bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 16
2 Samuel 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 17 →
1
ເມື່ອກະສັດດາວິດຍ່າງກາຍເນີນພູໄປນ້ອຍໜຶ່ງ ໃນທັນໃດ ຊີບາຄົນຮັບໃຊ້ຂອງເມຟີໂບເຊັດກໍມາພົບເພິ່ນ. ຊີບາມີລໍຢູ່ຄູ່ໜຶ່ງຊຶ່ງບັນທຸກເຂົ້າຈີ່ສອງຮ້ອຍກ້ອນ, ໝາກອະງຸ່ນແຫ້ງຮ້ອຍມັດ, ໝາກໄມ້ສົດຮ້ອຍມັດ ແລະນໍ້າອະງຸ່ນເຕັມໜຶ່ງຖົງ.
2
ກະສັດດາວິດຖາມຊີບາວ່າ, “ເຈົ້າຈະເອົາຂອງເຫຼົ່ານີ້ໄປເຮັດຫຍັງ?” ຊີບາຈຶ່ງຕອບວ່າ, “ລໍຄູ່ນີ້ເອົາມາໃຫ້ຄົນໃນຄອບຄົວຂອງທ່ານຂີ່ ສ່ວນເຂົ້າຈີ່ກັບໝາກໄມ້ເອົາມາໃຫ້ທະຫານຂອງທ່ານກິນ ແລະນໍ້າອະງຸ່ນນີ້ກໍເອົາມາໃຫ້ທະຫານຂອງທ່ານດື່ມ ເມື່ອພວກເຂົາອິດເມື່ອຍໃນຖິ່ນແຫ້ງແລ້ງກັນດານ.”
3
ກະສັດຖາມວ່າ, “ເມຟີໂບເຊັດ ຫລານຊາຍກະສັດໂຊນ ນາຍຂອງເຈົ້າຢູ່ໃສ?” ຊີບາຕອບວ່າ, “ລາວຢູ່ໃນນະຄອນເຢຣູຊາເລັມ ເພາະລາວໝັ້ນໃຈວ່າ ບັດນີ້ຊາວອິດສະຣາເອນຈະມອບອານາຈັກຂອງກະສັດໂຊນ ປູ່ຂອງລາວຄືນໃຫ້ລາວ.”
4
ກະສັດກ່າວແກ່ຊີບາວ່າ, “ທຸກສິ່ງທີ່ເປັນຂອງເມຟີໂບເຊັດກໍເປັນຂອງເຈົ້າ.” ຊີບາຕອບວ່າ, “ຂ້າແດ່ພະຣາຊາ ຂ້ານ້ອຍຍິນດີຮັບໃຊ້ທ່ານ ຂໍໃຫ້ຂ້ານ້ອຍເປັນທີ່ພໍໃຈຂອງທ່ານເລື້ອຍໆເທີ້ນ.”
5
ເມື່ອກະສັດດາວິດໄປຮອດເມືອງບາຮູຣິມພີ່ນ້ອງຄົນໜຶ່ງຂອງກະສັດໂຊນ ຊີເມອີລູກຊາຍຂອງເກຣາ ກໍອອກມາພົບກະສັດດາວິດພ້ອມທັງປ້ອຍດ່າເພິ່ນ.
6
ເຖິງແມ່ນວ່າກະສັດດາວິດມີທະຫານ ແລະໜ່ວຍປ້ອງກັນຕົວອ້ອມເພິ່ນຢູ່ກໍຕາມ, ແຕ່ຊີເມອີກໍແກວ່ງກ້ອນຫີນໃສ່ເພິ່ນແລະພວກຂ້າຣາຊການຂອງເພິ່ນ.
