bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 1
Acts 1
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
1
ຮຽນທ່ານເທໂອຟີໂລ, ໃນໜັງສືເຫລັ້ມກ່ອນ, ຂ້າພະເຈົ້າໄດ້ຂຽນກ່ຽວກັບທຸກສິ່ງທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນກະທຳ ແລະ ສັ່ງສອນ
2
ຈົນເຖິງວັນທີ່ພຣະອົງຖືກຮັບຂຶ້ນສູ່ສະຫວັນ, ຫລັງຈາກໄດ້ໃຫ້ຄຳແນະນຳຜ່ານທາງພຣະວິນຍານບໍລິສຸດເຈົ້າແກ່ບັນດາອັກຄະສາວົກທີ່ພຣະອົງໄດ້ເລືອກໄວ້.
3
ຫລັງຈາກທີ່ພຣະອົງໄດ້ທົນທຸກທໍລະມານ, ພຣະອົງກໍໄດ້ສະແດງພຣະອົງແກ່ຄົນເຫລົ່ານັ້ນ ແລະ ໄດ້ໃຫ້ຂໍ້ພິສູດທີ່ເຮັດໃຫ້ມີຄວາມໝັ້ນໃຈຫລາຍປະການວ່າພຣະອົງມີຊີວິດຢູ່. ພຣະອົງໄດ້ປາກົດແກ່ພວກເພິ່ນໃນລະຫວ່າງສີ່ສິບວັນ ແລະ ໄດ້ກ່າວກ່ຽວກັບອານາຈັກຂອງພຣະເຈົ້າ.
4
ຄັ້ງໜຶ່ງ ໃນຂະນະທີ່ພຣະອົງຮ່ວມກິນອາຫານກັບພວກເພິ່ນ, ພຣະອົງໄດ້ໃຫ້ຄຳສັ່ງນີ້ແກ່ພວກເພິ່ນວ່າ: “ຢ່າອອກໄປຈາກເຢຣູຊາເລັມ, ແຕ່ຈົ່ງຖ້າຮັບຂອງປະທານທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ຕາມທີ່ພວກເຈົ້າໄດ້ຍິນເຮົາກ່າວໄວ້.
5
ດ້ວຍວ່າ ໂຢຮັນໄດ້ໃຫ້ບັບຕິສະມາດ້ວຍ ນ້ຳ ແຕ່ອີກບໍ່ເທົ່າໃດວັນພວກເຈົ້າຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ”.
6
ດັ່ງນັ້ນ ພວກເພິ່ນຈຶ່ງມາເຕົ້າໂຮມກັນຢູ່ອ້ອມພຣະອົງ ແລະ ຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຈະສ້າງອານາຈັກອິດສະຣາເອນຄືນໃໝ່ໃນເວລານີ້ບໍ?”
7
ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ບໍ່ແມ່ນໜ້າທີ່ຂອງພວກເຈົ້າທີ່ຈະຮູ້ເວລາ ຫລື ວັນທີ່ພຣະບິດາເຈົ້າໄດ້ກຳນົດໄວ້ດ້ວຍສິດອຳນາດຂອງພຣະອົງແລ້ວ.
8
ແຕ່ພວກເຈົ້າທັງຫລາຍຈະໄດ້ຮັບລິດອຳນາດ ເມື່ອພຣະວິນຍານບໍລິສຸດເຈົ້າມາຢູ່ເທິງພວກເຈົ້າ ແລະ ພວກເຈົ້າຈະເປັນພະຍານຝ່າຍເຮົາໃນເຢຣູຊາເລັມ ແລະ ຕະຫລອດທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະ ຈົນເຖິງສຸດປາຍແຜ່ນດິນໂລກ”.
9
ຫລັງຈາກພຣະອົງໄດ້ກ່າວດັ່ງນີ້ແລ້ວ, ພຣະອົງກໍຖືກຮັບຂຶ້ນໄປຕໍ່ໜ້າຕໍ່ຕາຂອງພວກເພິ່ນ ແລະ ມີເມກມາປົກຄຸມພຣະອົງໄວ້ຈາກສາຍຕາຂອງພວກເພິ່ນ.
10
ເມື່ອພວກເພິ່ນກຳລັງແນມເບິ່ງທ້ອງຟ້າໃນຂະນະທີ່ພຣະອົງຂຶ້ນໄປ, ໃນທັນໃດນັ້ນ ມີຊາຍສອງຄົນນຸ່ງຊຸດຂາວຢືນຢູ່ຂ້າງພວກເພິ່ນ.
11
ແລະ ພວກເພິ່ນຈຶ່ງກ່າວວ່າ, “ຊາວຄາລີເລເອີຍ, ດ້ວຍເຫດໃດພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າຢູ່ບ່ອນນີ້? ພຣະເຢຊູເຈົ້າອົງດຽວກັນນີ້ທີ່ຖືກຮັບໄປຈາກພວກເຈົ້າຂຶ້ນສູ່ສະຫວັນນັ້ນ ຈະກັບຄືນມາອີກໃນແບບດຽວກັນກັບທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນສູ່ສະຫວັນ”.
