bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 18
Acts 18
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 19 →
1
ຫລັງຈາກນັ້ນ ໂປໂລໄດ້ອອກຈາກອາແຖນ ແລະ ໄປຍັງເມືອງໂກຣິນໂທ.
2
ທີ່ນັ້ນ ເພິ່ນໄດ້ພົບຊາວຢິວຄົນໜຶ່ງຊື່ວ່າອາກີລາ, ເປັນຄົນທີ່ຢູ່ແຂວງປົນໂຕ, ເຊິ່ງຫາກໍມາຈາກອີຕາລີ ພ້ອມກັບເມຍຂອງລາວຊື່ວ່າປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ອອກຄຳສັ່ງໃຫ້ຊາວຢິວທັງໝົດອອກໄປຈາກໂຣມ. ໂປໂລຈຶ່ງໄປຫາສອງຄົນນີ້,
3
ແລະ ເພາະວ່າໂປໂລມີອາຊີບເປັນຊ່າງເຮັດຜ້າເຕັນເໝືອນກັນກັບພວກເຂົາ, ເພິ່ນຈຶ່ງໄດ້ພັກ ແລະ ເຮັດວຽກຢູ່ກັບພວກເຂົາ.
4
ທຸກວັນຊະບາໂຕ ໂປໂລໄດ້ສົນທະນາໂຕ້ຕອບຊາວຢິວ ແລະ ຊາວກຣີກໃນທຳມະສາລາເພື່ອພະຍາຍາມໃຫ້ພວກເຂົາຮັບເຊື່ອ.
5
ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍ, ໂປໂລກໍອຸທິດຕົນເອງທັງໝົດເພື່ອເທດສະໜາ, ເປັນພະຍານກັບຊາວຢິວວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ.
6
ແຕ່ເມື່ອພວກຢິວຕໍ່ຕ້ານ ແລະ ໃສ່ຮ້າຍໂປໂລ, ເພິ່ນຈຶ່ງສັ່ນເຄື່ອງນຸ່ງຂອງເພິ່ນປະທ້ວງ ແລະ ເວົ້າກັບພວກເຂົາວ່າ, “ໃຫ້ເລືອດຂອງພວກເຈົ້າຕົກໃສ່ຫົວຂອງພວກເຈົ້າເອງ! ຂ້າພະເຈົ້າບໍ່ມີສ່ວນຫຍັງນຳ. ຕັ້ງແຕ່ນີ້ຕໍ່ໄປ ຂ້າພະເຈົ້າຈະໄປຫາຄົນຕ່າງຊາດ”.
7
ແລ້ວໂປໂລກໍໄດ້ອອກຈາກທຳມະສາລາໄປຍັງເຮືອນຂອງຕີໂຢ ຢູຊະໂຕ ທີ່ຢູ່ໃກ້ກັບທຳມະສາລາ, ລາວເປັນຄົນໜຶ່ງທີ່ນະມັດສະການພຣະເຈົ້າ.
8
ຝ່າຍກີສະໂປ ຫົວໜ້າທຳມະສາລາກັບທຸກຄົນໃນຄອບຄົວຂອງຕົນກໍໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ; ແລະ ຊາວໂກຣິນໂທຫລາຍຄົນທີ່ໄດ້ຍິນພຣະທຳທີ່ໂປໂລກ່າວນັ້ນກໍໄດ້ເຊື່ອ ແລະ ຮັບບັບຕິສະມາ.
9
ມີຄືນໜຶ່ງ ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລໃນນິມິດວ່າ: “ຢ່າຢ້ານເລີຍ, ຈົ່ງປະກາດຕໍ່ໄປ, ຢ່າມິດຢູ່.
10
ເພາະເຮົາຢູ່ກັບເຈົ້າ ແລະ ບໍ່ມີຜູ້ໃດຈະໂຈມຕີ ແລະ ເຮັດຮ້າຍໃຫ້ເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້”.
