bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 3
2 Samuel 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 4 →
1
ການຕໍ່ສູ້ກັນລະຫວ່າງຝ່າຍສະໜັບສະໜູນຄອບຄົວຂອງກະສັດໂຊນ ແລະຝ່າຍສະໜັບສະໜູນຄອບຄົວຂອງກະສັດດາວິດ ໄດ້ດຳເນີນໄປເປັນເວລານານ. ໃນຂະນະທີ່ກະສັດດາວິດເຂັ້ມແຂງຂຶ້ນນັ້ນ ຝ່າຍຄູ່ແຂ່ງຂອງເພິ່ນກໍອ່ອນກຳລັງລົງ.
2
ລູກຊາຍຫົກຄົນຂອງກະສັດດາວິດທີ່ເກີດຢູ່ໃນເມືອງເຮັບໂຣນ ຕາມລຳດັບການເກີດມີດັ່ງນີ້: ອຳໂນນ ຜູ້ທີ່ເປັນແມ່ແມ່ນນາງອາຮີໂນອາມ ຊາວຢິດຊະເຣນ;
3
ກີເລອາບ ຜູ້ທີ່ເປັນແມ່ແມ່ນນາງອາບີກາຍຊາວກາເມນ ເມຍໝ້າຍຂອງນາບານ; ອັບຊາໂລມ ຜູ້ທີ່ເປັນແມ່ແມ່ນນາງມາອາກາ ລູກສາວຂອງກະສັດຕານໄມແຫ່ງເກຊູ;
4
ອາໂດນີຢາ ຜູ້ທີ່ເປັນແມ່ແມ່ນນາງຮັກກິດ; ເຊຟາຕີຢາ ຜູ້ທີ່ເປັນແມ່ແມ່ນນາງອາບີຕານ;
5
ອິດທະເລອາມ ຜູ້ທີ່ເປັນແມ່ແມ່ນນາງເອັກລາ. ພວກລູກຊາຍເຫຼົ່ານີ້ເກີດຢູ່ໃນເມືອງເຮັບໂຣນ.
6
ໃນຂະນະທີ່ການຕໍ່ສູ້ກັນດຳເນີນຕໍ່ໄປ ລະຫວ່າງກຳລັງຂອງດາວິດ ແລະກຳລັງທີ່ຈົງຮັກພັກດີຕໍ່ຄອບຄົວກະສັດໂຊນ ອັບເນກໍມີອຳນາດຫລາຍຂຶ້ນໃນທ່າມກາງພັກພວກຂອງກະສັດໂຊນ.
7
ມື້ໜຶ່ງ ອີຊະໂບເຊັດລູກຊາຍຂອງກະສັດໂຊນກ່າວຫາວ່າ ອັບເນໄດ້ຮ່ວມນອນກັບເມຍນ້ອຍຂອງກະສັດໂຊນຄື: ນາງຣິຊະປາລູກສາວຂອງອາອີຢາ.
8
ເລື່ອງນີ້ພາໃຫ້ອັບເນໂກດຮ້າຍທີ່ສຸດ ລາວຈຶ່ງຮ້ອງອອກມາວ່າ, “ເຈົ້າຄິດວ່າຂ້ອຍທໍລະຍົດຕໍ່ກະສັດໂຊນຊັ້ນບໍ? ເຈົ້າຄິດວ່າຂ້ອຍກຳລັງຮັບໃຊ້ຢູດາຊັ້ນບໍ? ແຕ່ໃດໆມາ ຂ້ອຍໄດ້ສະແດງຄວາມຈົງຮັກພັກດີຕໍ່ພໍ່ຂອງເຈົ້າ, ຕໍ່ອ້າຍນ້ອງຂອງເພິ່ນ ແລະຕໍ່ໝູ່ເພື່ອນຂອງເພິ່ນ ແລະຂ້ອຍໄດ້ປົກປ້ອງຄຸ້ມຄອງເຈົ້າໄວ້ ບໍ່ໃຫ້ຕົກຢູ່ໃນກຳມືຂອງກະສັດດາວິດ, ແຕ່ເຖິງປານນັ້ນ ໃນວັນນີ້ເຈົ້າຍັງຊອກຫາຄວາມຜິດໃສ່ຂ້ອຍກ່ຽວກັບເລື່ອງຜູ້ຍິງຊັ້ນບໍ?
