bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 5
2 Samuel 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
1
ແລ້ວເຜົ່າອິດສະຣາເອນທັງໝົດກໍມາຫາກະສັດດາວິດທີ່ເມືອງເຮັບໂຣນ ແລະກ່າວຕໍ່ເພິ່ນວ່າ, “ພວກຂ້ານ້ອຍເປັນເຊື້ອສາຍຂອງທ່ານ;
2
ໃນອະດີດເມື່ອກະສັດໂຊນຍັງເປັນກະສັດຢູ່ນັ້ນ ທ່ານເອງກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ່ສະໜາມຮົບ ແລະພຣະເຈົ້າຢາເວໄດ້ກ່າວກັບທ່ານວ່າ, ‘ທ່ານຈະເປັນຜູ້ນຳ ແລະຜູ້ປົກຄອງປະຊາຊົນຂອງພຣະອົງ.”’
3
ດັ່ງນັ້ນ ເມື່ອຜູ້ນຳທັງໝົດຂອງຊາດອິດສະຣາເອນໄດ້ມາຫາກະສັດດາວິດທີ່ເມືອງເຮັບໂຣນນັ້ນ ເພິ່ນຈຶ່ງເຮັດພັນທະສັນຍາກັບພວກເຂົາຢູ່ຊ້ອງໜ້າພຣະເຈົ້າຢາເວ; ແລ້ວພວກຜູ້ນຳກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ.
4
ເວລາທີ່ເຈົ້າດາວິດຂຶ້ນເປັນກະສັດນັ້ນ ເພິ່ນມີອາຍຸສາມສິບປີ ແລະໄດ້ປົກຄອງຢູ່ເປັນເວລາສີ່ສິບປີ.
5
ເພິ່ນໄດ້ປົກຄອງອານາຈັກຢູດາຍຢູ່ທີ່ເມືອງເຮັບໂຣນເປັນເວລາເຈັດປີກັບຫົກເດືອນ ແລະປົກຄອງອານາຈັກອິດສະຣາເອນ ແລະຢູດາຍຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບສາມປີ.
6
ເວລາຕໍ່ມາ ກະສັດດາວິດ ແລະພວກທະຫານຂອງເພິ່ນໄດ້ໄປໂຈມຕີນະຄອນເຢຣູຊາເລັມ. ຊາວເຢບຸດຢູ່ໃນເມືອງນີ້ຄິດວ່າ ກະສັດດາວິດບໍ່ມີຄວາມສາມາດຕີເອົາເມືອງໄດ້ຈຶ່ງເວົ້າຕໍ່ເພິ່ນວ່າ, “ທ່ານຈະເຂົ້າມາໃນເມືອງນີ້ບໍ່ໄດ້ດອກ ແມ່ນແຕ່ຄົນຕາບອດ ແລະຄົນຂາພິການກໍຈະກີດຂວາງທ່ານໄວ້ໄດ້.”
7
ແຕ່ກະສັດດາວິດຢຶດເອົາປ້ອມປ້ອງກັນແຫ່ງຊີໂອນໄດ້ ເພິ່ນຈຶ່ງໃສ່ຊື່ໃຫ້ບ່ອນນີ້ວ່າ, “ເມືອງຂອງດາວິດ.”
8
ໃນວັນນັ້ນ ກະສັດດາວິດໄດ້ກ່າວແກ່ພວກທະຫານຂອງເພິ່ນວ່າ, “ຢູ່ທີ່ນີ້ມີຜູ້ໃດແດ່ບໍທີ່ຊັງຊາວເຢບຸດຫລາຍເທົ່າກັບທີ່ເຮົາຊັງພວກເຂົາ ແລະພໍທີ່ຈະຂ້າພວກເຂົາໄດ້? ໃຫ້ຂຶ້ນໄປທາງທໍ່ນໍ້າເພື່ອເຂົ້າບຸກໂຈມຕີຄົນຕາບອດກັບຄົນຂາພິການເຫຼົ່ານັ້ນ.” (ດ້ວຍເຫດນີ້ ຈຶ່ງມີຄຳກ່າວກັນວ່າ, “ຄົນຕາບອດກັບຄົນຂາພິການບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໃນເຮືອນຂອງອົງພຣະຜູ້ເປັນເຈົ້າ.”)
9
ເມື່ອຢຶດເອົາປ້ອມປ້ອງກັນເມືອງໄດ້ແລ້ວ ກະສັດດາວິດກໍຢູ່ໃນທີ່ນັ້ນແລະໃສ່ຊື່ບ່ອນນີ້ວ່າ, “ເມືອງຂອງດາວິດ.” ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງນີ້ໄວ້ຕັ້ງແຕ່ບ່ອນທີ່ເຂົາຖົມດິນທາງທິດຕາເວັນອອກຂອງເນີນພູ.
10
ເພິ່ນມີອຳນາດເຂັ້ມແຂງຂຶ້ນຕະຫລອດມາ ເພາະພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ສະຖິດຢູ່ກັບເພິ່ນ.
