bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 23
2 Samuel 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
1
ກະສັດດາວິດເປັນລູກຊາຍຂອງເຢຊີ. ເພິ່ນເປັນຜູ້ທີ່ພຣະເຈົ້າໄດ້ສ້າງຂຶ້ນໃຫ້ເປັນຜູ້ຍິ່ງໃຫຍ່ ເປັນຜູ້ທີ່ພຣະເຈົ້າຂອງຢາໂຄບເຈີມຕັ້ງໃຫ້ເປັນກະສັດ ແລະໃຫ້ປະພັນເພງອັນອອນຊອນສຳລັບຊາດອິດສະຣາເອນ. ຕໍ່ໄປນີ້ແມ່ນຖ້ອຍຄຳຄັ້ງສຸດທ້າຍຂອງກະສັດດາວິດ:
2
“ພຣະວິນຍານຂອງພຣະເຈົ້າຢາເວກ່າວຜ່ານຂ້ານ້ອຍ ຖ້ອຍຄຳພຣະອົງຢູ່ທີ່ລີ້ນຂອງຂ້ານ້ອຍ.
3
ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວຕໍ່ຂ້ານ້ອຍ ຜູ້ຄຸ້ມຄອງຊາດອິດສະຣາເອນໄດ້ກ່າວດັ່ງນີ້: ກະສັດຜູ້ທີ່ປົກຄອງດ້ວຍຄວາມຍຸດຕິທຳ ແລະປົກຄອງດ້ວຍຄວາມຢຳເກງພຣະເຈົ້າ.
4
ເພິ່ນກໍເປັນດັ່ງຕາເວັນສ່ອງແສງ ໃນຕອນເຊົ້າທີ່ບໍ່ມີເມກມາບັງໄວ້ ເປັນດັ່ງຕາເວັນສ່ອງແສງແດດໃສ່ຫຍ້າຂຽວອ່ອນ ແລະສົດໃສຂຶ້ນຫລັງຈາກຝົນຕົກ.
5
ພຣະເຈົ້າອວຍພອນໃຫ້ເຊື້ອສາຍຂອງຂ້ານ້ອຍດັ່ງນີ້ ເພາະຊົງຕັ້ງພັນທະສັນຍາກັບຂ້ານ້ອຍສືບໄປ, ເປັນຄຳຕົກລົງທີ່ຈະບໍ່ຖືກຍົກເລີກ ເປັນຄຳສັນຍາທີ່ຈະປ່ຽນແປງບໍ່ໄດ້. ທັງໝົດນີ້ ຄືສິ່ງທີ່ຂ້ານ້ອຍຕ້ອງການ ຄືຊົງມອບໄຊຊະນະໃຫ້ໃນທຸກໆສະພາບການ.
6
ແຕ່ຄົນບໍ່ນັບຖືພຣະເຈົ້າກໍຄືໜາມທີ່ຖືກຕັດ ບໍ່ມີຜູ້ໃດແຕະຕ້ອງມັນໂດຍມືເປົ່າໄດ້.
7
ຄົນຈະໃຊ້ຫອກຫລືໃຊ້ເຄື່ອງມືເປັນເຫຼັກ, ພວກເຂົາຈະຖືກໄຟເຜົາໄໝ້ຈົນໝົດສິ້ນ.”
8
ບັນດາທະຫານທີ່ມີຊື່ສຽງຂອງກະສັດດາວິດມີລາຍຊື່ຕໍ່ໄປນີ້: ຜູ້ທຳອິດຊື່ວ່າ ໂຢເຊບບັດເຊເບັດ ຊາວຕາເກໂມນ. ລາວເປັນຫົວໜ້າຂອງຈອມສາມທະຫານເອກ. ລາວໄດ້ໃຊ້ຫອກ ເປັນອາວຸດເພື່ອຕໍ່ສູ້ທະຫານແປດຮ້ອຍຄົນ ແລະຂ້າທຸກຄົນໄດ້ໃນສະໜາມຮົບບັ້ນດຽວ.
9
ຜູ້ທີສອງຂອງຈອມສາມທະຫານເອກແມ່ນເອເລອາຊາ ລູກຊາຍຂອງໂດໂດໃນຕະກຸນອາໂຮ. ມື້ໜຶ່ງ ເອເລອາຊາກັບກະສັດດາວິດໄດ້ທ້າທາຍຊາວຟີລິດສະຕິນ ທີ່ມາເຕົ້າໂຮມກັນເພື່ອຈະເຮັດເສິກ. ຊາວອິດສະຣາເອນໄດ້ຖອຍໄປ,
10
ແຕ່ເອເລອາຊາໄດ້ຢືນຕໍ່ສູ້ພວກຟີລິດສະຕິນຈົນມືລາວຈັງ ແລະວາງດາບອອກຈາກມືບໍ່ໄດ້. ໃນມື້ນັ້ນ ພຣະເຈົ້າຢາເວໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ. ຫລັງຈາກເສິກສິ້ນສຸດລົງແລ້ວ ຊາວອິດສະຣາເອນຈຶ່ງກັບມາຫາເອເລອາຊາ ເພື່ອປົດເອົາອາວຸດຈາກພວກທີ່ຖືກຂ້າເທົ່ານັ້ນ.