9
ພຣະເຈົ້າຢາເວໄດ້ສາບານກັບດາວິດວ່າ ພຣະອົງຈະເອົາອານາຈັກໄປຈາກກະສັດໂຊນ ແລະເຊື້ອສາຍຂອງເພິ່ນ; ແລ້ວພຣະອົງກໍຈະໃຫ້ດາວິດຂຶ້ນເປັນກະສັດປົກຄອງຊາວອິດສະຣາເອນແລະຊາວຢູດາ ຕັ້ງແຕ່ເມືອງດານທາງພາກເໜືອ ຈົນເຖິງເບເອນເຊບາທາງພາກໃຕ້. ຖ້າຂ້ອຍບໍ່ເຮັດສິ່ງນີ້ໃຫ້ກາຍເປັນຈິງ ກໍຂໍພຣະເຈົ້າລົງໂທດຂ້ອຍໃຫ້ເຖິງຕາຍເຖີດ.”
11
ອີຊະໂບເຊັດຢ້ານກົວອັບເນຫລາຍຈົນເວົ້າບໍ່ອອກ.
12
ໃນເວລານັ້ນ ດາວິດຍັງຢູ່ໃນເມືອງເຮັບໂຣນ ອັບເນຈຶ່ງໄດ້ສົ່ງຜູ້ນຳຂ່າວໄປຫາເພິ່ນເພື່ອບອກວ່າ, “ແມ່ນຜູ້ໃດຈະປົກຄອງດິນແດນນີ້? ຈົ່ງຕົກລົງກັບຂ້າພະເຈົ້າ ແລະຂ້າພະເຈົ້າຈະຊ່ວຍນຳເອົາຊາວອິດສະຣາເອນທັງໝົດມາເປັນຝ່າຍຂອງທ່ານ.”
13
ດາວິດຕອບວ່າ, “ດີແລ້ວ ເຮົາຈະເຮັດສັນຍາກັບເຈົ້າ, ແຕ່ມີເງື່ອນໄຂຢູ່ວ່າເມື່ອເຈົ້າມາພົບເຮົາ ໃຫ້ເຈົ້ານຳເອົາມີການລູກສາວຂອງກະສັດໂຊນມາໃຫ້ເຮົາ.”
14
ຝ່າຍດາວິດຍັງໄດ້ສົ່ງຄົນນຳຂ່າວໄປບອກອີຊະໂບເຊັດວ່າ, “ຂໍໃຫ້ສົ່ງມີການ ເມຍຂອງເຮົາມາໃຫ້ເຮົາ. ເຮົາໄດ້ເອົາໜັງຫຸ້ມປາຍອະໄວຍະວະລັບຊາຍຟີລິດສະຕິນຮ້ອຍຄົນ ເປັນຄ່າດອງເພື່ອເອົານາງເປັນເມຍ.”
15
ສະນັ້ນ ອີຊະໂບເຊັດຈຶ່ງໃຫ້ຄົນໄປນຳເອົານາງມີການມາແຕ່ເຮືອນຜົວຂອງນາງຄືປານຕີເອນລູກຊາຍລາອິດ.
16
ສ່ວນປານຕີເອນກໍຮ້ອງໄຫ້ຕາມເມຍຂອງຕົນໄປຈົນເຖິງເມືອງບາຮູຣິມ. ແຕ່ເມື່ອອັບເນບອກລາວວ່າ, “ຈົ່ງກັບເມືອສາ.” ລາວຈຶ່ງກັບເມືອ.
17
ແລ້ວອັບເນກໍໄປເວົ້າກັບພວກຜູ້ນຳຊາວອິດສະຣາເອນວ່າ, “ດົນນານມາແລ້ວທີ່ພວກທ່ານຢາກໃຫ້ດາວິດເປັນກະສັດຂອງພວກທ່ານ.
18
ບັດນີ້ ແມ່ນໂອກາດຂອງພວກທ່ານແລ້ວ. ຈົ່ງຈື່ຈຳຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວວ່າ ‘ເຮົາຈະໃຊ້ດາວິດຜູ້ຮັບໃຊ້ຂອງເຮົາ ໄປຊ່ວຍເອົາຊາວອິດສະຣາເອນປະຊາຊົນຂອງເຮົາໃຫ້ພົ້ນຈາກພວກຟີລິດສະຕິນ ແລະຈາກສັດຕູທັງຫລາຍຂອງພວກເຂົາ.”’
19
ອັບເນຍັງໄດ້ບອກປະຊາຊົນເຜົ່າເບັນຢາມິນເຊັ່ນດຽວກັນ. ແລ້ວລາວກໍໄດ້ໄປທີ່ເມືອງເຮັບໂຣນເພື່ອບອກດາວິດ ເຖິງສິ່ງທີ່ປະຊາຊົນເບັນຢາມິນແລະປະຊາຊົນອິດສະຣາເອນໄດ້ຕົກລົງກັນທີ່ຈະດຳເນີນການ.
