bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 11
Revelation 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 12 →
1
ຂ້າພະເຈົ້າໄດ້ຮັບໄມ້ອໍ້ອັນໜຶ່ງເໝືອນກັບໄມ້ວັດແທກ ແລະ ໄດ້ຮັບຄຳສັ່ງວ່າ, “ຈົ່ງໄປ ແລະ ວັດແທກວິຫານຂອງພຣະເຈົ້າ, ແທ່ນບູຊາ ແລະ ນັບຈຳນວນຜູ້ທີ່ນະມັດສະການຢູ່ທີ່ນັ້ນ.
2
ແຕ່ຍົກເວັ້ນເດີ່ນຊັ້ນນອກ, ເນື່ອງຈາກທີ່ນັ້ນໄດ້ຍົກໃຫ້ຄົນຕ່າງຊາດແລ້ວ. ພວກເຂົາຈະຢຽບຢ່ຳນະຄອນສັກສິດເປັນເວລາສີ່ສິບສອງເດືອນ.
3
ເຮົາຈະມອບລິດອຳນາດໃຫ້ແກ່ພະຍານທັງສອງຂອງເຮົາ ແລະ ພວກເຂົາຈະນຸ່ງຫົ່ມຜ້າກະສອບເຂົ້າ ແລະ ຈະທຳນວາຍເປັນເວລາໜຶ່ງພັນສອງຮ້ອຍຫົກສິບວັນ”
4
ພະຍານທັງສອງຄື “ຕົ້ນໝາກກອກສອງຕົ້ນ ແລະ ຫລັກຕະກຽງຄຳສອງອັນທີ່ຕັ້ງຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າຂອງໂລກ”.
5
ຖ້າຜູ້ໃດພະຍາຍາມທີ່ຈະທຳລາຍພະຍານທັງສອງ, ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະ ເຜົາຜານບັນດາສັດຕູຂອງພວກເພິ່ນ. ຜູ້ໃດຢາກທຳລາຍພວກເພິ່ນຜູ້ນັ້ນຈະຕ້ອງຕາຍຢ່າງນີ້ແຫລະ.
6
ພວກເພິ່ນມີອຳນາດທີ່ຈະອັດທ້ອງຟ້າເພື່ອບໍ່ໃຫ້ຝົນຕົກຂະນະທີ່ພວກເພິ່ນກຳລັງທຳນວາຍຢູ່ນັ້ນ, ແລະ ພວກເພິ່ນມີອຳນາດເຮັດໃຫ້ນ້ຳກາຍເປັນເລືອດ ແລະ ເພື່ອຟາດແຜ່ນດິນໂລກດ້ວຍໄພພິບັດທຸກຊະນິດໄດ້ເລື້ອຍຕາມທີ່ພວກເພິ່ນຕ້ອງການ.
7
ແລະ ເມື່ອທັງສອງໄດ້ເປັນພະຍານສຳເລັດແລ້ວ, ສັດຮ້າຍຈາກເຫວເລິກຈະຂຶ້ນມາທຳຮ້າຍພວກເພິ່ນ, ຈະເອົາຊະນະພວກເພິ່ນ ແລະ ຂ້າພວກເພິ່ນ.
8
ຊາກສົບຂອງພະຍານທັງສອງຈະຖືກຖິ້ມຢູ່ເທິງຖະໜົນແຫ່ງນະຄອນໃຫຍ່ ເຊິ່ງຖືກປຽບທຽບວ່າເປັນໂຊໂດມ ແລະ ເອຢິບ. ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນໄດ້ຖືກຄຶງເທິງໄມ້ກາງແຂນ.
9
ຕະຫລອດສາມວັນເຄິ່ງນັ້ນຄົນຈຳນວນໜຶ່ງຈາກທຸກກຸ່ມຄົນ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກປະເທດຈະມາຈ້ອງເບິ່ງສົບຂອງພວກເພິ່ນ ແລະ ບໍ່ຍອມໃຫ້ຝັງສົບ.
