bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 17
Revelation 17
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 18 →
1
ໜຶ່ງໃນເທວະດາເຈັດຕົນທີ່ຖືຂັນເຈັດໜ່ວຍນັ້ນມາຫາຂ້າພະເຈົ້າ ແລະ ກ່າວວ່າ, “ມາ, ເຮົາຈະສະແດງໃຫ້ທ່ານເຫັນການລົງໂທດຍິງໂສເພນີທີ່ໂຫດຮ້າຍຜູ້ນັ່ງຢູ່ເທິງແມ່ນ້ຳທັງຫລາຍນັ້ນ.
2
ບັນດາກະສັດທົ່ວໂລກໄດ້ເຮັດຜິດສິນທຳທາງເພດກັບນາງ, ແລະ ຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກກໍເມົາເຫລົ້າອະງຸ່ນແຫ່ງການຜິດສິນທຳທາງເພດຂອງນາງ”.
3
ແລ້ວເທວະດາຕົນນັ້ນໄດ້ນຳຂ້າພະເຈົ້າໄປໃນພຣະວິນຍານເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. ທີ່ນັ້ນຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມ ເຊິ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງໂຕ, ມີເຈັດຫົວ ແລະ ສິບເຂົາ.
4
ແມ່ຍິງຄົນນັ້ນນຸ່ງເຄື່ອງສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍດ້ວຍຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງຖືຈອກຄຳໄວ້ໃນມືຂອງນາງ, ເຊິ່ງເຕັມໄປດ້ວຍສິ່ງທີ່ໜ້າກຽດຊັງ ແລະ ຄວາມສົກກະປົກຂອງການຫລິ້ນຊູ້ຂອງນາງ.
5
ຊື່ທີ່ຂຽນໄວ້ເທິງໜ້າຜາກຂອງນາງເປັນຄວາມເລິກລັບວ່າ: ບາບີໂລນນະຄອນຍິ່ງໃຫຍ່*** ແມ່ຂອງຍິງໂສເພນີ*** ແລະ ສິ່ງທີ່ໜ້າກຽດຊັງທັງຫລາຍຂອງແຜ່ນດິນໂລກ.***
6
ຂ້າພະເຈົ້າເຫັນແມ່ຍິງຄົນນັ້ນເມົາດ້ວຍເລືອດຂອງບັນດາຜູ້ບໍລິສຸດຂອງພຣະເຈົ້າ, ເລືອດຂອງບັນດາຜູ້ທີ່ເປັນພະຍານເພື່ອພຣະເຢຊູເຈົ້າ. ເມື່ອຂ້າພະເຈົ້າເຫັນນາງແລ້ວກໍປະຫລາດໃຈຫລາຍ.
7
ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ດ້ວຍເຫດໃດທ່ານຈຶ່ງປະຫລາດໃຈ? ເຮົາຈະອະທິບາຍຄວາມເລິກລັບຂອງແມ່ຍິງຄົນນັ້ນກັບສັດຮ້າຍທີ່ມີເຈັດຫົວ ແລະ ສິບເຂົາທີ່ນາງຂີ່ໃຫ້ທ່ານຟັງ.
8
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.
9
“ໃນເລື່ອງນີ້ຕ້ອງໃຊ້ຄວາມຄິດ ແລະ ປັນຍາ. ເຈັດຫົວນັ້ນແມ່ນເນີນພູເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່.
10
ທັງຍັງໝາຍເຖິງກະສັດເຈັດອົງ. ຫ້າອົງໄດ້ລ່ວງໄປແລ້ວ, ອົງໜຶ່ງເປັນຢູ່ ແລະ ອີກອົງໜຶ່ງຍັງບໍ່ມາ, ແຕ່ເມື່ອມາແລ້ວຈະຕ້ອງຢູ່ພຽງຊົ່ວຂະນະໜຶ່ງ.
11
ສັດຮ້າຍທີ່ຄັ້ງໜຶ່ງເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່ ນັ້ນຄືກະສັດອົງທີແປດ. ມັນຮ່ວມຢູ່ໃນກຸ່ມຂອງກະສັດທັງເຈັດອົງດ້ວຍ ແລະ ກຳລັງຈະໄປສູ່ຄວາມຈິບຫາຍຂອງມັນ.
12
“ສ່ວນເຂົາທັງສິບທີ່ທ່ານໄດ້ເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບອານາຈັກເທື່ອ, ແຕ່ຈະໄດ້ຮັບສິດອຳນາດໃນຖານະກະສັດຮ່ວມກັບສັດຮ້າຍນັ້ນເປັນໄລຍະເວລາໜຶ່ງຊົ່ວໂມງ.
13
ພວກເຂົາມີເປົ້າໝາຍດຽວກັນ ແລະ ຈະມອບອຳນາດ ແລະ ສິດອຳນາດຂອງຕົນໃຫ້ສັດຮ້າຍນັ້ນ.
14
ພວກເຂົາຈະສູ້ຮົບກັບລູກແກະຂອງພຣະເຈົ້າ, ແຕ່ລູກແກະຂອງພຣະເຈົ້າຈະຊະນະພວກເຂົາເພາະພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະ ເປັນກະສັດເໜືອກະສັດທັງຫລາຍ ແລະ ບັນດາຄົນທີ່ຢູ່ກັບພຣະອົງເປັນຜູ້ທີ່ພຣະອົງໄດ້ເອີ້ນ, ເລືອກໄວ້ ແລະ ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງ”.
15
ແລ້ວເທວະດາຕົນນັ້ນໄດ້ກ່າວກັບຂ້າພະເຈົ້າວ່າ, “ນ້ຳທັງຫລາຍທີ່ທ່ານໄດ້ເຫັນ ບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ຄືບັນດາປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາຕ່າງໆ.
16
ສັດຮ້າຍ ແລະ ເຂົາສິບອັນທີ່ທ່ານໄດ້ເຫັນນັ້ນຈະກຽດຊັງຍິງໂສເພນີ. ພວກເຂົາຈະນຳນາງໄປສູ່ຄວາມຈິບຫາຍ ແລະ ປ່ອຍໃຫ້ນາງເປືອຍກາຍ, ພວກເຂົາຈະກິນຊີ້ນຂອງນາງ ແລະ ເຜົານາງດ້ວຍໄຟ.
17
ເພາະພຣະເຈົ້າໃສ່ສິ່ງນັ້ນເຂົ້າໄປໃນໃຈຂອງພວກເຂົາເພື່ອໃຫ້ບັນລຸຕາມຈຸດປະສົງຂອງພຣະອົງໂດຍໃຫ້ພວກເຂົາເຫັນດີມອບອຳນາດການປົກຄອງຂອງພວກເຂົາແກ່ສັດຮ້າຍນັ້ນຈົນກວ່າຈະສຳເລັດຕາມພຣະທຳຂອງພຣະເຈົ້າ.
18
ແມ່ຍິງທີ່ທ່ານໄດ້ເຫັນນັ້ນຄືນະຄອນຍິ່ງໃຫຍ່ ເຊິ່ງປົກຄອງບັນດາກະສັດຂອງໂລກ”.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22