20
ເມື່ອອັບເນພ້ອມທັງຊາຍຊາວຄົນໄດ້ມາຫາດາວິດນັ້ນ ເພິ່ນໄດ້ຈັດງານລ້ຽງພວກເຂົາ.
21
ອັບເນບອກດາວິດວ່າ, “ບັດນີ້ ຂ້ານ້ອຍຈະຕ້ອງໄປຮວບຮວມເອົາຊາວອິດສະຣາເອນທັງໝົດມາໃຫ້ທ່ານ. ພວກເຂົາຈະຍອມຮັບເອົາທ່ານໃຫ້ເປັນກະສັດ ແລະທ່ານກໍຈະໄດ້ຮັບຕາມທີ່ທ່ານໄດ້ຕັ້ງໃຈໄວ້ນານມາແລ້ວ ແລະຈະໄດ້ປົກຄອງດິນແດນທັງໝົດ.” ແລ້ວດາວິດກໍຮັບຮອງຄວາມປອດໄພໃຫ້ແກ່ອັບເນ ແລະສົ່ງລາວກັບເມືອ.
22
ຕໍ່ມາ ໂຢອາບແລະບັນດາຂ້າຣາຊການຄົນອື່ນໆຂອງດາວິດ ກໍກັບມາແຕ່ການປຸ້ນສະດົມ. ພວກເຂົານຳເອົາສິ່ງຂອງຢ່າງຫລວງຫລາຍທີ່ຢຶດໄດ້ມາ, ແຕ່ອັບເນບໍ່ໄດ້ຢູ່ໃນເມືອງເຮັບໂຣນກັບດາວິດ ເພາະເພິ່ນໄດ້ສົ່ງລາວກັບເມືອໂດຍຮັບຮອງຄວາມປອດໄພໃຫ້ແກ່ລາວແລ້ວ.
23
ເມື່ອໂຢອາບແລະຄົນຂອງລາວມາຮອດ ໄດ້ມີຄົນມາບອກໂຢອາບວ່າ, ອັບເນລູກຊາຍຂອງເນຣະໄດ້ມາຫາກະສັດ ແລະເພິ່ນໄດ້ສົ່ງລາວກັບເມືອ ໂດຍຮັບຮອງຄວາມປອດໄພໃຫ້ແກ່ລາວ.
24
ດັ່ງນັ້ນ ໂຢອາບຈຶ່ງໄປຖາມກະສັດວ່າ, “ອັບເນໄດ້ມາຫາທ່ານ ເປັນຫຍັງທ່ານຈຶ່ງປ່ອຍໃຫ້ລາວກັບຄືນໄປຢ່າງນັ້ນ? ເປັນຫຍັງທ່ານຈຶ່ງເຮັດເຊັ່ນນີ້?
25
ທ່ານເອງຄົງຮູ້ດີວ່າອັບເນລູກຊາຍຂອງເນຣະມານີ້ເພື່ອລໍ້ລວງທ່ານ ແລະເພື່ອສືບເອົາເລື່ອງຕ່າງໆທີ່ທ່ານເຮັດ ຕະຫລອດທັງທຸກບ່ອນທີ່ທ່ານໄປ.”
26
ເມື່ອໂຢອາບລາຈາກກະສັດດາວິດໄປແລ້ວ ລາວກໍສົ່ງຄົນນຳຂ່າວໄປເອີ້ນອັບເນມາຫາ. ພວກເຂົາໄດ້ນຳອັບເນມາຈາກນໍ້າສ້າງທີ່ຊີຣາ, ແຕ່ດາວິດບໍ່ຮູ້ເລື່ອງນີ້ແຕ່ຢ່າງໃດ.
27
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
28
ເມື່ອດາວິດຮູ້ເລື່ອງນີ້ ເພິ່ນຈຶ່ງກ່າວວ່າ, “ຂ້າພະເຈົ້າ ແລະອານາຈັກຂອງຂ້າພະເຈົ້າເອງ ບໍ່ມີຄວາມຜິດແຕ່ປະການໃດຕໍ່ໜ້າພຣະເຈົ້າຢາເວຕະຫຼອດໄປໃນເລື່ອງທີ່ອັບເນລູກຊາຍຂອງເນຣະຖືກຂ້າ,
29
ຂໍໃຫ້ການລົງໂທດຕົກຖືກໂຢອາບ ແລະຄອບຄົວຂອງລາວທັງໝົດ. ຂໍໃຫ້ເຊື້ອສາຍຂອງໂຢອາບທຸກຄົນເປັນພະຍາດໜອງໃນ ເປັນຂີ້ທູດ, ເປັນຄົນເຮັດວຽກເຮືອນດັ່ງຜູ້ຍິງ ຖືກຂ້າໃນສະໜາມຮົບ ຫລືຂາດອາຫານການກິນ.”