10
ຜູ້ອາໄສຢູ່ໃນແຜ່ນດິນໂລກຈະເບິ່ງສົບຂອງພວກເພິ່ນດ້ວຍຄວາມດີໃຈ ແລະ ຈະສະເຫລີມສະຫລອງໂດຍໃຫ້ຂອງຂວັນແກ່ກັນ, ເພາະຜູ້ທຳນວາຍທັງສອງນີ້ໄດ້ທໍລະມານບັນດາຜູ້ທີ່ອາໄສຢູ່ໃນໂລກ.
11
ແຕ່ຫລັງຈາກສາມວັນເຄິ່ງແລ້ວລົມຫາຍໃຈ ແຫ່ງຊີວິດຈາກພຣະເຈົ້າກໍໄດ້ເຂົ້າໃນສົບນັ້ນ, ພວກເພິ່ນທັງສອງຈຶ່ງລຸກຢືນຂຶ້ນ, ຄົນທີ່ພົບເຫັນກໍຢ້ານກົວຫລາຍ.
12
ແລ້ວພວກເພິ່ນກໍໄດ້ຍິນສຽງດັງຈາກສະຫວັນກ່າວກັບພວກເພິ່ນວ່າ, “ຈົ່ງຂຶ້ນມາທີ່ນີ້”. ແລ້ວພະຍານທັງສອງນັ້ນກໍຂຶ້ນໄປໃນເມກສູ່ສະຫວັນ ຂະນະທີ່ສັດຕູທັງຫລາຍຂອງພວກເພິ່ນເບິ່ງຢູ່.
13
ໃນຊົ່ວໂມງນັ້ນເອງກໍເກີດແຜ່ນດິນໄຫວຢ່າງຮ້າຍແຮງ ແລະ ໜຶ່ງສ່ວນສິບຂອງເມືອງນັ້ນໄດ້ຖະຫລົ່ມລົງ. ມີຄົນຕາຍເຈັດພັນຄົນໃນແຜ່ນດິນໄຫວຄັ້ງນີ້, ສ່ວນຜູ້ທີ່ລອດຊີວິດກໍຕົກໃຈຢ້ານ ແລະ ຖວາຍກຽດຕິຍົດແກ່ພຣະເຈົ້າແຫ່ງຟ້າສະຫວັນ.
14
ວິບັດທີສອງໄດ້ຜ່ານພົ້ນໄປ, ວິບັດທີສາມຈະມາເຖິງໃນໄວໆນີ້.
15
ເທວະດາຕົນທີເຈັດເປົ່າແກຂອງຕົນ ແລະ ມີສຽງດັງຫລາຍສຽງໃນສະຫວັນ ເຊິ່ງກ່າວວ່າ: “ອານາຈັກຂອງໂລກນີ້ໄດ້ກາຍເປັນ ອານາຈັກຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ເປັນຂອງພຣະຄຣິດເຈົ້າຂອງພຣະອົງແລ້ວ ແລະ ພຣະອົງຈະປົກຄອງຕະຫລອດໄປເປັນນິດ”.
16
ແລ້ວຜູ້ອາວຸໂສທັງຊາວສີ່ທ່ານທີ່ນັ່ງເທິງບັນດາບັນລັງຂອງຕົນຕໍ່ໜ້າພຣະເຈົ້າ ກໍໝອບໜ້າລົງນະມັດສະການພຣະເຈົ້າ,
17
ໂດຍກ່າວວ່າ: “ພວກຂ້ານ້ອຍທັງຫລາຍຂອບພຣະຄຸນພຣະອົງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່, ຜູ້ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ດຳລົງຢູ່ໃນອະດີດ, ເພາະພຣະອົງໄດ້ສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະ ໄດ້ເລີ່ມປົກຄອງແລ້ວ.
18
ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”.
19
ແລ້ວວິຫານຂອງພຣະເຈົ້າໃນສະຫວັນກໍເປີດອອກ ແລະ ຂ້າພະເຈົ້າໄດ້ເຫັນຫີບພັນທະສັນຍາພາຍໃນວິຫານຂອງພຣະອົງ. ແລະ ທີ່ນັ້ນເກີດຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸໝາກເຫັບຕົກຢ່າງຮ້າຍແຮງ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22