bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Samuel 15
2 Samuel 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 16 →
1
ຕໍ່ມາ ອັບຊາໂລມໄດ້ຈັດຫາລົດຮົບແລະມ້າຫລາຍໂຕສຳລັບຕົນ ພ້ອມທັງທະຫານປ້ອງກັນຕົວຫ້າສິບຄົນ.
2
ອັບຊາໂລມຈະຕ້ອງລຸກແຕ່ເຊົ້າ ແລະໄປຢືນຢູ່ທີ່ທາງປະຕູກຳແພງເມືອງ. ເມື່ອໃດເຫັນຄົນທີ່ມີເລື່ອງຜິດຖຽງກັນ ເພື່ອຈະໄປຫາກະສັດຕັດສິນຄວາມໃຫ້ ອັບຊາໂລມຈະຕ້ອງໄປເອີ້ນຄົນນັ້ນມາ ແລະຖາມລາວວ່າ, “ເຈົ້າມາແຕ່ໃສ?” ແລະຫລັງຈາກຄົນນັ້ນໄດ້ບອກລາວເຖິງເຜົ່າທີ່ຕົນສັງກັດຢູ່ແລ້ວ
3
ອັບຊາໂລມກໍຈະເວົ້າໂລດວ່າ, “ເບິ່ງແມ ຄະດີຂອງເຈົ້າກໍດີແລະຖືກຕ້ອງ ແຕ່ບໍ່ມີຜູ້ຕາງໜ້າຂອງກະສັດເພື່ອຈະຟັງຄະດີຂອງເຈົ້າ.”
4
ລາວຈະເວົ້າຕື່ມວ່າ, “ຖ້າຂ້ອຍໄດ້ເປັນຜູ້ຕັດສິນຄວາມແລ້ວ ເມື່ອຜູ້ໃດຜູ້ໜຶ່ງມີເລື່ອງຕໍ່ກັນ ຫລືນຳຄຳຮ້ອງທຸກໄປຫາຂ້ອຍ ຂ້ອຍຈະໃຫ້ຄວາມເປັນທຳແກ່ລາວ.”
5
ເມື່ອມີຊາຍຄົນໃດເຂົ້າມາກົ້ມຂາບອັບຊາໂລມ ລາວກໍຈະເດ່ມືອອກໄປກອດແລະຈູບຄົນນັ້ນ.
6
ລາວປະຕິບັດຢ່າງນີ້ກັບຊາວອິດສະຣາເອນທຸກຄົນ ທີ່ມາຫາກະສັດເພື່ອໃຫ້ເພິ່ນຕັດສິນຄວາມໃຫ້; ດັ່ງນັ້ນ ພວກເຂົາຈຶ່ງມີຄວາມຈົງຮັກພັກດີຕໍ່ລາວ.
7
ຫລັງຈາກນັ້ນມາສີ່ປີ ອັບຊາໂລມໄດ້ເວົ້າກັບກະສັດດາວິດວ່າ, “ຂໍຊົງໂຜດອະນຸຍາດໃຫ້ຂ້ານ້ອຍໄປເມືອງເຮັບໂຣນແດ່ທ້ອນ ເພື່ອໄປປະຕິບັດຕາມທີ່ໄດ້ສັນຍາໄວ້ກັບພຣະເຈົ້າຢາເວ.
8
ເມື່ອຂ້ານ້ອຍຢູ່ທີ່ເມືອງເກຊູໃນຊີເຣຍນັ້ນ ຂ້ານ້ອຍໄດ້ສາບານໄວ້ວ່າ, ຖ້າພຣະເຈົ້າຢາເວໃຫ້ຂ້ານ້ອຍກັບຄືນມາທີ່ນະຄອນເຢຣູຊາເລັມ ຂ້ານ້ອຍຈະນະມັດສະການພຣະເຈົ້າຢາເວທີ່ເມືອງເຮັບໂຣນ.”
9
ກະສັດຕອບວ່າ, “ຈົ່ງໄປດີເທີ້ນ.” ແລ້ວອັບຊາໂລມກໍຈາກໄປສູ່ເມືອງເຮັບໂຣນ.
10
ແຕ່ລາວໄດ້ສົ່ງຄົນນຳຂ່າວໄປບອກທຸກໆເຜົ່າໃນຊາດອິດສະຣາເອນວ່າ, “ເມື່ອໃດທີ່ພວກເຈົ້າໄດ້ຍິນສຽງແກດັງຂຶ້ນ ໃຫ້ພວກເຈົ້າຮ້ອງຂຶ້ນວ່າ, ‘ອັບຊາໂລມໄດ້ເປັນກະສັດທີ່ເມືອງເຮັບໂຣນແລ້ວ.”’
