bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 8
Revelation 8
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 9 →
1
ເມື່ອລູກແກະຂອງພຣະເຈົ້າແກະຕາປະທັບດວງທີເຈັດອອກ ກໍເກີດຄວາມງຽບສະຫງັດໃນສະຫວັນປະມານເຄິ່ງຊົ່ວໂມງ.
2
ແລະ ຂ້າພະເຈົ້າໄດ້ເຫັນເທວະດາເຈັດຕົນທີ່ຢືນຢູ່ຕໍ່ໜ້າພຣະເຈົ້າ ແລະ ເທວະດາເຫລົ່ານັ້ນໄດ້ຮັບແກເຈັດອັນ.
3
ເທວະດາອີກຕົນໜຶ່ງຖືໝໍ້ຄຳໜຶ່ງໜ່ວຍ, ໄດ້ເຂົ້າມາ ແລະ ຢືນຢູ່ທີ່ແທ່ນບູຊາ. ເທວະດາຕົນນັ້ນໄດ້ຮັບເຄື່ອງຫອມຈຳນວນຫລວງຫລາຍເພື່ອເຜົາຖວາຍເທິງແທ່ນບູຊາທອງຄຳທີ່ຢູ່ຕໍ່ໜ້າບັນລັງພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້າ.
4
ຄວັນຂອງເຄື່ອງຫອມ, ພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້ານັ້ນໄດ້ລອຍຈາກມືຂອງເທວະດາຂຶ້ນໄປຢູ່ຕໍ່ໜ້າພຣະເຈົ້າ.
5
ແລ້ວເທວະດາຕົນນັ້ນໄດ້ຖືໝໍ້ທີ່ເຕັມດ້ວຍໄຟຈາກແທ່ນບູຊາ, ແລ້ວໂຍນລົງເທິງແຜ່ນດິນໂລກ, ເຮັດໃຫ້ເກີດມີສຽງດັງກ້ອງຂອງສຽງຟ້າຮ້ອງ, ສຽງດັງ, ຟ້າແມບເຫລື້ອມ ແລະ ແຜ່ນດິນໄຫວ.
6
ຫລັງຈາກນັ້ນ ເທວະດາເຈັດຕົນທີ່ຖືແກເຈັດອັນກໍຕຽມເປົ່າແກ.
7
ເທວະດາຕົນທີໜຶ່ງເປົ່າແກຂອງຕົນຂຶ້ນ, ກໍມີໝາກເຫັບຕົກ ແລະ ໄຟປົນເລືອດ ແລ້ວຖືກໂຍນລົງມາເທິງແຜ່ນດິນໂລກ. ໜຶ່ງສ່ວນສາມຂອງໂລກຖືກໄໝ້, ໜຶ່ງສ່ວນສາມຂອງຕົ້ນໄມ້ກໍຖືກໄໝ້ ແລະ ຫຍ້າຂຽວກໍຖືກໄໝ້ຈົນໝົດ.
8
ເທວະດາຕົນທີສອງເປົ່າແກຂອງຕົນຂຶ້ນ ແລ້ວກໍມີສິ່ງໜຶ່ງເໝືອນພູເຂົາໜ່ວຍໃຫຍ່ທີ່ໄຟກຳລັງລຸກໄໝ້ຢູ່ ໄດ້ຖືກໂຍນລົງໃນທະເລ. ໜຶ່ງສ່ວນສາມຂອງທະເລໄດ້ກາຍເປັນເລືອດ,
9
ໜຶ່ງສ່ວນສາມຂອງສິ່ງທີ່ມີຊີວິດຢູ່ໃນທະເລໄດ້ຕາຍໄປ ແລະ ໜຶ່ງສ່ວນສາມຂອງເຮືອທັງຫລາຍໄດ້ຖືກທຳລາຍໄປ.
10
ເທວະດາຕົນທີສາມເປົ່າແກຂອງຕົນຂຶ້ນ ແລະ ດາວໃຫຍ່ດວງໜຶ່ງທີ່ມີໄຟກຳລັງລຸກໄໝ້ຢູ່ເໝືອນກັບທວນໄຟກໍຕົກຈາກທ້ອງຟ້າລົງໃສ່ໜຶ່ງໃນສາມຂອງແມ່ນ້ຳທັງຫລາຍ ແລະ ລົງໃສ່ບໍ່ນ້ຳພຸຕ່າງໆ
11
ດາວດວງນັ້ນຊື່ວ່າຂົມ ເຮັດໃຫ້ໜຶ່ງສ່ວນສາມຂອງນ້ຳນັ້ນມີລົດຂົມ ແລະ ຄົນຈໍານວນຫລວງຫລາຍໄດ້ຕາຍໄປເນື່ອງຈາກນ້ຳກາຍເປັນນ້ຳຂົມ.
12
ເທວະດາອົງທີສີ່ໄດ້ເປົ່າແກຂອງຕົນຂຶ້ນ ແລະ ໜຶ່ງສ່ວນສາມຂອງດວງຕາເວັນ, ດວງເດືອນ ແລະ ດວງດາວຕ່າງໆກໍຢຸດເຄື່ອນໄຫວ, ດັ່ງນັ້ນຈຶ່ງເຮັດໃຫ້ໜຶ່ງສ່ວນສາມຂອງທັງສາມສິ່ງນັ້ນຈຶ່ງມືດໄປ. ເຮັດໃຫ້ເວລາໜຶ່ງໃນສາມຂອງກາງເວັນບໍ່ມີແສງສະຫວ່າງ ແລະ ໜຶ່ງສ່ວນສາມຂອງກາງຄືນກໍເໝືອນກັນ.
13
ໃນຂະນະທີ່ຂ້າພະເຈົ້າເຝົ້າເບິ່ງຢູ່ນັ້ນ, ຂ້າພະເຈົ້າກໍໄດ້ຍິນສຽງນົກອິນຊີທີ່ກຳລັງບິນຢູ່ກາງອາກາດຮ້ອງດ້ວຍສຽງອັນດັງວ່າ: “ວິບັດ! ວິບັດ! ວິບັດແກ່ຄົນທັງຫລາຍທີ່ອາໄສຢູ່ໃນແຜ່ນດິນໂລກ, ເພາະສຽງແກຂອງເທວະດາອີກສາມຕົນທີ່ກຳລັງຈະເປົ່ານັ້ນ!”
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22