bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 14
2 Samuel 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 15 →
1
ໂຢອາບລູກຊາຍຂອງເຊຣູອີຢາຮູ້ວ່າກະສັດດາວິດຄິດຮອດອັບຊາໂລມຫລາຍທີ່ສຸດ
2
ສະນັ້ນ ລາວຈຶ່ງສົ່ງຄົນໄປນຳເອົາຍິງຊາວເມືອງເຕກົວຄົນໜຶ່ງມາ. ຍິງຄົນນີ້ເປັນຄົນສະຫລາດ. ເມື່ອນາງມາຮອດ ໂຢອາບຈຶ່ງບອກນາງວ່າ, “ໃຫ້ເຈົ້າທຳທ່າໄວ້ທຸກ ແລະຢ່າຫວີຜົມ. ໃຫ້ເຮັດຄືຄົນທີ່ໄວ້ທຸກມາແຕ່ດົນນານແລ້ວ.
3
ແລ້ວຈຶ່ງໄປພົບກະສັດແລະເວົ້າຕາມຄຳທີ່ຂ້ອຍຈະບອກເຈົ້າ.” ໂຢອາບຈຶ່ງບອກຄຳເວົ້າໃຫ້ແກ່ນາງ.
4
ຍິງຊາວເມືອງເຕກົວກໍໄດ້ເຂົ້າໄປພົບກະສັດ ໂດຍກົ້ມຂາບລົງດ້ວຍຄວາມນັບຖື ແລະເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາຊ່ວຍຂ້ານ້ອຍແດ່ທ້ອນ.”
5
ເພິ່ນຖາມນາງວ່າ, “ເຈົ້າຕ້ອງການຫຍັງ?” ນາງຕອບວ່າ, “ຂ້ານ້ອຍເປັນຍິງໝ້າຍທີ່ຍາກຈົນ ຜົວຂອງຂ້ານ້ອຍຕາຍປະ.
6
ຂ້ານ້ອຍມີລູກຊາຍສອງຄົນ, ແຕ່ມື້ໜຶ່ງທັງສອງໄດ້ເກີດຜິດຖຽງກັນຢູ່ໃນທົ່ງນາ ແລະບໍ່ມີຜູ້ໃດແຍກພວກເຂົາອອກຈາກກັນໄດ້. ລູກຊາຍຄົນໜຶ່ງຈຶ່ງໄດ້ຂ້າລູກຊາຍອີກຄົນໜຶ່ງຕາຍ.
7
ດຽວນີ້ ຍາດຕິພີ່ນ້ອງຂອງຂ້ານ້ອຍທັງໝົດຕ່າງກໍຫັນມາຕໍ່ສູ້ຂ້ານ້ອຍ ແລະຂໍຮ້ອງຂ້ານ້ອຍມອບລູກຊາຍໃຫ້ພວກເຂົາ ເພື່ອຂ້າແກ້ແຄ້ນຄືນຍ້ອນລາວໄດ້ຂ້າອ້າຍຂອງຕົນ. ຖ້າພວກເຂົາເຮັດດັ່ງນັ້ນ ຂ້ານ້ອຍກໍຈະບໍ່ມີລູກເຫຼືອຢູ່ນຳເລີຍ. ພວກເຂົາຈະທຳລາຍຄວາມຫວັງອັນສຸດທ້າຍຂອງຂ້ານ້ອຍ ແລະຈະບໍ່ໃຫ້ຂ້ານ້ອຍມີລູກຊາຍເພື່ອສືບເຊື້ອສາຍຜົວຂອງຂ້ານ້ອຍອີກຕໍ່ໄປ.”
8
ກະສັດຕອບນາງວ່າ, “ໃຫ້ເຈົ້າກັບເມືອສາ ເຮົາຈະຈັດການເລື່ອງນີ້ເອງ.”
9
ນາງເວົ້າຕໍ່ກະສັດວ່າ, “ຂ້າແດ່ພະຣາຊາ ບໍ່ວ່າກະສັດຈະເຮັດຫຍັງລົງໄປກໍຕາມ ຂ້ານ້ອຍກັບຄອບຄົວຂອງຂ້ານ້ອຍຈະຮັບເອົາຄຳຕິຕຽນນັ້ນ ສ່ວນກະສັດແລະຄອບຄົວຂອງກະສັດແລ້ວຈະບໍ່ມີຄວາມຜິດຫຍັງ.”