12
ຫລັງຈາກນັ້ນ ພວກອັກຄະສາວົກກໍໄດ້ລົງມາຈາກພູເຂົາທີ່ເອີ້ນວ່າພູເຂົາໝາກກອກ ແລ້ວກັບຄືນໄປທີ່ເຢຣູຊາເລັມ ເຊິ່ງໄລຍະທາງເທົ່າກັບທີ່ອະນຸຍາດໃຫ້ຍ່າງໃນວັນຊະບາໂຕ.
13
ເມື່ອພວກເພິ່ນມາເຖິງທີ່ນັ້ນ ພວກເພິ່ນກໍໄດ້ຂຶ້ນໄປທີ່ຫ້ອງພັກຊັ້ນເທິງບ່ອນທີ່ພວກເພິ່ນເຄີຍພັກເຊົາ. ໃນພວກເພິ່ນມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາລູກຊາຍຂອງຢາໂກໂບ.
14
ພວກເພິ່ນທັງໝົດໄດ້ຮ່ວມໃຈກັນອະທິຖານຢ່າງສະໝໍ່າສະເໝີໂດຍມີພວກແມ່ຍິງ, ມາຣີແມ່ຂອງພຣະເຢຊູເຈົ້າ ແລະ ພວກນ້ອງຊາຍຂອງພຣະອົງ.
15
ໃນວັນນັ້ນ ເປໂຕໄດ້ຢືນຂຶ້ນທ່າມກາງບັນດາຜູ້ທີ່ເຊື່ອ (ໂດຍມີປະມານຮ້ອຍຊາວຄົນ)
16
ແລະ ກ່າວວ່າ, “ພີ່ນ້ອງ ທັງຫລາຍ ພຣະຄຳພີຈະຕ້ອງເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວໄວ້ລ່ວງໜ້າແຕ່ດົນນານມາແລ້ວຜ່ານທາງດາວິດເລື່ອງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ,
17
ລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້”.
18
(ຢູດາໄດ້ນຳເງິນທີ່ໄດ້ມາຈາກການເຮັດຊົ່ວຂອງຕົນໄປຊື້ດິນຕອນໜຶ່ງ, ລາວໄດ້ລົ້ມລົງຫົວຟາດພື້ນຢູ່ທີ່ນັ້ນ ເລົາຄີງແຕກໄສ້ໄຫລອອກມາໝົດ.
19
ທຸກຄົນໃນເຢຣູຊາເລັມຕ່າງກໍໄດ້ຍິນເລື່ອງນີ້, ດັ່ງນັ້ນ ພວກເຂົາຈຶ່ງເອີ້ນດິນຕອນນັ້ນຕາມພາສາຂອງຕົນວ່າ, ອະເກັນດາມາ ນັ້ນກໍຄືນາເລືອດ.)
20
ເປໂຕກ່າວວ່າ, “ເພາະມີຄຳຂຽນໄວ້ໃນໜັງສືເພງສັນລະເສີນວ່າ: “‘ຂໍໃຫ້ທີ່ຢູ່ຂອງລາວຮົກຮ້າງຫວ່າງເປົ່າ, ຢ່າໃຫ້ມີຜູ້ໃດອາໄສຢູ່ໃນທີ່ນັ້ນ’. ແລະ “‘ໃຫ້ຄົນອື່ນຂຶ້ນມາຮັບຕຳແໜ່ງແທນລາວ’.
21
ເຫດສະນັ້ນ ຈຶ່ງຈຳເປັນຕ້ອງເລືອກເອົາຄົນໜຶ່ງໃນຈຳນວນຜູ້ຊາຍທີ່ໄດ້ຢູ່ກັບພວກເຮົາຕະຫລອດຊ່ວງທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ຢູ່ກັບພວກເຮົາ,
22
ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງເວລາທີ່ພຣະເຢຊູເຈົ້າຖືກຮັບຂຶ້ນໄປຈາກພວກເຮົາ. ເພາະສິ່ງເຫລົ່ານີ້ຈະຕ້ອງເປັນພະຍານຮ່ວມກັບພວກເຮົາເຖິງການເປັນຄືນມາຈາກຕາຍຂອງພຣະອົງ”.
23
ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ສະເໜີຊາຍສອງຄົນຄື: ໂຢເຊັບ ທີ່ເອີ້ນວ່າບາຣະຊັບບາ (ແລະ ມີອີກຊື່ໜຶ່ງວ່າຢູສະໂຕ) ແລະ ມັດເທຍ.
24
ຫລັງຈາກນັ້ນ ພວກເພິ່ນກໍອະທິຖານວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈິດໃຈຂອງທຸກຄົນ. ຂໍສະແດງໃຫ້ພວກເຮົາເຫັນວ່າພຣະອົງໄດ້ເລືອກເອົາຄົນໃດໃນສອງຄົນນີ້
25
ເພື່ອຮັບໜ້າທີ່ພັນທະກິດຂອງອັກຄະສາວົກ ເຊິ່ງຢູດາໄດ້ປະຖິ້ມແລ້ວໄປສູ່ບ່ອນຂອງຕົນ”.
26
ແລ້ວພວກເພິ່ນກໍໄດ້ຈັບສະຫລາກ ແລະ ສະຫລາກນີ້ໄດ້ຕົກຖືກມັດເທຍ, ດັ່ງນັ້ນ ລາວຈຶ່ງຖືກຮວມເຂົ້າກັບພວກອັກຄະສາວົກສິບເອັດຄົນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28