bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 11
2 Samuel 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
1
ປີຕໍ່ມາ ໃນລະດູໃບໄມ້ປົ່ງ ເປັນເວລາທີ່ກະສັດທັງຫລາຍເຄີຍອອກໄປສູ້ຮົບ. ກະສັດດາວິດໄດ້ສົ່ງໂຢອາບ, ພວກນາຍທະຫານຂອງຕົນ ແລະກອງທັບອິດສະຣາເອນອອກໄປເຮັດເສິກ. ພວກເຂົາໄດ້ເອົາຊະນະຊາວອຳໂມນ ແລະປິດລ້ອມເມືອງຣັບບາໄວ້ ສ່ວນກະສັດດາວິດນັ້ນຢູ່ໃນນະຄອນເຢຣູຊາເລັມ.
2
ໃນຕອນຂ້ອນບ່າຍວັນໜຶ່ງ ກະສັດດາວິດຕື່ນຂຶ້ນຈາກນອນ ແລະຂຶ້ນໄປເທິງຫລັງຄາພຽງຂອງຣາຊວັງ. ໃນຂະນະທີ່ເພິ່ນຍ່າງໄປມານັ້ນ ເພິ່ນເລີຍຫລຽວເຫັນຍິງຄົນໜຶ່ງກຳລັງອາບນໍ້າ. ນາງເປັນຄົນງາມຫລາຍ.
3
ດັ່ງນັ້ນ ກະສັດດາວິດຈຶ່ງໄດ້ສົ່ງຄົນອອກໄປສືບຖາມເບິ່ງວ່ານາງແມ່ນຜູ້ໃດ. ແລ້ວເພິ່ນກໍຮູ້ວ່ານາງຊື່ບັດເຊບາລູກສາວຂອງເອລີອາມ ແລະເປັນເມຍຂອງອູຣິຢາຊາວຮິດຕີ.
4
ກະສັດດາວິດສົ່ງຄົນໄປນຳເອົານາງມາ ແລະເຂົາໄດ້ພານາງເຂົ້າມາພົບເພິ່ນ ແລະເພິ່ນໄດ້ສົມສູ່ກັບນາງ. (ນາງຫາກໍເສັດສິ້ນພິທີຊຳລະຕົວ ຫລັງຈາກເຊົາເປັນປະຈຳເດືອນ.) ແລ້ວນາງກໍກັບເມືອເຮືອນ.
5
ພາຍຫລັງມາບັດເຊບາກໍຮູ້ວ່າຕົນຖືພາ ນາງຈຶ່ງສົ່ງຂ່າວໄປບອກໃຫ້ກະສັດດາວິດຮູ້.
6
ຝ່າຍກະສັດດາວິດກໍສົ່ງຂ່າວໄປບອກໂຢອາບວ່າ, “ໃຫ້ທ່ານສົ່ງອູຣິຢາຄົນຮິດຕີ ມາຫາເຮົາ.” ດັ່ງນັ້ນ ໂຢອາບຈຶ່ງສົ່ງອູຣິຢາມາຫາກະສັດດາວິດ.
7
ເມື່ອອູຣິຢາມາຮອດ ກະສັດດາວິດກໍຖາມເຖິງຄວາມສຸກທຸກຂອງໂຢອາບ ແລະກອງທັບພ້ອມທັງສະພາບການໃນການສູ້ຮົບ.
8
ແລ້ວເພິ່ນກ່າວແກ່ອູຣິຢາວ່າ, “ຈົ່ງລົງໄປຢູ່ເຮືອນຂອງເຈົ້າ ແລະພັກຜ່ອນຈັກຊົ່ວໄລຍະໜຶ່ງສາ.” ອູຣິຢາກໍຈາກໄປ ແລະດາວິດໄດ້ຈັດສົ່ງຂອງຂວັນໃຫ້ລາວເຖິງເຮືອນ.
9
ແຕ່ແທນທີ່ອູຣິຢາຈະກັບເມືອເຮືອນ ລາວຊໍ້າພັດໄປນອນຢູ່ທີ່ປະຕູຂອງຣາຊວັງນຳທະຫານຍາມຂອງກະສັດ.