10
ກະສັດຕອບວ່າ, “ຖ້າຜູ້ໃດຜູ້ໜຶ່ງຂູ່ເຂັນເຈົ້າ ຈົ່ງນຳເອົາລາວມາຫາເຮົາ ແລ້ວລາວກໍຈະບໍ່ລົບກວນເຈົ້າອີກຕໍ່ໄປ.”
11
ນາງເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາພາວັນນາອະທິຖານພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ເພື່ອວ່າຍາດຕິພີ່ນ້ອງຂອງຂ້ານ້ອຍ ຜູ້ທີ່ຮັບຜິດຊອບແກ້ແຄ້ນຕໍ່ການຕາຍຂອງລູກຊາຍຂ້ານ້ອຍນັ້ນ ຈະບໍ່ເຮັດຜິດອັນຮ້າຍແຮງກວ່ານັ້ນ ໂດຍຂ້າລູກຊາຍຄົນໜຶ່ງອີກຂອງຂ້ານ້ອຍ.” ກະສັດດາວິດຕອບວ່າ, “ເຮົາສັນຍາໂດຍພຣະເຈົ້າຢາເວອົງຊົງຊີວິດຢູ່ ວ່າລູກຊາຍອີກຄົນໜຶ່ງຂອງເຈົ້າຈະບໍ່ຖືກທຳຮ້າຍແຕ່ຢ່າງໃດໝົດ.”
12
ຍິງນັ້ນເວົ້າວ່າ, “ຂ້າແດ່ພະຣາຊາ ກະລຸນາໃຫ້ຂ້ານ້ອຍເວົ້າຕື່ມຈັກຄຳໜຶ່ງແດ່ທ້ອນ.” ເພິ່ນຕອບວ່າ, “ຈົ່ງເວົ້າມາ.”
13
ນາງເວົ້າໃຫ້ເພິ່ນວ່າ, “ເປັນຫຍັງກະສັດຈຶ່ງເຮັດຜິດຕໍ່ປະຊາຊົນຂອງພຣະເຈົ້າຢ່າງນີ້? ກະສັດບໍ່ອະນຸຍາດໃຫ້ລູກຊາຍຂອງທ່ານທີ່ໄດ້ປົບໜີໄປນັ້ນກັບຄືນມາ. ສະນັ້ນ ກະສັດຈຶ່ງປະນາມທ່ານເອງໃນສິ່ງທີ່ທ່ານໄດ້ເວົ້າໄປນັ້ນ.
14
ເຮົາທຸກຄົນຈະຕ້ອງຕາຍ. ພວກເຮົາປຽບດັ່ງນໍ້າທີ່ຖືກສາດໃສ່ໜ້າດິນ ຊຶ່ງເອົາມາຮວມເຂົ້າກັນບໍ່ໄດ້ອີກ. ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຄົນຕາຍຄືນມີຊີວິດ ແຕ່ຢ່າງໜ້ອຍກະສັດກໍຫາວິທີທາງນຳຄົນທີ່ຖືກເນລະເທດກັບຄືນມາໄດ້.
15
ບັດນີ້ ຂ້າແດ່ພະຣາຊາ ເຫດຜົນທີ່ຂ້ານ້ອຍມາກ່າວຕໍ່ກະສັດນັ້ນ ເພາະມີຄົນຂູ່ໃຫ້ຂ້ານ້ອຍຢ້ານ; ສະນັ້ນ ຂ້ານ້ອຍຈຶ່ງຄິດວ່າຂ້ານ້ອຍຄວນເວົ້າກັບທ່ານ ໂດຍຫວັງວ່າທ່ານຈະເຮັດໃນສິ່ງທີ່ຂ້ານ້ອຍຮ້ອງຂໍມານີ້.
16
ຂ້ານ້ອຍຄິດວ່າທ່ານຈະຟັງ ແລະຊ່ວຍຂ້ານ້ອຍໃຫ້ພົ້ນຈາກຜູ້ທີ່ກຳລັງພະຍາຍາມຂ້າລູກຊາຍຂອງຂ້ານ້ອຍ ແລະລວມທັງຂ້ານ້ອຍດ້ວຍ ທັງຈະກຳຈັດພວກຂ້ານ້ອຍໃຫ້ໝົດໄປເສຍຈາກດິນແດນ ທີ່ພຣະເຈົ້າໄດ້ໂຜດໃຫ້ແກ່ປະຊາຊົນຂອງພຣະອົງ.
