bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 8
2 Samuel 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 9 →
1
ຕໍ່ມາ ກະສັດດາວິດໄດ້ໂຈມຕີພວກຟີລິດສະຕິນອີກ. ເພິ່ນໄດ້ເອົາຊະນະພວກເຂົາແລະປົດປ່ອຍເອົາດິນແດນທັງໝົດໄດ້.
2
ແລ້ວເພິ່ນກໍເອົາຊະນະຊາວໂມອາບ. ເພິ່ນໄດ້ບັງຄັບພວກຊະເລີຍເສິກໃຫ້ນອນລົງດິນ ແລະຂ້າສອງໃນສາມຄົນຖິ້ມ. ດັ່ງນັ້ນ ຊາວໂມອາບຈຶ່ງຕົກຢູ່ໃຕ້ອຳນາດຂອງກະສັດດາວິດ ແລະພວກເຂົາກໍຍອມເສຍສ່ວຍໃຫ້ເພິ່ນ.
3
ຕໍ່ມາ ເພິ່ນໄດ້ເອົາຊະນະເຈົ້າຮາດາເດເຊລູກຊາຍຂອງເຣໂຮບ ກະສັດແຫ່ງຊີເຣຍທີ່ເມືອງໂຊບາ ໃນຂະນະທີ່ເພິ່ນໄປຕີເອົາເຂດແດນທາງພາກເໜືອຂອງແມ່ນໍ້າເອີຟຣັດຄືນ.
4
ກະສັດດາວິດຈັບທະຫານມ້າຂອງເຈົ້າຮາດາເດເຊໄດ້ໜຶ່ງພັນເຈັດຮ້ອຍຄົນ ແລະທະຫານບົກອີກຊາວພັນຄົນ. ເພິ່ນເອົາມ້າຮ້ອຍໂຕໄວ້ສຳລັບລົດຮົບ ສ່ວນທີ່ເຫຼືອນັ້ນເພິ່ນສັ່ງໃຫ້ຕັດເອັນຄະນ່ອງທັງໝົດ.
5
ເມື່ອຊາວຊີເຣຍແຫ່ງນະຄອນດາມັສກັດໄດ້ສົ່ງກອງທັບໄປຊ່ວຍເຈົ້າຮາດາເດເຊແຫ່ງໂຊບາ ກະສັດດາວິດກໍບຸກໂຈມຕີຄືນ ແລະໄດ້ຂ້າພວກເຂົາຊາວສອງພັນຄົນ.
6
ແລ້ວເພິ່ນກໍໄດ້ຕັ້ງຄ້າຍທະຫານໄວ້ໃນ ດິນແດນຂອງພວກເຂົາ. ຊາວຊີເຣຍຈຶ່ງຕົກຢູ່ໃຕ້ອຳນາດຂອງກະສັດດາວິດ ແລະຍອມເສຍສ່ວຍໃຫ້ເພິ່ນ. ພຣະເຈົ້າຢາເວຊ່ວຍໃຫ້ກະສັດດາວິດໄດ້ຮັບໄຊຊະນະໃນທຸກບ່ອນທີ່ເພິ່ນໄປສູ້ຮົບ.
7
ກະສັດດາວິດຍັງຢຶດເອົາໂລ້ປ້ອງກັນເປັນຄຳ ທີ່ພວກຂ້າຣາຊການຂອງເຈົ້າຮາດາເດເຊຖືນັ້ນ ນຳໄປທີ່ນະຄອນເຢຣູຊາເລັມ.
8
ເພິ່ນຍັງຢຶດເອົາທອງສຳຣິດເປັນຈຳນວນຫລວງຫລາຍຈາກເມືອງເບຕາ ແລະເມືອງເບໂຣໄທອີກດ້ວຍ. ສອງເມືອງນີ້ປົກຄອງໂດຍເຈົ້າຮາດາເດເຊ.
