bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 19
2 Samuel 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 20 →
1
ມີຄົນມາບອກໂຢອາບວ່າ, “ກະສັດດາວິດກຳລັງຮ້ອງໄຫ້ແລະໄວ້ທຸກນຳອັບຊາໂລມ.”
2
ເມື່ອທະຫານໄດ້ຍິນວ່າກະສັດໄວ້ທຸກນຳລູກຊາຍຂອງຕົນ ຄວາມຊົມຊື່ນຍິນດີແຫ່ງໄຊຊະນະຈຶ່ງກາຍເປັນຄວາມໂສກເສົ້າ ສຳລັບທະຫານທັງໝົດຂອງກະສັດດາວິດໃນມື້ນັ້ນ.
3
ພວກເຂົາໄດ້ກັບຄືນເມືອເມືອງຂອງຕົນດ້ວຍຄວາມງຽບເຫງົາ ດັ່ງທະຫານທີ່ໄດ້ຮັບຄວາມອັບອາຍ ຍ້ອນໄດ້ປົບໜີມາຈາກສະໜາມຮົບ.
4
ສ່ວນກະສັດດາວິດກໍເອົາຜ້າປົກໜ້າຂອງຕົນຮ້ອງໄຫ້ສຽງດັງພ້ອມທັງຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່! ໂອ ອັບຊາໂລມລູກຊາຍຂອງພໍ່ ລູກຊາຍຂອງພໍ່ເອີຍ!”
5
ໂຢອາບໄດ້ເຂົ້າໄປໃນທີ່ພັກຂອງກະສັດ ແລະເວົ້າຕໍ່ເພິ່ນວ່າ, “ວັນນີ້ ທ່ານເຮັດໃຫ້ທະຫານຂອງທ່ານໄດ້ຮັບຄວາມລະອາຍໃຈ. ພວກເຂົາໄດ້ຊ່ວຍຊີວິດຂອງທ່ານ, ຂອງລູກຊາຍລູກສາວຂອງທ່ານ, ຂອງເມຍໃຫຍ່ແລະພວກເມຍນ້ອຍຂອງທ່ານ.
6
ທ່ານຄັດຄ້ານຜູ້ທີ່ຮັກທ່ານ ແລະສະໜັບສະໜູນຜູ້ທີ່ກຽດຊັງທ່ານ. ທ່ານເຮັດຢ່າງນີ້ກໍເປັນການຈະແຈ້ງແລ້ວວ່າ ນາຍທະຫານແລະພວກທະຫານຂອງທ່ານບໍ່ມີຄວາມສຳຄັນຫຍັງໝົດສຳລັບທ່ານ. ຂ້ານ້ອຍຮູ້ວ່າໃນວັນນີ້ ຖ້າອັບຊາໂລມຍັງມີຊີວິດຢູ່ແລະພວກຂ້ານ້ອຍທຸກຄົນຕາຍໄປ ທ່ານກໍຄົງຈະພໍໃຈ.
7
ບັດນີ້ ຂໍທ່ານຈຶ່ງໄປຢືນຢັນຕໍ່ທະຫານຂອງທ່ານສາ. ຖ້າທ່ານບໍ່ໄປ ຂ້ານ້ອຍຂໍສາບານໂດຍພຣະເຈົ້າຢາເວວ່າ, ໃນມື້ອື່ນຈະບໍ່ມີທະຫານຈັກຄົນຢູ່ນຳທ່ານ. ມັນຈະເປັນການຫຼົ້ມຈົມຢ່າງໃຫຍ່ທີ່ສຸດໃນຊົ່ວຊີວິດຂອງທ່ານ.”
8
ແລ້ວກະສັດກໍລຸກຂຶ້ນໄປນັ່ງຢູ່ໃກ້ກັບປະຕູເມືອງ. ເມື່ອທະຫານຂອງເພິ່ນຮູ້ວ່າເພິ່ນຢູ່ທີ່ນັ້ນ ພວກເຂົາທຸກຄົນຈຶ່ງມາເຕົ້າໂຮມກັນອ້ອມຮອບເພິ່ນອີກ. ໃນລະຫວ່າງນັ້ນ ຊາວອິດສະຣາເອນທຸກຄົນຕ່າງກໍໄດ້ປົບໜີເມືອເຮືອນຂອງໃຜລາວ.