17
ຂ້ານ້ອຍຄິດວ່າຄຳສັນຍາຂອງທ່ານຈະເຮັດໃຫ້ຂ້ານ້ອຍພົ້ນໄດ້ ເພາະກະສັດກໍປຽບດັ່ງເທວະດາຂອງພຣະເຈົ້າ ທີ່ແຍກຄວາມດີອອກຈາກຄວາມຊົ່ວໄດ້. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານສະຖິດຢູ່ກັບທ່ານເຖີດ.”
18
ກະສັດຕອບນາງວ່າ, “ເຮົາຢາກຖາມເຈົ້າຢ່າງໜຶ່ງ ແລະເຈົ້າຈະຕ້ອງບອກເຮົາທັງໝົດຕາມຄວາມເປັນຈິງ.” ນາງຕອບວ່າ, “ຂ້າແດ່ພະຣາຊາ ເຊີນຖາມຂ້ານ້ອຍໄດ້ທຸກຢ່າງ.”
19
ກະສັດກ່າວວ່າ, “ແມ່ນແຜນການຂອງໂຢອາບບໍ? ທີ່ໃຫ້ເຈົ້າມາກ່າວສິ່ງເຫຼົ່ານີ້.” ແລະນາງໄດ້ຕອບກະສັດວ່າ, “ຂ້າແດ່ພະຣາຊາ ຕາບໃດທີ່ວິນຍານຂອງກະສັດມີຊີວິດຢູ່ ບໍ່ມີຜູ້ໃດສາມາດປົກປິດຄວາມຈິງຈາກກະສັດໄດ້ດອກ. ແມ່ນໂຢອາບ ຂ້າຣາຊການຂອງທ່ານນັ້ນແຫລະ ເປັນຜູ້ບອກໃຫ້ຂ້ານ້ອຍເຮັດແລະບອກໃຫ້ຂ້ານ້ອຍເວົ້າ.
20
ແຕ່ເພິ່ນເຮັດລົງໄປເພື່ອຢາກໃຫ້ເລື່ອງທັງໝົດຈົບລົງຢ່າງຮຽບຮ້ອຍ. ຂ້າແດ່ພະຣາຊາ ທ່ານເປັນຜູ້ສະຫລາດດັ່ງເທວະດາຂອງພຣະເຈົ້າ ແລະຮູ້ຈັກເຫດການທຸກສິ່ງທີ່ເກີດຂຶ້ນ.”
21
ຕໍ່ມາ ກະສັດຈຶ່ງເວົ້າກັບໂຢອາບວ່າ, “ເຮົາຕັດສິນໃຈແລ້ວທີ່ຈະເຮັດຕາມເຈົ້າຕ້ອງການ. ຈົ່ງໄປນຳເອົາຊາຍໜຸ່ມອັບຊາໂລມກັບຄືນມາສາ.”
22
ໂຢອາບຂາບລົງຕໍ່ໜ້າກະສັດດາວິດດ້ວຍຄວາມນັບຖື ທັງກ່າວວ່າ, “ຂ້າແດ່ພະຣາຊາ ຂໍໃຫ້ພຣະເຈົ້າອວຍພອນທ່ານເຖີດ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານພໍໃຈໃນຕົວຂ້ານ້ອຍ ເພາະທ່ານໄດ້ຕອບຄຳຮ້ອງຂໍຂອງຂ້ານ້ອຍ.”
23
ແລ້ວລາວກໍລຸກຂຶ້ນອອກເດີນທາງໄປທີ່ເມືອງເກຊູ ແລະນຳເອົາອັບຊາໂລມກັບຄືນມາສູ່ນະຄອນເຢຣູຊາເລັມ.
24
ເຖິງຢ່າງໃດກໍຕາມ ກະສັດໄດ້ອອກຄຳສັ່ງບໍ່ໃຫ້ອັບຊາໂລມຢູ່ໃນຣາຊວັງຕໍ່ໄປ. ເພິ່ນກ່າວວ່າ, “ເຮົາບໍ່ຢາກເຫັນໜ້າລາວ.” ດັ່ງນັ້ນ ອັບຊາໂລມຈຶ່ງຢູ່ໃນເຮືອນຂອງຕົນເອງ ແລະບໍ່ໄດ້ມາປາກົດຕົວຕໍ່ໜ້າກະສັດ.
