bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 2
2 Samuel 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
1
ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.”
2
ດັ່ງນັ້ນ ດາວິດຈຶ່ງໄປທີ່ເມືອງເຮັບໂຣນພ້ອມເມຍທັງສອງຂອງຕົນ ຄືອາຮີໂນອາມຊາວຢິດຊະເຣນ ແລະອາບີກາຍເມຍໝ້າຍສາວຂອງນາບານຊາວກາເມນ.
3
ນອກຈາກນີ້ ຍັງມີທະຫານແລະຄອບຄົວຂອງພວກເຂົາໄປນຳດາວິດດ້ວຍ ແລະພວກເຂົາກໍໄດ້ຕັ້ງຫຼັກແຫຼ່ງຢູ່ຕາມຖິ່ນອ້ອມແອ້ມເມືອງເຮັບໂຣນ.
4
ຕໍ່ມາ ຊາວຢູດາກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດຂອງພວກຕົນ. ເມື່ອກະສັດດາວິດໄດ້ຍິນຂ່າວວ່າ, ຊາວເມືອງຢາເບັດກີເລອາດໄດ້ຝັງຊາກສົບຂອງໂຊນແລ້ວ,
5
ເພິ່ນຈຶ່ງສົ່ງບາງຄົນໄປທີ່ນັ້ນ ເພື່ອນຳຂ່າວໄປບອກຊາວຢາເບັດກີເລອາດວ່າ, “ຂໍໃຫ້ພຣະເຈົ້າຢາເວອວຍພອນພວກທ່ານ ສຳລັບຄວາມຈົງຮັກພັກດີ ທີ່ມີຕໍ່ກະສັດຂອງພວກທ່ານໂດຍໄດ້ຝັງຊາກສົບຂອງເພິ່ນໄວ້.
6
ບັດນີ້ ຂໍພຣະເຈົ້າຢາເວໃຫ້ຄວາມເມດຕາແລະຄວາມສັດຊື່ຕໍ່ພວກທ່ານເຖີດ ແລະຂ້າພະເຈົ້າເອງກໍຈະເຮັດດີຕໍ່ພວກທ່ານ ເພາະສິ່ງທີ່ພວກທ່ານໄດ້ເຮັດນັ້ນ.
7
ສະນັ້ນ ຈົ່ງເຂັ້ມແຂງແລະກ້າຫານເຖີດ ໂຊນກະສັດຂອງພວກທ່ານໄດ້ຕາຍໄປແລ້ວ ແລະປະຊາຊົນຊາວຢູດາກໍໄດ້ໃຊ້ນໍ້າມັນສັກສິດຫົດສົງຂ້າພະເຈົ້າ ໃຫ້ເປັນກະສັດຂອງພວກເຂົາແລ້ວ.”
8
ອັບເນລູກຊາຍຂອງເນຣະ ຜູ້ບັນຊາການທະຫານຂອງກະສັດໂຊນ ໄດ້ປົບໜີໄປກັບອີຊະໂບເຊັດລູກຊາຍຂອງກະສັດໂຊນ. ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປທີ່ເມືອງມະຫານາອິມ.
9
ຢູ່ໃນເມືອງນີ້ ອັບເນໄດ້ແຕ່ງຕັ້ງອີຊະໂບເຊັດໃຫ້ເປັນກະສັດປົກຄອງ ເຂດແດນກີເລອາດ, ອາເຊ ຢິດຊະເຣນ, ເອຟຣາອິມ, ເບັນຢາມິນ ແລະທົ່ວທັງດິນແດນອິດສະຣາເອນອີກດ້ວຍ.
10
ອີຊະໂບເຊັດມີອາຍຸສີ່ສິບປີ ເມື່ອເພິ່ນເປັນກະສັດຂອງຊາດອິດສະຣາເອນ. ເພິ່ນໄດ້ປົກຄອງດິນແດນເປັນເວລາສອງປີ. ສ່ວນເຜົ່າຢູດານັ້ນຈົງຮັກພັກດີຕໍ່ກະສັດດາວິດ
11
ແລະກະສັດດາວິດໄດ້ປົກຄອງຊາວຢູດາຢູ່ໃນເມືອງເຮັບໂຣນເຈັດປີເຄິ່ງ.