9
ພວກເຂົາຖົກຖຽງກັນທົ່ວໄປໃນປະເທດວ່າ, “ກະສັດດາວິດໄດ້ຊ່ວຍກູ້ເອົາພວກເຮົາໃຫ້ພົ້ນຈາກສັດຕູ ແລະໃຫ້ພົ້ນຈາກພວກຟີລິດສະຕິນ, ແຕ່ບັດນີ້ ເພິ່ນໄດ້ປະຖິ້ມປະເທດແລະປົບໜີໄປຈາກອັບຊາໂລມ.
10
ພວກເຮົາໄດ້ຫົດສົງອັບຊາໂລມໃຫ້ເປັນກະສັດ ແຕ່ອັບຊາໂລມໄດ້ຖືກຂ້າຢູ່ໃນສະໜາມຮົບແລ້ວ. ດັ່ງນັ້ນ ເປັນຫຍັງຈຶ່ງບໍ່ມີຜູ້ໃດ ໄປເຊີນເອົາກະສັດດາວິດກັບຄືນມາປົກຄອງ.”
11
ຕໍ່ມາ ເລື່ອງທີ່ພວກອິດສະຣາເອນໄດ້ເວົ້າກັນນັ້ນກໍເຖິງຫູກະສັດດາວິດ ເພິ່ນຈຶ່ງສົ່ງປະໂຣຫິດຊາດົກກັບອາບີອາທາໄປຖາມພວກຜູ້ນຳຊາວຢູດາວ່າ, “ດ້ວຍເຫດໃດພວກທ່ານຈຶ່ງເປັນພວກລ້າຫລັງ ມານຳເອົາກະສັດກັບຄືນເມືອສູ່ຣາຊວັງ?
12
ພວກທ່ານເປັນຍາດຕິພີ່ນ້ອງຂອງເຮົາ ເປັນເລືອດເນື້ອເຊື້ອໄຂດຽວກັນກັບເຮົາ; ເປັນຫຍັງພວກທ່ານຈຶ່ງເປັນພວກລ້າຫລັງ ມານຳເອົາກະສັດກັບຄືນເມືອ?”
13
ກະສັດດາວິດຍັງສົ່ງຄົນໄປບອກອາມາສາຄືກັນວ່າ, “ເຈົ້າກໍເປັນຍາດຕິພີ່ນ້ອງຂອງເຮົາ. ນັບຕັ້ງແຕ່ນີ້ໄປ ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ. ຖ້າເຮົາບໍ່ປະຕິບັດຕາມຄຳເວົ້າ ຂໍໃຫ້ພຣະເຈົ້າລົງໂທດເຮົາເຖິງຕາຍເຖີດ.”
14
ຄຳເວົ້າຂອງກະສັດດາວິດໄດ້ຊະນະຈິດໃຈຊາວຢູດາທັງໝົດ; ສະນັ້ນ ພວກເຂົາຈຶ່ງມາເຊີນເອົາເພິ່ນກັບຄືນເມືອ ພ້ອມທັງບັນດາຂ້າຣາຊການຂອງເພິ່ນດ້ວຍ.
15
ເວລາກະສັດດາວິດກັບຄືນເມືອ ທະຫານຊາວຢູດາກໍອອກມາພົບເພິ່ນ ທີ່ແມ່ນໍ້າຈໍແດນ. ພວກເຂົາມາແຕ່ເມືອງກິນການເພື່ອແຫ່ເພິ່ນຂ້າມແມ່ນໍ້າ.
16
ໃນເວລາດຽວກັນນັ້ນ ຊີເມອີຄົນເບັນຢາມິນ ແລະເປັນລູກຊາຍຂອງເກຣາ ຊາວເມືອງບາຮູຣິມຈຶ່ງຟ້າວເຂົ້າພົບກະສັດດາວິດທີ່ແມ່ນໍ້າຈໍແດນ.
17
ມີພັນຄົນຈາກຕະກຸນເບັນຢາມິນໄປກັບລາວ. ຊີບາ ຄົນຮັບໃຊ້ປະຈຳຄອບຄົວຂອງກະສັດໂຊນພ້ອມກັບລູກຊາຍສິບຫ້າຄົນ ແລະຄົນຮັບໃຊ້ອີກຊາວຄົນ ກໍໄດ້ມາຄືກັນ. ພວກເຫຼົ່ານີ້ມາຮອດແມ່ນໍ້າຈໍແດນກ່ອນກະສັດດາວິດ.