11
ກະສັດຮີຣາມແຫ່ງຕີເຣໄດ້ສົ່ງຄະນະທູດການຄ້າມາຫາກະສັດດາວິດ ພ້ອມທັງສົ່ງໄມ້ແປກ, ຊ່າງໄມ້, ຊ່າງກໍ່ເພື່ອສ້າງວັງຂອງກະສັດດາວິດ.
12
ກະສັດດາວິດຈຶ່ງຮັບຮູ້ວ່າ ພຣະເຈົ້າຢາເວໄດ້ແຕ່ງຕັ້ງເພິ່ນໃຫ້ເປັນກະສັດຂອງຊາດອິດສະຣາເອນ ແລະທັງໃຫ້ອານາຈັກຂອງຕົນຮັ່ງມີແລະຮຸ່ງເຮືອງຂຶ້ນ ເພື່ອເຫັນແກ່ປະຊາຊົນຂອງພຣະອົງ.
13
ເມື່ອກະສັດດາວິດຍ້າຍຈາກເມືອງເຮັບໂຣນມາຢູ່ໃນນະຄອນເຢຣູຊາເລັມແລ້ວ ເພິ່ນມີເມຍນ້ອຍຕື່ມອີກຫລາຍຄົນ ແລະມີລູກຊາຍກັບລູກສາວຫລາຍຄົນຕື່ມອີກ.
14
ພວກລູກທີ່ເກີດໃນນະຄອນເຢຣູຊາເລັມມີຊື່ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ,
15
ອິບຮາ, ເອລີຊູອາ, ເນເຟັກ, ຢາເຟຍ,
16
ເອລີຊາມາ, ເອລີອາດາ ແລະເອລີເຟເລັດ.
17
ເມື່ອພວກຟີລິດສະຕິນໄດ້ຍິນຂ່າວວ່າ, ດາວິດໄດ້ຮັບແຕ່ງຕັ້ງໃຫ້ເປັນກະສັດແຫ່ງຊາດອິດສະຣາເອນແລ້ວ ພວກເຂົາຈຶ່ງຍົກທັບມາເພື່ອຈະຈັບເອົາເພິ່ນ. ພໍກະສັດດາວິດໄດ້ຍິນຂ່າວນີ້ ເພິ່ນຈຶ່ງລົງໄປຢູ່ໃນປ້ອມປ້ອງກັນເມືອງ.
18
ຝ່າຍພວກຟີລິດສະຕິນກໍໄດ້ມາຮອດຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນີ້ໄວ້.
19
ກະສັດດາວິດຖາມພຣະເຈົ້າຢາເວວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າຮົບຊະນະ.”
20
ດັ່ງນັ້ນ ກະສັດດາວິດຈຶ່ງໄປທີ່ເມືອງບາອານເປຣາຊິມ ແລະຕີຊະນະພວກເຂົາຢູ່ທີ່ນັ້ນ. ເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ຕີເຫຼົ່າສັດຕູຂອງຂ້ານ້ອຍແຕກໜີໄປດັ່ງຖືກນໍ້າໄຫລຖ້ວມ.” ດັ່ງນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນກັນວ່າ, “ບາອານເປຣາຊິມ.”
21
ເມື່ອພວກຟີລິດສະຕິນປົບໜີໄປນັ້ນ ພວກເຂົາໄດ້ປະບັນດາຮູບເຄົາຣົບຂອງພວກເຂົາໄວ້. ກະສັດດາວິດກັບທະຫານຂອງເພິ່ນຈຶ່ງຂົນເອົາຮູບເຄົາຣົບເຫຼົ່ານັ້ນໄປ.
22
ແລ້ວພວກຟີລິດສະຕິນກໍກັບຄືນມາສູ່ຮ່ອມພູເຣຟາອິມ ແລະຢຶດເອົາບ່ອນນັ້ນໄວ້ອີກ.
23
ກະສັດດາວິດຈຶ່ງຖາມພຣະເຈົ້າຢາເວຕື່ມ ແລະພຣະອົງຕອບວ່າ, “ຢ່າໂຈມຕີພວກເຂົາໃນບ່ອນນີ້ ແຕ່ໃຫ້ອ້ອມໄປໂຈມຕີພວກເຂົາທາງດ້ານຫລັງຢູ່ໃກ້ກັບຕົ້ນມອນ.
24
ເມື່ອໃດເຈົ້າໄດ້ຍິນສຽງຍ່າງຢູ່ເທິງຕົ້ນໄມ້ ໃຫ້ເຈົ້າໂຈມຕີເມື່ອນັ້ນໂລດ ເພາະພຣະເຈົ້າຢາເວໄດ້ໄປອອກໜ້າເຈົ້າກ່ອນເພື່ອປາບກອງທັບຟີລິດສະຕິນ.”
25
ກະສັດດາວິດເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ ແລະໄລ່ພວກຟີລິດສະຕິນໃຫ້ອອກໜີໄປຈາກເມືອງເກບາຈົນເຖິງເມືອງເກເຊ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24