bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 16
Revelation 16
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
1
ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງດັງອອກມາຈາກວິຫານກ່າວຕໍ່ເທວະດາທັງເຈັດວ່າ, “ຈົ່ງໄປຖອກຂັນທັງເຈັດທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້ານັ້ນລົງໃສ່ແຜ່ນດິນໂລກ”.
2
ເທວະດາຕົນທຳອິດໄດ້ອອກໄປ ແລະ ຖອກຂັນຂອງຕົນລົງເທິງແຜ່ນດິນ, ແລ້ວກໍມີບາດແຜອັນໜ້າກຽດທີ່ສ້າງຄວາມເຈັບປວດກໍເກີດຂຶ້ນຕາມໂຕຂອງບັນດາຜູ້ທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະ ຂາບໄຫວ້ຮູບຈຳລອງຂອງມັນ.
3
ເທວະດາຕົນທີສອງໄດ້ເທຂັນຂອງຕົນລົງເທິງທະເລ, ແລະ ທະເລນັ້ນກໍກາຍເປັນເລືອດເໝືອນດັ່ງເລືອດຂອງຄົນຕາຍ ແລະ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນທະເລນັ້ນກໍຕາຍໝົດ.
4
ເທວະດາຕົນທີສາມໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳ ແລະ ບໍ່ນ້ຳພຸທັງຫລາຍ, ແລ້ວນ້ຳນັ້ນກໍກາຍເປັນເລືອດ.
5
ແລ້ວຂ້າພະເຈົ້າໄດ້ຍິນເທວະດາຜູ້ຮັບຜິດຊອບນ້ຳນັ້ນກ່າວວ່າ: “ຂ້າແດ່ພຣະອົງຜູ້ບໍລິສຸດ, ພຣະອົງຜູ້ດຳລົງຢູ່ທັງໃນອະດີດ ແລະ ໃນປັດຈຸບັນ ພຣະອົງພິພາກສາລົງໂທດຢ່າງຍຸຕິທຳແລ້ວ,
6
ເນື່ອງຈາກພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຂອງພຣະເຈົ້າ ແລະ ຜູ້ທຳນວາຍຂອງພຣະອົງຕ້ອງຫລັ່ງເລືອດ, ແລະ ພຣະອົງເອົາເລືອດໃຫ້ພວກເຂົາດື່ມຕາມທີ່ພວກເຂົາສົມຄວນໄດ້ຮັບ”.
7
ແລະ ຂ້າພະເຈົ້າໄດ້ຍິນແທ່ນບູຊາຮ້ອງຕອບວ່າ: “ແມ່ນແລ້ວ, ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ ການພິພາກສາຂອງພຣະອົງກໍເປັນຄວາມຈິງ ແລະ ຍຸຕິທຳ”.
8
ເທວະດາຕົນທີສີ່ໄດ້ຖອກຂັນຂອງຕົນລົງເທິງດວງຕາເວັນ ແລະ ດວງຕາເວັນກໍໄດ້ຮັບອະນຸຍາດໃຫ້ເຜົາໄໝ້ຄົນທັງຫລາຍດ້ວຍໄຟ.
9
ພວກເຂົາຖືກເຜົາດ້ວຍຄວາມຮ້ອນກ້າ ແລະ ພວກເຂົາກໍປ້ອຍດ່ານາມຂອງພຣະເຈົ້າຜູ້ຄວບຄຸມໄພພິບັດເຫລົ່ານີ້, ແຕ່ພວກເຂົາບໍ່ຍອມກັບໃຈ ແລະ ຖວາຍກຽດແກ່ພຣະອົງ.
10
ເທວະດາຕົນທີຫ້າໄດ້ຖອກຂັນຂອງຕົນລົງເທິງບັນລັງຂອງສັດຮ້າຍ ແລະ ອານາຈັກຂອງມັນກໍຈົມລົງສູ່ຄວາມມືດ. ຄົນທັງຫລາຍກັດລີ້ນຂອງຕົນດ້ວຍຄວາມເຈັບປວດ
11
ແລະ ປ້ອຍດ່າພຣະເຈົ້າແຫ່ງສະຫວັນເພາະຄວາມເຈັບປວດຂອງຕົນ ແລະ ບາດແຜຂອງຕົນ, ແຕ່ພວກເຂົາບໍ່ຍອມກັບໃຈຈາກສິ່ງທີ່ພວກເຂົາໄດ້ກະທຳ.
