bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 6
2 Samuel 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 7 →
1
ກະສັດດາວິດໄດ້ເອີ້ນທະຫານຜູ້ເກັ່ງກ້າທີ່ສຸດໃນຊາດອິດສະຣາເອນສາມສິບພັນຄົນ ມາເຕົ້າໂຮມກັນອີກເທື່ອໜຶ່ງ
2
ແລະພາພວກເຂົາໄປທີ່ເມືອງບາອາລາ ໃນຢູດາຍ ເພື່ອນຳເອົາຫີບຂອງພຣະເຈົ້າຕາມນາມຊື່ຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ອົງຊົງນັ່ງເທິງບັນລັງເຄຣຸບ.
3
ພວກເຂົາໄດ້ນຳເອົາຫີບຂອງພຣະເຈົ້ານັ້ນອອກມາຈາກເຮືອນຂອງອາບີນາດາບທີ່ເທິງເນີນພູ ແລະບັນຈຸໃສ່ລໍ້ທີ່ເຮັດໃໝ່ໆ. ອຸດຊາແລະອາຮີໂອລູກຊາຍຂອງອາບີນາດາບເປັນຄົນຂັບລໍ້ໄປ
4
ໂດຍແມ່ນອາຮີໂອເປັນຜູ້ຍ່າງອອກໜ້າ.
5
ກະສັດດາວິດກັບຊາວອິດສະຣາເອນທຸກຄົນຕ່າງກໍຟ້ອນ ແລະຮ້ອງລຳທຳເພງດ້ວຍສຸດໃຈ ຕໍ່ໜ້າພຣະເຈົ້າຢາເວ. ພວກເຂົາດີດພິນ, ຕີກອງ, ສັ່ນກະລໍ ແລະຕົບແສ່ງໄປນຳພ້ອມ.
6
ເມື່ອພວກເຂົາມາຮອດລານຟາດເຂົ້າຂອງນາໂກນ ງົວເລີຍເຕະສະດຸດ ແລະອຸດຊາກໍເດ່ມືອອກໄປຈັບຫີບຂອງພຣະເຈົ້າໄວ້.
7
ໃນທັນໃດນັ້ນ ພຣະເຈົ້າຢາເວກໍໂກດຮ້າຍອຸດຊາ ແລະຂ້າລາວ ເພາະລາວບໍ່ຢ້ານຢຳພຣະອົງ. ອຸດຊາຕາຍໃກ້ກັບຫີບຂອງພຣະເຈົ້າຢູ່ທີ່ນັ້ນ.
8
ຝ່າຍກະສັດດາວິດກໍໄດ້ໃຈຮ້າຍ ຍ້ອນພຣະເຈົ້າຢາເວໄດ້ລົງໂທດອຸດຊາດ້ວຍຄວາມໂກດຮ້າຍຂອງພຣະອົງ. ສະນັ້ນ ບ່ອນນີ້ຈຶ່ງເປັນທີ່ເອີ້ນວ່າ ເປເຣັດອຸດຊາ ຈົນເຖິງທຸກວັນນີ້.
9
ໃນວັນນັ້ນກະສັດດາວິດກໍເກີດຢ້ານກົວພຣະເຈົ້າຢາເວ ແລະກ່າວວ່າ, “ເຮົາຈະນຳເອົາຫີບຂອງພຣະເຈົ້າຢາເວນີ້ໄປໄດ້ຢ່າງໃດ?”
10
ດັ່ງນັ້ນ ເພິ່ນຈຶ່ງຕັດສິນໃຈບໍ່ນຳເອົາຫີບຂອງພຣະເຈົ້າຢາເວໃຫ້ຢູ່ກັບຕົນທີ່ເມືອງຂອງດາວິດ, ແຕ່ເພິ່ນໄດ້ເອົາໄປທີ່ເຮືອນຊາວເມືອງກາດຄົນໜຶ່ງຊື່ວ່າ ໂອເບັດເອໂດມ.
11
ຫີບຂອງພຣະເຈົ້າຢາເວໄດ້ຢູ່ທີ່ນັ້ນເປັນເວລາສາມເດືອນ ແລະພຣະເຈົ້າຢາເວໄດ້ອວຍພອນໂອເບັດເອໂດມພ້ອມທັງຄອບຄົວຂອງລາວ.
12
ເມື່ອກະສັດດາວິດໄດ້ຍິນຂ່າວວ່າ ພຣະເຈົ້າຢາເວໄດ້ອວຍພອນຄອບຄົວໂອເບັດເອໂດມ ຕະຫລອດທັງທຸກສິ່ງທີ່ລາວມີ ຍ້ອນຫີບຂອງພຣະເຈົ້າ. ດັ່ງນັ້ນ ກະສັດດາວິດຈຶ່ງໄດ້ເອົາຫີບຂອງພຣະເຈົ້າ ອອກຈາກເຮືອນຂອງໂອເບັດເອໂດມໄປທີ່ເມືອງຂອງດາວິດດ້ວຍຄວາມຊົມຊື່ນຍິນດີ.
