bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 20
Revelation 20
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 21 →
1
ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ຖືກະແຈຂອງເຫວເລິກ ແລະ ໂສ້ເສັ້ນໃຫຍ່ໃນມືຂອງເພິ່ນ.
2
ເທວະດານັ້ນໄດ້ຈັບພະຍານາກທີ່ເປັນງູດຶກດຳບັນ, ຜູ້ທີ່ເປັນມານຮ້າຍ ຫລື ມານຊາຕານ ແລະ ຜູກມັດມັນໄວ້ໜຶ່ງພັນປີ.
3
ເພິ່ນໄດ້ໂຍນມັນລົງໃນເຫວເລິກ, ໃສ່ກະແຈ ແລະ ປະທັບຕາໃສ່ມັນໄວ້ ເພື່ອບໍ່ໃຫ້ມັນອອກມາຫລອກລວງບັນດາປະຊາຊາດທັງຫລາຍອີກຈົນກວ່າຈະຄົບໜຶ່ງພັນປີ. ຫລັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍອອກມາຊົ່ວໄລຍະສັ້ນໆ.
4
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາ ບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.
5
(ສ່ວນຄົນຕາຍອື່ນໆທີ່ເຫລືອຢູ່ນັ້ນ ບໍ່ໄດ້ກັບຄືນມາມີຊີວິດຈົນກວ່າຈະຄົບໜຶ່ງພັນປີ). ນີ້ແມ່ນການເປັນຄືນມາຈາກຕາຍຄັ້ງທີໜຶ່ງ.
6
ບັນດາຜູ້ຮ່ວມໃນການເປັນຄືນມາຈາກຕາຍຄັ້ງທີໜຶ່ງນີ້ກໍເປັນສຸກ ແລະ ບໍລິສຸດ. ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເໜືອພວກເຂົາ, ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະ ຂອງພຣະຄຣິດເຈົ້າ ແລະ ຈະປົກຄອງຮ່ວມກັບພຣະອົງເປັນເວລາໜຶ່ງພັນປີ.
7
ເມື່ອໜຶ່ງພັນປີຜ່ານພົ້ນໄປແລ້ວ, ມານຊາຕານຈະຖືກປ່ອຍອອກມາຈາກບ່ອນຄຸກຂອງມັນ
8
ແລະ ມັນຈະອອກໄປຫລອກລວງບັນດາປະຊາຊາດທັງຫລາຍທົ່ວສີ່ມຸມຂອງໂລກທີ່ເອີ້ນວ່າໂກກ ແລະ ມາໂກກ. ເພື່ອຮວບຮວມພວກເຂົາມາເຮັດການສູ້ຮົບ. ພວກເຂົາມີຈຳນວນຫລວງຫລາຍເໝືອນດັ່ງເມັດຊາຍຢູ່ຕາມຝັ່ງທະເລ.
9
ພວກເຂົາຍົກທັບຂ້າມຄວາມກວ້າງຂອງໂລກ ແລະ ມາອ້ອມຄ້າຍຂອງບັນດາຄົນຂອງພຣະເຈົ້າ ຄືນະຄອນທີ່ພຣະອົງຮັກນັ້ນ. ແຕ່ໄຟຈາກສະຫວັນໄດ້ລົງມາ ແລະ ເຜົາຜານພວກເຂົາ.
10
ແລະ ມານຮ້າຍທີ່ຫລອກລວງພວກເຂົາກໍຖືກຖິ້ມລົງໃນບຶງໄຟທີ່ມີມາດໄໝ້ຢູ່, ບ່ອນທີ່ສັດຮ້າຍ ແລະ ຜູ້ທຳນວາຍປອມໄດ້ຖືກຖິ້ມລົງໄປກ່ອນແລ້ວ. ພວກມັນຈະທົນທຸກທໍລະມານທັງກາງເວັນ ແລະ ກາງຄືນຕະຫລອດໄປເປັນນິດ.
11
ແລ້ວຂ້າພະເຈົ້າກໍໄດ້ເຫັນບັນລັງໃຫຍ່ສີຂາວ ແລະ ພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງປາກົດ ແຜ່ນດິນໂລກ ແລະ ທ້ອງຟ້າກໍໜີໄປ, ແລະ ບໍ່ມີບ່ອນສຳລັບພວກເຂົາ.
12
ແລະ ຂ້າພະເຈົ້າໄດ້ເຫັນບັນດາທີ່ຄົນຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍຢືນຢູ່ຕໍ່ໜ້າບັນລັງ ແລະ ໜັງສືຕ່າງໆກໍໄດ້ເປີດອອກ. ມີໜັງສືອີກເຫລັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫລົ່ານັ້ນ.
13
ທະເລກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນທະເລຄືນມາ, ຄວາມຕາຍ ແລະ ແດນມໍລະນາກໍສົ່ງຄົນທັງຫລາຍທີ່ຕາຍຢູ່ໃນນັ້ນຄືນມາ ແລະ ແຕ່ລະຄົນໄດ້ຖືກພິພາກສາຕາມທີ່ພວກເຂົາໄດ້ເຮັດ.
14
ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາກໍຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ແຫລະຄືຄວາມຕາຍຄັ້ງທີສອງ.
15
ຜູ້ໃດທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດ ຜູ້ນັ້ນຕ້ອງຖືກຖິ້ມລົງໃນບຶງໄຟ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22