bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 20
2 Samuel 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
1
ຢູ່ໃນເມືອງກິນການຍັງມີຊາຍບໍ່ດີຄົນໜຶ່ງຊື່ວ່າ ເຊບາ; ລາວເປັນລູກຊາຍຂອງບີກຣີ ຄົນໃນເຜົ່າເບັນຢາມິນ. ລາວເປົ່າແກແລະຮ້ອງວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເຖີດ.”
2
ແລ້ວຊາວອິດສະຣາເອນກໍປະກະສັດດາວິດແລະໄປກັບເຊບາ. ແຕ່ຊາວຢູດາຍັງຈົງຮັກພັກດີຕໍ່ກະສັດດາວິດ ແລະຕິດຕາມເພິ່ນໄປ, ເລີ່ມແຕ່ແມ່ນໍ້າຈໍແດນຈົນເຖິງນະຄອນເຢຣູຊາເລັມ.
3
ເມື່ອກະສັດດາວິດມາເຖິງວັງທີ່ນະຄອນເຢຣູຊາເລັມແລ້ວ ເພິ່ນກໍເອົາເມຍນ້ອຍສິບຄົນທີ່ເພິ່ນປະໄວ້ໃຫ້ເຝົ້າວັງໄປຂັງໄວ້. ເພິ່ນລ້ຽງດູພວກເຂົາຕາມຄວາມຕ້ອງການ, ແຕ່ບໍ່ໄດ້ສົມສູ່ກັບພວກເຂົາອີກເລີຍ. ພວກເຫຼົ່ານີ້ຖືກຂັງໄວ້ຢ່າງນີ້ ແລະຢູ່ເປັນຍິງໝ້າຍຕະຫລອດຊີວິດ.
4
ກະສັດບອກກັບອາມາສາວ່າ, “ໃຫ້ເອີ້ນພວກຜູ້ຊາຍຊາວຢູດາລວມທັງຕົວເຈົ້າມາເຕົ້າໂຮມກັນ ແລະໃຫ້ກັບມາທີ່ນີ້ພາຍໃນສາມວັນ.”
5
ອາມາສາຈຶ່ງໄປເອີ້ນເອົາພວກເຂົາ, ແຕ່ລາວບໍ່ໄດ້ກັບມາຕາມເວລາທີ່ກະສັດໄດ້ບອກໄວ້.
6
ກະສັດຈຶ່ງບອກອາບີໄຊວ່າ, “ເຊບາລູກຊາຍຂອງບີກຣີຈະສ້າງຄວາມເດືອດຮ້ອນໃຫ້ພວກເຮົາ ຫລາຍກວ່າອັບຊາໂລມອີກ; ດັ່ງນັ້ນ ຈົ່ງນຳເອົາທະຫານອອກຕາມຫາຈັບລາວ. ຖ້າບໍ່ດັ່ງນັ້ນ ລາວອາດຢຶດເອົາບາງເມືອງທີ່ມີປ້ອມປ້ອງກັນ ແລະປົບໜີຈາກພວກເຮົາ.”
7
ສະນັ້ນ ພວກທະຫານຂອງໂຢອາບ, ຊາວເກເຣັດແລະຊາວເປເລັດ ແລະທະຫານອື່ນໆທີ່ຄ້າງຢູ່ໃນນະຄອນເຢຣູຊາເລັມ ຈຶ່ງໄປກັບອາບີໄຊເພື່ອຕາມຫາຈັບເຊບາລູກຊາຍຂອງບີກຣີ.
8
ເມື່ອພວກເຂົາມາຮອດໂງ່ນຫີນໃຫຍ່ທີ່ກີເບໂອນນັ້ນ, ອາມາສາໄດ້ມາພົບພວກເຂົາ. ໂຢອາບນຸ່ງເຄື່ອງອອກສູ້ຮົບໂດຍມີດາບຢູ່ໃນຝັກຄັດແອວໄວ້. ໃນຂະນະທີ່ໂຢອາບຍ່າງກ້າວເຂົ້າມານັ້ນ ດາບຂອງລາວຫລຸດລົງ.