25
ໃນປະເທດອິດສະຣາເອນບໍ່ມີຜູ້ໃດທີ່ເປັນຄົນງາມດັ່ງອັບຊາໂລມ. ລາວບໍ່ມີຕຳໜິຕັ້ງແຕ່ຫົວຈົນເຖິງປາຍຕີນ.
26
ຜົມຂອງລາວດົກແລະຕັດປີລະເທື່ອ ເມື່ອຍາວແລະດົກຫລາຍ ຕາມການຊັ່ງຕວງເບິ່ງທາງຣາຊການ ຜົມຂອງລາວໜັກກວ່າສອງກິໂລກຼາມ.
27
ອັບຊາໂລມມີລູກຊາຍສາມຄົນແລະມີລູກສາວຄົນໜຶ່ງຊື່ວ່າ ຕາມາ. ນາງຕາມາເປັນຍິງສາວທີ່ງາມຫລາຍ.
28
ອັບຊາໂລມຢູ່ໃນນະຄອນເຢຣູຊາເລັມເປັນເວລາສອງປີໂດຍບໍ່ໄດ້ເຫັນໜ້າກະສັດ.
29
ແລ້ວອັບຊາໂລມກໍສົ່ງຄົນໄປຫາໂຢອາບເພື່ອໃຫ້ລາວໄປພົບກະສັດໃຫ້ຕົນ ແຕ່ໂຢອາບບໍ່ຍອມມາ. ອັບຊາໂລມຈຶ່ງສົ່ງຄົນໄປຫາໂຢອາບເທື່ອທີສອງອີກ ແຕ່ໂຢອາບກໍຍັງບໍ່ຍອມມາອີກ.
30
ດັ່ງນັ້ນ ອັບຊາໂລມຈຶ່ງບອກຄົນຮັບໃຊ້ຂອງຕົນວ່າ, “ເບິ່ງພຸ້ນແມ ທົ່ງນາຂອງໂຢອາບກໍຢູ່ໃກ້ທົ່ງນາຂອງຂ້ອຍນີ້ເອງ ຕົ້ນເຂົ້າເດືອຍເກີດເຕັມທົ່ງນາ. ໄປຈູດມັນຖິ້ມເສຍ.” ພວກຄົນຮັບໃຊ້ຈຶ່ງໄປຈູດເຂົ້າໃນທົ່ງນານັ້ນຖິ້ມໝົດ.
31
ໂຢອາບຈຶ່ງໄປທີ່ເຮືອນຂອງອັບຊາໂລມ ແລະຖາມວ່າ, “ເປັນຫຍັງພວກຄົນຮັບໃຊ້ຂອງເຈົ້າຈຶ່ງຈູດເຂົ້າໃນທົ່ງນາຂອງຂ້ອຍ?”
32
ອັບຊາໂລມຕອບວ່າ, “ກໍເພາະເຈົ້າບໍ່ຍອມມາ ເມື່ອຂ້ອຍສົ່ງຄົນໄປເອີ້ນເຈົ້າ. ຂ້ອຍຢາກໃຫ້ເຈົ້າໄປຫາກະສັດ ແລະຖາມເພິ່ນໃຫ້ຂ້ອຍວ່າ, ‘ເຫດໃດຂ້ອຍຈຶ່ງຈາກເມືອງເກຊູມາຢູ່ທີ່ນີ້? ຖ້າຂ້ອຍຢູ່ພຸ້ນຄົງຈະເປັນການດີກວ່າ.’ ດຽວນີ້ ຂ້ອຍຢາກໃຫ້ເຈົ້າຫາທາງໃຫ້ຂ້ອຍໄດ້ເຂົ້າໄປພົບກະສັດ ແລະຖ້າຂ້ອຍເປັນຄົນຜິດກໍໃຫ້ເພິ່ນຂ້າຂ້ອຍເສຍ.”
33
ດັ່ງນັ້ນ ໂຢອາບຈຶ່ງໄປຫາກະສັດດາວິດ ແລະບອກເພິ່ນຕາມທີ່ອັບຊາໂລມໄດ້ເວົ້າ. ກະສັດຈຶ່ງສົ່ງຄົນໄປນຳເອົາອັບຊາໂລມມາພົບ. ລາວໄດ້ເຂົ້າໄປກົ້ມຂາບລົງຕໍ່ໜ້າກະສັດ. ກະສັດໄດ້ຕ້ອນຮັບໂດຍກອດຈູບອັບຊາໂລມ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24