bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Revelation 21
Revelation 21
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 22 →
1
ແລ້ວຂ້າພະເຈົ້າໄດ້ເຫັນ “ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່” ເພາະສະຫວັນເດີມ ແລະ ແຜ່ນດິນໂລກເດີມໄດ້ຜ່ານພົ້ນໄປແລ້ວ ແລະ ກໍບໍ່ມີທະເລອີກແລ້ວ.
2
ຂ້າພະເຈົ້າໄດ້ເຫັນນະຄອນສັກສິດ ຄືເຢຣູຊາເລັມໃໝ່ທີ່ພຣະເຈົ້າໃຫ້ລົງມາຈາກສະຫວັນ, ນະຄອນນີ້ໄດ້ຮັບການຈັດຕຽມໄວ້ເໝືອນເຈົ້າສາວແຕ່ງໂຕງົດງາມລໍຖ້າຮັບຜົວຂອງຕົນ.
3
ແລະ ຂ້າພະເຈົ້າໄດ້ຍິນສຽງດັງມາຈາກບັນລັງກ່າວວ່າ, “ເບິ່ງແມ! ບັດນີ້ທີ່ສະຖິດຂອງພຣະເຈົ້າກໍມາຢູ່ທ່າມກາງມະນຸດແລ້ວ, ພຣະອົງຈະຢູ່ກັບພວກເຂົາ. ພວກເຂົາຈະເປັນຄົນຂອງພຣະອົງ ແລະ ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະ ເປັນພຣະເຈົ້າຂອງພວກເຂົາ.
4
‘ພຣະອົງຈະເຊັດນ້ຳຕາທຸກຢົດຈາກຕາຂອງພວກເຂົາ. ທີ່ນັ້ນຈະບໍ່ມີຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດອີກຕໍ່ໄປ, ເພາະລະບົບເກົ່າຂອງສິ່ງຕ່າງໆໄດ້ຜ່ານພົ້ນໄປແລ້ວ”.
5
ພຣະອົງຜູ້ນັ່ງຢູ່ເທິງບັນລັງນັ້ນກ່າວວ່າ, “ເຮົາກຳລັງສ້າງທຸກສິ່ງຂຶ້ນໃໝ່!” ແລ້ວພຣະອົງໄດ້ກ່າວອີກວ່າ, “ຈົ່ງຂຽນສິ່ງນີ້ລົງ ເພາະຂໍ້ຄວາມເຫລົ່ານີ້ແມ່ນເຊື່ອຖືໄດ້ ແລະ ເປັນຄວາມຈິງ”.
6
ພຣະອົງກ່າວກັບຂ້າພະເຈົ້າວ່າ: “ສຳເລັດແລ້ວ. ເຮົາເປັນອາລະຟາ ແລະ ໂອເມຄາ, ເປັນເບື້ອງຕົ້ນ ແລະ ເປັນເບື້ອງປາຍ. ຜູ້ໃດທີ່ຫິວນ້ຳ ເຮົາຈະໃຫ້ຜູ້ນັ້ນດື່ມນ້ຳແຫ່ງຊີວິດຈາກບໍ່ນ້ຳພຸໂດຍບໍ່ຕ້ອງເສຍຄ່າອັນໃດ.
7
ຜູ້ທີ່ໄດ້ຮັບໄຊຊະນະຈະໄດ້ຮັບທັງໝົດນີ້ເປັນມໍລະດົກ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນລູກຂອງເຮົາ.
8
ແຕ່ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາຄົນທີ່ໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາລົບ ແລະ ຄົນເວົ້າຕົວະທັງໝົດນັ້ນ ພວກເຂົາຈະຖືກສົ່ງລົງສູ່ບຶງໄຟທີ່ມີມາດລຸກໄໝ້ຢູ່. ນີ້ຄືຄວາມຕາຍຄັ້ງທີສອງ”.
9
ໜຶ່ງໃນເທວະດາເຈັດຕົນ ທີ່ຖືຂັນແຫ່ງໄພພິບັດເຈັດປະການສຸດທ້າຍນັ້ນໄດ້ມາຫາຂ້າພະເຈົ້າ ແລະ ກ່າວວ່າ, “ເຊີນມາ, ເຮົາຈະໃຫ້ທ່ານເບິ່ງເຈົ້າສາວ ຄູ່ສົມລົດຂອງລູກແກະຂອງພຣະເຈົ້າ”.
10
ໂດຍພຣະວິນຍານເທວະດານັ້ນໄດ້ນຳຂ້າພະເຈົ້າໄປທີ່ພູເຂົາໃຫຍ່ ແລະ ສູງ, ແລະ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນນະຄອນສັກສິດ ຄືເຢຣູຊາເລັມທີ່ພຣະເຈົ້າໃຫ້ລົງມາຈາກສະຫວັນ.
11
ເມືອງນັ້ນສ່ອງແສງດ້ວຍສະຫງ່າລາສີຂອງພຣະເຈົ້າ ແລະ ປະກາຍຂອງເມືອງນັ້ນເໝືອນດັ່ງອັນຍະມະນີທີ່ລໍ້າຄ່າທີ່ສຸດ, ເໝືອນດັ່ງໂມຣາ, ໃສເໝືອນດັ່ງແກ້ວ.
12
ນະຄອນນັ້ນມີກຳແພງໃຫຍ່, ສູງ, ມີສິບສອງປະຕູ ແລະ ມີເທວະດາສິບສອງຕົນຢູ່ທີ່ປະຕູ. ຢູ່ເທິງປະຕູໄດ້ຈາລຶກຊື່ຂອງສິບສອງຕະກູນຂອງອິດສະຣາເອນ.
