bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 7
Revelation 7
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
1
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ເຫັນເທວະດາສີ່ຕົນຢືນຢູ່ທີ່ສີ່ມຸມຂອງແຜ່ນດິນໂລກ ດຶງລົມທັງສີ່ທິດຂອງແຜ່ນດິນໂລກບໍ່ໃຫ້ລົມພັດມາເທິງແຜ່ນດິນ ຫລື ພັດເທິງທະເລ ຫລື ພັດເທິງຕົ້ນໄມ້ໃດໆ.
2
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາອີກຕົນໜຶ່ງຂຶ້ນມາຈາກທາງທິດຕາເວັນອອກ, ຖືຕາປະທັບຂອງພຣະເຈົ້າຜູ້ມີຊີວິດຢູ່. ເທວະດາຕົນນັ້ນໄດ້ຮ້ອງດ້ວຍສຽງດັງເພື່ອບອກເທວະດາທັງສີ່ທີ່ໄດ້ຮັບສິດອຳນາດໃຫ້ເຮັດອັນຕະລາຍແກ່ແຜ່ນດິນ ແລະ ທະເລວ່າ:
3
“ຢ່າເຮັດອັນຕະລາຍແກ່ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້ຈົນກວ່າພວກເຮົາຈະໄດ້ປະທັບຕາເທິງໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາກ່ອນ”.
4
ແລ້ວຂ້າພະເຈົ້າໄດ້ຍິນຈຳນວນຂອງບັນດາຜູ້ທີ່ໄດ້ຮັບການປະທັບຕາມີຄື: ໜຶ່ງແສນສີ່ສິບສີ່ພັນຄົນຈາກທຸກເຜົ່າຂອງອິດສະຣາເອນ.
5
ຈາກເຜົ່າຢູດາ ສິບສອງພັນຄົນໄດ້ຮັບການປະທັບຕາ, ຈາກເຜົ່າຣູເບັນ ສິບສອງພັນຄົນ ຈາກເຜົ່າກຸນກາດ ສິບສອງພັນຄົນ
6
ຈາກເຜົ່າອາເຊ ສິບສອງພັນຄົນ ຈາກເຜົ່າເນັບທາລີ ສິບສອງພັນຄົນ ຈາກເຜົ່າມານາເຊ ສິບສອງພັນຄົນ
7
ຈາກເຜົ່າຊີເມໂອນ ສິບສອງພັນຄົນ ຈາກເຜົ່າເລວີ ສິບສອງພັນຄົນ ຈາກເຜົ່າອິດຊາຄາ ສິບສອງພັນຄົນ
8
ຈາກເຜົ່າເຊບູໂລນ ສິບສອງພັນຄົນ ຈາກເຜົ່າໂຢເຊັບ ສິບສອງພັນຄົນ ຈາກເຜົ່າເບັນຢາມິນ ສິບສອງພັນຄົນ
9
ຫລັງຈາກນັ້ນ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີຄົນຈໍານວນຫລວງຫລາຍທີ່ບໍ່ສາມາດນັບໄດ້, ຈາກທຸກຊາດ, ທຸກຊົນເຜົ່າ, ຄົນທຸກຄົນ ແລະ ທຸກພາສາ, ຢືນຢູ່ຕໍ່ໜ້າບັນລັງ ແລະ ຕໍ່ໜ້າລູກແກະຂອງພຣະເຈົ້າ ພວກເຂົານຸ່ງເສື້ອຄຸມສີຂາວ ແລະ ຖືກ້ານຕານຢູ່ໃນມືຂອງພວກເຂົາ.
10
ແລະ ພວກເພິ່ນໄດ້ຮ້ອງດ້ວຍສຽງອັນດັງວ່າ: “ຄວາມພົ້ນມາຈາກພຣະເຈົ້າຂອງພວກເຮົາ ຜູ້ນັ່ງຢູ່ເທິງບັນລັງ ແລະ ມາຈາກລູກແກະຂອງພຣະເຈົ້າ”.
11
ເທວະດາທຸກຕົນຢືນຢູ່ອ້ອມບັນລັງ ແລະ ອ້ອມພວກຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດທັງສີ່. ພວກເຂົາກົ້ມໜ້າລົງຕໍ່ໜ້າບັນລັງ ແລະ ນະມັດສະການພຣະເຈົ້າ,
12
ໂດຍຮ້ອງວ່າ: “ອາແມນ! ຂໍໃຫ້ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງມີແກ່ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ, ອາແມນ!”
13
ແລ້ວຜູ້ອາວຸໂສທ່ານໜຶ່ງໄດ້ຖາມຂ້າພະເຈົ້າວ່າ, “ຄົນເຫລົ່ານີ້ທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນຜູ້ໃດ ແລະ ພວກເຂົາມາຈາກໃສ?”
14
ຂ້າພະເຈົ້າຕອບວ່າ, “ທ່ານເອີຍ ທ່ານເອງຍ່ອມຮູ້ຢູ່ແລ້ວ”. ແລະ ທ່ານຜູ້ນັ້ນຈຶ່ງເວົ້າວ່າ, “ຄົນເຫລົ່ານີ້ຄືຜູ້ທີ່ມາຈາກຄວາມທຸກຍາກລຳບາກຄັ້ງໃຫຍ່ ພວກເຂົາໄດ້ຊຳລະເສື້ອຄຸມຂອງຕົນ ແລະ ເຮັດໃຫ້ຕົນຂາວດ້ວຍເລືອດຂອງລູກແກະຂອງພຣະເຈົ້າ.
15
ເຫດສະນັ້ນ, “ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ຮັບໃຊ້ພຣະອົງທັງກາງເວັນ ແລະ ກາງຄືນໃນວິຫານຂອງພຣະອົງ, ແລະ ພຣະອົງຜູ້ນັ່ງຢູ່ເທິງບັນລັງ ຈະກຳບັງພວກເຂົາໄວ້ດ້ວຍການສະຖິດຂອງພຣະອົງ.
16
ພວກເຂົາຈະບໍ່ຫິວອີກຈັກເທື່ອ, ພວກເຂົາຈະບໍ່ກະຫາຍອີກຈັກເທື່ອ. ‘ຕາເວັນຈະບໍ່ເຜົາໄໝ້ພວກເຂົາ’, ຫລື ຄວາມຮ້ອນອັນແຮງກ້າໃດໆ
17
ເພາະລູກແກະຂອງພຣະເຈົ້າຜູ້ນັ່ງຢູ່ກາງບັນລັງ ນັ້ນຈະເປັນພຣະຜູ້ລ້ຽງຂອງພວກເຂົາ. ‘ພຣະອົງຈະນຳພວກເຂົາໄປຍັງນ້ຳພຸແຫ່ງຊີວິດ’. ‘ແລະ ພຣະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ’ ”.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22