13
ເມື່ອພວກທີ່ຫາມຫີບຂອງພຣະເຈົ້າຢາເວຍ່າງອອກໄປໄດ້ຫົກກ້າວ ກະສັດດາວິດກໍບອກໃຫ້ພວກເຂົາຢຸດ ໃນຂະນະທີ່ເພິ່ນເອົາງົວເຖິກແລະງົວເຖິກໜຸ່ມໂຕຕຸ້ຍພີດີມາຖວາຍບູຊາ.
14
ກະສັດດາວິດນຸ່ງແຕ່ເສື້ອປ່ານໂດຍມີຜ້າມັດແອວ ຟ້ອນຖວາຍກຽດຕໍ່ໜ້າພຣະເຈົ້າຢາເວຢ່າງສຸດຈິດສຸດໃຈ.
15
ສະນັ້ນ ກະສັດດາວິດແລະຊາວອິດສະຣາເອນທຸກຄົນຈຶ່ງນຳເອົາຫີບຂອງພຣະເຈົ້າຢາເວ ຂຶ້ນໄປດ້ວຍສຽງໂຮຮ້ອງຍິນດີ ແລະດ້ວຍສຽງແກດັງກ້ອງສະໜັ່ນ.
16
ພໍຫາມຫີບຂອງພຣະເຈົ້າຢາເວເຂົ້າມາໃນເມືອງຂອງດາວິດ, ນາງມີການລູກສາວຂອງກະສັດໂຊນກໍຄິດກຽດຊັງກະສັດດາວິດຢູ່ໃນໃຈ ເພາະນາງແນມໄປທາງປ່ອງຢ້ຽມເຫັນເພິ່ນກຳລັງຟ້ອນ ແລະເຕັ້ນລຳຢູ່ຕໍ່ໜ້າພຣະເຈົ້າຢາເວ.
17
ຫີບຂອງພຣະເຈົ້າຢາເວໄດ້ຖືກຫາມມາວາງໄວ້ຢູ່ໃນຫໍເຕັນ ບ່ອນທີ່ກະສັດດາວິດໄດ້ຈັດຕຽມໄວ້. ແລ້ວກະສັດດາວິດກໍຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຊ້ອງພຣະພັກພຣະເຈົ້າຢາເວ.
18
ເມື່ອເພິ່ນຖວາຍເຄື່ອງບູຊາແລ້ວ ເພິ່ນໄດ້ອວຍພອນປະຊາຊົນໃນນາມຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່
19
ແລະແຈກອາຫານໃຫ້ແກ່ທຸກຄົນ. ເພິ່ນໄດ້ແຈກໃຫ້ຊາວອິດສະຣາເອນທັງຊາຍແລະຍິງດັ່ງນີ້: ເຂົ້າຈີ່ຜູ້ລະກ້ອນ ຊີ້ນປີ້ງຜູ້ລະຕ່ອນ ແລະໝາກອະງຸ່ນແຫ້ງ. ແລ້ວແຕ່ລະຄົນກໍກັບເມືອບ້ານເຮືອນຂອງໃຜລາວ.
20
ຕໍ່ມາ ເມື່ອກະສັດດາວິດກັບຄືນເມືອຖາມຂ່າວຄວາມສຸກທຸກຂອງຄອບຄົວ ນາງມີການລູກສາວຂອງກະສັດໂຊນກໍອອກມາພົບເພິ່ນ ແລະເວົ້າວ່າ, “ວັນນີ້ ກະສັດແຫ່ງຊາດອິດສະຣາເອນໄດ້ສ້າງຊື່ສຽງອັນຍິ່ງໃຫຍ່ໃຫ້ຕົນເອງ. ເພິ່ນໄດ້ແກ້ຜ້າປະຕົນຕົວດັ່ງຄົນບ້າ ໃຫ້ພວກສາວໃຊ້ຂອງບັນດາຂ້າຣາຊການຂອງຕົນເບິ່ງ.”
21
ກະສັດດາວິດຕອບວ່າ, “ຂ້ອຍໄດ້ຟ້ອນຖວາຍກຽດແກ່ພຣະເຈົ້າຢາເວ ພຣະອົງໄດ້ເລືອກເອົາຂ້ອຍໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງພຣະເຈົ້າຢາເວ ແທນທີ່ຈະແມ່ນພໍ່ຂອງເຈົ້າແລະຄອບຄົວຂອງເພິ່ນ. ຂ້ອຍຍັງຈະຟ້ອນຕໍ່ໜ້າພຣະເຈົ້າຢາເວຢ່າງນີ້ຕໍ່ໄປ
22
ແລະຂ້ອຍກໍຈະຖ່ອມຕົວລົງກວ່ານີ້ອີກ. ເຈົ້າ ອາດຄິດວ່າຂ້ອຍບໍ່ມີຄວາມໝາຍຫຍັງເລີຍກໍໄດ້ ແຕ່ພວກຜູ້ຍິງເຫຼົ່ານັ້ນຄິດຍົກຍ້ອງຂ້ອຍຢ່າງສູງ.”
23
ນາງມີການ ລູກສາວຂອງກະສັດໂຊນບໍ່ເຄີຍມີລູກຕະຫລອດຊົ່ວຊີວິດຂອງນາງ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24