18
ພວກເຂົາໄດ້ຂ້າມແມ່ນໍ້າໄປຝັ່ງນັ້ນກ່ອນ ເພື່ອລໍຖ້າຕ້ອນຮັບຊ່ວຍຄອບຄົວທັງໝົດຂອງກະສັດຂ້າມແມ່ນໍ້າ ແລະເຮັດທຸກສິ່ງຕາມຄວາມປະສົງຂອງກະສັດ. ເມື່ອກະສັດກຳລັງຕຽມຈະຂ້າມແມ່ນໍ້າໄປນັ້ນ ຊີເມອີລູກຊາຍຂອງເກຣາກໍມາຂາບລົງຕໍ່ໜ້າເພິ່ນ
19
ແລະເວົ້າວ່າ, “ຂ້າແດ່ພະຣາຊາ ຂໍລືມຄວາມຜິດທີ່ຂ້ານ້ອຍໄດ້ເຮັດໃນມື້ທີ່ທ່ານໄດ້ອອກມາແຕ່ນະຄອນເຢຣູຊາເລັມນັ້ນເຖີດ ຢ່າໄດ້ຖືໂທດຂ້ານ້ອຍແລະຢ່າຄິດເຖິງເລື່ອງນັ້ນອີກເລີຍ.
20
ທ່ານທີ່ເຄົາຣົບ ຂ້ານ້ອຍຮູ້ດີວ່າຂ້ານ້ອຍໄດ້ເຮັດບາບ; ດ້ວຍເຫດນີ້ ຂ້ານ້ອຍຈຶ່ງເປັນຄົນທຳອິດຈາກເຜົ່າທາງພາກເໜືອທີ່ມາ ແລະເຂົ້າພົບທ່ານໃນວັນນີ້.”
21
ອາບີໄຊລູກຊາຍຂອງນາງເຊຣູອີຢາໄດ້ເວົ້າວ່າ, “ຊີເມອີຄວນຖືກປະຫານຊີວິດ ເພາະລາວໄດ້ປ້ອຍດ່າຜູ້ທີ່ພຣະເຈົ້າຢາເວໄດ້ຫົດສົງ.”
22
ແຕ່ກະສັດດາວິດໄດ້ເວົ້າກັບອາບີໄຊ ແລະໂຢອາບອ້າຍຂອງລາວວ່າ, “ແມ່ນຜູ້ໃດຖາມເອົາຄວາມຄິດເຫັນນຳພວກເຈົ້າ? ພວກເຈົ້າຈະເຮັດໃຫ້ເຮົາເດືອດຮ້ອນອີກບໍ? ດຽວນີ້ເຮົາເອງເປັນກະສັດຂອງຊາດອິດສະຣາເອນ ແລະວັນນີ້ຈະບໍ່ມີຄົນອິດສະຣາເອນຜູ້ໃດຖືກປະຫານຊີວິດ.”
23
ແລ້ວກະສັດດາວິດກໍກ່າວແກ່ຊີເມອີວ່າ, “ເຮົາຂໍສັນຍາວ່າ ເຈົ້າຈະບໍ່ຖືກປະຫານຊີວິດ.”
24
ຕໍ່ມາ ເມຟີໂບເຊັດຫລານຊາຍຂອງກະສັດໂຊນ ກໍລົງມາຈາກນະຄອນເຢຣູຊາເລັມເພື່ອຕ້ອນຮັບກະສັດ. ນັບຕັ້ງແຕ່ກະສັດໜີອອກຈາກນະຄອນເຢຣູຊາເລັມໄປ ເມຟີໂບເຊັດບໍ່ໄດ້ລ້າງຕີນ, ບໍ່ໄດ້ແຖໜວດ, ບໍ່ໄດ້ຊັກເຄື່ອງ, ຈົນເຖິງມື້ທີ່ກະສັດກັບຄືນມາຢ່າງມີໄຊ.
25
ເມື່ອເມຟີໂບເຊັດມາຈາກ ນະຄອນເຢຣູຊາເລັມເພື່ອພົບກັບກະສັດ ກະສັດຈຶ່ງຖາມລາວວ່າ, “ເມຟີໂບເຊັດເອີຍ ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເຮົາ?”
26
ລາວຕອບວ່າ, “ຂ້າແດ່ພະຣາຊາ ດັ່ງທີ່ທ່ານຮູ້ແລ້ວວ່າ ຂ້ານ້ອຍເປັນຄົນຂາພິການ; ຂ້ານ້ອຍໄດ້ບອກຄົນຮັບໃຊ້ໃຫ້ໃສ່ອານລໍ ເພື່ອຂ້ານ້ອຍຈະຂີ່ໄປກັບທ່ານ, ແຕ່ລາວທໍລະຍົດຕໍ່ຂ້ານ້ອຍ.