11
ອັບຊາໂລມໄດ້ເຊີນເອົາສອງຮ້ອຍຄົນ ຈາກນະຄອນເຢຣູຊາເລັມໄປກັບຕົນ. ພວກເຫຼົ່ານີ້ບໍ່ຮູ້ເຖິງແຜນການກະບົດນີ້ແຕ່ຢ່າງໃດ ແລະພາກັນໄປດ້ວຍຄວາມບໍຣິສຸດໃຈ.
12
ແລະໃນຂະນະທີ່ອັບຊາໂລມຖວາຍເຄື່ອງບູຊາຢູ່ນັ້ນ ລາວກໍໄດ້ສົ່ງຄົນໄປທີ່ເມືອງກີໂລ ເພື່ອນຳເອົາອາຮີໂຕເຟນທີ່ປຶກສາຄົນໜຶ່ງຂອງກະສັດດາວິດ. ການກະບົດຕໍ່ກະສັດກໍໜັກຫລາຍຂຶ້ນ ແລະຜູ້ຕິດຕາມອັບຊາໂລມກໍເພີ່ມຈຳນວນຂຶ້ນເລື້ອຍໆ.
13
ຄົນນຳຂ່າວໄດ້ມາລາຍງານຕໍ່ກະສັດດາວິດວ່າ, “ຊາວອິດສະຣາເອນກຳລັງປະຕິຍານຕົນຈົງຮັກພັກດີຕໍ່ອັບຊາໂລມ.”
14
ດັ່ງນັ້ນ ກະສັດດາວິດຈຶ່ງສັ່ງພວກຂ້າຣາຊການທັງໝົດທີ່ຢູ່ກັບເພິ່ນໃນນະຄອນເຢຣູຊາເລັມວ່າ, “ຖ້າພວກເຮົາຢາກປົບໜີຈາກອັບຊາໂລມ ໃຫ້ປົບໜີໄປໄວໆດຽວນີ້ໂລດ ຫລືຖ້າບໍ່ດັ່ງນັ້ນ ໃນບໍ່ຊ້າລາວຈະມາຮອດທີ່ນີ້ ແລະຕໍ່ສູ້ພວກເຮົາໃຫ້ພ່າຍແພ້ແລະຂ້າທຸກຄົນໃນເມືອງນີ້ຖິ້ມ.”
15
ພວກເຂົາຕອບວ່າ, “ແມ່ນແລ້ວ ກະສັດເຈົ້າຂ້າ ພວກຂ້ານ້ອຍພ້ອມທີ່ຈະເຮັດທຸກສິ່ງຕາມທີ່ທ່ານສັ່ງ.”
16
ດັ່ງນັ້ນ ກະສັດພ້ອມທຸກຄົນໃນຄອບຄົວ ແລະບັນດາຂ້າຣາຊການຈຶ່ງພາກັນໜີໄປ ເວັ້ນໄວ້ແຕ່ເມຍນ້ອຍສິບຄົນ ທີ່ເພິ່ນປະໄວ້ໃຫ້ເຝົ້າຣາຊວັງ.
17
ຂະນະທີ່ກະສັດແລະບັນດາຂ້າຣາຊການກຳລັງຍ່າງອອກໄປຈາກເມືອງນັ້ນ ກໍມາຢຸດຢູ່ທີ່ເຮືອນຫລັງສຸດທ້າຍ.
18
ພວກຂ້າຣາຊການທັງໝົດໄດ້ຢືນຢູ່ ບັນດາຊາວເກເຣັດແລະຊາວເປເລັດກັບຄົນກາດຫົກຮ້ອຍຄົນ ທີ່ໄດ້ຕິດຕາມເພິ່ນມາຈາກເມືອງກາດນັ້ນ ກໍໄດ້ຍ່າງຜ່ານເພິ່ນໄປເໝືອນກັນ.
19
ແລ້ວກະສັດກໍເວົ້າກັບອິດໄຕ ຫົວໜ້າຂອງທະຫານເຫຼົ່ານັ້ນວ່າ, “ເປັນຫຍັງເຈົ້າຈຶ່ງມາກັບພວກເຮົາ? ຄືນໄປຢູ່ກັບກະສັດອົງໃໝ່ສາ. ເຈົ້າເປັນຄົນຕ່າງດ້າວ ເປັນອົບພະຍົບທີ່ໜີຈາກບ້ານເມືອງມາ.