10
ເມື່ອກະສັດດາວິດຮູ້ວ່າອູຣິຢາບໍ່ໄດ້ກັບເມືອເຮືອນ, ເພິ່ນຈຶ່ງຖາມລາວວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ກັບເມືອເຮືອນ ເພາະເຈົ້າບໍ່ໄດ້ເມືອເຮືອນຕັ້ງດົນນານແລ້ວ?”
11
ອູຣິຢາຕອບວ່າ, “ຫີບພັນທະສັນຍາ, ທະຫານອິດສະຣາເອນ ແລະຊາວຢູດາຢູ່ຍັງໃນສະໜາມຮົບ; ໂຢອາບຜູ້ບັນຊາການຂອງຂ້ານ້ອຍ ແລະພວກນາຍທະຫານຍັງຕັ້ງຄ້າຍພັກຢູ່ທີ່ນອກເມືອງ; ເຫດໃດຂ້ານ້ອຍຈຶ່ງຈະກັບເມືອເຮືອນ, ກິນດື່ມ ແລະນອນນຳເມຍໄດ້? ຕາບໃດທີ່ກະສັດຍັງມີຊີວິດຢູ່ ແລະຕາບໃດວິນຍານຂອງກະສັດມີຊີວິດຢູ່ ຂ້ານ້ອຍຈະບໍ່ເຮັດຢ່າງນັ້ນເລີຍ.”
12
ດັ່ງນັ້ນ ກະສັດດາວິດຈຶ່ງກ່າວຕໍ່ອູຣິຢາວ່າ, “ຖ້າດັ່ງນັ້ນ ວັນນີ້ໃຫ້ເຈົ້າພັກຢູ່ທີ່ນີ້ກ່ອນ ແລະມື້ອື່ນເຮົາຈະສົ່ງເຈົ້າກັບຄືນເມືອ.” ດັ່ງນັ້ນ ອູຣິຢາຈຶ່ງພັກຢູ່ໃນນະຄອນເຢຣູຊາເລັມໃນວັນນັ້ນ. ໃນວັນຕໍ່ມາ,
13
ກະສັດດາວິດໄດ້ເຊີນລາວມາຮັບປະທານອາຫານນຳ ແລະໃຫ້ລາວດື່ມເຫຼົ້າຈົນເມົາ, ແຕ່ໃນຄືນນັ້ນແທນທີ່ອູຣິຢາຈະກັບເມືອເຮືອນ ລາວຊໍ້າພັດໄປນອນຫົ່ມຜ້າ ຢູ່ໃນຫ້ອງຂອງທະຫານຍາມຣາຊວັງ.
14
ເຊົ້າວັນໃໝ່ມາ ກະສັດດາວິດໄດ້ຂຽນຈົດໝາຍໄປຫາໂຢອາບ ແລະໃຫ້ອູຣິຢາເປັນຜູ້ຖືຈົດໝາຍນັ້ນໄປໃຫ້.
15
ເພິ່ນຂຽນວ່າດັ່ງນີ້: “ໃຫ້ທ່ານສົ່ງອູຣິຢາໄປແນວໜ້າ ບ່ອນທີ່ມີການສູ້ຮົບກັນຢ່າງດຸເດືອດທີ່ສຸດ, ແລ້ວໃຫ້ຍົກທັບຖອຍ ແລະປ່ອຍໃຫ້ອູຣິຢາຖືກຂ້າຕາຍ.”
16
ດັ່ງນັ້ນ ໃນຂະນະທີ່ໂຢອາບພວມອ້ອມເມືອງຢູ່ນັ້ນ ລາວກໍສົ່ງອູຣິຢາອອກໄປໃນບ່ອນທີ່ຕົນຮູ້ວ່າ ສັດຕູມີກຳລັງທີ່ເຂັ້ມແຂງຫລາຍ.
17
ເມື່ອກອງທັບສັດຕູອອກມາຈາກເມືອງ ແລະສູ້ຮົບກອງທັບໂຢອາບ; ນາຍທະຫານຂອງດາວິດບາງຄົນລວມທັງອູຣິຢາຈຶ່ງຖືກຂ້າ.
