bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 7
2 Samuel 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 8 →
1
ກະສັດດາວິດໄດ້ຄອງອຳນາດຢ່າງໝັ້ນຄົງຢູ່ໃນວັງຂອງເພິ່ນ ແລະພຣະເຈົ້າຢາເວກໍຄຸ້ມຄອງເພິ່ນໃຫ້ພົ້ນໂພຍໄພຈາກເຫຼົ່າສັດຕູທັງປວງ.
2
ແລ້ວກະສັດກໍໄດ້ເວົ້າກັບຜູ້ທຳນວາຍນາທານວ່າ, “ເບິ່ງດູ ເຮົາເອງຢູ່ໃນເຮືອນທີ່ສ້າງດ້ວຍໄມ້ແປກ, ແຕ່ຫີບຂອງພຣະເຈົ້າພັດຢູ່ໃນຫໍເຕັນ.”
3
ນາທານຈຶ່ງຕອບເພິ່ນວ່າ, “ຈົ່ງເຮັດຕາມທີ່ທ່ານຄິດເຫັນເທີ້ນ ເພາະພຣະເຈົ້າຢາເວສະຖິດຢູ່ກັບທ່ານ.”
4
ແຕ່ໃນຄືນນັ້ນ ພຣະເຈົ້າຢາເວກ່າວກັບນາທານວ່າ,
5
“ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ພຣະເຈົ້າຢາເວບອກລາວດັ່ງນີ້: ‘ເຈົ້າບໍ່ແມ່ນຄົນທີ່ຈະສ້າງພຣະວິຫານໃຫ້ເຮົາຢູ່.
6
ນັບແຕ່ເວລາທີ່ເຮົາໄດ້ນຳປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບຈົນເຖິງດຽວນີ້ ເຮົາບໍ່ໄດ້ຢູ່ໃນວິຫານເລີຍ. ເຮົາໄດ້ເດີນທາງໄປມາເລື້ອຍໂດຍອາໄສຢູ່ໃນຫໍເຕັນແລະຫໍເຕັນສັກສິດ.
7
ຕະຫລອດເວລາທີ່ເຮົາເດີນທາງໄປກັບຊາວອິດສະຣາເອນນັ້ນ ເຮົາບໍ່ໄດ້ຖາມພວກຜູ້ປົກຄອງ ຄົນໃດຄົນໜຶ່ງທີ່ເຮົາໄດ້ແຕ່ງຕັ້ງນັ້ນວ່າ ເຫດໃດພວກເຂົາຈຶ່ງບໍ່ສ້າງພຣະວິຫານດ້ວຍໄມ້ແປກໃຫ້ເຮົາຢູ່.’
8
ດັ່ງນັ້ນ ຈົ່ງບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກລາວວ່າ, ເຈົ້າເປັນຄົນລ້ຽງແກະຕາມທົ່ງນາ ແລະເຮົາໄດ້ເອົາເຈົ້າມາເປັນຜູ້ປົກຄອງຊາວອິດສະຣາເອນປະຊາຊົນຂອງເຮົາ.
9
ເຮົາໄດ້ຢູ່ນຳເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະເຮົາໄດ້ໃຫ້ສັດຕູທັງຫລາຍຂອງເຈົ້າພ່າຍແພ້ໃນຂະນະທີ່ເຈົ້າບຸກໜ້າເຂົ້າໄປ. ເຮົາຈະສ້າງເຈົ້າໃຫ້ເປັນຜູ້ມີຊື່ສຽງ ດັ່ງບັນດາຜູ້ນຳຄົນຍິ່ງໃຫຍ່ທີ່ສຸດໃນໂລກ.
10
ເຮົາໄດ້ເລືອກເອົາບ່ອນໜຶ່ງໄວ້ໃຫ້ປະຊາຊົນອິດສະຣາເອນຂອງເຮົາ ແລະໃຫ້ພວກເຂົາໄດ້ຕັ້ງຖິ່ນຖານຢູ່ໃນທີ່ນັ້ນ ຊຶ່ງເປັນບ່ອນທີ່ພວກເຂົາຈະຢູ່ຢ່າງບໍ່ມີການກົດຂີ່ຂົ່ມເຫັງໃດໆທັງສິ້ນ.
