bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 17
2 Samuel 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
1
ຕໍ່ມາບໍ່ນານ ອາຮີໂຕເຟນໄດ້ເວົ້າກັບອັບຊາໂລມວ່າ, “ຈົ່ງໃຫ້ຂ້ານ້ອຍເລືອກເອົາທະຫານສິບສອງພັນຄົນ ແລະອອກໄປຕາມຫາກະສັດດາວິດໃນຄືນວັນນີ້.
2
ຂ້ານ້ອຍຈະໄປໂຈມຕີເພິ່ນໃນຂະນະທີ່ເພິ່ນອິດເມື່ອຍ ແລະທໍ້ຖອຍກຳລັງໃຈ. ເພິ່ນຈະຕື່ນຕົກໃຈ ແລະພວກທະຫານຂອງເພິ່ນກໍຈະແລ່ນປົບໜີໄປ. ຂ້ານ້ອຍຈະຂ້າແຕ່ກະສັດເທົ່ານັ້ນ
3
ແລ້ວຈະນຳເອົາພວກທະຫານທັງໝົດຂອງເພິ່ນມາຫາທ່ານ ດັ່ງເຈົ້າສາວກັບມາຫາຜົວຂອງຕົນ. ທ່ານຕ້ອງການຂ້າພຽງແຕ່ຄົນດຽວເທົ່ານັ້ນ. ສ່ວນປະຊາຊົນເຫຼົ່ານັ້ນກໍຈະປອດໄພ.”
4
ຄຳສະເໜີນີ້ເປັນທີ່ພໍໃຈອັບຊາໂລມ ແລະພວກເຈົ້ານາຍຊາວອິດສະຣາເອນທຸກຄົນ.
5
ອັບຊາໂລມກ່າວວ່າ, “ຈົ່ງໄປເອີ້ນເອົາຮູຊາຍຊາວອາກກິດມາດຽວນີ້ ແລະໃຫ້ພວກເຮົາຟັງເບິ່ງວ່າ ລາວຈະມີຄວາມເຫັນຢ່າງໃດ.”
6
ເມື່ອຮູຊາຍມາຮອດ ອັບຊາໂລມກໍໄດ້ເວົ້າຕໍ່ລາວວ່າ, “ນີ້ແມ່ນຄຳແນະນຳຂອງອາຮີໂຕເຟນທີ່ໃຫ້ພວກເຮົາ ພວກເຮົາຄວນຈະເຮັດຕາມຄຳແນະນຳນັ້ນຫລືບໍ່? ຖ້າບໍ່ດັ່ງນັ້ນ ບອກພວກເຮົາມາເບິ່ງດູວ່າຄວນເຮັດຢ່າງໃດ?”
7
ຮູຊາຍຈຶ່ງຕອບວ່າ, “ຄຳແນະນຳທີ່ອາຮີໂຕເຟນໃຫ້ທ່ານຄັ້ງນີ້ບໍ່ເປັນການດີ.
8
ທ່ານກໍຮູ້ຢູ່ແລ້ວວ່າ ພໍ່ຂອງທ່ານກັບພັກພວກຂອງເພິ່ນນັ້ນເປັນນັກຮົບທີ່ເກັ່ງກ້າ ແລະໂຫດຮ້າຍດັ່ງໝີປ່າທີ່ຄົນລັກເອົາລູກຂອງມັນໄປ. ພໍ່ຂອງທ່ານເປັນນັກຮົບທີ່ຊຳນິຊຳນານ ເພິ່ນບໍ່ຢູ່ນຳທະຫານໃນເວລາຕອນກາງຄືນດອກ.
9
ບາງທີດຽວນີ້ ເພິ່ນໄປລີ້ຢູ່ໃນຖໍ້າ ຫລືຢູ່ບ່ອນອື່ນແລ້ວກໍເປັນໄດ້. ພໍເມື່ອກະສັດດາວິດໂຈມຕີຄົນຂອງທ່ານ ຜູ້ໃດທີ່ໄດ້ຍິນກ່ຽວກັບເລື່ອງນີ້ຈະເວົ້າວ່າ, ທະຫານຂອງທ່ານພ່າຍແພ້.
10
ແມ່ນແຕ່ທະຫານທີ່ເກັ່ງກ້າທີ່ສຸດດັ່ງໂຕສິງບໍ່ຢ້ານຫຍັງໝົດກໍຈະຢ້ານ ເພາະທຸກຄົນໃນຊາດອິດສະຣາເອນຮູ້ແລ້ວວ່າ ພໍ່ຂອງທ່ານນັ້ນເປັນທະຫານຜູ້ຍິ່ງໃຫຍ່ ແລະທະຫານຂອງເພິ່ນຕ່າງກໍຮົບເກັ່ງທັງນັ້ນ.
11
ຕາມຄຳແນະນຳຂອງຂ້ານ້ອຍແລ້ວ ຢາກຈະໃຫ້ທ່ານນຳເອົາພວກອິດສະຣາເອນທຸກຄົນຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້ເຂົ້າມາເຕົ້າໂຮມກັນໃຫ້ຫລາຍດັ່ງເມັດຊາຍໃນແຄມທະເລ ແລ້ວໃຫ້ທ່ານເປັນຜູ້ນຳພວກເຂົາອອກໄປສູ້ຮົບເອງ.
