bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 10
2 Samuel 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 11 →
1
ຕໍ່ມາ ນາຮາດກະສັດຂອງຊາວອຳໂມນໄດ້ຕາຍໄປ. ຮານູນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
2
ກະສັດດາວິດຈຶ່ງກ່າວວ່າ, “ເຮົາຕ້ອງສະແດງຄວາມເປັນມິດຢ່າງສັດຊື່ຕໍ່ຮານູນ ຕາມທີ່ເຈົ້ານາຮາດພໍ່ຂອງລາວເຄີຍໄດ້ປະຕິບັດຕໍ່ເຮົາ.” ສະນັ້ນ ກະສັດດາວິດຈຶ່ງສົ່ງຄະນະທູດໄປສະແດງຄວາມເສຍໃຈນຳເຈົ້າຮານູນ. ເມື່ອຄະນະທູດຂອງກະສັດດາວິດມາເຖິງເມືອງອຳໂມນແລ້ວ
3
ບັນດາຜູ້ນຳຊາວອຳໂມນກໍໄປບອກກະສັດຂອງພວກຕົນວ່າ, “ທ່ານຄິດເຫັນຢ່າງໃດທີ່ກະສັດດາວິດສົ່ງຄະນະທູດ ມາສະແດງຄວາມເສຍໃຈນຳທ່ານໃນເວລາເຊັ່ນນີ້ ເພື່ອເປັນການໃຫ້ກຽດແກ່ພໍ່ຂອງທ່ານຊັ້ນບໍ? ຄົງບໍ່ເປັນດັ່ງນັ້ນດອກ ເພິ່ນສົ່ງພວກເຫຼົ່ານີ້ມາສອດແນມເບິ່ງບ້ານເມືອງເພື່ອເອົາຊະນະພວກເຮົາ.”
4
ດັ່ງນັ້ນ ຮານູນຈຶ່ງຈັບຄະນະທູດຂອງກະສັດດາວິດ ແລະສັ່ງໃຫ້ແຖໜວດຂ້າງໜຶ່ງທັງຕັດເຄື່ອງນຸ່ງຊື່ກັບກະໂພກອອກ ແລ້ວສົ່ງພວກເຂົາກັບເມືອ.
5
ພວກເຂົາອັບອາຍຫລາຍຈົນບໍ່ກ້າກັບຄືນເມືອ. ເມື່ອກະສັດດາວິດໄດ້ຍິນເຖິງເລື່ອງທີ່ເກີດຂຶ້ນ ເພິ່ນຈຶ່ງສັ່ງໃຫ້ພວກເຂົາລໍຖ້າຢູ່ໃນເມືອງເຢຣິໂກ ຈົນກວ່າໜວດຂອງພວກເຂົາປົ່ງໃໝ່ກ່ອນ ແລ້ວຈຶ່ງກັບຄືນມາ.
6
ຊາວອຳໂມນຮູ້ຕົວວ່າພວກຕົນໄດ້ສ້າງສັດຕູກັບກະສັດດາວິດ. ດັ່ງນັ້ນ ພວກເຂົາຈຶ່ງໄປຈ້າງເອົາທະຫານຊີເຣຍ ຊາວພັນຄົນ ຈາກເມືອງເບັດເຣໂຮບ ແລະເມືອງໂຊບາ ສິບສອງພັນຄົນ ຈາກເມືອງໂຕບ ແລະກະສັດແຫ່ງມາອາກາພ້ອມກັບທະຫານໜຶ່ງພັນຄົນ.
7
ເມື່ອກະສັດດາວິດໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງສົ່ງໂຢອາບພ້ອມທັງກອງທັບໄປສູ້ຮົບພວກເຂົາ.
8
ຊາວອຳໂມນໄດ້ເຄື່ອນທັບໄປຕັ້ງທີ່ໝັ້ນຢູ່ທາງເຂົ້າຣັບບາ ເມືອງເອກຂອງພວກເຂົາ; ໃນຂະນະດຽວກັນນັ້ນ ພວກອື່ນຄືຊາວຊີເຣຍກັບທະຫານຈາກເມືອງໂຕບ ແລະມາອາກາ ກໍຕັ້ງທີ່ໝັ້ນຢູ່ນອກເມືອງ.
9
ເມື່ອໂຢອາບເຫັນວ່າ ກອງທັບຂອງສັດຕູຈະໂຈມຕີຕົນທາງດ້ານໜ້າກັບທາງດ້ານຫລັງ; ສະນັ້ນ ລາວຈຶ່ງເລືອກເອົາທະຫານອິດສະຣາເອນຜູ້ທີ່ເກັ່ງກ້າ ໃຫ້ໄປຕັ້ງທ່າໄວ້ປະເຊີນໜ້າກັບພວກຊີເຣຍ.