11
ຜູ້ທີສາມຢູ່ໃນຈອມສາມທະຫານເອກແມ່ນຊາມມາ ລູກຊາຍຂອງອາກີ ຊາວເມືອງຮາຣາເຣ. ພວກຟີລິດສະຕິນໄດ້ເຕົ້າໂຮມກັນຢູ່ທີ່ເລຮີ ບ່ອນທີ່ມີສວນໝາກຖົ່ວ. ສ່ວນພວກອິດສະຣາເອນນັ້ນໄດ້ປົບໜີໄປຈາກພວກຟີລິດສະຕິນ
12
ແຕ່ຊາມມາໄດ້ຢືນຢູ່ທີ່ກາງສວນນັ້ນສູ້ຮົບພວກຟີລິດສະຕິນໃຫ້ຖອຍໜີໄປ. ໃນມື້ນັ້ນ ພຣະເຈົ້າຢາເວໄດ້ຊົງປະທານໄຊຊະນະຢ່າງໃຫຍ່ຫລວງ.
13
ພໍໃກ້ລະດູເກັບກ່ຽວ ໄດ້ມີທະຫານສາມຄົນໃນຈຳນວນທະຫານເອກສາມສິບຄົນ ລົງໄປໃນຖໍ້າອາດຸນລຳບ່ອນທີ່ກະສັດດາວິດອາໄສຢູ່ ໃນຂະນະທີ່ກອງທັບຂອງພວກຟີລິດສະຕິນພວມຕັ້ງທີ່ໝັ້ນຢູ່ທີ່ຮ່ອມພູເຣຟາອິມ.
14
ໃນເວລານັ້ນ ກະສັດດາວິດຢູ່ທີ່ເທິງພູບ່ອນມີປ້ອມປ້ອງກັນອັນແໜ້ນໜາ ແລະພວກຟີລິດສະຕິນອີກໝວດໜຶ່ງກໍຢຶດເອົາເມືອງເບັດເລເຮັມໄວ້ໄດ້.
15
ກະສັດດາວິດຄິດຮອດບ້ານຈຶ່ງໄດ້ເວົ້າຂຶ້ນວ່າ, “ເຮົາຢາກໃຫ້ຜູ້ໃດຜູ້ໜຶ່ງໄປເອົານໍ້າຈາກສ້າງທີ່ຢູ່ໃກ້ກັບປະຕູເມືອງເບັດເລເຮັມມາໃຫ້ເຮົາດື່ມເດ.”
16
ຈອມສາມທະຫານເອກຈຶ່ງໄດ້ບຸກຜ່ານຄ້າຍຂອງພວກຟີລິດສະຕິນ ໄປຕັກນໍ້າຈາກສ້າງ ແລະເອົານໍ້າມາໃຫ້ກະສັດດາວິດດື່ມ, ແຕ່ແທນທີ່ເພິ່ນຈະດື່ມ ເພິ່ນຊໍ້າຖອກນໍ້ານັ້ນລົງດິນ ເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ
17
ແລະກ່າວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍບໍ່ອາດດື່ມນໍ້ານີ້ໄດ້ດອກ ເພາະມັນສໍ່າກັບດື່ມເລືອດຂອງຊາຍທັງສາມທີ່ໄດ້ສ່ຽງຊີວິດຂອງພວກເຂົາໄປເອົານໍ້ານີ້.” ດັ່ງນັ້ນ ກະສັດດາວິດຈຶ່ງບໍ່ຍອມດື່ມນໍ້ານັ້ນ. ສິ່ງທີ່ກ່າວມານັ້ນ ແມ່ນການກະທຳອັນອົງອາດກ້າຫານຂອງຈອມສາມທະຫານເອກ.
18
ອາບີໄຊ ນ້ອງຊາຍຂອງໂຢອາບ (ສອງຄົນນີ້ເປັນລູກຊາຍຂອງນາງເຊຣູອີຢາ) ເປັນຫົວໜ້າຂອງ ທະຫານເອກສາມສິບຄົນ. ລາວໃຊ້ຫອກເປັນອາວຸດສູ້ຮົບສັດຕູສາມຮ້ອຍຄົນ ແລະຂ້າໄດ້ທັງໝົດ. ສະນັ້ນ ລາວຈຶ່ງກາຍເປັນຜູ້ມີຊື່ສຽງໃນຈຳນວນ ທະຫານເອກສາມສິບຄົນ.
19
ລາວເປັນຜູ້ມີຊື່ສຽງທີ່ສຸດໃນພວກທະຫານເອກສາມສິບຄົນນັ້ນ ແລະໄດ້ເປັນຫົວໜ້າຂອງພວກເຂົາ, ແຕ່ລາວບໍ່ໄດ້ມີຊື່ສຽງເທົ່າກັບ ຈອມສາມທະຫານເອກ.
