bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 26
Acts 26
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 27 →
1
ແລ້ວອັກຄຣີປາຈຶ່ງກ່າວກັບໂປໂລວ່າ, “ເຈົ້າໄດ້ຮັບອະນຸຍາດໃຫ້ເວົ້າແກ້ຄະດີຂອງເຈົ້າເອງ”. ດັ່ງນັ້ນ ໂປໂລຈຶ່ງໂບກມືຂອງຕົນ ແລະ ເລີ່ມແກ້ຄະດີວ່າ:
2
“ຂ້າແດ່ກະສັດອັກຄຣີປາ, ຂ້ານ້ອຍຂໍຖືເປັນໂອກາດດີທີ່ໄດ້ຢືນຢູ່ຕໍ່ໜ້າທ່ານວັນນີ້ເພື່ອແກ້ຂໍ້ກ່າວຫາທັງຫລາຍຂອງພວກຢິວ,
3
ທີ່ຂ້ານ້ອຍຮູ້ສຶກເຊັ່ນນີ້ກໍເພາະທ່ານຮູ້ຈັກທຳນຽມ ແລະ ຂໍ້ຂັດແຍ້ງຕ່າງໆທັງຫລາຍຂອງຊາວຢິວເປັນຢ່າງດີ. ເຫດສະນັ້ນ, ຂໍໃຫ້ທ່ານອົດທົນຟັງຂ້ານ້ອຍສາ.
4
“ພວກຢິວທຸກຄົນຮູ້ແນວທາງການດຳເນີນຊີວິດຂອງຂ້ານ້ອຍມາຕັ້ງແຕ່ຂ້ານ້ອຍຍັງເປັນເດັກນ້ອຍ, ນັບຕັ້ງແຕ່ກຳເນີດໃນບ້ານເມືອງຂອງຂ້ານ້ອຍເອງ ແລະ ທັງໃນນະຄອນເຢຣູຊາເລັມເໝືອນກັນ.
5
ພວກເຂົາໄດ້ຮູ້ຈັກຂ້ານ້ອຍມາດົນນານແລ້ວ ແລະ ສາມາດເປັນພະຍານໄດ້ຖ້າພວກເຂົາເຕັມໃຈ, ວ່າຂ້ານ້ອຍປະຕິບັດຕາມນິກາຍທີ່ເຄັ່ງຄັດທີ່ສຸດໃນສາສະໜາຂອງພວກຂ້ານ້ອຍ, ຄືດຳເນີນຊີວິດໃນຖານະຟາຣີຊາຍຄົນໜຶ່ງ.
6
ແລະ ບັດນີ້ ທີ່ຂ້ານ້ອຍຖືກສືບສວນໃນວັນນີ້ກໍເພາະຂ້ານ້ອຍມີຄວາມຫວັງໃນສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກຂ້ານ້ອຍ.
7
ເປັນຄຳສັນຍາທີ່ພວກຂ້ານ້ອຍສິບສອງຕະກຸນຫວັງວ່າຈະເປັນຈິງຂະນະທີ່ພວກເຂົາຮ້ອນຮົນບົວລະບັດພຣະເຈົ້າທັງກາງເວັນ ແລະ ກາງຄືນ. ຂ້າແດ່ກະສັດອັກຄຣີປາ, ເພາະຄວາມຫວັງນີ້ເອງພວກຢິວເຫລົ່ານີ້ຈຶ່ງກ່າວຫາຂ້ານ້ອຍ.
8
ດ້ວຍເຫດໃດ ພວກທ່ານຈຶ່ງເຫັນວ່າເປັນໄປບໍ່ໄດ້ທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍເປັນຄືນມາຈາກຕາຍ?
9
“ຂ້ານ້ອຍເອງກໍເຄີຍເຊື່ອວ່າ ຈະຕ້ອງເຮັດທຸກວິທີເທົ່າທີ່ເປັນໄປໄດ້ເພື່ອຕໍ່ຕ້ານນາມຂອງພຣະເຢຊູເຈົ້າຊາວນາຊາເຣັດ.
10
ແລະ ນັ້ນແຫລະຄືສິ່ງທີ່ຂ້ານ້ອຍໄດ້ເຮັດໃນເຢຣູຊາເລັມ. ຂ້ານ້ອຍໄດ້ຈັບຄົນຂອງພຣະເຈົ້າຫລາຍຄົນເຂົ້າຄຸກ ໂດຍອາໄສສິດອຳນາດຂອງບັນດາຫົວໜ້າປະໂລຫິດ ແລະ ເມື່ອພວກເຂົາຖືກຂ້າ, ຂ້ານ້ອຍກໍເຫັນພ້ອມດ້ວຍ.
