bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 13
2 Samuel 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 14 →
1
ອັບຊາໂລມລູກຊາຍຂອງກະສັດດາວິດມີນ້ອງສາວຄົນໜຶ່ງທີ່ງາມຫລາຍ ແລະຍັງບໍ່ທັນໄດ້ແຕ່ງງານເທື່ອຊື່ວ່າ ຕາມາ. ອຳໂນນລູກຊາຍຄົນອື່ນອີກຂອງກະສັດດາວິດຫລົງຮັກກັບນາງ.
2
ລາວຮັກນາງຫລາຍທີ່ສຸດຈົນເຈັບໄຂ້ໄດ້ປ່ວຍ ເພາະເບິ່ງເໝືອນວ່າເປັນໄປບໍ່ໄດ້ສຳລັບຕົນທີ່ຈະໄດ້ນາງ; ໃນເມື່ອເປັນຍິງສາວບໍຣິສຸດ ນາງຈຶ່ງຖືກກັກຕົວໄວ້ບໍ່ໃຫ້ພົບຜູ້ຊາຍໃດໆ.
3
ອຳໂນນມີໝູ່ຄົນໜຶ່ງຊື່ວ່າ ໂຢນາດາບ. ລາວເປັນລູກຊາຍຂອງຊາມມາ ອ້າຍຂອງກະສັດດາວິດ. ໂຢນາດາບເປັນຄົນມີສະຕິປັນຍາສະຫລຽວສະຫລາດຫລາຍ.
4
ລາວເວົ້າຕໍ່ອຳໂນນວ່າ, “ເຈົ້າເປັນລູກຊາຍຂອງກະສັດແທ້ໆ, ແຕ່ຂ້ອຍເຫັນເຈົ້າມີຄວາມທຸກຢູ່ທຸກວັນທຸກຄືນ; ເຈົ້າມີເລື່ອງຫຍັງກັນແທ້?” ອຳໂນນຕອບລາວວ່າ, “ຂ້ອຍຮັກນາງຕາມານ້ອງຕ່າງແມ່ ນ້ອງສາວອັບຊາໂລມ.”
5
ໂຢນາດາບກ່າວຕໍ່ລາວວ່າ, “ໃຫ້ເຈົ້າທຳທ່າໄຂ້ແລະເຂົ້າໄປນອນ. ເມື່ອພໍ່ຂອງເຈົ້າມາເບິ່ງໃຫ້ເຈົ້າບອກເພິ່ນວ່າ, ‘ກະລຸນາຂໍໃຫ້ຕາມານ້ອງສາວຂອງຂ້ານ້ອຍ ມາປ້ອນເຂົ້າຂ້ານ້ອຍແດ່. ຂ້ານ້ອຍຢາກໃຫ້ນາງມາທີ່ນີ້ ເພື່ອຈັດແຈ່ງອາຫານໃຫ້ຂ້ານ້ອຍໄດ້ເຫັນ ແລະໃຫ້ນາງເອງເປັນຜູ້ປ້ອນອາຫານໃຫ້ຂ້ານ້ອຍກິນ.”’
6
ດັ່ງນັ້ນ ອຳໂນນຈຶ່ງທຳທ່າໄຂ້ແລະເຂົ້າໄປນອນ. ເມື່ອກະສັດດາວິດເຂົ້າໄປເບິ່ງອຳໂນນ ລາວຈຶ່ງເວົ້າກັບເພິ່ນວ່າ, “ກະລຸນາໃຫ້ຕາມາ ມາເຮັດເຂົ້າໜົມຈັກເລັກນ້ອຍທີ່ນີ້ໃຫ້ຂ້ານ້ອຍເຫັນແດ່ ແລະໃຫ້ນາງເອງເປັນຜູ້ປ້ອນເຂົ້າໜົມນັ້ນໃຫ້ຂ້ານ້ອຍກິນ.”
7
ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງຄວາມໄປບອກນາງຕາມາຢູ່ໃນວັງວ່າ, “ຈົ່ງໄປທີ່ເຮືອນຂອງອຳໂນນ ແລະຈັດແຈ່ງອາຫານໃຫ້ລາວກິນ.”
8
ນາງຈຶ່ງໄປທີ່ນັ້ນແລະພົບລາວນອນຢູ່ເທິງຕຽງ. ນາງເອົາແປ້ງມານວດເຮັດເຂົ້າໜົມທີ່ນັ້ນເພື່ອໃຫ້ອຳໂນນໄດ້ເຫັນຕົນ. ແລ້ວນາງກໍອົບເຂົ້າໜົມ
9
ແລະເອົາອອກຈາກໝໍ້ຂາງໃຫ້ອຳໂນນກິນ ແຕ່ລາວບໍ່ຍອມກິນ. ລາວເວົ້າວ່າ, “ບອກໃຫ້ທຸກຄົນອອກໄປ.” ແລະທຸກຄົນກໍອອກໄປ.