11
ນັບຕັ້ງແຕ່ເວລາທີ່ເຮົາໄດ້ແຕ່ງຕັ້ງໃຫ້ມີຜູ້ປົກຄອງເໜືອຊາວອິດສະຣາເອນປະຊາກອນຂອງເຮົາ; ເຮົາຈະໃຫ້ເຈົ້າພົ້ນຈາກເຫຼົ່າສັດຕູທັງປວງຂອງເຈົ້າ. ຫລາຍກວ່ານັ້ນ ພຣະເຈົ້າຢາເວກ່າວແກ່ເຈົ້າວ່າພຣະເຈົ້າຢາເວຈະໃຫ້ເຈົ້າມີເຊື້ອສາຍຫລາຍຄົນ.
12
ເມື່ອເຈົ້າຕາຍໄປ ແລະຖືກຝັງໄວ້ກັບບັນພະບຸລຸດຂອງເຈົ້າແລ້ວ ເຮົາກໍຈະໃຫ້ລູກຊາຍຄົນໜຶ່ງຂອງເຈົ້າເປັນກະສັດ ແລະຈະໃຫ້ອານາຈັກຂອງລາວເຂັ້ມແຂງ.
13
ລາວຈະເປັນຜູ້ສ້າງວິຫານສຳລັບເຮົາ ແລະເຮົາຈະໃຫ້ເຊື້ອສາຍຂອງລາວປົກຄອງຕະຫລອດໄປ.
14
ເຮົາຈະເປັນພໍ່ຂອງລາວແລະລາວຈະເປັນລູກຂອງເຮົາ. ເມື່ອລາວເຮັດຜິດ ເຮົາກໍຈະລົງໂທດລາວດັ່ງພໍ່ລົງໂທດລູກຊາຍຂອງຕົນ.
15
ແຕ່ເຮົາຈະບໍ່ຖອນຄວາມຮັກອັນໝັ້ນຄົງຂອງເຮົາໜີຈາກລາວດັ່ງທີ່ໄດ້ເຮັດຕໍ່ໂຊນ ຜູ້ທີ່ເຮົາໄດ້ປົດອອກຈາກຕຳແໜ່ງເພື່ອໃຫ້ເຈົ້າໄດ້ເປັນກະສັດ.
16
ເຈົ້າຈະມີເຊື້ອສາຍຢູ່ເລື້ອຍໆ ແລະເຮົາຈະໃຫ້ອານາຈັກຂອງເຈົ້າຄົງຢູ່ຕະຫລອດໄປ. ເຊື້ອວົງຂອງເຈົ້າຈະດຳລົງສືບໆໄປໂດຍບໍ່ສິ້ນສຸດຈັກເທື່ອ.”’
17
ນາທານຈຶ່ງບອກກະສັດດາວິດທຸກສິ່ງຕາມທີ່ພຣະເຈົ້າໄດ້ສຳແດງໃຫ້ແກ່ຕົນຮູ້ນັ້ນ.
18
ຕໍ່ມາ ກະສັດດາວິດໄດ້ເຂົ້າໄປໃນຫໍເຕັນ ແລະນັ່ງລົງຕໍ່ໜ້າພຣະເຈົ້າຢາເວ ແລະໄດ້ກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍແລະຄອບຄົວບໍ່ສົມຄວນກັບສິ່ງທີ່ພຣະອົງໄດ້ກະທຳຕໍ່ຂ້ານ້ອຍເລີຍ.
19
ແຕ່ເຖິງປານນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ບັດນີ້ພຣະອົງຍັງກະທຳຫລາຍເພີ່ມຕື່ມອີກ ໂດຍໄດ້ສັນຍາໄວ້ກ່ຽວກັບເຊື້ອສາຍຂອງຂ້ານ້ອຍໃນພາຍຂ້າງໜ້າ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງໃຫ້ຜູ້ໜຶ່ງໄດ້ຮູ້ເຫັນເລື່ອງນີ້.
20
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍຈະເວົ້າຫຍັງກັບພຣະອົງໄດ້ອີກ ເພາະພຣະອົງຮູ້ຈັກຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດີທີ່ສຸດ.
21
ພຣະອົງກະທຳການນີ້ຕາມຄວາມພໍໃຈ ແລະຄວາມປະສົງຂອງພຣະອົງ. ພຣະອົງໄດ້ເຮັດການຍິ່ງໃຫຍ່ທັງໝົດເຫຼົ່ານີ້ ກໍເພື່ອແນະນຳແລະສັ່ງສອນຂ້າໃຊ້ຂອງພຣະອົງ.