11
ຫລາຍຄັ້ງຂ້ານ້ອຍໄປຕາມທຳມະສາລາຕ່າງໆເພື່ອລົງໂທດພວກເຂົາ ແລະ ພະຍາຍາມບີບບັງຄັບໃຫ້ພວກເຂົາກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ. ຂ້ານ້ອຍຄຽດແຄ້ນພວກເຂົາແຮງຈົນວ່າຕາມໄປຂົ່ມເຫັງພວກເຂົາທີ່ເມືອງຕ່າງໆໃນຕ່າງປະເທດ.
12
“ໃນການເດີນທາງຄັ້ງໜຶ່ງ ຂ້ານ້ອຍກຳລັງຈະໄປຍັງເມືອງດາມັສກັດ ໂດຍໄດ້ຮັບສິດອຳນາດ ແລະ ການມອບໝາຍຈາກມະຫາປະໂລຫິດ.
13
ກະສັດອັກຄຣີປາທີ່ນັບຖື, ປະມານຕອນທ່ຽງໃນຂະນະທີ່ຢູ່ກາງທາງ ຂ້ານ້ອຍເຫັນແສງສະຫວ່າງຈາກສະຫວັນ ແສງກ້າກວ່າແສງອາທິດ ສ່ອງອ້ອມຂ້ານ້ອຍ ແລະ ຄົນທີ່ເດີນທາງໄປກັບຂ້ານ້ອຍ.
14
ພວກຂ້ານ້ອຍທັງໝົດລົ້ມລົງພື້ນດິນ ແລະ ຂ້ານ້ອຍໄດ້ຍິນສຽງໜຶ່ງກ່າວຕໍ່ຂ້ານ້ອຍເປັນພາສາອາຣາມິກ ວ່າ, ‘ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ? ເປັນການຍາກທີ່ເຈົ້າຈະຄັດຄ້ານຄວາມປະສົງຂອງເຮົາ’.
15
“ແລ້ວຂ້ານ້ອຍຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນຜູ້ໃດ?’ “ອົງພຣະຜູ້ເປັນເຈົ້າຕອບວ່າ, ‘ເຮົາແມ່ນເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງນັ້ນແຫລະ.
16
ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່. ເຮົາໄດ້ປາກົດແກ່ເຈົ້າກໍເພື່ອແຕ່ງຕັ້ງເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າໄດ້ເຫັນກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສະແດງແກ່ເຈົ້າ.
17
ເຮົາຈະຊ່ວຍເຈົ້າໃຫ້ພົ້ນຈາກພີ່ນ້ອງຮ່ວມຊາດຂອງເຈົ້າເອງ ແລະ ຈາກຄົນຕ່າງຊາດ. ເຮົາຈະສົ່ງເຈົ້າໄປຫາພວກເຂົາ
18
ເພື່ອເປີດຕາຂອງພວກເຂົາ ແລະ ນຳພວກເຂົາອອກຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງມານຊາຕານມາຫາພຣະເຈົ້າ ເພື່ອພວກເຂົາຈະໄດ້ຮັບການອະໄພບາບ ແລະ ໄດ້ຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍເຊື່ອໃນເຮົາ’.
19
“ຫລັງຈາກນັ້ນ ຂ້າແດ່ກະສັດອັກຄຣີປາ ຂ້ານ້ອຍຈຶ່ງບໍ່ຂັດຂືນຕໍ່ນິມິດຈາກສະຫວັນນັ້ນ.
20
ທຳອິດ ຂ້ານ້ອຍໄດ້ປະກາດແກ່ຄົນທັງຫລາຍໃນເມືອງດາມັສກັດ, ຈາກນັ້ນກໍໄດ້ປະກາດແກ່ຄົນທັງຫລາຍໃນນະຄອນເຢຣູຊາເລັມ ແລະ ທົ່ວແຂວງຢູດາຍ ແລະ ແກ່ຄົນຕ່າງຊາດເໝືອນກັນ, ຂ້ານ້ອຍໄດ້ປະກາດວ່າໃຫ້ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະ ສະແດງໃຫ້ເຫັນການກັບໃຈໃໝ່ດ້ວຍການກະທຳຂອງຕົນ.
21
ດ້ວຍເຫດນີ້ແຫລະ ພວກຢິວຈຶ່ງຈັບກຸມຂ້ານ້ອຍທີ່ເດີ່ນວິຫານ ແລະ ພະຍາຍາມຈະຂ້າຂ້ານ້ອຍ.