10
ແລ້ວລາວກໍເວົ້າຕໍ່ນາງວ່າ, “ເອົາເຂົ້າໜົມມາແລະປ້ອນອ້າຍຢູ່ທີ່ຕຽງພີ້.” ນາງຈຶ່ງຈັບເອົາເຂົ້າໜົມຍ່າງໄປຫາລາວ.
11
ໃນຂະນະທີ່ເອົາເຂົ້າໜົມໃຫ້ນັ້ນ ລາວຈຶ່ງຈັບມືນາງໄວ້ ແລະເວົ້າວ່າ, “ນ້ອງສາວຂອງອ້າຍ ຈົ່ງເຂົ້າມານອນກັບອ້າຍສາເຖີດ.”
12
ນາງຕອບວ່າ, “ບໍ່ໄດ້ດອກອ້າຍເອີຍ ຢ່າບັງຄັບນ້ອງເຮັດສິ່ງທີ່ອັບອາຍຢ່າງນີ້ເລີຍ ເລື່ອງຢ່າງນີ້ເຂົາບໍ່ໄດ້ກະທຳໃນຊາດອິດສະຣາເອນ; ຂໍຢ່າເຮັດສິ່ງຊົ່ວຊ້າຢ່າງນີ້ເລີຍ
13
ນ້ອງຈະເງີຍໜ້າສູ້ຄົນອື່ນໄດ້ຢ່າງໃດ? ແລະອ້າຍເອງຈະເສຍໜ້າໃນຊາດອິດສະຣາເອນ. ກະລຸນາໄປເວົ້າກັບກະສັດສາ ແລະນ້ອງເຊື່ອແນ່ວ່າເພິ່ນຈະຍົກນ້ອງໃຫ້ອ້າຍ.”
14
ແຕ່ລາວບໍ່ຍອມຟັງນາງ ແລະຍ້ອນເພິ່ນມີກຳລັງຫລາຍກວ່າ ຈຶ່ງຂົ່ມຂືນແລະຮ່ວມນອນກັບນາງ.
15
ແລ້ວອຳໂນນກໍເກີດເບື່ອໜ່າຍ ແລະກຽດຊັງນາງທີ່ສຸດ; ລາວກຽດຊັງນາງຫລາຍກວ່າຕອນທີ່ຫລົງຮັກນາງມາກ່ອນນັ້ນ. ອຳໂນນສັ່ງນາງວ່າ, “ຈົ່ງອອກໄປຈາກນີ້.”
16
ນາງຕອບວ່າ, “ບໍ່ ການທີ່ອ້າຍຂັບໄລ່ນ້ອງອອກໄປເຊັ່ນນີ້ ເປັນຄວາມຜິດຫລາຍກວ່າ ທີ່ອ້າຍຫາກໍໄດ້ກະທຳກັບນ້ອງ.” ແຕ່ອຳໂນນບໍ່ຍອມຟັງນາງ;
17
ລາວເອີ້ນເອົາຄົນຮັບໃຊ້ປະຈຳຕົວມາ ແລະບອກວ່າ, “ຈົ່ງເອົາຍິງຄົນນີ້ອອກໄປໃຫ້ພົ້ນສາຍຕາຂ້ອຍດຽວນີ້ ຍູ້ນາງອອກໄປແລະອັດປະຕູໃສ່ໄລໄວ້.”
18
ຄົນຮັບໃຊ້ຈຶ່ງຍູ້ນາງອອກໄປແລະອັດປະຕູໃສ່ໄລໄວ້. ນາງຕາມານຸ່ງເສື້ອຄຸມແຂນຍາວ ຊຶ່ງເປັນເສື້ອສຳລັບພວກລູກສາວຂອງກະສັດ ຜູ້ທີ່ບໍ່ທັນແຕ່ງງານນຸ່ງກັນໃນສະໄໝນັ້ນ.
19
ນາງເອົາຂີ້ເຖົ່າໂຮຍໃສ່ຫົວ, ຈີກເສື້ອຄຸມຂອງຕົນ, ເອົາມືອັດໜ້າ ແລະແລ່ນໜີໄປທັງຮ້ອງໄຫ້.