12
ເທວະດາຕົນທີຫົກໄດ້ຖອກຂັນຂອງຕົນລົງເທິງແມ່ນ້ຳເອີຟຣັດໃຫຍ່ ແລະ ນ້ຳກໍແຫ້ງເພື່ອຕຽມທາງໄວ້ສຳລັບບັນດາກະສັດຈາກທິດຕາເວັນອອກ.
13
ແລ້ວຂ້າພະເຈົ້າກໍໄດ້ເຫັນວິນຍານສົກກະປົກສາມໂຕມີຮູບຮ່າງຄ້າຍຄືກົບ, ພວກມັນອອກມາຈາກປາກຂອງພະຍານາກ, ຈາກປາກຂອງສັດຮ້າຍ ແລະ ຈາກປາກຂອງຜູ້ທຳນວາຍປອມ.
14
ພວກມັນເປັນວິນຍານຂອງມານຮ້າຍທີ່ເຮັດໝາຍສຳຄັນຕ່າງໆ, ພວກມັນອອກໄປຫາກະສັດທົ່ວໂລກເພື່ອເຕົ້າໂຮມກະສັດເຫລົ່ານັ້ນມາເຮັດການຕໍ່ສູ້ໃນວັນອັນຍິ່ງໃຫຍ່ຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່.
15
“ເບິ່ງແມ! ເຮົາຈະມາເໝືອນຂະໂມຍມາ! ຄວາມສຸກເປັນຂອງຜູ້ທີ່ຕື່ນຢູ່ ແລະ ນຸ່ງເສື້ອຜ້າຢູ່, ເພື່ອວ່າພວກເຂົາຈະໄດ້ບໍ່ຕ້ອງຍ່າງເປືອຍກາຍ ແລະ ຖືກເປີດເຜີຍດ້ວຍຄວາມອັບອາຍ”.
16
ແລ້ວພວກເຂົາໄດ້ເຕົ້າໂຮມບັນດາກະສັດມາຊຸມນຸມກັນໃນບ່ອນທີ່ພາສາເຮັບເຣີເອີ້ນວ່າອາມາເຄໂດນ.
17
ເທວະດາຕົນທີເຈັດໄດ້ຖອກຂັນຂອງຕົນລົງເທິງອາກາດ ແລະ ມີສຽງໜຶ່ງດັງມາຈາກບັນລັງໃນວິຫານວ່າ, “ສຳເລັດແລ້ວ!”
18
ຫລັງຈາກນັ້ນ ເກີດມີແສງຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວຄັ້ງຮ້າຍແຮງ. ບໍ່ເຄີຍມີແຜ່ນດິນໄຫວຢ່າງນີ້ເລີຍ ນັບຕັ້ງແຕ່ມີມະນຸດຢູ່ເທິງແຜ່ນດິນໂລກມາ, ດັ່ງນັ້ນຈຶ່ງເປັນແຜ່ນດິນໄຫວຄັ້ງໃຫຍ່ຫລາຍ.
19
ນະຄອນຍິ່ງໃຫຍ່ນັ້ນໄດ້ແຍກອອກເປັນສາມສ່ວນ ແລະ ບັນດາເມືອງໃຫຍ່ຂອງປະເທດຕ່າງໆໄດ້ພັງທະລາຍລົງ. ພຣະເຈົ້າລະນຶກເຖິງບາບີໂລນນະຄອນຍິ່ງໃຫຍ່ ແລະ ໄດ້ໃຫ້ນະຄອນນີ້ດື່ມຈາກຈອກທີ່ເຕັມດ້ວຍເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະອົງ.
20
ເກາະທຸກແຫ່ງຫາຍໄປ ແລະ ພູທຸກໜ່ວຍກໍບໍ່ພົບ.
21
ມີໝາກເຫັບຂະໜາດໃຫຍ່ຕົກຈາກຟ້າລົງມາໃສ່ຄົນທັງປວງ ແຕ່ລະກ້ອນໜັກປະມານ 45 ກິໂລກຣາມ ແລະ ພວກເຂົາໄດ້ປ້ອຍດ່າພຣະເຈົ້າຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ ເພາະວ່າເປັນໄພພິບັດອັນຮ້າຍແຮງຫລາຍ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22