bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 13
Revelation 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 14 →
1
ສ່ວນພະຍານາກ ຢືນຢູ່ແຄມທະເລ. ແລະ ຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕໜຶ່ງຂຶ້ນມາຈາກທະເລ. ມັນມີສິບເຂົາ ແລະ ເຈັດຫົວ, ທັງເຈັດເຂົາສວມມົງກຸດສວມ ແລະ ຢູ່ເທິງແຕ່ລະຫົວມີຊື່ທີ່ເປັນຄຳໝິ່ນປະໝາດ.
2
ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນຄ້າຍຄືກັບເສືອດາວ, ແຕ່ມີຕີນເໝືອນຕີນໝີ ແລະ ມີປາກເໝືອນປາກສິງ. ພະຍານາກໄດ້ໃຫ້ອຳນາດ ແລະ ບັນລັງກັບສິດອຳນາດອັນຍິ່ງໃຫຍ່ຂອງມັນແກ່ສັດຮ້າຍນັ້ນ.
3
ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍນັ້ນເບິ່ງຄືວ່າມີບາດແຜທີ່ເຮັດໃຫ້ເຖິງຕາຍ, ແຕ່ບາດແຜທີ່ເຮັດໃຫ້ເຖິງຕາຍນັ້ນຫາຍດີແລ້ວ. ຄົນທັງໂລກກໍເຕັມໄປດ້ວຍຄວາມອັດສະຈັນໃຈ ແລະ ໄດ້ຕິດຕາມມານຮ້າຍນັ້ນ.
4
ປະຊາຊົນໄດ້ຂາບໄຫວ້ພະຍານາກເພາະມັນໃຫ້ສິດອຳນາດແກ່ສັດຮ້າຍນັ້ນ ແລະ ພວກເຂົາໄດ້ຂາບໄຫວ້ສັດຮ້າຍເໝືອນກັນ ແລະ ພວກເຂົາຖາມກັນວ່າ, “ຜູ້ໃດຈະເປັນເໝືອນສັດຮ້າຍນີ້? ຜູ້ໃດສາມາດສູ້ຮົບກັບມັນໄດ້?”
5
ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ມີປາກເພື່ອເວົ້າຄຳເວົ້າທີ່ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອໃຊ້ສິດອຳນາດຂອງມັນເປັນເວລາສີ່ສິບສອງເດືອນ.
6
ມັນອ້າປາກກ່າວໝິ່ນປະໝາດພຣະເຈົ້າ ແລະ ກ່າວຮ້າຍຕໍ່ນາມຂອງພຣະອົງ, ຕໍ່ທີ່ສະຖິດຂອງພຣະອົງ ແລະ ຕໍ່ບັນດາຜູ້ທີ່ຢູ່ໃນສະຫວັນ.
7
ມັນໄດ້ຮັບອຳນາດທີ່ຈະສູ້ຮົບກັບບັນດາຜູ້ບໍລິສຸດຂອງພຣະເຈົ້າ ແລະ ຊະນະພວກເຂົາ. ມັນໄດ້ຮັບສິດອຳນາດເໜືອທຸກຊົນເຜົ່າ, ທຸກຄົນ, ທຸກພາສາ ແລະ ທຸກຊົນຊາດ.
8
ບັນດາຄົນທີ່ຢູ່ໃນແຜ່ນດິນໂລກຈະຂາບໄຫວ້ສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າຜູ້ຖືກຂ້າຕາຍຕັ້ງແຕ່ການສ້າງໂລກ.
9
“ຜູ້ໃດກໍຕາມມີຫູ ກໍຈົ່ງຟັງສາ.
10
“ຖ້າຜູ້ໃດຖືກກຳນົດໃຫ້ເປັນຊະເລີຍ, ພວກເຂົາກໍຈະຕ້ອງໄປເປັນຊະເລີຍ. ຖ້າຜູ້ໃດຖືກກຳນົດໃຫ້ຖືກຂ້າ ດ້ວຍດາບ ພວກເຂົາກໍຈະຕ້ອງຖືກຂ້າດ້ວຍດາບ”. ໃນເລື່ອງນີ້ບັນດາຄົນຂອງພຣະເຈົ້າຈະຕ້ອງມີຄວາມອົດທົນ ແລະ ຄວາມສັດຊື່.
11
ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕທີສອງຂຶ້ນມາຈາກແຜ່ນດິນໂລກ. ມັນມີສອງເຂົາເໝືອນເຂົາແກະນ້ອຍ, ແຕ່ມັນເວົ້າເໝືອນກັບພະຍານາກ.
12
ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ.
13
ແລະ ມັນສະແດງໝາຍສຳຄັນທີ່ຍິ່ງໃຫຍ່, ແມ່ນແຕ່ເຮັດໃຫ້ໄຟຕົກຈາກສະຫວັນລົງມາສູ່ໂລກຕໍ່ໜ້າຕໍ່ຕາມະນຸດ.
14
ເພາະໝາຍສຳຄັນເຫລົ່ານີ້ມັນຈຶ່ງໄດ້ຮັບອຳນາດໃຫ້ກະທຳການແທນສັດຮ້າຍໂຕທຳອິດ, ມັນຫລອກລວງຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກ. ມັນສັ່ງໃຫ້ພວກເຂົາສ້າງຮູບຈຳລອງຂຶ້ນເພື່ອເປັນກຽດແກ່ສັດຮ້າຍທີ່ຖືກບາດເຈັບດ້ວຍດາບແຕ່ຍັງບໍ່ຕາຍນັ້ນ.
15
ສັດຮ້າຍໂຕທີສອງໄດ້ຮັບອຳນາດທີ່ຈະໃຫ້ລົມຫາຍໃຈແກ່ຮູບຈໍາລອງຂອງສັດຮ້າຍໂຕທຳອິດ, ເພື່ອວ່າຮູບຈຳລອງນັ້ນຈະສາມາດເວົ້າໄດ້ ແລະ ເຮັດໃຫ້ທຸກຄົນທີ່ບໍ່ຍອມຂາບໄຫວ້ຮູບຈຳລອງຖືກຂ້າຕາຍ.
16
ມັນຍັງບັງຄັບທຸກຄົນທັງຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລື ທີ່ໜ້າຜາກຂອງພວກເຂົາ,
17
ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫລື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫລື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ.
18
ໃນເລື່ອງນີ້ຕ້ອງໃຊ້ສະຕິປັນຍາ. ຜູ້ໃດມີຄວາມເຂົ້າໃຈກໍໃຫ້ຄິດໄລ່ໂຕເລກຂອງສັດຮ້າຍນັ້ນ ເພາະໂຕເລກນັ້ນແທນຊື່ບຸກຄົນ ໜຶ່ງ. ໂຕເລກນັ້ນແມ່ນ 666.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22