20
ເມື່ອອັບຊາໂລມອ້າຍຂອງນາງເຫັນ ຈຶ່ງຖາມວ່າ, “ອຳໂນນໄດ້ຂົ່ມຂືນເຈົ້າແມ່ນບໍ? ນ້ອງເອີຍ ຢ່າເປັນທຸກໃຈເພາະເລື່ອງນີ້ເກີນໄປ. ລາວເປັນອ້າຍຕ່າງແມ່ຂອງເຈົ້າ; ຢ່າບອກຜູ້ໃດຜູ້ໜຶ່ງຮູ້ເລື່ອງນີ້.” ດັ່ງນັ້ນ ນາງຕາມາຈຶ່ງອາໄສຢູ່ໃນເຮືອນຂອງອັບຊາໂລມ ທັງໂສກເສົ້າແລະເປົ່າປ່ຽວ.
21
ເມື່ອກະສັດໄດ້ຍິນເຖິງເລື່ອງນີ້ ເພິ່ນຈຶ່ງໂກດຮ້າຍທີ່ສຸດ.
22
ສ່ວນອັບຊາໂລມກໍກຽດຊັງອຳໂນນຫລາຍທີ່ສຸດ ຈົນລາວບໍ່ຍອມເວົ້າຈາກັບອຳໂນນອີກຕໍ່ໄປ ຍ້ອນລາວໄດ້ຂົ່ມຂືນຕາມາ ນ້ອງສາວຂອງຕົນ.
23
ສອງປີຕໍ່ມາ ອັບຊາໂລມໄດ້ຈັດໃຫ້ມີການຕັດຂົນແກະຂຶ້ນທີ່ບາອານຮາໂຊ ຊຶ່ງຢູ່ໃກ້ກັບເມືອງເອຟຣາອິມ; ແລ້ວລາວກໍໄດ້ເຊີນເອົາລູກຊາຍທັງໝົດຂອງກະສັດມາຮ່ວມໃນທີ່ນັ້ນດ້ວຍ.
24
ອັບຊາໂລມໄດ້ໄປຫາກະສັດດາວິດ ແລະເວົ້າວ່າ, “ຂ້ານ້ອຍຈະຈັດໃຫ້ມີການຕັດຂົນແກະຂຶ້ນ; ຂໍເຊີນໃຫ້ພໍ່ແລະພວກຂ້າຣາຊການຂອງພໍ່ ມາຮ່ວມໃນງານຄັ້ງນີ້ໄດ້ບໍ່?”
25
ກະສັດຕອບອັບຊາໂລມວ່າ, “ລູກເອີຍ ບໍ່ໄດ້ດອກ ຖ້າພວກເຮົາໄປໝົດທຸກຄົນ ກໍຈະເປັນການລຳບາກແກ່ລູກ.” ຝ່າຍອັບຊາໂລມກໍໜ່ວງໜ່ຽວຢາກໃຫ້ພໍ່ຂອງຕົນໄປ ແຕ່ກະສັດບໍ່ຍອມໄປແລະເພິ່ນກໍໄດ້ອວຍພອນລາວ.
26
ອັບຊາໂລມຈຶ່ງຂໍຮ້ອງວ່າ, “ຖ້າດັ່ງນັ້ນ ພໍ່ຈະອະນຸຍາດໃຫ້ອຳໂນນ ນ້ອງຊາຍຂອງຂ້ານ້ອຍໄປໄດ້ບໍ່?” ກະສັດຖາມວ່າ, “ເປັນຫຍັງລາວຈຶ່ງຈະຕ້ອງໄປ?”
27
ແຕ່ອັບຊາໂລມຍັງສືບຕໍ່ຊູຊີຂໍຮ້ອງຢູ່ຢ່າງນັ້ນ ຈົນກະສັດດາວິດຍອມໃຫ້ອຳໂນນ ແລະພວກລູກຊາຍຄົນອື່ນໆໄປກັບອັບຊາໂລມ. ອັບຊາໂລມໄດ້ຈັດງານລ້ຽງອັນໃຫຍ່ໂຕຂຶ້ນຢ່າງງານລ້ຽງຂອງກະສັດ
28
ແລະອັບຊາໂລມໄດ້ແນະນຳຄົນຮັບໃຊ້ຂອງຕົນວ່າ, “ໃຫ້ພວກເຈົ້າສັງເກດເບິ່ງອຳໂນນ ຖ້າລາວດື່ມເຫຼົ້າເມົາຫລາຍແລ້ວ ເມື່ອຂ້ອຍອອກຄຳສັ່ງ ໃຫ້ພາກັນຂ້າລາວໂລດ. ພວກເຈົ້າບໍ່ຕ້ອງຢ້ານ. ຂ້ອຍຈະເປັນຜູ້ຮັບຜິດຊອບເອງ. ຈົ່ງກ້າຫານແລະຢ່າລັ່ງເລໃຈ.”