9
ໂຢອາບເວົ້າກັບອາມາສາວ່າ, “ສະຫາຍເອີຍ ສະບາຍດີບໍ່?” ລາວເອົາມືເບື້ອງຂວາຈັບໜວດຂອງອາມາສາ ເໝືອນກັບວ່າຈະຈູບລາວ
10
ແຕ່ອາມາສາບໍ່ໄດ້ສັງເກດເຫັນດາບຢູ່ໃນມືອີກເບື້ອງໜຶ່ງຂອງໂຢອາບ. ໂຢອາບໃຊ້ດາບແທງທີ່ທ້ອງຂອງອາມາສາຈົນໃສ້ໂລ່ລົງດິນ. ລາວສິ້ນໃຈຕາຍກັບທີ່ໂດຍບໍ່ຕ້ອງແທງຊໍ້າອີກ. ແລ້ວໂຢອາບກັບອາບີໄຊກໍອອກເດີນທາງຕາມຫາເຊບາລູກຊາຍຂອງບີກຣີຕໍ່ໄປ.
11
ທະຫານຄົນໜຶ່ງຂອງໂຢອາບໄດ້ຢືນຢູ່ຂ້າງຊາກສົບຂອງອາມາສາ ແລະຮ້ອງຂຶ້ນວ່າ, “ທຸກໆຄົນທີ່ຢູ່ຝ່າຍໂຢອາບແລະກະສັດດາວິດ ໃຫ້ຕິດຕາມໂຢອາບໄປ.”
12
ຊາກສົບຂອງອາມາສາອາບເລືອດນອນຢູ່ກາງຫົນທາງ. ທະຫານຂອງໂຢອາບເຫັນວ່າຜູ້ໃດກໍຢຸດເບິ່ງ; ສະນັ້ນ ລາວຈຶ່ງແກ່ສົບນັ້ນອອກຈາກທາງ ແລະເອົາໄປປະໄວ້ຢູ່ໃນທົ່ງນາແລະເອົາຜ້າຫົ່ມປົກສົບໄວ້.
13
ເມື່ອສົບຖືກຍ້າຍອອກຈາກທາງແລ້ວ ທຸກຄົນຈຶ່ງຕິດຕາມໂຢອາບໄປເພື່ອຊອກຫາຈັບເຊບາລູກຊາຍຂອງບີກຣີ.
14
ສ່ວນເຊບານັ້ນໄດ້ຜ່ານເຂດແດນຂອງເຜົ່າຕ່າງໆໃນຊາດອິດສະຣາເອນໄປ. ລາວໄດ້ມາຮອດເມືອງອາເບັນເບັດມາອາກາ ແລະທຸກຄົນໃນຕະກຸນບີກຣີ ໄດ້ມາເຕົ້າໂຮມກັນແລະຕິດຕາມລາວເຂົ້າໄປໃນເມືອງ.
15
ທະຫານຂອງໂຢອາບຮູ້ວ່າ ເຊບາຢູ່ໃນເມືອງນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງໄປລ້ອມເມືອງໄວ້. ພວກເຂົາຄູນດິນຂຶ້ນຕາມກຳແພງທາງຂ້າງນອກ ແລະທັງຂຸດລົງໃຕ້ພື້ນກຳແພງເພື່ອຈະໃຫ້ກຳແພງເຈື່ອນ.
16
ຢູ່ໃນເມືອງນີ້ ຍັງມີຍິງຄົນໜຶ່ງທີ່ເປັນຜູ້ສະຫລາດຫລາຍ ນາງຮ້ອງອອກມາຈາກກຳແພງເມືອງນັ້ນວ່າ, “ຟັງກ່ອນ ຟັງກ່ອນ ໄປບອກໂຢອາບມາພີ້ເພາະຂ້ອຍຢາກເວົ້າກັບລາວ.”
