bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 4
2 Samuel 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 5 →
1
ເມື່ອອີຊະໂບເຊັດລູກຊາຍຂອງກະສັດໂຊນໄດ້ຍິນວ່າ ອັບເນຖືກຂ້າຢູ່ທີ່ເມືອງເຮັບໂຣນແລ້ວ; ເພິ່ນກໍຢ້ານກົວ ແລະປະຊາຊົນອິດສະຣາເອນທັງໝົດກໍແຕກຕື່ນຕົກໃຈ.
2
ອີຊະໂບເຊັດມີຂ້າຣາຊການສອງຄົນທີ່ເປັນຫົວໜ້າກອງປຸ້ນຄື: ບາອານາແລະເຣກາບ, ທັງສອງນີ້ເປັນລູກຊາຍຂອງຣິມໂມນ ໄທເມືອງເບເອໂຣດໃນເຜົ່າເບັນຢາມິນ. (ເບເອໂຣດຖືກນັບເຂົ້າເປັນສ່ວນໜຶ່ງຂອງເຜົ່າເບັນຢາມິນ.
3
ຄົນພື້ນເມືອງໃນເມືອງນີ້ໄດ້ປົບໜີໄປສູ່ກິດຕາອິມ ບ່ອນທີ່ພວກເຂົາອາໄສຢູ່ຈົນເຖິງເທົ່າທຸກວັນນີ້.)
4
ກະສັດໂຊນຍັງມີເຊື້ອສາຍຢູ່ອີກຄົນໜຶ່ງຊື່ວ່າ ເມຟີໂບເຊັດ; ລາວເປັນລູກຊາຍຂອງໂຢນາທານ. ຕອນທີ່ກະສັດໂຊນກັບໂຢນາທານຖືກຂ້ານັ້ນ ເມຟີໂບເຊັດມີອາຍຸພຽງແຕ່ຫ້າປີ. ເມື່ອຂ່າວການຕາຍຂອງທັງສອງເລົ່າລືມາຈາກຢິດຊະເຣນ ເອື້ອຍລ້ຽງຂອງເມຟີໂບເຊັດກໍຫອບອູ້ມລາວໜີ, ແຕ່ນາງຟ້າວເກີນໄປຈຶ່ງເຮັດໃຫ້ເມຟີໂບເຊັດຫລຸດຈາກມື ລາວຈຶ່ງກາຍເປັນຄົນຂາພິການ.
5
ລູກຊາຍຂອງຣິມໂມນຊາວເບເອໂຣດ ຄືເຣກາບແລະບາອານາໄດ້ໄປທີ່ເຮືອນອີຊະໂບເຊັດ ແລະມາຮອດທີ່ນັ້ນຕອນທ່ຽງ ໃນຂະນະທີ່ເພິ່ນນອນພັກຜ່ອນຕອນສວາຍ.
6
ຜູ້ຍິງທີ່ພວມຫ່ອນເຂົ້າສາລີທີ່ປະຕູເຮືອນນັ້ນຫິວນອນຫລາຍ ນາງຈຶ່ງຫລັບໄປ. ສະນັ້ນ ເຣກາບແລະບາອານາຈຶ່ງຢ່ອງເຂົ້າໄປຂ້າງໃນ.
7
ເມື່ອເຂົ້າໄປຂ້າງໃນແລ້ວ ພວກເຂົາຈຶ່ງໄປໃນຫ້ອງນອນຂອງອີຊະໂບເຊັດ ຜູ້ທີ່ພວມນອນຫລັບຢູ່ຢ່າງສະບາຍ ແລະຂ້າເພິ່ນເສຍ. ພວກເຂົາໄດ້ຕັດເອົາຫົວເພິ່ນຖືໄປນຳ ແລະຍ່າງຕະຫລອດຄືນຜ່ານຮ່ອມພູຈໍແດນ.
8
ພວກເຂົານຳເອົາຫົວອີຊະໂບເຊັດມາໃຫ້ກະສັດດາວິດຢູ່ໃນເມືອງເຮັບໂຣນ ແລະເວົ້າວ່າ, “ນີ້ຄືຫົວອີຊະໂບເຊັດລູກຊາຍຂອງກະສັດໂຊນ ສັດຕູຜູ້ທີ່ພະຍາຍາມຂ້າທ່ານ. ວັນນີ້ ພຣະເຈົ້າຢາເວອະນຸຍາດໃຫ້ທ່ານແກ້ແຄ້ນໂຊນ ແລະເຊື້ອສາຍຂອງເພິ່ນແລ້ວ.”
9
ແຕ່ກະສັດດາວິດຕອບລູກຊາຍຂອງຣິມໂມນໄທເມືອງເບເອໂຣດ ຄືເຣກາບແລະບາອານາອ້າຍຂອງລາວວ່າ, “ພຣະເຈົ້າຢາເວອົງຊົງຊີວິດຢູ່ ຄືອົງທີ່ຊົງໄຖ່ຊີວິດຂອງເຮົາໃຫ້ພົ້ນອັນຕະລາຍນາໆປະການ
10
ມີຜູ້ນຳຂ່າວໄດ້ມາຫາເຮົາທີ່ເມືອງຊິກລັກ ແລະບອກເຮົາເຖິງການຕາຍຂອງກະສັດໂຊນ ໂດຍຄິດວ່າຕົນນຳເອົາຂ່າວດີມາບອກ, ແຕ່ເຮົາໄດ້ຈັບເອົາຜູ້ນັ້ນໄປຂ້າເສຍ. ນີ້ແຫຼະ ຄືບຳເໜັດທີ່ເຮົາໃຫ້ລາວສຳລັບຂ່າວດີນັ້ນ.
11
ມັນເປັນການຊົ່ວຮ້າຍໜັກສໍ່າໃດ ເມື່ອຄົນອະທຳຂ້າຄົນທີ່ບໍ່ມີຄວາມຜິດ ຊຶ່ງກຳລັງນອນຢູ່ໃນເຮືອນຂອງຕົນ. ບັດນີ້ ເຮົາຈະລົງໂທດພວກເຈົ້າທີ່ໄດ້ຂ້າລາວ ແລະທຳລາຍພວກເຈົ້າໃຫ້ໝົດສິ້ນໄປຈາກແຜ່ນດິນໂລກນີ້.”
12
ກະສັດດາວິດຈຶ່ງອອກຄຳສັ່ງໃຫ້ພວກທະຫານຂອງເພິ່ນ ຂ້າເຣກາບແລະບາອານາທັງໃຫ້ຕັດມືແລະຕີນຂອງພວກເຂົາຖິ້ມ ແລະແຂວນຊາກສົບຂອງພວກເຂົາໄວ້ໃກ້ສະນໍ້າທີ່ເມືອງເຮັບໂຣນ. ສ່ວນຫົວອີຊະໂບເຊັດນັ້ນຖືກນຳໄປຝັງໄວ້ໃນອຸບມຸງຂອງອັບເນທີ່ເມືອງເຮັບໂຣນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24