11
ດັ່ງນັ້ນ ໂປໂລຈຶ່ງຢູ່ສັ່ງສອນພຣະຄຳຂອງພຣະເຈົ້າຢູ່ເມືອງໂກຣິນໂທນີ້ຕະຫລອດປີໜຶ່ງກັບຫົກເດືອນ.
12
ໃນຂະນະທີ່ຄາລີໂອເປັນຜູ້ປົກຄອງແຂວງອະຂາຢາ, ພວກຢິວໃນໂກຣິນໂທໄດ້ຮ່ວມກັນຕໍ່ຕ້ານໂປໂລ ແລະ ນຳເພິ່ນໄປຂຶ້ນສານ.
13
ພວກເຂົາຟ້ອງວ່າ, “ຊາຍຜູ້ນີ້ໄດ້ຊັກຊວນປະຊາຊົນໃຫ້ນະມັດສະການພຣະເຈົ້າໃນທາງທີ່ຜິດກົດໝາຍ”.
14
ເມື່ອໂປໂລກຳລັງຈະເອີ່ຍປາກເວົ້າ, ຄາລີໂອກໍເວົ້າກັບພວກຢິວວ່າ, “ຖ້າພວກເຈົ້າຊາວຢິວຈະຮ້ອງທຸກ ບໍ່ວ່າຄວາມຜິດທາງອາຊະຍາ ຫລື ຄະດີສໍ້ໂກງຮ້າຍແຮງ ກໍສົມຄວນທີ່ເຮົາຈະຮັບຟັງພວກເຈົ້າ.
15
ແຕ່ນີ້ເປັນບັນຫາເລື່ອງຖ້ອຍຄຳ, ເລື່ອງຊື່ຕ່າງໆ ແລະ ເລື່ອງກົດບັນຍັດຂອງພວກເຈົ້າເອງ, ຈົ່ງໄປຕົກລົງກັນເອງ. ເຮົາຈະບໍ່ຕັດສິນເລື່ອງເຫລົ່ານີ້”.
16
ດັ່ງນັ້ນ ເພິ່ນຈຶ່ງໄລ່ພວກເຂົາອອກໄປຈາກສານ.
17
ແລ້ວພວກເຂົາຈຶ່ງຈັບໂຊຊະເຖນ ຫົວໜ້າທຳມະສາລາໄປຂ້ຽນຕີຢູ່ຕໍ່ໜ້າສານ; ແລະ ຄາລີໂອກໍບໍ່ສົນໃຈຫຍັງ.
18
ຫລັງຈາກທີ່ໂປໂລພັກຢູ່ໃນເມືອງໂກຣິນໂທຊົ່ວໄລຍະໜຶ່ງ. ແລ້ວເພິ່ນກໍຈາກພວກພີ່ນ້ອງລົງເຮືອໄປແຂວງຊີເຣຍ ໂດຍມີປີຊະກີລາກັບອາກີລາໄປນຳດ້ວຍ. ກ່ອນທີ່ເພິ່ນຈະລົງເຮືອໄປ, ເພິ່ນໄດ້ແຖຫົວທີ່ເມືອງເກັນເຂໄອເພາະໄດ້ສາບານຕົນໄວ້.
19
ເມື່ອເດີນທາງມາເຖິງເມືອງເອເຟໂຊ, ບ່ອນທີ່ໂປໂລໄດ້ປະປີຊະກີລາກັບອາກີລາໄວ້. ສ່ວນເພິ່ນເອງໄດ້ເຂົ້າໄປໃນທຳມະສາລາ ແລະ ສົນທະນາໂຕ້ຕອບກັບພວກຢິວ.
20
ເມື່ອພວກເຂົາຂໍໃຫ້ເພິ່ນຢູ່ຕໍ່ໄປກັບພວກເຂົາອີກ, ເພິ່ນກໍໄດ້ປະຕິເສດ.