12
ອັບເນລູກຂອງເນຣະແລະບັນດາຂ້າຣາຊການຂອງເຈົ້າອີຊະໂບເຊັດລູກຊາຍຂອງໂຊນ ໄດ້ອອກຈາກເມືອງມະຫານາອິມໄປທີ່ເມືອງກີເບໂອນ.
13
ໂຢອາບລູກຊາຍຂອງນາງເຊຣູອີຢາ ແລະບັນດາຂ້າຣາຊການຄົນອື່ນໆຂອງກະສັດດາວິດໄດ້ໄປພົບພວກເຂົາທີ່ສະນໍ້າກີເບໂອນ ບ່ອນທີ່ຕ່າງຝ່າຍຕ່າງກໍຕັ້ງທ່າຢູ່ຟາກສະນໍ້າແຕ່ລະເບື້ອງ.
14
ອັບເນເວົ້າຕໍ່ໂຢອາບວ່າ, “ໃຫ້ບັນດາຊາຍໜຸ່ມບາງຄົນຂອງແຕ່ລະຝ່າຍ ລອງສີມືຮົບກັນເບິ່ງດູ.” ໂຢອາບຕອບວ່າ, “ຕົກລົງ.”
15
ດັ່ງນັ້ນ ຈຶ່ງມີຊາຍໜຸ່ມສິບສອງຄົນຈາກຝ່າຍອີຊະໂບເຊັດ ແລະເຜົ່າເບັນຢາມິນ ຮົບກັບຊາຍໜຸ່ມສິບສອງຄົນຂອງກະສັດດາວິດ.
16
ແຕ່ລະຄົນຕ່າງກໍກອດຫົວຂອງຄູ່ຕໍ່ສູ້ໃຜລາວໄວ້ ແລະໃຊ້ດາບແທງຂ້າງຄູ່ຕໍ່ສູ້ຂອງຕົນ ແລະທັງຊາວສີ່ຄົນ ໄດ້ລົ້ມຕາຍພ້ອມກັນ. ດັ່ງນັ້ນ ຄົນຈຶ່ງເອີ້ນບ່ອນນີ້ວ່າ, “ທົ່ງດາບ.”
17
ແລ້ວການສູ້ຮົບກັນກໍລະເບີດຂຶ້ນຢ່າງດຸເດືອດ. ທະຫານຝ່າຍກະສັດດາວິດໄດ້ເອົາຊະນະອັບເນແລະຊາວອິດສະຣາເອນ.
18
ລູກຊາຍສາມຄົນຂອງນາງເຊຣູອີຢາ: ໂຢອາບ, ອາບີໄຊ ແລະອາສາເຮນກໍຢູ່ໃນທີ່ນັ້ນດ້ວຍ. ສ່ວນອາສາເຮນຜູ້ແລ່ນໄວເໝືອນຟານປ່ານັ້ນ
19
ໄລ່ຕາມອັບເນຢ່າງບໍ່ລົດລະ
20
ອັບເນຫລຽວຄືນຫລັງທັງເວົ້າວ່າ, “ອາສາເຮນ, ແມ່ນເຈົ້າບໍ?” ອາສາເຮນຕອບວ່າ, “ແມ່ນແລ້ວ.”
21
ອັບເນບອກລາວວ່າ, “ເຊົາໄລ່ຕາມຂ້ອຍ ໃຫ້ໄລ່ຕາມທະຫານຄົນອື່ນ ແລະຢຶດເອົາສິ່ງຂອງທີ່ເຂົາມີສາ,” ແຕ່ອາສາເຮນຍັງໄລ່ຕາມອັບເນໄປຢູ່.
22
ອັບເນບອກລາວອີກວ່າ, “ຢຸດໄລ່ຕາມຂ້ອຍສາ ເປັນຫຍັງຈຶ່ງໃຫ້ຂ້ອຍຕ້ອງຂ້າເຈົ້າ ແລະຂ້ອຍຈະສູ້ໜ້າກັບໂຢອາບອ້າຍຂອງເຈົ້າໄດ້ຢ່າງໃດ?”