22
ແຕ່ພຣະເຈົ້າໄດ້ຊ່ວຍຂ້ານ້ອຍມາຈົນເຖິງທຸກວັນນີ້; ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ມາຢືນຢູ່ທີ່ນີ້ ແລະ ເປັນພະຍານຕໍ່ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດນອກເໜືອຈາກສິ່ງທີ່ບັນດາຜູ້ທຳນວາຍ ແລະ ໂມເຊກ່າວໄວ້ວ່າຈະຕ້ອງເກີດຂຶ້ນ,
23
ຄືທີ່ພຣະຄຣິດເຈົ້າ ຈະຕ້ອງທົນທຸກທໍລະມານ ແລະ, ໃນຖານະທີ່ເປັນຜູ້ທຳອິດທີ່ເປັນຄືນມາຈາກຕາຍ ແລະ ນຳແສງສະຫວ່າງມາສູ່ຄົນຂອງພຣະອົງເອງ ແລະ ຄົນຕ່າງຊາດ”.
24
ມາເຖິງຕອນນີ້ເຟຊະໂຕກໍຮ້ອງຂຶ້ນຂັດໂປໂລວ່າ, “ໂປໂລເອີຍ! ເຈົ້າເປັນບ້າໄປແລ້ວ, ເຈົ້າຮຽນຫລາຍຈົນເຮັດໃຫ້ເຈົ້າເປັນບ້າ”.
25
ໂປໂລຕອບວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍບໍ່ໄດ້ເປັນບ້າ, ສິ່ງທີ່ຂ້ານ້ອຍກຳລັງເວົ້າເປັນຄວາມຈິງ ແລະ ສົມເຫດສົມຜົນ.
26
ກະສັດເອງກໍຮູ້ເລື່ອງເຫລົ່ານີ້ດີ ແລະ ຂ້ານ້ອຍສາມາດຕອບໄດ້ຢ່າງເປີດເຜີຍ. ຂ້ານ້ອຍເຊື່ອວ່າບໍ່ມີຈັກສິ່ງທີ່ພົ້ນຈາກສາຍຕາຂອງກະສັດ, ເພາະສິ່ງເຫລົ່ານີ້ບໍ່ໄດ້ເກີດຂຶ້ນໃນບ່ອນລັບລີ້.
27
ຂ້າແດ່ກະສັດອັກຄຣີປາ ທ່ານເຊື່ອພວກຜູ້ທຳນວາຍບໍ? ຂ້ານ້ອຍຮູ້ວ່າທ່ານເຊື່ອ”.
28
ແລ້ວອັກຄຣີປາຈຶ່ງເວົ້າກັບໂປໂລວ່າ, “ເຈົ້າຄິດວ່າໃນເວລາສັ້ນໆເທົ່ານີ້ເຈົ້າຈະຊັກຊວນໃຫ້ເຮົາເປັນຄຣິສຕຽນໄດ້ບໍ?”
29
ໂປໂລຕອບວ່າ, “ບໍ່ວ່າໃນເວລາສັ້ນ ຫລື ຍາວ ຂ້ານ້ອຍກໍອະທິຖານຕໍ່ພຣະເຈົ້າວ່າ ບໍ່ແມ່ນເພື່ອທ່ານເທົ່ານັ້ນແຕ່ຂໍໃຫ້ຄົນທັງຫລາຍທີ່ຟັງຂ້ານ້ອຍກ່າວຢູ່ໃນວັນນີ້ເປັນເໝືອນຂ້ານ້ອຍ, ເວັ້ນໄວ້ແຕ່ການຖືກລ່າມໂສ້ຢ່າງນີ້”.
30
ກະສັດລຸກຂຶ້ນ, ຜູ້ປົກຄອງ, ນາງເບນີເກ ແລະ ຄົນທັງຫລາຍທີ່ນັ່ງຢູ່ກໍລຸກຂຶ້ນພ້ອມກັບກະສັດ.
31
ຫລັງຈາກພວກເຂົາອອກໄປຈາກຫ້ອງນັ້ນແລ້ວ, ພວກເຂົາເລີ່ມເວົ້າກັນວ່າ, “ຊາຍຄົນນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຕ້ອງຮັບໂທດປະຫານຊີວິດ ຫລື ຂັງຄຸກ”.
32
ອັກຄຣີປາເວົ້າກັບເຟຊະໂຕວ່າ, “ຖ້າຊາຍຄົນນີ້ບໍ່ໄດ້ອຸທອນໄປເຖິງກາຍຊາກໍປ່ອຍລາວໄປໄດ້”.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28