12
ຖ້າເຮັດດັ່ງນີ້ ພວກເຮົາຈະຫາກະສັດດາວິດພົບ ບໍ່ວ່າເພິ່ນຈະຢູ່ບ່ອນໃດກໍຕາມ ແລະເຂົ້າໂຈມຕີກ່ອນທີ່ເພິ່ນຈະຮູ້ຕົວ. ກະສັດດາວິດແລະພັກພວກຂອງເພິ່ນຈະບໍ່ມີຜູ້ໃດລອດຊີວິດໄປໄດ້.
13
ຖ້າເພິ່ນຖອຍເຂົ້າໃນເມືອງໜຶ່ງ ປະຊາຊົນຂອງພວກເຮົາທັງໝົດກໍຈະເອົາເຊືອກດຶງເມືອງນັ້ນ ລົງສູ່ຮ່ອມພູແລະຈະບໍ່ມີຫີນກ້ອນໃດໆເຫຼືອຢູ່ທີ່ຈອມພູເລີຍ.”
14
ອັບຊາໂລມແລະຊາວອິດສະຣາເອນທຸກຄົນຈຶ່ງເວົ້າວ່າ, “ຄຳແນະນຳຂອງຮູຊາຍຊາວອາກກິດນີ້ດີກວ່າຄຳແນະນຳຂອງອາຮີໂຕເຟນ.” ພຣະເຈົ້າຢາເວຕັດສິນໃຈບໍ່ໃຫ້ອັບຊາໂລມເຮັດຕາມຄຳແນະນຳທີ່ດີຂອງອາຮີໂຕເຟນ ເພື່ອວ່າພຣະເຈົ້າຢາເວຈະໃຫ້ຄວາມພິນາດຕົກຖືກອັບຊາໂລມ.
15
ຕໍ່ມາ ຮູຊາຍກໍບອກຄຳແນະນຳທີ່ຕົນໄດ້ໃຫ້ອັບຊາໂລມແລະບັນດາຜູ້ນຳອິດສະຣາເອນ ພ້ອມທັງຄຳແນະນຳຂອງອາຮີໂຕເຟນທີ່ໄດ້ໃຫ້ນັ້ນ ສູ່ປະໂຣຫິດຊາດົກແລະປະໂຣຫິດອາບີອາທາຟັງນຳ.
16
ຮູຊາຍໄດ້ບອກຕື່ມວ່າ, “ຈົ່ງສົ່ງຂ່າວໄປບອກກະສັດດາວິດໄວໆ ຢ່າໃຫ້ເພິ່ນພັກແຮມຄືນຢູ່ທີ່ແຄມແມ່ນໍ້າຈໍແດນໃນຖິ່ນແຫ້ງແລ້ງກັນດານນັ້ນ, ແຕ່ໃຫ້ເພິ່ນຂ້າມແມ່ນໍ້າໄປໂລດ ເພື່ອວ່າເພິ່ນເອງແລະທະຫານຂອງເພິ່ນຈະບໍ່ຖືກຈັບ ແລະຖືກຂ້າ.”
17
ຝ່າຍໂຢນາທານລູກຊາຍຂອງອາບີອາທາແລະອາຮີມາອາດ ລູກຊາຍຂອງຊາດົກ ກໍກຳລັງຄອຍຖ້າຢູ່ທີ່ບໍ່ນໍ້າພຸເອນໂຣເກນນອກນະຄອນເຢຣູຊາເລັມ ຍ້ອນພວກເຂົາບໍ່ກ້າເຂົ້າໄປໃນເມືອງໃຫ້ຜູ້ໃດເຫັນ, ແຕ່ໄດ້ມີສາວໃຊ້ຄົນໜຶ່ງ ອອກໄປລາຍງານເຫດການທີ່ເກີດຂຶ້ນເປັນປະຈຳ ແລ້ວທັງສອງກໍນຳເອົາຂ່າວນັ້ນໄປບອກກະສັດດາວິດ.
18
ແຕ່ໃນມື້ໜຶ່ງ ມີຊາຍໜຸ່ມຜູ້ໜຶ່ງໄດ້ມາເຫັນພວກເຂົາ, ຈຶ່ງໄປບອກໃຫ້ອັບຊາໂລມຮູ້. ດັ່ງນັ້ນ ໂຢນາທານແລະອາຮີມາອາດຈຶ່ງຟ້າວໄປລີ້ຢູ່ໃນເຮືອນຂອງຊາຍຄົນໜຶ່ງທີ່ບາຮູຣິມ. ຊາຍຄົນນີ້ມີນໍ້າສ້າງຢູ່ແປະເຮືອນ ແລະທັງສອງຈຶ່ງລົງໄປລີ້ຢູ່ໃນນໍ້າສ້າງນັ້ນ.