27
ລາວຕົວະທ່ານກ່ຽວກັບເລື່ອງຂ້ານ້ອຍ, ແຕ່ທ່ານເປັນດັ່ງເທວະດາຂອງພຣະເຈົ້າ; ສະນັ້ນ ຈົ່ງເຮັດຕາມທີ່ທ່ານເຫັນວ່າຖືກຕ້ອງເທີ້ນ.
28
ທຸກຄົນໃນຄອບຄົວຂອງພໍ່ຂ້ານ້ອຍສົມຄວນທີ່ຈະຖືກທ່ານຂ້າຖິ້ມໝົດ ແຕ່ທ່ານພັດອະນຸຍາດໃຫ້ຂ້ານ້ອຍໄດ້ຮັບປະທານອາຫານຮ່ວມໂຕະກັບທ່ານ ຂ້ານ້ອຍບໍ່ມີສິດ ທີ່ຈະຂໍຄວາມເມດຕາໃດໆຈາກທ່ານຕື່ມອີກແລ້ວ.”
29
ກະສັດຕອບລາວວ່າ, “ເຈົ້າບໍ່ຕ້ອງເວົ້າຫຍັງອີກຕໍ່ໄປ. ເຮົາໄດ້ຕັດສິນໃຈໃຫ້ເຈົ້າກັບຊີບາແບ່ງມໍຣະດົກຂອງກະສັດໂຊນປັນກັນ.”
30
ເມຟີໂບເຊັດຕອບວ່າ, “ໃຫ້ມໍຣະດົກຕົກເປັນຂອງຊີບາໝົດເສຍ ການທີ່ທ່ານກັບຄືນມາຢ່າງປອດໄພກໍພຽງພໍແລ້ວສຳລັບຂ້ານ້ອຍ.”
31
ບາກຊິນໄລ ໄທກີເລອາດກໍໄດ້ລົງມາຈາກໂຣເກລິມ ເພື່ອນຳສົ່ງກະສັດຂ້າມແມ່ນໍ້າຈໍແດນຄືກັນ.
32
ບາກຊິນໄລເຖົ້າແກ່ຫລາຍແລະອາຍຸໄດ້ແປດສິບປີ. ລາວເປັນຄົນຮັ່ງມີຫລາຍ. ເມື່ອກະສັດຍັງພັກຢູ່ທີ່ມະຫານາອິມນັ້ນ ລາວເປັນຜູ້ຈັດຫາສະບຽງອາຫານໃຫ້ເພິ່ນ.
33
ກະສັດບອກລາວວ່າ, “ໃຫ້ເຈົ້າມາຢູ່ນະຄອນເຢຣູຊາເລັມກັບເຮົາ ແລະເຮົາຈະລ້ຽງດູເຈົ້າ.”
34
ແຕ່ບາກຊິນໄລຕອບກະສັດວ່າ, “ຂ້ານ້ອຍຈະມີຊີວິດຢູ່ຕໍ່ໄປອີກບໍ່ນານ ຂ້ານ້ອຍຈະໄປຢູ່ນະຄອນເຢຣູຊາເລັມກັບທ່ານໄດ້ຢ່າງໃດ?
35
ຂ້ານ້ອຍອາຍຸໄດ້ແປດສິບປີແລ້ວ; ຄົງບໍ່ມີສິ່ງໃດທີ່ຈະເຮັດໃຫ້ຂ້ານ້ອຍມີຄວາມສຸກໄດ້ດອກ. ເວລາທີ່ຂ້ານ້ອຍກິນຫລືດື່ມ ມັນກໍບໍ່ມີຣົດຊາດ ແລະຂ້ານ້ອຍຟັງສຽງຄົນຮ້ອງເພງກໍບໍ່ໄດ້ຍິນ. ທ່ານຈະລຳບາກຍ້ອນຂ້ານ້ອຍລ້າໆ.
36
ຂ້ານ້ອຍບໍ່ສົມຄວນຮັບບຳເໜັດອັນຍິ່ງໃຫຍ່ນີ້ດອກ. ສະນັ້ນ ຂ້ານ້ອຍຈຶ່ງຈະໄປກັບທ່ານຮອດແຕ່ຟາກພຸ້ນເທົ່ານັ້ນ.
