bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 9
2 Samuel 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 10 →
1
ມີມື້ໜຶ່ງ ກະສັດດາວິດໄດ້ຖາມວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນ ທີ່ຍັງມີຊີວິດຢູ່? ຖ້າມີ ເຮົາຈະໃຫ້ຄວາມເມດຕາຊ່ວຍເຫລືອລາວເພື່ອເຫັນແກ່ໂຢນາທານ.”
2
ແລ້ວມີຊາຍຜູ້ໜຶ່ງຊື່ວ່າຊີບາ ຄົນຮັບໃຊ້ປະຈຳຄອບຄົວຂອງໂຊນ ໄດ້ຮັບຄຳສັ່ງໃຫ້ເຂົ້າມາພົບກະສັດດາວິດ. ກະສັດຈຶ່ງໄດ້ຖາມລາວວ່າ, “ເຈົ້າຊື່ຊີບາແມ່ນບໍ?” ລາວຕອບວ່າ, “ແມ່ນແລ້ວ ທ່ານເອີຍ.”
3
ກະສັດຖາມລາວອີກວ່າ, “ມີຜູ້ໃດແດ່ໃນຄອບຄົວຂອງໂຊນທີ່ຍັງມີຊີວິດຢູ່ ເພື່ອວ່າເຮົາຈະໄດ້ສະແດງຄວາມຈົງຮັກພັກດີ ແລະໃຫ້ຄວາມເມດຕາເພື່ອຊ່ວຍເຫລືອ ຕາມທີ່ເຮົາໄດ້ສັນຍາໄວ້ກັບພຣະເຈົ້າ.” ຊີບາຕອບວ່າ, “ຍັງມີຢູ່ຜູ້ໜຶ່ງ. ລາວແມ່ນລູກຊາຍຂອງໂຢນາທານ ແຕ່ລາວຂາພິການ.”
4
ກະສັດຖາມວ່າ, “ລາວຢູ່ໃສ?” ຊີບາຕອບວ່າ, “ຢູ່ໃນເຮືອນຂອງມາກີ ລູກຊາຍຂອງອຳມີເອນໃນໂລເດບາ.”
5
ດັ່ງນັ້ນ ກະສັດດາວິດຈຶ່ງສົ່ງຄົນໄປນຳເອົາເມຟີໂບເຊັດ.
6
ເມື່ອເມຟີໂບເຊັດ ລູກຊາຍຂອງໂຢນາທານຫລານຊາຍຂອງໂຊນເຂົ້າມາ ລາວກໍກົ້ມຂາບລົງສະແດງຄວາມເຄົາຣົບກະສັດດາວິດ. ດາວິດກ່າວວ່າ, “ເມຟີໂບເຊັດເອີຍ.” ແລະລາວຈຶ່ງຕອບວ່າ, “ຂ້ານ້ອຍຂ້າຮັບໃຊ້ຂອງທ່ານ.”
7
ກະສັດດາວິດກ່າວຕໍ່ໄປວ່າ, “ບໍ່ຕ້ອງຢ້ານດອກ ເພື່ອເຫັນແກ່ໂຢນາທານພໍ່ຂອງເຈົ້າ ເຮົາຈະເມດຕາເຈົ້າ. ເຮົາຈະເອົາທີ່ດິນທັງໝົດທີ່ເປັນຂອງກະສັດໂຊນ ປູ່ຂອງເຈົ້ານັ້ນມອບໃຫ້ເຈົ້າ ແລະເຮົາຍິນດີໃຫ້ເຈົ້າມາຮ່ວມໂຕະຮັບປະທານອາຫານກັບເຮົາສະເໝີ.”
8
ເມຟີໂບເຊັດກົ້ມຂາບລົງອີກເທື່ອໜຶ່ງ ແລະເວົ້າວ່າ, “ທ່ານເອີຍ ຂ້ານ້ອຍບໍ່ມີຄຸນຄ່າເທົ່າກັບໝາຕາຍໂຕໜຶ່ງຊໍ້າ ເຫດໃດ ທ່ານຈຶ່ງເຮັດດີຕໍ່ຂ້ານ້ອຍຢ່າງນີ້?”
9
ແລ້ວກະສັດກໍເອີ້ນຊີບາ ຄົນຮັບໃຊ້ຂອງກະສັດໂຊນມາ ແລະບອກລາວວ່າ, “ເຮົາໄດ້ມອບທຸກສິ່ງທີ່ເປັນຂອງກະສັດໂຊນກັບຄອບຄົວຂອງເພິ່ນ ຄືນໃຫ້ແກ່ເມຟີໂບເຊັດຜູ້ທີ່ເປັນຫລານຊາຍຂອງນາຍເຈົ້າແລ້ວ.
10
ສ່ວນເຈົ້າ ພວກລູກຊາຍຂອງເຈົ້າຕະຫລອດທັງຄົນຮັບໃຊ້ຂອງເຈົ້າດ້ວຍ ຈົ່ງພາກັນເຮັດໄຮ່ໄຖນາໃສ່ທີ່ດິນນີ້ໃຫ້ຄອບຄົວກະສັດໂຊນນາຍຂອງເຈົ້າ ແລະນຳເອົາຜົນລະປູກມາໃຫ້ ເພື່ອພວກເຂົາຈະມີອາຫານການກິນ. ສ່ວນເມຟີໂບເຊັດນັ້ນ ລາວຈະເປັນແຂກປະຈຳທີ່ໂຕະອາຫານຂອງເຮົາສະເໝີ.” (ຊີບາມີລູກຊາຍສິບຫ້າຄົນ ແລະມີຄົນຮັບໃຊ້ຊາວຄົນ.)
11
ຊີບາຕອບກະສັດວ່າ, “ຂ້ານ້ອຍຈະເຮັດທຸກຢ່າງຕາມທີ່ທ່ານສັ່ງ.” ດັ່ງນັ້ນ ເມຟີໂບເຊັດຈຶ່ງໄດ້ມາຮ່ວມໂຕະຮັບປະທານອາຫານກັບກະສັດ ເໝືອນກັບວ່າລາວເປັນລູກຊາຍຄົນໜຶ່ງຂອງກະສັດ.
12
ເມຟີໂບເຊັດມີລູກຊາຍຫລ້າຢູ່ຄົນໜຶ່ງຊື່ວ່າ ມີກາ. ທຸກຄົນໃນຄອບຄົວຂອງຊີບາໄດ້ເປັນຄົນຮັບໃຊ້ຂອງເມຟີໂບເຊັດທັງໝົດ.
13
ສະນັ້ນ ເມຟີໂບເຊັດຜູ້ທີ່ຂາພິການທັງສອງເບື້ອງຈຶ່ງຢູ່ໃນນະຄອນເຢຣູຊາເລັມ ແລະຮ່ວມໂຕະຮັບປະທານອາຫານກັບກະສັດສະເໝີ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24