22
ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າເອີຍ ພຣະອົງຍິ່ງໃຫຍ່ແທ້! ບໍ່ມີຜູ້ໃດຄືພຣະອົງ; ພວກຂ້ານ້ອຍຮູ້ຢູ່ສະເໝີວ່າ ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ.
23
ໃນໂລກນີ້ບໍ່ມີຊົນຊາດໃດເໝືອນຊາດອິດສະຣາເອນ ຊຶ່ງພຣະອົງໄດ້ຊົງໄຖ່ເອົາມາຈາກການເປັນທາດຮັບໃຊ້ເພື່ອໃຫ້ເປັນຄົນຂອງພຣະອົງ. ຄວາມຍິ່ງໃຫຍ່ແລະການອັດສະຈັນທີ່ພຣະອົງໄດ້ກະທຳໃຫ້ພວກເຂົານັ້ນ ໄດ້ນຳຊື່ສຽງຂອງພຣະອົງແຜ່ໄປທົ່ວໂລກ. ພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆ ແລະບັນດາພະຂອງພວກເຂົາອອກໄປ ໃນຂະນະທີ່ປະຊາຊົນຂອງພຣະອົງບຸກໜ້າເຂົ້າໄປ ຄືປະຊາຊົນທີ່ພຣະອົງໄດ້ປົດປ່ອຍອອກມາຈາກປະເທດເອຢິບ ເພື່ອໃຫ້ເປັນຂອງພຣະອົງ.
24
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ກະທຳໃຫ້ຊາດອິດສະຣາເອນ ເປັນປະຊາຊົນຂອງພຣະອົງຕະຫລອດໄປ ແລະພຣະອົງກໍເປັນພຣະເຈົ້າຂອງພວກເຂົາ.
25
ຂ້າແດ່ພຣະເຈົ້າຢາເວພຣະເຈົ້າເອີຍ ບັດນີ້ ຂໍພຣະອົງເຮັດຕາມຄຳສັນຍາທີ່ພຣະອົງມີໄວ້ກັບຂ້ານ້ອຍ ແລະເຊື້ອສາຍຂອງຂ້ານ້ອຍດ້ວຍເທີ້ນ ແລະຂໍໃຫ້ເຮັດຕາມທີ່ພຣະອົງໄດ້ກ່າວໄວ້ນັ້ນດ້ວຍ.
26
ຊື່ສຽງຂອງພຣະອົງຈະຍິ່ງໃຫຍ່ ແລະຄົນຕ່າງກໍຈະເວົ້າກັນຕະຫລອດໄປວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເປັນພຣະເຈົ້າຂອງຊາດອິດສະຣາເອນ.’ ພຣະອົງຈະສະຫງວນເຊື້ອສາຍຂອງຂ້ານ້ອຍໄວ້ສືບໄປ.
27
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ພຣະເຈົ້າຂອງຊາດອິດສະຣາເອນເອີຍ ດ້ວຍວ່າ, ພຣະອົງໄດ້ເປີດເຜີຍເລື່ອງທັງໝົດນີ້ໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງໄດ້ຮູ້ ແລະໄດ້ບອກຂ້ານ້ອຍວ່າພຣະອົງຈະເຮັດໃຫ້ເຊື້ອສາຍຂອງຂ້ານ້ອຍເປັນກະສັດ, ດັ່ງນັ້ນ ຂ້ານ້ອຍຈຶ່ງກ້າພາວັນນາອະທິຖານຕໍ່ພຣະອົງເຊັ່ນນີ້.
28
ບັດນີ້ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງເປັນພຣະເຈົ້າ; ຖ້ອຍຄຳຂອງພຣະອົງກໍປັນຈິງ, ແລະພຣະອົງຮັກສາພັນທະສັນຍາຂອງພຣະອົງສະເໝີ ແລະພຣະອົງໃຫ້ສິ່ງອັນດີເລີດນີ້ແກ່ຜູ້ຮັບໃຊ້ຂອງພຣະອົງ.
29
ຂໍພຣະອົງອວຍພອນຄອບຄົວຂອງຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເຖີດ ເພື່ອວ່າເຊື້ອສາຍຂອງຂ້ານ້ອຍຈະໄດ້ຢູ່ຊ້ອງພຣະພັກພຣະອົງຕະຫລອດໄປ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ພຣະອົງເປັນຜູ້ໄດ້ສັນຍາເຊັ່ນນີ້ ແລະຂໍພຣະອົງໂຜດອວຍພອນເຊື້ອສາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງຕະຫລອດໄປເຖີດ.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24