20
ເບນາອີຢາ ລູກຊາຍຂອງເຢໂຮຍອາດາຊາວກັບເຊເອນ ເປັນທະຫານທີ່ມີຊື່ສຽງອີກຄົນໜຶ່ງ; ລາວໄດ້ສ້າງວິລະກຳໄວ້ຫລາຍຢ່າງ ຄືໄດ້ຂ້າທະຫານໂມອາບຜູ້ສຳຄັນສອງຄົນ. ມີຄັ້ງໜຶ່ງ ໃນມື້ຫິມະຕົກ ລາວໄດ້ລົງໄປໃນຫລຸມແລະໄດ້ຂ້າສິງໂຕໜຶ່ງ.
21
ລາວຍັງໄດ້ຂ້າຄົນເອຢິບຜູ້ໜຶ່ງຊຶ່ງເປັນຄົນຮ່າງໃຫຍ່ ແລະມີຫອກເປັນອາວຸດ. ເບນາອີຢາຕໍ່ສູ້ລາວໂດຍໃຊ້ໄມ້ຄ້ອນເພື່ອຍາດຫອກຈາກມືຂອງຄົນເອຢິບ ແລະໃຊ້ຫອກນັ້ນຂ້າຄູ່ຕໍ່ສູ້.
22
ນີ້ແຫລະ ແມ່ນວິລະກຳຂອງເບນາອີຢາລູກຊາຍຂອງເຢໂຮຍອາດາ ຜູ້ໜຶ່ງໃນພວກທະຫານເອກສາມສິບຄົນ.
23
ລາວເປັນຜູ້ເກັ່ງກ້າໃນທ່າມກາງພວກເຂົາ ແຕ່ຍັງບໍ່ມີຊື່ສຽງເທົ່າກັບຈອມສາມທະຫານເອກ. ກະສັດດາວິດໄດ້ເອົາລາວເປັນທະຫານປ້ອງກັນຕົວຂອງເພິ່ນ.
24
ສະມາຊິກຄົນອື່ນໆໃນຈຳນວນທະຫານເອກສາມສິບຄົນນັ້ນມີດັ່ງນີ້: ອາສາເຮນ ນ້ອງຊາຍຂອງໂຢອາບ; ເອນຮານານ ລູກຊາຍຂອງໂດໂດ ຊາວເມືອງເບັດເລເຮັມ.
25
ຊາມມາແລະເອລີກາ ຊາວຮາໂຣດ.
26
ເຮເລັດ ຊາວເປເລັດ; ອີຣາ ລູກຊາຍຂອງອິກເກັດ ຊາວເຕກົວ.
27
ອາບີເອເຊ ຊາວອານາທົດ; ເມບຸນນາຍ ຊາວຮູຊາ.
28
ຊານໂມນ ຊາວອາໂຮ; ມະຫາໄຣ ຊາວເນໂຕຟາ;
29
ເຮເລັບ ລູກຊາຍຂອງບາອານາ ຊາວເນໂຕຟາ; ອິດໄຕ ລູກຊາຍຣີໄບ ຊາວກີເບອາເຜົ່າເບັນຢາມິນ.
30
ເບນາອີຢາ ຊາວປີຣາໂທນ; ຮິດໄດ ຊາວຮ່ອມພູໃກ້ເມືອງກາອາດ.
31
ອາບີອານໂບນ ຊາວອາຣະບາ; ອາຊະມາເວດ ຊາວບາຮູຣິມ.
32
ເອລີອາຢາ ຊາວຊາອານໂບນ; ພວກລູກຊາຍຂອງຢາເຊນ: ໂຢນາທານ.
33
ລູກຊາຍຂອງຊາມມາ ຊາວຮາຣາເຣ; ອາຮີອາມ ລູກຊາຍຂອງຊາຣາກ ຊາວຮາຣາເຣ.
34
ເອລີເຟເລດ ລູກຊາຍອາຮາສະໄບ ຊາວມາອາກາ; ເອລີອາມ ລູກຊາຍຂອງອາຮີໂຕເຟນ ຊາວກີໂລ.
35
ເຮຊະໂຣ ຊາວກາເມນ; ປາອາໄຣ ຊາວອາຣັບ.
36
ອີການ ລູກຊາຍຂອງນາທານ ຊາວໂຊບາ; ບານີ ຊາວກາດ.
37
ເຊເລັກ ຊາວອຳໂມນ; ນາຮາໄຣ ຊາວເບເອໂຣດ ຜູ້ຖືອາວຸດໃຫ້ໂຢອາບລູກຊາຍຂອງນາງເຊຣູອີຢາ.
38
ອີຣາຊາວອິດໄຣແລະຄາເຣັບຊາວອິດໄຣ.
39
ອູຣິຢາ ຊາວຮິດຕີ. ທະຫານທັງໝົດທີ່ມີຊື່ສຽງນັ້ນມີສາມສິບເຈັດຄົນ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24