29
ດັ່ງນັ້ນ ພວກຄົນຮັບໃຊ້ຈຶ່ງປະຕິບັດຕາມຄຳແນະນຳຂອງອັບຊາໂລມ ແລະຂ້າອຳໂນນເສຍ. ສ່ວນພວກລູກຊາຍຄົນອື່ນໆຂອງກະສັດດາວິດກໍຂຶ້ນຂີ່ລໍແລະປົບໜີໄປ.
30
ໃນຂະນະທີ່ພວກເຂົາພວມກັບເມືອນັ້ນ ກະສັດດາວິດກໍໄດ້ຮັບແຈ້ງວ່າ ອັບຊາໂລມໄດ້ຂ້າພວກລູກຊາຍຂອງກະສັດໂດຍບໍ່ມີຜູ້ໃດເຫຼືອເລີຍ.
31
ກະສັດຈຶ່ງລຸກຂຶ້ນ, ຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມໂສກເສົ້າ ແລະໝູບໜ້າລົງກັບພື້ນດິນ. ພວກຄົນຮັບໃຊ້ທີ່ຢູ່ກັບເພິ່ນໃນທີ່ນັ້ນ ກໍຈີກເຄື່ອງນຸ່ງຫົ່ມຂອງຕົນເຊັ່ນດຽວກັນ.
32
ແຕ່ໂຢນາດາບ ລູກຊາຍຂອງຊາມມາ ແລະຫລານຊາຍຂອງກະສັດດາວິດບອກວ່າ, “ຂ້າແດ່ພະຣາຊາ ພວກເຂົາບໍ່ໄດ້ຂ້າລູກຊາຍຂອງກະສັດໝົດທຸກຄົນດອກ ມີແຕ່ອຳໂນນເທົ່ານັ້ນຕາຍ. ຍ້ອນວ່າອັບຊາໂລມຕັ້ງໃຈທີ່ຈະກະທຳການແກ້ແຄ້ນນີ້ ຕັ້ງແຕ່ມື້ທີ່ອຳໂນນໄດ້ຂົ່ມຂືນຕາມານ້ອງສາວຂອງເພິ່ນພຸ້ນ.
33
ດັ່ງນັ້ນ ຢ່າເຊື່ອຂ່າວທີ່ວ່າ ລູກຊາຍທຸກຄົນຂອງກະສັດຕາຍ ມີແຕ່ອຳໂນນເທົ່ານັ້ນທີ່ຖືກຂ້າ.”
34
ໃນຂະນະດຽວກັນນັ້ນ ອັບຊາໂລມກໍໄດ້ປົບໜີໄປ. ຕໍ່ມາບຶດໜຶ່ງ ທະຫານຍາມກໍຫລຽວເຫັນຄົນກຸ່ມໃຫຍ່ພວກໜຶ່ງ ກຳລັງລົງມາຈາກເນີນພູ ຕາມເສັ້ນທາງມາຈາກໂຮໂຣນາອິມ. ທະຫານຍາມຄົນນັ້ນຈຶ່ງໄປບອກກະສັດຕາມທີ່ຕົນໄດ້ເຫັນ.
35
ໂຢນາດາບເວົ້າກັບກະສັດດາວິດວ່າ “ພວກນັ້ນແມ່ນພວກລູກຊາຍຂອງກະສັດທີ່ກຳລັງມາ ດັ່ງທີ່ຂ້ານ້ອຍໄດ້ບອກກະສັດແລ້ວ.”
36
ພໍລາວເວົ້າສຸດ ພວກລູກຊາຍຂອງກະສັດດາວິດກໍເຂົ້າມາ. ພວກເຂົາພາກັນຮ້ອງໄຫ້; ກະສັດແລະພວກຂ້າຣາຊການຂອງເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ.
37
ຝ່າຍອັບຊາໂລມກໍໄດ້ໜີໄປຫາເຈົ້າຕານໄມ ກະສັດແຫ່ງເກຊູ ລູກຊາຍຂອງອາມມີຮຸດ. ລາວອາໄສຢູ່ໃນທີ່ນັ້ນເປັນເວລາສາມປີ. ກະສັດດາວິດໄວ້ທຸກໃຫ້ອຳໂນນລູກຊາຍຂອງເພິ່ນເປັນເວລາດົນນານ,
39
ແຕ່ເມື່ອເພິ່ນທຸເລົາໃນເລື່ອງການຕາຍຂອງອຳໂນນແລ້ວ ເພິ່ນຈຶ່ງຄິດຮອດອັບຊາໂລມຫລາຍທີ່ສຸດ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24