37
ຂໍໃຫ້ຂ້ານ້ອຍກັບຄືນເມືອບ້ານ ແລະຕາຍໃກ້ກັບອຸບມຸງຂອງພໍ່ແມ່ຂ້ານ້ອຍພຸ້ນເຖີດ. ຜູ້ນີ້ແມ່ນກິມຮາມລູກຊາຍຂອງຂ້ານ້ອຍ. ລາວຈະເປັນຜູ້ຮັບໃຊ້ທ່ານ; ຈົ່ງຮັບເອົາລາວໄປນຳເຖີດ ແລະທ່ານຈະເຮັດຢ່າງໃດກັບລາວ ກໍສຸດແລ້ວແຕ່ທ່ານຈະເຫັນສົມຄວນ.”
38
ກະສັດຕອບວ່າ, “ເຮົາຈະເອົາລາວໄປນຳ ແລະທັງຈະເບິ່ງແຍງລາວຕາມທີ່ເຈົ້າຕ້ອງການ. ເຮົາຈະປະຕິບັດທຸກສິ່ງຕາມທີ່ເຈົ້າຂໍຮ້ອງ.”
39
ແລ້ວກະສັດດາວິດພ້ອມກັບພັກພວກຂອງເພິ່ນທຸກຄົນ ກໍຂ້າມແມ່ນໍ້າຈໍແດນໄປ. ເພິ່ນຈູບລາທັງອວຍພອນບາກຊິນໄລ ແລ້ວບາກຊິນໄລກໍກັບຄືນເມືອສູ່ບ້ານເມືອງຂອງຕົນ.
40
ເມື່ອກະສັດໄດ້ຂ້າມແມ່ນໍ້ານັ້ນ ຕິດຕາມໂດຍຊາວຢູດາທັງໝົດແລະຊາວອິດສະຣາເອນເຄິ່ງໜຶ່ງ ເພິ່ນໄປທີ່ເມືອງກິນການ ແລະກິມຮາມກໍໄປນຳເພິ່ນດ້ວຍ.
41
ຕໍ່ມາ ຊາວອິດສະຣາເອນທັງໝົດຈຶ່ງໄປຫາກະສັດ ແລະເວົ້າວ່າ, “ຂ້າແດ່ພະຣາຊາ ເປັນຫຍັງພີ່ນ້ອງຊາວຢູດາຈຶ່ງມີສິດນຳເອົາທ່ານ, ຄອບຄົວຂອງທ່ານ ແລະທະຫານຂອງທ່ານຂ້າມແມ່ນໍ້າຈໍແດນ?”
42
ຊາວຢູດາທັງໝົດໄດ້ຕອບຊາວອິດສະຣາເອນວ່າ, “ພວກຂ້ອຍເຮັດຢ່າງນີ້ ກໍເພາະກະສັດເປັນຍາດພີ່ນ້ອງທີ່ສະໜິດໃນພວກຂ້ອຍ. ເປັນຫຍັງພວກເຈົ້າຈຶ່ງບໍ່ພໍໃຈກ່ຽວກັບເລື່ອງນີ້? ເພິ່ນບໍ່ໄດ້ຈ່າຍຄ່າອາຫານການກິນແລະເອົາສິ່ງໜຶ່ງສິ່ງໃດໃຫ້ພວກຂ້ອຍເລີຍ.”
43
ຊາວອິດສະຣາເອນໄດ້ຕອບປະຊາຊົນຊາວຢູດາວ່າ, “ເຖິງແມ່ນກະສັດດາວິດເປັນຍາດພີ່ນ້ອງທີ່ສະໜິດໃນພວກເຈົ້າກໍຕາມ, ແຕ່ພວກຂ້ອຍກໍມີສ່ວນໃນເພິ່ນຫລາຍກວ່າພວກເຈົ້າເຖິງສິບເທົ່າ. ເປັນຫຍັງພວກເຈົ້າຈຶ່ງດູຖູກພວກຂ້ອຍ? ຢ່າລືມວ່າແມ່ນພວກຂ້ອຍທີ່ເປັນພວກທຳອິດອອກປາກເຊີນເອົາກະສັດກັບຄືນມາ.” ແຕ່ຄຳເວົ້າຂອງຊາວຢູດາມີນໍ້າໜັກແຮງກວ່າຄຳເວົ້າຂອງຊາວອິດສະຣາເອນ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24