bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 12
Acts 12
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
1
ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມຄົນຂອງຄຣິສຕະຈັກໄປ ໂດຍເຈດຕະນາຈະຂົ່ມເຫັງພວກເຂົາ.
2
ເຮໂຣດໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ.
3
ເມື່ອເຮໂຣດເຫັນວ່າການກະທຳເຊັ່ນນີ້ເປັນທີ່ພໍໃຈທ່າມກາງພວກຢິວ, ເພິ່ນຈຶ່ງສັ່ງຈັບເປໂຕເໝືອນກັນ. ເຫດການນີ້ໄດ້ເກີດຂຶ້ນໃນຊ່ວງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.
4
ຫລັງຈາກຈັບເປໂຕແລ້ວ, ເພິ່ນກໍຂັງເປໂຕໄວ້ໃນຄຸກ ໂດຍມີທະຫານສີ່ໝູ່ ໝູ່ລະສີ່ຄົນເປັນຜູ້ເຝົ້າຍາມ. ເຮໂຣດຕັ້ງໃຈຈະນຳເປໂຕອອກມາສືບສວນໃນທີ່ສາທາລະນະ ຫລັງຈາກເທດສະການປັດສະຄາ.
5
ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ, ແຕ່ຄຣິສຕະຈັກໄດ້ອະທິຖານຕໍ່ພຣະເຈົ້າເພື່ອເພິ່ນດ້ວຍໃຈຮ້ອນຮົນ.
6
ໃນເວລາກາງຄືນກ່ອນທີ່ເຮໂຣດຈະນຳເປໂຕອອກມາສືບສວນ, ເປໂຕກໍກຳລັງນອນຫລັບຢູ່ລະຫວ່າງກາງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ ແລະ ຕໍ່ໜ້າປະຕູຄຸກກໍມີທະຫານຍາມຢືນເຝົ້າຢູ່.
7
ໃນທັນໃດນັ້ນ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ມາປາກົດ ແລະ ໄດ້ມີແສງສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ. ເທວະດາຕົນນັ້ນໄດ້ຕົບທີ່ຂ້າງຂອງເປໂຕ ແລະ ປຸກເພິ່ນໃຫ້ຕື່ນ. ເທວະດາເວົ້າວ່າ, “ລຸກຂຶ້ນໄວໆ!” ແລ້ວໂສ້ທັງຫລາຍກໍຫລຸດອອກຈາກຂໍ້ມືຂອງເປໂຕ.
8
ແລ້ວເທວະດານັ້ນໄດ້ກ່າວກັບເພິ່ນວ່າ, “ຈົ່ງນຸ່ງເສື້ອຜ້າ ແລະ ໃສ່ເກີບຂອງເຈົ້າສາ”. ແລະ ເປໂຕກໍເຮັດຕາມ. ແລ້ວເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຄຸມແລ້ວຕາມເຮົາມາ”.
9
ເປໂຕກໍໄດ້ຕາມອອກໄປຈາກຄຸກ. ເພິ່ນບໍ່ຮູ້ວ່າສິ່ງທີ່ເທວະດາເຮັດຢູ່ນັ້ນເປັນເລື່ອງຈິງ, ເພິ່ນຄິດວ່າຕົນເອງກຳລັງເຫັນນິມິດ.
10
ເມື່ອພວກເພິ່ນອອກໄປພົ້ນຈາກທະຫານຍາມຊຸດທີໜຶ່ງ ແລະ ຊຸດທີສອງແລ້ວ ກໍມາເຖິງປະຕູເຫລັກທີ່ຈະເຂົ້າໄປໃນເມືອງ. ປະຕູນັ້ນກໍໄຂອອກເອງໃຫ້ພວກເພິ່ນ ແລະ ພວກເພິ່ນກໍຜ່ານປະຕູນັ້ນໄປ. ເມື່ອພວກເພິ່ນຍ່າງໄປເຖິງທາງແຍກ ທັນໃດນັ້ນ ເທວະດາຕົນນັ້ນກໍຈາກເພິ່ນໄປ.
11
ເປໂຕຈຶ່ງຮູ້ສຶກຕົວ ແລະ ເວົ້າວ່າ, “ດຽວນີ້ເຮົາຮູ້ແນ່ນອນແລ້ວວ່າອົງພຣະຜູ້ເປັນເຈົ້າໃຊ້ເທວະດາຂອງພຣະອົງມາຊ່ວຍເຮົາໃຫ້ພົ້ນຈາກກຳມືຂອງເຮໂຣດ ແລະ ຈາກການປອງຮ້າຍທັງຫລາຍຂອງພວກຢິວ”.
12
ເມື່ອເພິ່ນຄິດໄດ້ຢ່າງນີ້, ເພິ່ນກໍໄປຍັງເຮືອນຂອງມາຣີຜູ້ເປັນແມ່ຂອງໂຢຮັນທີ່ມີອີກຊື່ໜຶ່ງວ່າມາຣະໂກ, ບ່ອນທີ່ຫລາຍຄົນໄດ້ເຕົ້າໂຮມກັນ ແລະ ອະທິຖານ.