18
ຕໍ່ມາ ໂຢອາບໄດ້ສົ່ງລາຍງານການສູ້ຮົບໄປບອກກະສັດດາວິດ
19
ແລະແນະນຳຄົນນຳຂ່າວໄປບອກນັ້ນດັ່ງນີ້: “ເມື່ອເຈົ້າລາຍງານສະພາບການຂອງການສູ້ຮົບທັງໝົດຕໍ່ກະສັດແລ້ວ
20
ເພິ່ນອາດໃຈຮ້າຍ ແລະຖາມເຈົ້າວ່າ, ‘ເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ຕົວເມືອງເພື່ອສູ້ຮົບພວກເຂົາ? ພວກເຈົ້າບໍ່ຄິດບໍວ່າ ພວກເຂົາຈະຍິງລູກທະນູຈາກກຳແພງເມືອງມາໃສ່ພວກເຈົ້າ?
21
ພວກເຈົ້າບໍ່ຈື່ບໍວ່າ ອາບີເມເຫຼັກລູກຊາຍຂອງກີເດໂອນໄດ້ຖືກຂ້າຢ່າງໃດ? ແມ່ນຍິງຜູ້ໜຶ່ງໃນເມືອງເທເບັດທີ່ໄດ້ໂຍນຫີນໂມ້ແປ້ງລົງຈາກກຳແພງເມືອງ ຖືກອາບີເມເຫຼັກຈົນຕາຍ. ແລ້ວເປັນຫຍັງພວກເຈົ້າຈຶ່ງເຂົ້າໄປໃກ້ກຳແພງເມືອງແທ້?’ ຖ້າກະສັດຖາມເຈົ້າດັ່ງນີ້ ໃຫ້ເຈົ້າບອກເພິ່ນວ່າ, ‘ອູຣິຢາ ນາຍທະຫານຂອງທ່ານກໍຖືກຂ້າເໝືອນກັນ.”’
22
ດັ່ງນັ້ນ ຄົນນຳຂ່າວຈຶ່ງບອກກະສັດດາວິດຕາມທີ່ໂຢອາບໄດ້ສັ່ງນັ້ນ.
23
ລາວເວົ້າຕໍ່ກະສັດດາວິດວ່າ, “ສັດຕູມີກຳລັງຫລາຍກວ່າພວກຂ້ານ້ອຍ ແລະພວກເຂົາໄດ້ອອກມາຕໍ່ສູ້ພວກຂ້ານ້ອຍຢູ່ນອກເມືອງ, ແຕ່ພວກຂ້ານ້ອຍໄດ້ໄລ່ພວກເຂົາກັບຄືນສູ່ປະຕູເມືອງ.
24
ແລ້ວພວກເຂົາກໍໄດ້ຍິງທະນູຈາກກຳແພງມາໃສ່ພວກຂ້ານ້ອຍ. ນາຍທະຫານບາງຄົນຂອງທ່ານໄດ້ຖືກຂ້າ; ອູຣິຢານາຍທະຫານຂອງທ່ານກໍຖືກຂ້າເໝືອນກັນ.”
25
ກະສັດດາວິດກ່າວແກ່ຜູ້ນຳຂ່າວນັ້ນວ່າ, “ຈົ່ງກ່າວຊູໃຈໂຢອາບ ແລະບອກລາວບໍ່ໃຫ້ເສຍໃຈ ໃນເມື່ອບໍ່ຮູ້ວ່າ ຜູ້ໃດຈະຖືກຂ້າໃນສະໜາມຮົບ. ຈົ່ງບອກລາວໃຫ້ບຸກໂຈມຕີເມືອງນັ້ນຄັ້ງຍິ່ງໃຫຍ່ ແລະຢຶດເມືອງໃຫ້ໄດ້.”
26
ເມື່ອນາງບັດເຊບາໄດ້ຍິນຂ່າວວ່າ ຜົວຂອງຕົນຖືກຂ້າ ນາງຈຶ່ງໄວ້ທຸກໃຫ້ແກ່ລາວ.
27
ເມື່ອໝົດກຳນົດໄວ້ທຸກແລ້ວ ກະສັດດາວິດກໍໃຫ້ຄົນໄປນຳນາງມາທີ່ວັງ. ນາງຈຶ່ງກາຍເປັນເມຍຂອງເພິ່ນ ແລະເກີດລູກຊາຍຄົນໜຶ່ງໃຫ້ເພິ່ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບສິ່ງທີ່ກະສັດດາວິດໄດ້ເຮັດນັ້ນ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24