20
ເຈົ້າອາໄສຢູ່ໃນທີ່ນີ້ເປັນພຽງເວລາສັ້ນໆເທົ່ານັ້ນ ເຫດໃດເຈົ້າຈະຕ້ອງຊັດເຊພະເນຈອນໄປກັບເຮົາຢ່າງນີ້? ເຮົາເອງຍັງບໍ່ຮູ້ຈັກວ່າຈະໄປທາງໃດ. ຈົ່ງກັບຄືນເມືອສາ ແລະພາເພື່ອນຮ່ວມຊາດຂອງເຈົ້າກັບຄືນເມືອດ້ວຍ. ຂໍພຣະເຈົ້າຢາເວໂຜດສຳແດງຄວາມຮັກ ແລະຄວາມສັດຊື່ຕໍ່ເຈົ້າເຖີດ.”
21
ແຕ່ອິດໄຕຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່ ແລະກະສັດອົງເປັນເຈົ້ານາຍຂອງຂ້ານ້ອຍມີຊີວິດຢູ່; ຂ້ານ້ອຍຈະໄປກັບກະສັດອົງເປັນເຈົ້ານາຍຂອງຂ້ານ້ອຍທຸກທີ່ທຸກບ່ອນ ເຖິງແມ່ນຈະຕາຍຫຼືມີຊີວິດຢູ່, ໃນບ່ອນນັ້ນຜູ້ຮັບໃຊ້ຂອງທ່ານຈະຢູ່ດ້ວຍ.”
22
ກະສັດດາວິດຕອບວ່າ, “ດີແລ້ວ ຈົ່ງເດີນທາງຕໍ່ໄປສາ.” ດັ່ງນັ້ນ ອິດໄຕພ້ອມທະຫານທຸກຄົນຂອງຕົນແລະລູກເມຍຂອງພວກເຂົາຈຶ່ງເດີນທາງຕໍ່ໄປ.
23
ໃນຂະນະທີ່ພວກຕິດຕາມກະສັດດາວິດກຳລັງອອກໄປນັ້ນ ປະຊາຊົນກໍຮ້ອງໄຫ້ດ້ວຍສຽງດັງ. ສ່ວນກະສັດກັບຄົນທັງຫລາຍຂອງເພິ່ນກໍໄດ້ຂ້າມຫ້ວຍກິດໂຣນ ແລະມຸ່ງໜ້າໄປສູ່ຖິ່ນແຫ້ງແລ້ງກັນດານ.
24
ປະໂຣຫິດຊາດົກໄດ້ຢູ່ທີ່ນັ້ນກັບຊາວເລວີ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າ. ພວກເຂົາປົງຫີບຂອງພຣະເຈົ້າລົງ ແລະບໍ່ໄດ້ຫາມຫີບນັ້ນຈົນປະຊາຊົນອອກໄປໝົດຈາກເມືອງ. ປະໂຣຫິດອາບີອາທາກໍຢູ່ທີ່ນັ້ນຄືກັນ.
25
ແລ້ວກະສັດກໍກ່າວແກ່ຊາດົກວ່າ, “ຈົ່ງເອົາຫີບຂອງພຣະເຈົ້າກັບເມືອສາ ຖ້າພຣະເຈົ້າຢາເວພໍໃຈກັບເຮົາ ໃນມື້ໜຶ່ງຂ້າງໜ້າ ພຣະອົງຈະໃຫ້ເຮົາກັບຄືນມາເຫັນຫີບນີ້ແລະເຫັນບ່ອນທີ່ຫີບນີ້ຕັ້ງຢູ່.
26
ແຕ່ຖ້າພຣະອົງບໍ່ພໍໃຈນຳເຮົາ ກໍຂໍໃຫ້ພຣະອົງເຮັດຕໍ່ເຮົາຕາມທີ່ພຣະອົງຕ້ອງການເຖີດ.”
27
ກະສັດດາວິດກ່າວແກ່ຊາດົກຕໍ່ໄປວ່າ, “ເບິ່ງດູ ຈົ່ງພາອາຮີມາອາດລູກຊາຍຂອງທ່ານ ແລະໂຢນາທານລູກຊາຍຂອງອາບີອາທາ ກັບເມືອໃນເມືອງຢ່າງສະຫງົບສຸກເທີ້ນ.