19
ສ່ວນເມຍຂອງຊາຍຄົນນີ້ ກໍໄດ້ເອົາຜ້າມາປູອັດປາກນໍ້າສ້າງນີ້ໄວ້ ແລະຢາຍເມັດເຂົ້າໃສ່ເທິງນັ້ນເພື່ອບໍ່ໃຫ້ຜູ້ໃດຈັບພິລຸດໄດ້.
20
ບັນດາຂ້າຣາຊການຂອງອັບຊາໂລມໄດ້ເຂົ້າມາໃນເຮືອນຫລັງນັ້ນ ແລະຖາມຍິງນັ້ນວ່າ, “ອາຮີມາອາດແລະໂຢນາທານຢູ່ໃສ?” ນາງຕອບວ່າ, “ພວກເຂົາຂ້າມແມ່ນໍ້າໄປແລ້ວ.” ເມື່ອຊາຍເຫຼົ່ານັ້ນຊອກຫາຊາຍທັງສອງບໍ່ພົບຈຶ່ງກັບຄືນເມືອນະຄອນເຢຣູຊາເລັມ.
21
ຫລັງຈາກທີ່ພວກເຂົາໄປແລ້ວ ອາຮີມາອາດແລະໂຢນາທານກໍຂຶ້ນມາຈາກນໍ້າສ້າງ ແລະໄປລາຍງານຕໍ່ກະສັດດາວິດ. ພວກເຂົາໄດ້ລາຍງານທຸກຢ່າງທີ່ອາຮີໂຕເຟນໄດ້ວາງແຜນຕໍ່ສູ້ເພິ່ນ ໂດຍບອກວ່າ, “ໃຫ້ທ່ານຟ້າວຂ້າມແມ່ນໍ້າໄປສາ.”
22
ດັ່ງນັ້ນ ກະສັດດາວິດກັບພັກພວກຂອງເພິ່ນຈຶ່ງພາກັນຂ້າມແມ່ນໍ້າຈໍແດນ. ແລ້ວພໍເຖິງມື້ເຊົ້າມາ ທຸກຄົນກໍຂ້າມໄປໄດ້ໝົດ.
23
ເມື່ອອາຮີໂຕເຟນເຫັນວ່າ ກະສັດບໍ່ໄດ້ເຮັດຕາມຄຳແນະນຳຂອງຕົນ ລາວກໍຂີ່ລໍກັບສູ່ບ້ານເມືອງຂອງຕົນ; ເມື່ອຈັດການກັບທຸລະກິດໃນຄອບຄົວຮຽບຮ້ອຍແລ້ວ ລາວກໍຜູກຄໍຕາຍ. ຊາກສົບຂອງລາວໄດ້ຖືກຝັງໄວ້ຢູ່ໃນອຸບມຸງປະຈຳຄອບຄົວ.
24
ກະສັດດາວິດໄດ້ໄປຮອດເມືອງມະຫານາອິມ ໃນຂະນະທີ່ອັບຊາໂລມແລະທະຫານຂອງຕົນໄດ້ຂ້າມແມ່ນໍ້າຈໍແດນ.
25
ອັບຊາໂລມໄດ້ແຕ່ງຕັ້ງໃຫ້ອາມາສາ ເປັນຜູ້ບັນຊາການທະຫານແທນໂຢອາບ. ອາມາສາເປັນລູກຊາຍຂອງເຢເທີ ຄົນອິດຊະມາເອນ; ແມ່ຂອງລາວຊື່ວ່າ ອາບີການລູກສາວຂອງນາຮາດແລະເປັນເອື້ອຍຂອງນາງເຊຣູອີຢາ ແມ່ຂອງໂຢອາບ.
26
ອັບຊາໂລມແລະທະຫານຂອງຕົນໄດ້ຕັ້ງຄ້າຍພັກຢູ່ໃນດິນແດນກີເລອາດ.
27
ເມື່ອກະສັດດາວິດມາຮອດເມືອງມະຫານາອິມ; ໂຊບີ ລູກຊາຍຂອງນາຮາດຈາກເມືອງຣັບບາໃນອຳໂມນກໍມາພົບເພິ່ນ; ມາກີ ລູກຊາຍຂອງອຳມີເອນຈາກໂລເດບາກໍໄດ້ມາພົບເພິ່ນຄືກັນ ແລະບາກຊິນໄລ ຈາກໂຣເກລິມໃນກີເລອາດກໍມາພົບເພິ່ນດ້ວຍ.
28
ພວກເຂົາເຫຼົ່ານີ້ໄດ້ນຳເອົາຖ້ວຍ, ໝໍ້ດິນ, ເຄື່ອງຢູ່ເຄື່ອງນອນ ແລະອາຫານການກິນມາໃຫ້ກະສັດດາວິດກັບພັກພວກຂອງເພິ່ນ ເຊັ່ນ: ເຂົ້າສາລີ, ເຂົ້າເດືອຍ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ, ນໍ້າເຜິ້ງ, ເນີຍແຂງ, ນໍ້ານົມຂຸ້ນ ແລະແກະ. ພວກເຂົາຮູ້ວ່າກະສັດກັບຄົນຂອງເພິ່ນຕ້ອງຫິວເຂົ້າຫິວນໍ້າ ແລະອິດເມື່ອຍໃນການເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24