13
ທິດຕາເວັນອອກມີສາມປະຕູ, ທິດເໜືອມີສາມປະຕູ, ທິດໃຕ້ມີສາມປະຕູ ແລະ ທິດຕາເວັນຕົກມີສາມປະຕູ.
14
ກຳແພງນະຄອນນັ້ນມີສິບສອງຮາກຖານ, ແລະ ເທິງຮາກຖານເຫລົ່ານັ້ນໄດ້ຈາລຶກຊື່ຂອງອັກຄະສາວົກສິບສອງຄົນຂອງລູກແກະຂອງພຣະເຈົ້າ.
15
ເທວະດາຕົນທີ່ໄດ້ເວົ້າກັບຂ້າພະເຈົ້ານັ້ນ ໄດ້ຖືໄມ້ວັດແທກຄຳເພື່ອວັດແທກນະຄອນ, ວັດແທກປະຕູ ແລະ ວັດແທກກຳແພງຂອງນະຄອນນັ້ນ.
16
ນະຄອນນັ້ນມີຮູບຮ່າງເປັນຮູບສີ່ຫລ່ຽມມົນທົນ, ມີລວງຍາວລວງກວ້າງເທົ່າກັນ. ເທວະດາໄດ້ແທກນະຄອນນັ້ນດ້ວຍເຄື່ອງວັດແທກ ແລະ ພົບວ່າມີ 12,000 ສະຕາເດຍ ຄວາມກວ້າງ, ຄວາມສູງ ແລະ ຄວາມຍາວເທົ່າກັນ.
17
ເທວະດານັ້ນຍັງໄດ້ແທກກຳແພງໂດຍໃຊ້ເຄື່ອງວັດແທກຂອງມະນຸດ, ແລະ ມີຄວາມໜາ 144 ສອກ.
18
ກຳແພງນັ້ນສ້າງດ້ວຍຫີນໂມຣາ ແລະ ນະຄອນນັ້ນສ້າງດ້ວຍຄຳບໍລິສຸດທີ່ໃສເໝືອນດັ່ງແກ້ວ.
19
ຮາກຖານຂອງກຳແພງປະດັບດ້ວຍອັນຍະມະນີທີ່ລໍ້າຄ່າທຸກຊະນິດ. ຮາກຖານທີໜຶ່ງຄືຫີນໂມຣາ, ຮາກຖານທີສອງຄືພອຍສີຟ້າ, ຮາກຖານທີສາມຄືພອຍສີຂຽວ, ຮາກຖານທີສີ່ຄືມໍລະກົດ,
20
ຮາກຖານທີຫ້າຄືໂກເມນ, ຮາກຖານທີຫົກຄືພອຍຫລາຍສີ, ຮາກຖານທີເຈັດຄືພອຍສີຂຽວເຫລືອງ, ຮາກຖານທີແປດຄືພອຍສີຟ້າຂຽວ, ຮາກຖານທີເກົ້າຄືບຸບຣາຄຳ, ຮາກຖານທີສິບຄືຢົກ, ຮາກຖານທີສິບເອັດຄືພອຍສີແດງສົ້ມ, ຮາກຖານທີສິບສອງຄືເພທາຍສີມ່ວງ.
21
ປະຕູທັງສິບສອງປະຕູເຮັດດ້ວຍໄຂ່ມຸກສິບສອງໜ່ວຍ, ແຕ່ລະປະຕູເຮັດດ້ວຍໄຂ່ມຸກໜຶ່ງໜ່ວຍ. ຖະໜົນໃຫຍ່ຂອງນະຄອນນັ້ນເປັນຄຳ, ໃສເໝືອນດັ່ງແກ້ວໂປ່ງໃສ.
22
ຂ້າພະເຈົ້າບໍ່ໄດ້ເຫັນວິຫານໃນນະຄອນນີ້ເລີຍ ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່ ແລະ ລູກແກະຂອງພຣະເຈົ້າຄືວິຫານແຫ່ງນະຄອນນັ້ນ.
23
ນະຄອນນີ້ບໍ່ຕ້ອງການດວງອາທິດ ຫລື ດວງເດືອນເພື່ອສ່ອງແສງ ເພາະສະຫງ່າລາສີຂອງພຣະເຈົ້າໃຫ້ແສງສະຫວ່າງ ແລະ ລູກແກະຂອງພຣະເຈົ້າຄືຕະກຽງແຫ່ງນະຄອນນີ້.
24
ບັນດາປະຊາຊາດຈະເດີນໃນແສງສະຫວ່າງຂອງນະຄອນນີ້ ແລະ ບັນດາກະສັດຂອງໂລກຈະນຳເອົາຄວາມງົດງາມຂອງຕົນເຂົ້າມາໃນນະຄອນນີ້.
25
ປະຕູທັງຫລາຍຂອງນະຄອນນີ້ບໍ່ເຄີຍປິດ, ເພາະຈະບໍ່ມີກາງຄືນຢູ່ທີ່ນັ້ນ.
26
ສະຫງ່າລາສີ ແລະ ກຽດຕິຍົດຂອງບັນດາປະຊາຊາດທັງຫລາຍຈະຖືກນຳເຂົ້າມາໃນນະຄອນນີ້.
27
ບໍ່ມີສິ່ງທີ່ເປັນມົນທິນ ຫລື ຜູ້ໃດທີ່ເຮັດສິ່ງທີ່ໜ້າອັບອາຍ ຫລື ຫລອກລວງ ຈະເຂົ້າໃນນະຄອນນີ້ໄດ້ເລີຍ, ມີແຕ່ບັນດາຜູ້ທີ່ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າເທົ່ານັ້ນຈຶ່ງຈະເຂົ້າໄດ້.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22