7
ລາວດ່າເພິ່ນແລະເວົ້າວ່າ, “ໜີໄປໃຫ້ພົ້ນ ໜີໄປໃຫ້ພົ້ນ ຜູ້ຮ້າຍຂ້າຄົນ ອາດຊະຍາກອນຜູ້ໂຫດຫ້ຽມ
8
ເຈົ້າໄດ້ຢຶດອານາຈັກຂອງກະສັດໂຊນ ແລະບັດນີ້ພຣະເຈົ້າຢາເວໄດ້ລົງໂທດເຈົ້າຄືນ ເພາະເຈົ້າໄດ້ຂ້າຫລາຍຄົນໃນຄອບຄົວຂອງເພິ່ນ. ພຣະເຈົ້າຢາເວໄດ້ຍົກອານາຈັກໃຫ້ອັບຊາໂລມລູກຊາຍຂອງເຈົ້າ; ສ່ວນຜູ້ຮ້າຍຂ້າຄົນດັ່ງເຈົ້າກໍໄດ້ແຕ່ຈິບຫາຍເທົ່ານັ້ນ.”
9
ອາບີໄຊລູກຊາຍຂອງນາງເຊຣູອີຢາເວົ້າກັບກະສັດວ່າ, “ຂ້າແດ່ພະຣາຊາ ເປັນຫຍັງທ່ານຈຶ່ງປ່ອຍໃຫ້ໝາໂຕນີ້ດ່າທ່ານຢູ່ຢ່າງນີ້? ໃຫ້ຂ້ານ້ອຍອອກໄປຕັດຫົວມັນຖິ້ມສາ.”
10
ກະສັດກ່າວຕໍ່ອາບີໄຊແລະໂຢອາບອ້າຍຂອງລາວວ່າ, “ບໍ່ແມ່ນເລື່ອງຂອງພວກເຈົ້າ ຖ້າຄຳປ້ອຍດ່ານັ້ນເປັນຍ້ອນພຣະເຈົ້າຢາເວໄດ້ບອກລາວ ຜູ້ໃດແດ່ມີສິດຖາມວ່າ, ‘ເປັນຫຍັງລາວຈຶ່ງດ່າເຮົາ?”’
11
ແລ້ວກະສັດດາວິດກໍກ່າວແກ່ອາບີໄຊກັບພວກຂ້າຣາຊການທຸກຄົນວ່າ, “ລູກຊາຍຂອງເຮົາເອງພະຍາຍາມຈະຂ້າເຮົາຢູ່; ສະນັ້ນ ເປັນຫຍັງຈຶ່ງປະຫລາດໃຈກັບຄົນເບັນຢາມິນຜູ້ນີ້? ປ່ອຍໃຫ້ລາວດ່າເຮົາຢູ່ຢ່າງນັ້ນແຫຼະ ແລະຢ່າໄປຫຍຸ້ງກ່ຽວກັບລາວເລີຍ ເພາະພຣະເຈົ້າຢາເວໄດ້ບອກໃຫ້ລາວເຮັດຢ່າງນັ້ນ.
12
ບາງທີ ພຣະເຈົ້າຢາເວຈະສັງເກດເຫັນຄວາມທຸກໃຈຂອງເຮົາ ແລະພຣະເຈົ້າຢາເວຈະໂຜດອວຍພອນເຮົາແທນຄຳປ້ອຍດ່າຂອງລາວກໍໄດ້.”
13
ແລ້ວກະສັດດາວິດກັບທະຫານຂອງເພິ່ນກໍອອກເດີນທາງຕໍ່ໄປ. ຊີເມອີຍ່າງຕາມຈົນເຖິງເນີນພູ ທັງປ້ອຍດ່າແລະແກວ່ງກ້ອນຫີນກັບຫວ່ານຂີ້ດິນໃສ່ພວກເຂົາ.
14
ເມື່ອມາເຖິງແມ່ນໍ້າຈໍແດນ ກະສັດແລະທະຫານຂອງເພິ່ນກໍອິດເມື່ອຍອ່ອນເພຍຫລາຍ; ສະນັ້ນ ຈຶ່ງຢຸດພັກຜ່ອນຢູ່ໃນທີ່ນັ້ນ.
15
ຕໍ່ມາ ອັບຊາໂລມແລະຊາວອິດສະຣາເອນທັງໝົດກໍໄດ້ເຂົ້າມາໃນນະຄອນເຢຣູຊາເລັມ ໂດຍມີອາຮີໂຕເຟນຮ່ວມຢູ່ດ້ວຍ.