21
ແຕ່ໃນຂະນະທີ່ເພິ່ນລາຈາກໄປນັ້ນ, ໂປໂລໄດ້ສັນຍາວ່າ, “ຖ້າແມ່ນຄວາມປະສົງຂອງພຣະເຈົ້າເຮົາຈະກັບຄືນມາຫາພວກເຈົ້າອີກ”. ແລ້ວເພິ່ນກໍລົງເຮືອຈາກເມືອງເອເຟໂຊໄປ.
22
ເມື່ອເພິ່ນມາຮອດເມືອງກາຍຊາເຣຍແລ້ວ, ເພິ່ນໄດ້ຂຶ້ນໄປທີ່ເຢຣູຊາເລັມ ແລະ ທັກທາຍພີ່ນ້ອງໃນຄຣິສຕະຈັກ ແລະ ຈາກນັ້ນເພິ່ນກໍໄດ້ເດີນທາງລົງໄປທີ່ເມືອງອັນຕີໂອເຂຍ.
23
ຫລັງຈາກພັກຢູ່ທີ່ເມືອງອັນຕີໂອເຂຍໄດ້ຊົ່ວໄລຍະໜຶ່ງແລ້ວ, ໂປໂລກໍເດີນທາງໄປຈາກທີ່ນັ້ນ ແລະ ໄປຍັງບ່ອນຕ່າງໆທົ່ວແຂວງຄາລາເຕຍ ແລະ ຟີເຄຍ, ເພື່ອໜູນໃຈສາວົກທັງຫລາຍໃຫ້ເຂັ້ມແຂງຂຶ້ນ.
24
ໃນຂະນະດຽວກັນນັ້ນ ມີຊາວຢິວຄົນໜຶ່ງຊື່ວ່າອາໂປໂລ, ເປັນຊາວອາເລັກຊັນເດຍຕັ້ງແຕ່ເກີດ, ລາວໄດ້ມາທີ່ເມືອງເອເຟໂຊ. ລາວເປັນຜູ້ທີ່ມີການສຶກສາ ແລະ ມີຄວາມຊຳນານທາງດ້ານພຣະຄຳພີເປັນຢ່າງດີ.
25
ລາວໄດ້ຮັບການຝຶກຝົນໃນທາງຂອງອົງພຣະຜູ້ເປັນເຈົ້າ ແລະ ລາວເວົ້າດ້ວຍໃຈຮ້ອນຮົນ ແທ້ໆ ແລະ ສັ່ງສອນເລື່ອງພຣະເຢຊູເຈົ້າຢ່າງຖືກຕ້ອງ, ເຖິງວ່າລາວຮູ້ຈັກພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ.
26
ລາວເລີ່ມຕົ້ນກ່າວໃນທຳມະສາລາດ້ວຍໃຈກ້າຫານ. ເມື່ອປີຊະກີລາກັບອາກີລາໄດ້ຟັງແລ້ວ, ພວກເຂົາກໍໄດ້ເຊີນລາວມາເຮືອນເພື່ອອະທິບາຍເລື່ອງທາງຂອງພຣະເຈົ້າໃຫ້ລາວເຂົ້າໃຈຫລາຍຂຶ້ນ.
27
ເມື່ອອາໂປໂລຕ້ອງການຈະໄປທີ່ແຂວງອະຂາຢາ, ພວກພີ່ນ້ອງກໍໄດ້ໜູນໃຈລາວ ແລະ ໄດ້ຂຽນຈົດໝາຍຝາກເຖິງພວກສາວົກທີ່ນັ້ນໃຫ້ຕ້ອນຮັບລາວ. ເມື່ອລາວມາຮອດແລ້ວ, ລາວກໍໄດ້ຊ່ວຍເຫລືອບັນດາຜູ້ທີ່ເຊື່ອໂດຍພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ.
28
ເພາະລາວໄດ້ໂຕ້ຕອບຢ່າງແຂງແຮງກັບພວກຢິວຕໍ່ໜ້າຄົນທັງຫລາຍ, ລາວໄດ້ຍົກຂໍ້ພຣະຄຳພີມາພິສູດວ່າພຣະເຢຊູເຈົ້າຄືພຣະເມຊີອາ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28