10
ແລ້ວລາວກໍໃຫ້ອາບີໄຊນ້ອງຊາຍຂອງລາວ ເປັນຜູ້ບັນຊາການພວກທີ່ເຫຼືອຢູ່ນັ້ນ ໂດຍໃຫ້ພວກນີ້ຕັ້ງທ່າໄວ້ປະເຊີນໜ້າກັບພວກອຳໂມນ.
11
ໂຢອາບບອກອາບີໄຊວ່າ, “ຖ້າເຈົ້າເຫັນພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍເດີ. ຖ້າພວກອຳໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
12
ຈົ່ງເຂັ້ມແຂງແລະກ້າຫານ ຂໍໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອບັນດາເມືອງຕ່າງໆຂອງພຣະເຈົ້າ ແລະຂໍໃຫ້ພຣະເຈົ້າຢາເວດຳເນີນການ ຕາມທີ່ພຣະອົງເຫັນຊອບເຖີດ.”
13
ດັ່ງນັ້ນ ໂຢອາບແລະທະຫານຂອງຕົນກໍໄດ້ຍົກທັບເຂົ້າບຸກໂຈມຕີກ່ອນ ແລະພວກຊີເຣຍກໍໄດ້ແຕກພ່າຍໜີໄປ.
14
ເມື່ອພວກອຳໂມນເຫັນວ່າພວກຊີເຣຍປົບໜີໄປແລ້ວ ພວກເຂົາຈຶ່ງແລ່ນປົບໜີຈາກອາບີໄຊ ແລະຖອຍເຂົ້າໄປໃນເມືອງ. ແລ້ວໂຢອາບກໍກັບຄືນສູ່ນະຄອນເຢຣູຊາເລັມ ຫລັງຈາກທີ່ລາວໄດ້ສູ້ຮົບຊາວອຳໂມນແລ້ວ.
15
ເມື່ອຊາວຊີເຣຍຮູ້ຕົວວ່າ ພວກຕົນໄດ້ພ່າຍແພ້ແກ່ຊາວອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງລະດົມເອົາທະຫານທັງໝົດມາໂຮມກັນ.
16
ເຈົ້າຮາດາເດເຊໄດ້ສົ່ງຄົນໄປນຳເອົາທະຫານຊີເຣຍ ຢູ່ທາງທິດຕາເວັນອອກຂອງແມ່ນໍ້າເອີຟຣັດ. ພວກນີ້ໄດ້ມາທີ່ເມືອງເຮລາມ ໂດຍແມ່ນໂຊບັກຜູ້ບັນຊາການກອງທັບຂອງເຈົ້າຮາດາເດເຊແຫ່ງໂຊບາ ເປັນຜູ້ບັນຊາການສູງສຸດ.
17
ເມື່ອກະສັດດາວິດໄດ້ຍິນເຊັ່ນນີ້ ເພິ່ນຈຶ່ງຮວບຮວມເອົາທະຫານອິດສະຣາເອນທັງໝົດ ນຳພາຂ້າມແມ່ນໍ້າຈໍແດນ ແລະຍົກທັບໄປສູ່ເມືອງເຮລາມບ່ອນທີ່ພວກຊີເຣຍຕັ້ງທ່າປະເຊີນໜ້າກັບເພິ່ນ. ການສູ້ຮົບກັນໄດ້ເລີ່ມຂຶ້ນ
18
ພວກອິດສະຣາເອນໄດ້ໄລ່ພວກຊີເຣຍໃຫ້ຖອຍກັບຄືນໄປ. ກະສັດດາວິດກັບທະຫານຂອງເພິ່ນໄດ້ຂ້າທະຫານຂັບລົດຮົບຊາວຊີເຣຍເຈັດຮ້ອຍຄົນ ແລະຂ້າທະຫານມ້າສີ່ສິບພັນຄົນ. ສ່ວນໂຊບັກຜູ້ບັນຊາການກອງທັບຂອງສັດຕູໄດ້ຮັບບາດເຈັບ ແລະຕາຍຢູ່ໃນສະໜາມຮົບ.
19
ເມື່ອບັນດາກະສັດທີ່ຂຶ້ນກັບເຈົ້າຮາດາເດເຊເຫັນວ່າ ພວກຕົນເສຍໄຊໃຫ້ແກ່ຊາວອິດສະຣາເອນແລ້ວ ຈຶ່ງເຮັດສັນຍາສະຫງົບເສິກກັບພວກອິດສະຣາເອນ ແລະຍອມຢູ່ໃຕ້ອຳນາດຂອງພວກເຂົາ. ແລ້ວຊາວຊີເຣຍກໍບໍ່ກ້າຊ່ວຍເຫລືອຊາວອຳໂມນອີກຕໍ່ໄປ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24