17
ໂຢອາບຈຶ່ງໄປຫາຍິງຄົນນັ້ນ ແລະນາງກໍຖາມໂຢອາບວ່າ, “ທ່ານແມ່ນໂຢອາບແມ່ນບໍ່?” ລາວຕອບວ່າ, “ແມ່ນແລ້ວ ຂ້ອຍນີ້ແຫຼະແມ່ນໂຢອາບ.” ນາງເວົ້າວ່າ, “ທ່ານເອີຍ ກະລຸນາຟັງຂ້ານ້ອຍ.” ໂຢອາບຕອບວ່າ, “ຂ້ອຍກຳລັງຟັງເຈົ້າຢູ່.”
18
ນາງເວົ້າວ່າ, “ດົນນານມາແລ້ວ ຄົນເຄີຍກ່າວກັນວ່າ ຈົ່ງໄປເອົາຄຳຕອບໃນເມືອງອາເບັນ ແລະພວກເຂົາໄດ້ປະຕິບັດຢ່າງນັ້ນ.
19
ເມືອງຂອງພວກຂ້ານ້ອຍເປັນເມືອງໃຫຍ່, ເປັນເມືອງທີ່ສະຫງົບສຸກ ແລະເປັນເມືອງທີ່ທ່ຽງທຳໃນຊາດອິດສະຣາເອນ. ເຫດໃດທ່ານຈຶ່ງທຳລາຍມັນ? ທ່ານຢາກທຳລາຍ ຫລືມ້າງເພສິ່ງທີ່ເປັນຂອງພຣະເຈົ້າຢາເວຊັ້ນບໍ?”
20
ໂຢອາບຕອບວ່າ, “ບໍ່ ຂ້ອຍຈະບໍ່ທຳລາຍຫລືມ້າງເພເມືອງຂອງເຈົ້າ
21
ບໍ່ແມ່ນແຜນການຂອງພວກເຮົາ. ມີຊາຍຄົນໜຶ່ງຊື່ວ່າເຊບາ ລູກຊາຍຂອງບີກຣີ ຄົນມາຈາກແຖບເນີນພູເອຟຣາອິມ ໄດ້ເລີ່ມກະບົດຕໍ່ສູ້ກະສັດດາວິດ. ຈົ່ງມອບຊາຍຄົນນີ້ໃຫ້ແກ່ພວກເຮົາສາ ແລະພວກເຮົາກໍຈະໄປຈາກເມືອງ.” ນາງຕອບວ່າ, “ພວກຂ້ານ້ອຍຈະໂຍນຫົວຂອງລາວຂ້າມກຳແພງໄປໃຫ້ທ່ານ.”
22
ແລ້ວນາງກໍນຳແຜນການຂອງຕົນໄປບອກຄົນທັງຫລາຍໃນເມືອງ ແລະພວກເຂົາໄດ້ຕັດເອົາຫົວຂອງເຊບາໂຍນຂ້າມກຳແພງໄປໃຫ້ໂຢອາບ. ແລ້ວໂຢອາບກໍໄດ້ເປົ່າແກເຕືອນທະຫານໃຫ້ໜີໄປຈາກເມືອງ ແລະກັບຄືນສູ່ບ້ານເມືອງຂອງຕົນ. ສ່ວນໂຢອາບນັ້ນກໍກັບຄືນໄປຫາກະສັດທີ່ນະຄອນເຢຣູຊາເລັມ.
23
ໂຢອາບເປັນຜູ້ບັນຊາການກອງທັບຂອງຊາດອິດສະຣາເອນ. ເບນາອີຢາ ລູກຊາຍຂອງເຢໂຮຍອາດາເປັນຜູ້ບັນຊາການທະຫານຊາວເກເຣັດແລະຊາວເປເລັດ.
24
ອາໂດນີຣາມເປັນຜູ້ດູແລກ່ຽວກັບແຮງງານ. ເຢໂຮຊາຟັດລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ.
25
ເຊວາເປັນເລຂາທິການຂອງສານ. ຊາດົກແລະອາບີອາທາເປັນປະໂຣຫິດ.
26
ອີຣາ ຊາວເມືອງຢາອີເປັນປະໂຣຫິດຄົນໜຶ່ງຂອງກະສັດດາວິດເໝືອນກັນ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24