9
ເມື່ອກະສັດໂຕອີແຫ່ງຮາມັດໄດ້ຍິນວ່າ ກະສັດດາວິດໄດ້ເອົາຊະນະກອງທັບທັງໝົດຂອງເຈົ້າຮາດາເດເຊ
10
ດັ່ງນັ້ນ ເພິ່ນຈຶ່ງສົ່ງໂຢຣາມລູກຊາຍຂອງຕົນ ໄປຄຳນັບແລະຊົມເຊີຍກະສັດດາວິດທີ່ເພິ່ນໄດ້ເອົາຊະນະເຈົ້າຮາດາເດເຊ ຜູ້ທີ່ເຈົ້າໂຕອີໄດ້ຕໍ່ສູ້ມາຫລາຍເທື່ອແລ້ວ. ໂຢຣາມໄດ້ນຳເອົາຂອງຂວັນມາໃຫ້ກະສັດດາວິດ; ຂອງຂວັນເຫຼົ່ານັ້ນເຮັດດ້ວຍຄຳ, ເງິນ ແລະທອງສຳຣິດ.
11
ກະສັດດາວິດໄດ້ນຳສິ່ງເຫຼົ່ານີ້ໄປອຸທິດຖວາຍແກ່ພຣະເຈົ້າຢາເວ ດັ່ງທີ່ເພິ່ນໄດ້ອຸທິດຖວາຍເງິນ ແລະຄຳ ຊຶ່ງຢຶດມາໄດ້ຈາກຊົນຊາດຕ່າງໆທີ່ເພິ່ນໄດ້ເອົາຊະນະ ເຊັ່ນ:
12
ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະຕະຫລອດທັງຂອງທີ່ປຸ້ນສະດົມມາໄດ້ຈາກເຈົ້າຮາດາເດເຊລູກຊາຍຂອງເຣໂຮບແຫ່ງໂຊບານັ້ນດ້ວຍ.
13
ກະສັດດາວິດມີຊື່ສຽງໂດ່ງດັງຫລາຍຂຶ້ນ ຫລັງຈາກທີ່ເພິ່ນໄດ້ກັບຄືນມາຈາກບ່ອນທີ່ເພິ່ນໄດ້ຂ້າຊາວເອໂດມສິບແປດພັນຄົນ ທີ່ຮ່ອມພູເກືອ.
14
ເພິ່ນໄດ້ຕັ້ງຄ້າຍທະຫານຕ່າງໆ ໄວ້ຢູ່ທົ່ວເຂດແດນຂອງເອໂດມ ແລະປະຊາຊົນຕາມບ່ອນເຫຼົ່ານີ້ກໍຕົກຢູ່ໃຕ້ອຳນາດຂອງເພິ່ນ. ພຣະເຈົ້າຢາເວໄດ້ຊ່ວຍໃຫ້ກະສັດດາວິດໄດ້ຮັບໄຊຊະນະໃນທຸກບ່ອນທີ່ເພິ່ນໄປສູ້ຮົບ.
15
ກະສັດດາວິດໄດ້ປົກຄອງທົ່ວທັງຊາດອິດສະຣາເອນ. ເພິ່ນປະຕິບັດຕໍ່ປະຊາຊົນຂອງຕົນຢ່າງຍຸດຕິທຳ ແລະຢ່າງສັດຊື່.
16
ໂຢອາບລູກຊາຍຂອງນາງເຊຣູອີຢາ ເປັນຜູ້ບັນຊາການກອງທັບ; ສ່ວນເຢໂຮຊາຟັດລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;
17
ຊາດົກລູກຊາຍຂອງອາຮີຕຸບ ແລະອາຮີເມເຫຼັກລູກຊາຍຂອງອາບີອາທາ ທັງສອງເປັນປະໂຣຫິດ; ເສຣາອີຢາເປັນເລຂາທິການ;
18
ເບນາອີຢາລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການ ຊາວເກເຣັດແລະຊາວເປເລັດທະຫານປ້ອງກັນຕົວຂອງກະສັດດາວິດ ແລະບັນດາລູກຊາຍຂອງກະສັດດາວິດເປັນປະໂຣຫິດ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24