23
ແຕ່ອາສາເຮນບໍ່ຢຸດໄລ່. ດັ່ງນັ້ນ ອັບເນຈຶ່ງຊັດຫອກຄືນຫລັງ ຖືກທ້ອງຂອງອາສາເຮນຈົນປາຍຫອກຊອດອອກມາຂ້າງຫລັງ; ອາສາເຮນລົ້ມຟຸບລົງກັບດິນ ແລະສິ້ນໃຈຕາຍ. ເມື່ອພວກທີ່ຕາມມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ນັ້ນ ຈຶ່ງພາກັນຢຸດຢູ່ທີ່ນັ້ນ.
24
ແຕ່ໂຢອາບກັບອາບີໄຊໄດ້ໄລ່ຕາມອັບເນໄປ. ເມື່ອພວກເຂົາມາຮອດເນີນພູອຳມາທີ່ທາງທິດຕາເວັນອອກຂອງກີອາ ຕາມເສັ້ນທາງໄປສູ່ຖິ່ນແຫ້ງແລ້ງກັນດານກີເບໂອນ ກໍເປັນເວລາຕາເວັນຕົກດິນ.
25
ຊາວເຜົ່າເບັນຢາມິນຈຶ່ງກັບມາເຕົ້າໂຮມກັບອັບເນອີກ ພວກເຂົາຢືນຢູ່ທີ່ເນີນພູ.
26
ອັບເນຮ້ອງໃສ່ໂຢອາບວ່າ, “ພວກເຮົາຕ້ອງສູ້ຮົບກັນຕະຫລອດໄປຊັ້ນບໍ? ເຈົ້າບໍ່ເຫັນບໍວ່າໃນທີ່ສຸດບໍ່ມີຫຍັງໝົດນອກຈາກຄວາມຂົມຂື່ນແຕ່ເທົ່ານັ້ນ. ພວກເຮົາເປັນພີ່ນ້ອງຊາດດຽວກັນ ເຫິງປານໃດເຈົ້າຈຶ່ງຈະສັ່ງຄົນຂອງເຈົ້າ ໃຫ້ເຊົາໄລ່ຕາມພວກຂ້ອຍ?”
27
ໂຢອາບຕອບວ່າ, “ຂ້ອຍສາບານໂດຍພຣະເຈົ້າອົງຊົງຊີວິດຢູ່ ຖ້າເຈົ້າບໍ່ຂໍຮ້ອງໄວ້ ຄົນຂອງຂ້ອຍຈະໄລ່ຕາມເຈົ້າໄປຈົນຮອດມື້ອື່ນເຊົ້າ.”
28
ແລ້ວໂຢອາບກໍເປົ່າແກສັນຍານໃຫ້ຄົນຂອງຕົນ ເຊົາໄລ່ພວກອິດສະຣາເອນ; ແລ້ວການສູ້ຮົບກັນກໍຢຸດຕິລົງ.
29
ອັບເນແລະຄົນຂອງຕົນໄດ້ເຄື່ອນທັບ ຜ່ານຮ່ອມພູຈໍແດນຕະຫລອດທັງຄືນ ພວກເຂົາໄດ້ຂ້າມແມ່ນໍ້າຈໍແດນໄປ. ຫລັງຈາກຍ່າງຕະຫລອດເຊົ້າ ພວກເຂົາຈຶ່ງກັບມາຮອດມະຫານາອິມ.
30
ເມື່ອໂຢອາບເຊົາໄລ່ຕາມອັບເນແລ້ວ ລາວຈຶ່ງຮວບຮວມເອົາຄົນຂອງຕົນ ແລະເຫັນວ່າມີຢູ່ສິບເກົ້າຄົນທີ່ຂາດຫາຍໄປຊຶ່ງບໍ່ນັບອາສາເຮນເຂົ້າດ້ວຍ.
31
ຄົນຂອງຝ່າຍກະສັດດາວິດໄດ້ຂ້າຄົນໃນເຜົ່າເບັນຢາມິນທີ່ເປັນທະຫານຂອງອັບເນຕາຍສາມຮ້ອຍຫົກສິບຄົນ.
32
ໂຢອາບແລະທະຫານຂອງຕົນໄດ້ນຳເອົາຊາກສົບຂອງອາສາເຮນ ໄປຝັງໄວ້ຢູ່ໃນອຸບມຸງຄອບຄົວຂອງຕົນທີ່ເມືອງເບັດເລເຮັມ. ແລ້ວພວກເຂົາກໍຍ່າງຕະຫລອດຄືນກັບມາເຖິງເມືອງເຮັບໂຣນໃນຕອນເຊົ້າ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24