16
ເມື່ອຮູຊາຍຊາວອາກກິດເພື່ອນທີ່ສັດຊື່ຂອງກະສັດດາວິດໄດ້ພົບອັບຊາໂລມ ລາວຈຶ່ງຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດ ຈົ່ງໝັ້ນຍືນ ຂໍໃຫ້ກະສັດ ຈົ່ງໝັ້ນຍືນ.”
17
ອັບຊາໂລມຖາມລາວວ່າ, “ມີຫຍັງເກີດຂຶ້ນແກ່ເຈົ້າກັບດາວິດ ເພື່ອນທີ່ເຈົ້າເຄີຍຈົງຮັກພັກດີ? ເປັນຫຍັງເຈົ້າຈຶ່ງບໍ່ໄປກັບເພິ່ນ?”
18
ຮູຊາຍຕອບວ່າ, “ຂ້ານ້ອຍຈະໄປໄດ້ຢ່າງໃດ? ຂ້ານ້ອຍຕ້ອງຢູ່ຝ່າຍຜູ້ທີ່ຖືກເລືອກເອົາໂດຍພຣະເຈົ້າຢາເວ, ໂດຍປະຊາຊົນເຫຼົ່ານີ້ ແລະໂດຍຊາວອິດສະຣາເອນທັງໝົດ ຂ້ານ້ອຍຈະຢູ່ກັບທ່ານ.
19
ໃນທີ່ສຸດ ຂ້ານ້ອຍຈະຕ້ອງຮັບໃຊ້ຜູ້ໃດ? ຖ້າບໍ່ຮັບໃຊ້ລູກຊາຍຂອງນາຍຂ້ານ້ອຍ. ຂ້ານ້ອຍເຄີຍຮັບໃຊ້ພໍ່ຂອງທ່ານຢ່າງໃດ ບັດນີ້ຂ້ານ້ອຍກໍຈະຮັບໃຊ້ທ່ານຢ່າງນັ້ນ.”
20
ແລ້ວອັບຊາໂລມກໍຫັນໜ້າມາເວົ້າກັບອາຮີໂຕເຟນວ່າ, “ບັດນີ້ ພວກເຮົາກໍເຂົ້າມາຢູ່ທີ່ນີ້ແລ້ວ; ຂໍທ່ານຈົ່ງແນະນຳພວກເຮົາວ່າຄວນຈະເຮັດຢ່າງໃດ?”
21
ອາຮີໂຕເຟນຕອບວ່າ, “ໃຫ້ທ່ານໄປສົມສູ່ກັບພວກເມຍນ້ອຍຂອງພໍ່ຂອງທ່ານທີ່ເພິ່ນໄດ້ປະໄວ້ໃຫ້ເຝົ້າຣາຊວັງ; ແລ້ວທຸກໆຄົນໃນຊາດອິດສະຣາເອນກໍຈະໄດ້ຮູ້ວ່າ ທ່ານກັບພໍ່ຂອງທ່ານເປັນສັດຕູກັນ ແລະພວກທີ່ຕິດຕາມທ່ານກໍຈະມີກຳລັງໃຈຫລາຍຂຶ້ນ.”
22
ດັ່ງນັ້ນ ພວກເຂົາຈຶ່ງກາງຜ້າເຕັນໃສ່ເທິງຫລັງຄາພຽງຂອງຣາຊວັງ ແລະອັບຊາໂລມກໍເຂົ້າໄປສົມສູ່ກັບພວກເມຍນ້ອຍຂອງພໍ່ຕົນຕໍ່ໜ້າທຸກຄົນ.
23
ໃນເວລານັ້ນ ຄຳແນະນຳໃດໆທີ່ມາຈາກອາຮີໂຕເຟນເປັນທີ່ຍອມຮັບກັນວ່າເປັນຄຳເວົ້າຂອງພຣະເຈົ້າ; ທັງກະສັດດາວິດແລະອັບຊາໂລມກໍໄດ້ປະຕິບັດຕາມ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24