13
ເປໂຕໄດ້ເຄາະທີ່ປະຕູຊັ້ນນອກ, ມີຄົນຮັບໃຊ້ຜູ້ໜຶ່ງຊື່ນາງໂຣດາມາຕອບທີ່ປະຕູ.
14
ເມື່ອນາງຈື່ສຽງຂອງເປໂຕໄດ້, ນາງກໍຊື່ນຊົມຍິນດີຫລາຍຈົນແລ່ນກັບໄປໂດຍບໍ່ໄດ້ເປີດປະຕູໃຫ້ ແລະ ຮ້ອງວ່າ, “ເປໂຕຢືນຢູ່ທີ່ປະຕູ!”
15
ຄົນເຫລົ່ານັ້ນຈຶ່ງເວົ້າວ່າ, “ເຈົ້າເສຍສະຕິໄປແລ້ວ”. ແຕ່ເມື່ອນາງຢືນຢັນວ່າເປັນຢ່າງນັ້ນແທ້, ພວກເຂົາຈຶ່ງເວົ້າວ່າ, “ຕ້ອງເປັນເທວະດາປະຈຳໂຕຂອງເປໂຕ”.
16
ແຕ່ເປໂຕຍັງເຄາະປະຕູບໍ່ຢຸດ ແລະ ເມື່ອພວກເຂົາເປີດປະຕູ ແລະ ເຫັນວ່າແມ່ນເປໂຕ, ພວກເຂົາກໍປະຫລາດໃຈ.
17
ແຕ່ເປໂຕໂບກມືໃຫ້ພວກເຂົາມິດ ແລ້ວເລົ່າເຖິງເລື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ນຳເພິ່ນອອກມາຈາກຄຸກໄດ້ຢ່າງໃດ. ເພິ່ນເວົ້າວ່າ, “ຈົ່ງບອກເລື່ອງນີ້ແກ່ຢາໂກໂບ ແລະ ພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ”. ແລ້ວເພິ່ນກໍຈາກໄປບ່ອນອື່ນ.
18
ເມື່ອຮຸ່ງເຊົ້າມາ, ພວກທະຫານກໍພາກັນສັບສົນວຸ້ນວາຍຫລາຍວ່າເກີດຫຍັງຂຶ້ນກັບເປໂຕ.
19
ຫລັງຈາກເຮໂຣດໃຫ້ຊອກຫາໂຕເປໂຕຈົນທົ່ວແຕ່ບໍ່ພົບເພິ່ນ. ເຮໂຣດຈຶ່ງສືບສວນພວກທະຫານຍາມ ແລະ ອອກຄຳສັ່ງວ່າພວກເຂົາຕ້ອງຖືກປະຫານຊີວິດ. ຫລັງຈາກນັ້ນ ເຮໂຣດໄດ້ອອກຈາກແຂວງຢູດາຍໄປສູ່ກາຍຊາເຣຍ ແລະ ອາໄສຢູ່ທີ່ນັ້ນ.
20
ເຮໂຣດເຄີຍມີເລື່ອງບາດໝາງກັບປະຊາຊົນຊາວຕີເຣ ແລະ ຊາວຊີໂດນ, ບັດນີ້ພວກເຂົາໄດ້ມາຮ່ວມກັນ ແລະ ພະຍາຍາມເພື່ອໃຫ້ໄດ້ພົບກັບເພິ່ນ. ໂດຍການສະໜັບສະໜູນຂອງບຣາຊະໂຕ, ຜູ້ຮັບໃຊ້ສ່ວນຕົວທີ່ເຊື່ອຖືໄດ້ຂອງກະສັດ, ພວກເຂົາມາຂໍຄືນດີເພາະພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກດິນແດນຂອງກະສັດ.
21
ໃນວັນນັດພົບ ເຮໂຣດກໍນຸ່ງເສື້ອຄຸມຂອງກະສັດ ນັ່ງເທິງບັນລັງຂອງຕົນ ແລະ ກ່າວຄຳປາໄສຕໍ່ປະຊາຊົນ.
22
ພວກເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ນີ້ເປັນສຽງເທບພະເຈົ້າບໍ່ແມ່ນສຽງມະນຸດ”.
23
ໃນທັນໃດນັ້ນ, ເພາະວ່າເຮໂຣດບໍ່ສັນລະເສີນພຣະເຈົ້າ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າຈຶ່ງເຮັດໃຫ້ເຮໂຣດເຈັບປ່ວຍ ແລະ ຖືກໜອນກັດກິນຈົນຕາຍ.
24
ແຕ່ພຣະຄຳຂອງພຣະເຈົ້າຍັງສືບຕໍ່ຈະເລີນຂຶ້ນ ແລະ ແຜ່ໄປ.
25
ເມື່ອບາຣະນາບາ ແລະ ໂຊໂລເຮັດພັນທະກິດຂອງພວກເພິ່ນສຳເລັດແລ້ວ, ພວກເພິ່ນກໍກັບຈາກ ເຢຣູຊາເລັມ ແລະ ພາໂຢຮັນທີ່ມີອີກຊື່ໜຶ່ງວ່າ ມາຣະໂກໄປນຳ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28