ແລະ ຜູ້ທີ່ນັ່ງຢູ່ທີ່ນັ້ນປາກົດດັ່ງຫີນໂມຣາ ແລະ ນິນ. ມີຮຸ້ງກິນນ້ຳສ່ອງແສງເໝືອນດັ່ງມໍລະກົດອ້ອມຮອບບັນລັງ.
4
ອ້ອມຮອບບັນລັງນັ້ນມີອີກຊາວສີ່ບັນລັງ ແລະ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ. ພວກເພິ່ນນຸ່ງເຄື່ອງຂາວ ແລະ ມີມົງກຸດຄຳຢູ່ເທິງຫົວຂອງພວກເພິ່ນ.
5
ມີແສງຟ້າແມບເຫລື້ອມ, ສຽງດັງກ້ອງ ແລະ ສຽງຟ້າຮ້ອງມາຈາກບັນລັງ. ຕໍ່ໜ້າບັນລັງນັ້ນມີຕະກຽງເຈັດອັນຮຸ່ງຢູ່. ສິ່ງເຫລົ່ານີ້ແມ່ນວິນຍານ ທັງເຈັດຂອງພຣະເຈົ້າ.
6
ດ້ານໜ້າບັນລັງຍັງມີສິ່ງທີ່ຄ້າຍຄືທະເລແກ້ວ, ໃສເໝືອນແກ້ວ. ໃນບໍລິເວນໃຈກາງອ້ອມຮອບບັນລັງມີສິ່ງທີ່ມີຊີວິດສີ່ຕົນ ແລະສິ່ງທີ່ມີຊີວິດເຫລົ່ານັ້ນມີຕາເຕັມຢູ່ທັງດ້ານໜ້າ ແລະ ດ້ານຫລັງ.
7
ສິ່ງທີ່ມີຊີວິດຕົນທີໜຶ່ງຄ້າຍຄືໂຕສິງ, ຕົນທີສອງຄ້າຍຄືງົວ, ຕົນທີສາມມີໜ້າຄ້າຍຄືມະນຸດ, ຕົນທີສີ່ຄ້າຍຄືນົກອິນຊີທີ່ກຳລັງບິນຢູ່.
8
ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.
9
ເມື່ອສິ່ງທີ່ມີຊີວິດເຫລົ່ານັ້ນໄດ້ຖວາຍສະຫງ່າລາສີ, ກຽດ ແລະ ຄຳຂອບພຣະຄຸນແກ່ພຣະອົງຜູ້ນັ່ງຢູ່ເທິງບັນລັງ ແລະ ຜູ້ດຳລົງຢູ່ຕະຫລອດເປັນນິດ,
10
ຜູ້ອາວຸໂສທັງຊາວສີ່ທ່ານກໍໝອບລົງຕໍ່ໜ້າພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນ ແລະ ນະມັດສະການພຣະອົງຜູ້ດຳລົງຢູ່ຕະຫລອດໄປເປັນນິດ. ພວກເພິ່ນວາງມົງກຸດຂອງຕົນລົງຕໍ່ໜ້າບັນລັງ ແລະ ຮ້ອງວ່າ:
11
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກຂ້ານ້ອຍ ພຣະອົງສົມຄວນທີ່ຈະຮັບສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າພຣະອົງໄດ້ສ້າງທຸກສິ່ງ ແລະ ໂດຍຄວາມປະສົງຂອງພຣະອົງ ສິ່ງເຫລົ່ານີ້ໄດ້ຖືກສ້າງຂຶ້ນ ແລະ ດໍາລົງຢູ່”.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22