bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 12
Revelation 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 13 →
1
ມີໝາຍສຳຄັນອັນຍິ່ງໃຫຍ່ປາກົດຂຶ້ນໃນສະຫວັນຄື: ຍິງຄົນໜຶ່ງມີດວງອາທິດປົກຄຸມໂຕເໝືອນນຸ່ງເສື້ອຜ້າ, ມີດວງຈັນຢູ່ໃຕ້ຕີນ ແລະ ມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວຂອງນາງ.
2
ຍິງນັ້ນຖືພາ ແລະ ຮ້ອງດ້ວຍຄວາມເຈັບປວດເພາະນາງໃກ້ຈະເກີດລູກແລ້ວ.
3
ຫລັງຈາກນັ້ນ ກໍມີໝາຍສຳຄັນອີກຢ່າງໜຶ່ງໄດ້ປາກົດຂຶ້ນໃນສະຫວັນຄື: ພະຍານາກໃຫຍ່ສີແດງໂຕໜຶ່ງມີເຈັດຫົວ ແລະ ສິບເຂົາ, ທັງເຈັດຫົວສວມມົງກຸດ
4
ຫາງຂອງພະຍານາກນັ້ນໄດ້ກວາດໜຶ່ງສ່ວນສາມຂອງດວງດາວໃນທ້ອງຟ້າ ແລະ ແກວ່ງດວງດາວນັ້ນລົງໃສ່ແຜ່ນດິນໂລກ. ພະຍານາກນັ້ນຢືນຢູ່ຕໍ່ໜ້າແມ່ຍິງຜູ້ທີ່ກຳລັງຈະເກີດລູກ, ເພື່ອວ່າມັນຈະໄດ້ກິນເດັກນ້ອຍດ້ວຍຄວາມຫິວໂຫຍໃນທັນທີທີ່ເດັກນັ້ນເກີດມາ.
5
ນາງໄດ້ເກີດລູກຊາຍຜູ້ໜຶ່ງ, ເປັນເດັກນ້ອຍຜູ້ຊາຍ, ຜູ້ທີ່ “ຈະປົກຄອງປະຊາຊາດທັງປວງດ້ວຍຄາທາເຫລັກ”. ແລະ ລູກຂອງນາງໄດ້ຖືກດຶງຂຶ້ນໄປຫາພຣະເຈົ້າ ແລະ ໄປທີ່ບັນລັງຂອງພຣະອົງ.
6
ຍິງນັ້ນໄດ້ໜີເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານໄປສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ສຳລັບນາງ, ຢູ່ທີ່ນັ້ນນາງຈະໄດ້ຮັບການລ້ຽງດູເປັນເວລາໜຶ່ງພັນສອງຮ້ອຍຫົກສິບວັນ.
7
ຫລັງຈາກນັ້ນ ກໍໄດ້ເກີດສົງຄາມຂຶ້ນໃນສະຫວັນ. ມີຄາເອນ ແລະ ບັນດາເທວະດາຂອງເພິ່ນກໍພາກັນຕໍ່ສູ້ກັບພະຍານາກ, ສ່ວນພະຍານາກ ແລະ ບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ.
8
ແຕ່ພະຍານາກບໍ່ເຂັ້ມແຂງພໍ ແລະ ພວກມັນໄດ້ສູນເສຍບ່ອນຢູ່ຂອງພວກມັນໃນສະຫວັນ.
9
ພະຍານາກໃຫຍ່ທີ່ຖືກໂຍນລົງມານັ້ນແມ່ນງູດຶກດຳບັນທີ່ເອີ້ນວ່າມານຮ້າຍ ຫລື ມານຊາຕານ, ຜູ້ທີ່ນຳພາຄົນທັງໂລກໃຫ້ຫລົງຜິດ. ມັນຖືກໂຍນລົງມາເທິງໂລກພ້ອມກັບບັນດາເທວະດາຂອງມັນ.
10
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ, ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ. ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ, ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ. ໄດ້ຖືກໂຍນລົງໄປແລ້ວ.
11
ພວກເຂົາໄດ້ຊະນະພະຍານາກ ໂດຍໂລຫິດຂອງລູກແກະຂອງພຣະເຈົ້າ ແລະ ໂດຍຄຳພະຍານຂອງພວກເຂົາເອງ, ພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງຫລາຍ ແມ່ນແຕ່ຄວາມຕາຍພວກເຂົາກໍບໍ່ຢ້ານ.
12
ເຫດສະນັ້ນ ຈົ່ງຊື່ນຊົມຍິນດີ, ຟ້າສະຫວັນ ແລະ ບັນດາຜູ້ອາໄສໃນຟ້າສະຫວັນເອີຍ! ແຕ່ວິບັດແກ່ແຜ່ນດິນໂລກ ແລະ ທະເລ, ເພາະວ່າມານຮ້າຍໄດ້ລົງໄປຫາພວກເຈົ້າແລ້ວ! ມັນເຕັມດ້ວຍຄວາມຄຽດແຄ້ນ, ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ”.
13
ເມື່ອພະຍານາກເຫັນວ່າຕົນໄດ້ຖືກໂຍນລົງເທິງແຜ່ນດິນໂລກແລ້ວ, ມັນກໍໄລ່ຕາມຫາແມ່ຍິງຜູ້ທີ່ໄດ້ເກີດລູກເປັນເດັກນ້ອຍຜູ້ຊາຍນັ້ນ.
14
ຍິງນັ້ນໄດ້ຮັບປີກນົກອິນຊີໃຫຍ່ສອງປີກເພື່ອຈະໄດ້ບິນໄປຍັງບ່ອນທີ່ໄດ້ຈັດຕຽມໄວ້ໃຫ້ນາງໃນຖິ່ນແຫ້ງແລ້ງກັນດານ, ຢູ່ທີ່ນັ້ນນາງຈະໄດ້ຮັບການປົກປ້ອງລ້ຽງດູໃຫ້ພົ້ນຈາກການໂຈມຕີຂອງພະຍານາກຕະຫລອດໜຶ່ງວາລະ, ສອງວາລະ ແລະ ເຄິ່ງວາລະ.
15
ແລ້ວພະຍານາກນັ້ນກໍໄດ້ພົ່ນນ້ຳອອກຈາກປາກຂອງມັນເໝືອນແມ່ນ້ຳເພື່ອຊັດນາງໃຫ້ລອຍໄປຕາມກະແສນ້ຳ.
16
ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ໂດຍອ້າປາກອອກ ແລະ ກືນເອົາແມ່ນ້ຳທີ່ພະຍານາກພົ່ນອອກຈາກປາກຂອງມັນນັ້ນ.
17
ແລ້ວພະຍານາກກໍຄຽດແຄ້ນຍິງນັ້ນ ແລະ ໄປເຮັດສົງຄາມກັບລູກຫລານຂອງນາງທີ່ເຫລືອຄື ຄົນເຫລົ່ານັ້ນທີ່ຖືຮັກສາກົດບັນຍັດຂອງພຣະເຈົ້າ ແລະ ຢຶດຖືຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22