28
ໃນເວລາດຽວກັນນັ້ນ ເຮົາຈະຄອຍຖ້າຢູ່ໃກ້ກັບບ່ອນຂ້າມແມ່ນໍ້າໃນຖິ່ນແຫ້ງແລ້ງກັນດານ ຈົນກວ່າເຮົາຈະໄດ້ຮັບຂ່າວຈາກທ່ານ.”
29
ດັ່ງນັ້ນ ຊາດົກແລະອາບີອາທາຈຶ່ງຫາມຫີບຂອງພຣະເຈົ້າກັບຄືນເມືອນະຄອນເຢຣູຊາເລັມ ແລະອາໄສຢູ່ທີ່ນັ້ນ.
30
ກະສັດດາວິດໄດ້ຮ້ອງໄຫ້ຂຶ້ນໄປເທິງພູເຂົາໝາກກອກເທດ; ເພິ່ນປະຕີນເປົ່າແລະເອົາຜ້າຄຸມຫົວໄວ້ເປັນເຄື່ອງໝາຍສະແດງເຖິງຄວາມໂສກເສົ້າ. ທຸກຄົນທີ່ຕິດຕາມເພິ່ນໄປນັ້ນກໍເອົາຜ້າຄຸມຫົວແລະຮ້ອງໄຫ້ເໝືອນກັນ.
31
ເມື່ອມີຄົນມາບອກກະສັດດາວິດວ່າ, ອາຮີໂຕເຟນກໍຮ່ວມເປັນກະບົດກັບອັບຊາໂລມດ້ວຍ ກະສັດຈຶ່ງພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງເຮັດໃຫ້ຄຳແນະນຳຂອງອາຮີໂຕເຟນໃຊ້ການບໍ່ໄດ້ເຖີດ.”
32
ເມື່ອກະສັດດາວິດຂຶ້ນໄປຮອດເທິງເນີນພູບ່ອນມີທີ່ນະມັດສະການພຣະເຈົ້າ, ຮູຊາຍຄົນຊາວເມືອງອາກກິດ ແລະເປັນເພື່ອນສະໜິດຂອງເພິ່ນກໍມາພົບ. ລາວຈີກເສື້ອຜ້າແລະໂຮຍຂີ້ຝຸ່ນດິນໃສ່ຫົວ.
33
ກະສັດດາວິດກ່າວແກ່ລາວວ່າ, “ຖ້າເຈົ້າມາກັບຂ້ອຍ ເຈົ້າກໍຊ່ວຍຫຍັງແກ່ຂ້ອຍບໍ່ໄດ້ດອກ
34
ແຕ່ເຈົ້າຊ່ວຍຂ້ອຍໄດ້ໂດຍກັບຄືນເມືອຢູ່ໃນເມືອງ ແລະບອກອັບຊາໂລມວ່າ, ເຈົ້າຈະຮັບໃຊ້ລາວຢ່າງສັດຊື່ດັ່ງທີ່ເຈົ້າໄດ້ຮັບໃຊ້ພໍ່ຂອງລາວ. ແລະໃຫ້ເຈົ້າເຮັດທຸກສິ່ງສຸດຄວາມສາມາດ ເພື່ອຄັດຄ້ານຄຳແນະນຳຂອງອາຮີໂຕເຟນ.
35
ປະໂຣຫິດຊາດົກແລະອາບີອາທາກໍຈະຢູ່ທີ່ນັ້ນ ໃຫ້ເຈົ້າບອກລາວທຸກສິ່ງຕາມທີ່ເຈົ້າໄດ້ຍິນໃນຣາຊວັງ.
36
ອາຮີມາອາດລູກຊາຍຂອງຊາດົກກັບໂຢນາທານລູກຊາຍຂອງອາບີອາທາກໍຢູ່ກັບພວກເພິ່ນດ້ວຍ. ໃຫ້ເຈົ້າສົ່ງພວກເຂົານຳຂ່າວທີ່ເຈົ້າຮວບຮວມໄດ້ທັງໝົດມາບອກຂ້ອຍ.”
37
ດັ່ງນັ້ນ ຮູຊາຍເພື່ອນສະໜິດຂອງກະສັດດາວິດຈຶ່ງກັບຄືນເມືອໃນເມືອງ ຊຶ່ງພໍດີເປັນເວລາທີ່ອັບຊາໂລມມາຮອດ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24