30
ໂຢອາບແລະອາບີໄຊນ້ອງຊາຍຂອງຕົນໄດ້ລອບສັງຫານອັບເນເພື່ອແກ້ແຄ້ນ ເພາະອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງພວກເຂົາໃນສະໜາມຮົບທີ່ກີເບໂອນ.
31
ແລ້ວດາວິດກໍສັ່ງໃຫ້ໂຢອາບ ແລະຄອບຄົວຂອງຕົນ ຈີກເຄື່ອງນຸ່ງຫົ່ມຂອງພວກເຂົາ ແລະໃສ່ຜ້າກະສອບເຂົ້າໄວ້ທຸກໃຫ້ອັບເນ. ໃນພິທີສົ່ງສະການ ກະສັດດາວິດໄດ້ຍ່າງຕາມຫລັງຫີບສົບຂອງອັບເນ.
32
ຊາກສົບຂອງອັບເນໄດ້ຖືກຝັງໄວ້ທີ່ເມືອງເຮັບໂຣນ. ທີ່ຂຸມຝັງສົບ ກະສັດໄດ້ຮ້ອງໄຫ້ສຽງດັງ ແລະປະຊາຊົນກໍຮ້ອງໄຫ້ເຊັ່ນດຽວກັນ.
33
ກະສັດດາວິດໄດ້ຮ້ອງເພງໄວ້ອາໄລໃຫ້ອັບເນດັ່ງນີ້: “ເປັນຫຍັງອັບເນຈຶ່ງຕາຍດັ່ງຄົນໂງ່ຈ້ານໍ? ມືລາວບໍ່ໄດ້ຖືກມັດແຕ່ປະການໃດທັງສິ້ນ ແລະຕີນລາວນັ້ນກໍບໍ່ໄດ້ຖືກລ່າມໂສ້ໃສ່; ລາວຕາຍຖິ້ມລ້າໆດ້ວຍສີມືຄາດຕະກອນ.” ແລະປະຊາຊົນທັງຫລາຍຕ່າງກໍຮ້ອງໄຫ້ຫາອັບເນອີກ.
35
ຕະຫລອດທັງວັນ ປະຊາຊົນທັງໝົດໄດ້ພະຍາຍາມໃຫ້ກະສັດດາວິດກິນອາຫານ, ແຕ່ເພິ່ນກັບສັນຍາຢ່າງໜັກແໜ້ນວ່າ, “ຂໍໃຫ້ພຣະເຈົ້າລົງໂທດຂ້ານ້ອຍເຖິງຕາຍເຖີດ ຖ້າຂ້ານ້ອຍກິນສິ່ງໃດສິ່ງໜຶ່ງກ່ອນຕາເວັນຕົກດິນ.”
36
ເມື່ອປະຊາຊົນເຫັນເຊັ່ນນີ້ ພວກເຂົາກໍມີຄວາມພໍໃຈໃນຕົວເພິ່ນ. ທຸກສິ່ງທີ່ກະສັດໄດ້ເຮັດລົງໄປນັ້ນເປັນທີ່ພໍໃຈປະຊາຊົນ.
37
ຄົນຂອງກະສັດດາວິດທຸກຄົນກັບປະຊາຊົນທັງໝົດຂອງຊາດອິດສະຣາເອນ ຕ່າງກໍເຂົ້າໃຈວ່າ ກະສັດບໍ່ມີສ່ວນຮູ້ເຫັນໃດໆໃນການລອບສັງຫານອັບເນລູກຊາຍຂອງເນຣະ.
38
ກະສັດກ່າວແກ່ບັນດາຂ້າຣາຊການຂອງຕົນວ່າ, “ພວກທ່ານຮູ້ບໍວ່າວັນນີ້ ມີຜູ້ນຳຄົນສຳຄັນໃນຊາດອິດສະຣາເອນໄດ້ຕາຍໄປ.
39
ເຖິງແມ່ນວ່າເຮົາເປັນກະສັດທີ່ພຣະເຈົ້າໄດ້ຊົງຫົດສົງ, ແຕ່ເຮົາກໍຮູ້ສຶກອ່ອນແອໃນວັນນີ້. ພວກລູກຊາຍຂອງນາງເຊຣູອີຢານີ້ຊ່າງໂຫດຮ້າຍແກ່ເຮົາແທ້ນໍ ຂໍໃຫ້ພຣະເຈົ້າຢາເວລົງໂທດຄາດຕະກອນເຫຼົ່ານີ້ ຕາມທີ່ພວກເຂົາຄວນຈະໄດ້ຮັບເຖີດ.”
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24